• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ການສະແດງຫຼາກຫຼາຍສີສັນຕາເວັນອອກ-ຕາເວັນຕົກ

ສັບປະດາແຟຊັນສາກົນຫວຽດນາມ 2016 (VIFW 2016) ທີ່ຫາກໍໄດ້ຈັດຂຶ້ນຢູ່ເມືອງ 1 ນະຄອນໂຮ່ຈີມິນໄດ້ສ້າງຄວາມ ປະທັບໃຈຢ່າງຈົບງາມຕ່ໍ “ຜູ້ເຊື່ອຖື” ຫຼົງໄຫຼກັບອາພອນສະ ໄໝ. ຕາມການຕີລາຄາຂອງບັນດານັກອອກແບບທີ່ມີຊື່ສຽງ ໃນໂລກ,  VIFW ແມ່ນ “ດອກໄມ້” ທີ່ເບັ່ງບານອວດເອ້ສີ ສັນໃນແວດວົງແຟຊັນທະວີບອາຊີ ແລະ ສາກົນ.
ເປັນເວລາ 4 ມື້, VIFW ໄດ້ນຳສະເໜີຊຸດສະສົມແຟຊັນໃໝ່ທີ່ໂດດເດັ່ນລວມມີ 19 ຊຸດເດີນແບບຂອງນັກອອກແບບລະດັບໂລກ ແລະ ຫວຽດນາມຈຳນວນທັງຫມົດ 20 ທ່ານ ຄື: ທ່ານ Nina Naustdal  (ປະເທດອັງກິດ);  Eymeric Francois, Dany Atrache (ຈາກປະເທດຝຣັ່ງ); Toshikazu Iwaya (ຍີ່ຫ້ໍ Dresscamp ຈາກປະເທດ ຍີ່ປຸ່ນ); Frederick Lee (ສິງກະໂປ); ຫງວຽນກົງຈີ໋; ຖຸຍຫງວຽນ; ເລແທງຮ່ວາ;  ຮ່ວາງມິງຮ່າ; ກວາງເຍີດ; ຫຼີຢ໋າມ ຕ່ຽນ (ຈາກປະເທດຫວຽດນາມ)…  VIFW ເປັນການ ຢັ້ງຢືນ ອີກຄັ້ງໜຶ່ງວ່າເປັນເຫດການແຟຊັນທີ່ໃຫຍ່ ແລະ ຢ່າງມືອາ ຊີບທີ່ສຸດຢູ່ຫວຽດນາມ.

ບັນດານັກອອກແບບນຳສະເໜີຕົວຕ່ໍໜ້າສາທາລະນະຊົນໃນ ສັບປະດາແຟຊັນສາກົນຫວຽດນາມ 2016.


ນັກອອກແບບ ຫງວຽນກົງຈີ໋ ມາໃນຊຸດສະສົມ “ເຂົ້າ” ໂດຍໄດ້ແຮງບັນດານໃຈຈາກເຂົ້າ ແລະ ພື້ນຖານອາລິຍະທຳ
ການປູກເຂົ້າໄດ້ຮັບການນິຍົມຊົມຊອບຈາກແຟນໆແຟຊັນ.

ເທິງເວທີສະແດງ, ນັກອອກແບບກົງຈີ໋ໄດ້ເປີດສາກການເດີນສະແດງແຟຊັນດ້ວຍຊຸດໃສ່ຊື່ວ່າ “ເຂົ້າ” ໂດຍໄດ້ ຖືເອົາ ອາລົມຈິດຈາກຕົ້ນເຂົ້າ, ພື້ນຖານອາລິຍະທຳການປູກເຂົ້າໃນນ້ຳ. ສະນັ້ນ, ຕົວແບບການອອກແບບຂອງ ລາວລ້ວນແຕ່ ນຳໃຊ້ວັດຖຸທາດຈາກໝູ່ບ້ານແພໄໝເຕີນເຈົາ (ແຂວງ ອານຢາງ). ຮູບຊົງ, ແບບຢ່າງທີ່ເກົ່າແກ່ອັນເຂັ້ມຂຸ້ນໄປ ດ້ວຍລັກສະນະປະຍຸກໃຊ້ຂອງໂສ້ງ alibaba, ໂສ້ງ cullottes , ເສື້ອບ່າບາ… ໄດ້ປະກອບສ່ວນສ້າງໃຫ້ມີ ຄວາມຮູ້ສຶກໃກ້ຊິດກັບທຳມະຊາດ. ຊຸດອອກແບບໄດ້ວາດພາບໃຫ້ເຫັນບັນຍາກາດຂອງເຂດຊົນນະບົດ ພ້ອມກັບ ຄວາມສວຍງາມຂອງແມ່ຍິງຫວຽດຕາມລຳດັບ ການໂຊສະແດງ.

ບັນດານັກອອກແບບໜຸ່ມຫວຽດນາມ ນັບມື້ໄດ້ຢືນຢັນ ຊື່ສຽງ ຂອງຕົນ ແລະ ເຮັດໃຫ້ໂສມໜ້າຂອງແຟຊັນຫວຽດນາມມີການ ປ່ຽນແປງ. ພາຍຫຼັງສຳເລັດການສະແດງຂອງຊຸດ “ໂງນເງນ” ປີ 2015, ປິນີ້ ນັກອອກແບບ ຖຸຍຫງວຽນ ໄດ້ນຳສະເໜີ ຊຸດ “ສົມປະສົງ”. ໂດຍນຳເອົາແນວຄວາມຄິດກ່ຽວກັບຄວາມສຸກ ຂອງຜູ້ເປັນແມ່, ຖຸຍງວຽນ ໄດ້ເຮັດໃຫ້ຜູ້ຊົມຕື້ນຕັນໃຈ ແລະ ລະບາຍໄປຕາມການອອກແບບທີ່ງ່າຍດາຍ, ໃກ້ຊິດສະໜິດ ແໜ້ນກັບຕົນເອງ. ນາງໄດ້ນຳໃຊ້ພາບພື້ນເມືອງຄື ຜູ້ຍິງ ໃສ່ເສື້ອອ້ຽມ(ເສື້ອຊ້ອນ)ອຸ້ມລູກ, ຮອຍແຕ້ມໃນຮູບພາບ ດົ່ງໂຮ່… ເພື່ອສ້າງເປັນຈຸດເດັ່ນພິເສດທາງດ້ານຮູບຊົງ. ໃນຄ່ຳຄືນຂອງການສະແດງຕ່ໍໆໄປນັ້ນ, ເປັນຂອງ ນັກອອກແບບຄື: ຮ່ວາງມິງຮ່າ ມາໃນຊຸດ “ຫຍ້າ”, ຮ່ວາງ ກວຽນມາໃນຊຸດ “ສະເໜ່”, ເຈົາເຈີ໋ນຮືງ ມາໃນຊຸດ “Color your summer ”… ລ້ວນແຕ່ໄດ້ສ້າງຄວາມປະທັບໃຈ ອັນເລິກເຊິ່ງຕ່ໍແຟນໆແຟຊັນ.

ນັບເປັນຄັ້ງທຳອິດທີ່ເຂົ້າຮ່ວມສັບປະດາແຟຊັນສາກົນຫວຽດ ນາມ, ນັກອອກແບບຄົນເຊື້ອຊາດຫວຽດທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ ອາເມລິກາ ກໍຣິເຈີ່ນໄດ້ນຳສະເໜີຊຸດ “ໃຝ່ຫາໂຕ ກຽວ”. ການອອກແບບແຕ່ລະຊຸດ ຂອງລາວ ສໍ່ໃຫ້ເຫັນ ຄວາມສະທ້ອນ ຈາກອາຊີທັນສະໄໝສະຫຼັບສັບຊ້ອນ ກັບແບບສະບັບຂອງເອີຣົບອັນເພິນຈິດ. ຮອຍແຕ້ມດອກໄມ້, ໃບໄມ້, ນົກຫົງອັນເປັນມູນເຊື້ອຈາກທຳມະຊາດ ໃນພາບແຕ້ມ ເທິງຝາຜະໜັງ ຫຼື ເທິງແຜ່ນຫີນຢູ່ຍີ່ປຸ່ນ ຖືກ ກໍຣິເຈີ່ນ ບົວລະບັດຜັດສີແຕ່ລະຮອຍເຂັມແຕ່ ລະບາດ ຫຍິບເທິງ ແຜ່ນໄໝລາບໄໝມ້ອນ, taffta… ອັນໄດ້ ສ້າງໃຫ້ ເສື້ອຜ້າອາພອນຂອງທິດຕາເວັນອອກ ມີແຮງດຶງດູດໃຈລູກ ຄ້າ.

VIFW 2016 ແມ່ນຄວາມຫຼາກຫຼາຍສີສັນຂອງທິດຕາເວັນ ອອກ ແລະ ຕາເວັນຕົກ. ນັກອອກແບບແຕ່ລະຄົນຕ່າງກໍນຳສະ ເໜີແນວຄວາມຄິດ ແລະ ວັດທະນະທຳຂອງຕົນເຊິ່ງໄດ້ ສະແດງອອກໂດຍຜ່ານຊຸດສະສົມ. ນັກອອກແບບ Joe Chia ຈາກມາເລເຊຍໄດ້ນຳສະເຫນີໃນ VIFW 2016 ຊຸດສະສົມ “Chapter 08”  ທີ່ເຕັມໄປດ້ວຍສັນຍາລັກຂອງຄວາມເຊື່ອຖື ຂອງປະເທດຕົນເອງ ເຊິ່ງໄດ້ແຮງບັນດານໃຈມາຈາກເສື້ອ ຜ້າອາພອນອັນເປັນມູນເຊື້ອ Baju Melayu.  ການອອກແບບ ຂອງ Joe Chia ແມ່ນເລ່ັງໃສ່ອັນທີ່ເປັນລັກສະນະປະຖົມບູຮານປະສານສົມທົບກັບໂສ້ງ hareem, ໂສ້ງ cullotes, ໂສ້ງຂາບານໄປກັບຊຸດເສື້ອຄຸມສາກົນຊົງກວ້າງ.  ສີທີ່ໃຊ້ເປັນເຂັ້ມໆຄື ສີດຳ, ຂາວ, ຂີ້ເທົ່າ, beige ແມ່ນຖືກນຳໃຊ້ຫຼາຍ ເພ່ືອສ້າງຄວາມເພີດເພີນ, ທະນົງໃຈໃຫ້ແກ່ຝ່າຍຊາຍ.


ການສະແດງຂອງນາງແບບໃນຊຸດສະສົມ “ເຂົ້າ”
ຂອງນັກ ອອກແບບ ຫງວຽນກົງຈີ໋.

ການສະແດງຂອງນາງແບບໃນຊຸດສະສົມ “ເຂົ້າ”
ຂອງນັກ ອອກແບບ ຫງວຽນກົງຈີ໋.


ການສະແດງຂອງນາງແບບໃນຊຸດສະສົມ “ເຂົ້າ”
ຂອງນັກ ອອກແບບ ຫງວຽນກົງຈີ໋.


ການສະແດງຂອງນາງແບບໃນຊຸດສະສົມ “ໃຝ່ຫາໂຕກຽວ”
ຂອງນັກອອກແບບ ກໍຣິເຈີ່ນ.


ການສະແດງຂອງນາງແບບໃນຊຸດສະສົມ “ໃຝ່ຫາໂຕກຽວ”
ຂອງນັກອອກແບບ ກໍຣິເຈີ່ນ.


ການສະແດງຂອງນາງແບບໃນຊຸດສະສົມ “ໃຝ່ຫາໂຕກຽວ”
ຂອງນັກອອກແບບ ກໍຣິເຈີ່ນ.


ການສະແດງຂອງນາງແບບໃນຊຸດສະສົມ “ໃຝ່ຫາໂຕກຽວ”
ຂອງນັກອອກແບບ ກໍຣິເຈີ່ນ.


ການສະແດງຂອງນາງແບບໃນຊຸດສະສົມ “ໃຝ່ຫາໂຕກຽວ”
ຂອງນັກອອກແບບ ກໍຣິເຈີ່ນ.


ການສະແດງຂອງນາງແບບໃນຊຸດສະສົມ “ໃຝ່ຫາໂຕກຽວ”
ຂອງນັກອອກແບບ ກໍຣິເຈີ່ນ.


ການສະແດງຂອງນາງແບບໃນຊຸດສະສົມ “ໃຝ່ຫາໂຕກຽວ”
ຂອງນັກອອກແບບ ກໍຣິເຈີ່ນ.


ການສະແດງຂອງນາງແບບໃນຊຸດສະສົມ “ໃຝ່ຫາໂຕກຽວ”
ຂອງນັກອອກແບບ ກໍຣິເຈີ່ນ.


ການສະແດງຂອງນາງແບບມາໃນຊຸດສະສົມ “ສົມປະສົງ”
ຂອງນັກ ອອກແບບ ຖຸຍງວຽນ.


ການສະແດງຂອງນາງແບບມາໃນຊຸດສະສົມ
“Color your summer” ຂອງນັກອອກແບບ ເຈົາເຈີ້ນຮຶງ.


ການສະແດງຂອງນາງແບບມາໃນຊຸດສະສົມ
“Color your summer” ຂອງນັກອອກແບບ ເຈົາເຈີ້ນຮຶງ.


ການສະແດງຂອງນາງແບບມາໃນຊຸດສະສົມ
“Color your summer” ຂອງນັກອອກແບບ ເຈົາເຈີ້ນຮຶງ.


ການສະແດງຂອງນາງແບບມາໃນຊຸດສະສົມ
“Color your summer” ຂອງນັກອອກແບບ ເຈົາເຈີ້ນຮຶງ.


ການສະແດງຂອງນາງແບບມາໃນຊຸດສະສົມ
“Color your summer” ຂອງນັກອອກແບບ ເຈົາເຈີ້ນຮຶງ.


ການສະແດງຂອງນາງແບບມາໃນຊຸດສະສົມ
“Color your summer” ຂອງນັກອອກແບບ ເຈົາເຈີ້ນຮຶງ.


ການສະແດງຂອງນາງແບບມາໃນຊຸດສະສົມ
“Color your summer” ຂອງນັກອອກແບບ ເຈົາເຈີ້ນຮຶງ.


ການສະແດງຂອງນາງແບບມາໃນຊຸດສະສົມ
“Color your summer” ຂອງນັກອອກແບບ ເຈົາເຈີ້ນຮຶງ.


ການສະແດງຂອງນາງແບບມາໃນຊຸດສະສົມ
“Color your summer” ຂອງນັກອອກແບບ ເຈົາເຈີ້ນຮຶງ.


ການສະແດງຂອງນາງແບບມາໃນຊຸດສະສົມ “Chapter 08”
ຂອງ ນັກອອກແບບຊາວມາເລເຊຍ Joe Chia. 

ບົດ: ຫງວຽນແອວງ  -  ພາບ: ທົງຫາຍ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top