• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ການລ້ຽງໄກ່ ຕາມໂນນພູ ຢູ່ບາວີ່

ບາວີ່ ເປັນເມືອງ ທີ່ມີໂນນພູກວ້າງຂວາງຫຼາຍແຫ່ງ ຊຶ່ງເໝາະສົມ ກັບການລ້ຽງສັດ. ໃນຊຸມປີມໍ່ໆ ນີ້, ປະຊາຊົນທ້ອງຖິ່ນ ໄດ້ສຸມໃສ່ ເປີດກວ້າງ ຕົວແບບລ້ຽງໄກ່ຢູ່ຕາມໂນນພູ ເພາະຊີ້ນຈະແໜ້ນ ແລະ ມີລົດຊາດຫອມ ແຊບ ຊຶ່ງເປັນທີ່ນິຍົມ ຂອງ ຜູ້ບໍລິໂພກ ທັງ ພາຍໃນ ແລະ ຕ່າງແຂວງນັບມື້ເພີ່ມຂຶ້ນ, ສະນັ້ນເຮັດໃຫ້ ລາຍ ຮັບ ນັບມື້ສູງຂຶ້ນ. 
ທ່ານ ເຈິ່ນດິ່ງແທ່ງ, ປະທານສະມາຄົມລ້ຽງສັດ ແລະ ບໍລິໂພກ ໄກ່ ບາວີ່ ກ່າວວ່າ ການລ້ຽງໄກ່ ຢູ່ທີ່ນີ້ແມ່ນປ່ອຍຕາມທຳມະຊາດ ຕາມບັນດາໂນນພູ ແລະ ຮົ່ມເຢັນ ຂອງ ຕົ້ນໄມ້. ອາຫານລ້ຽງໄກ່ ເບື້ອງຕົ້ນປະກອບມີ ສາລີ, ໝາກຖົ່ວເຫຼືອງ, ນ້ຳມັນປາ ແລະ ຂີ້ ເບຍ. ນອກຈາກນັ້ນ, ໄກ່ຍັງ ໄດ້ປ່ອຍຕາມທຳມະຊາດ ຢູ່ໃນສວນ ເພື່ອການ ຄວັດເຂ່ຍ ຫາແມງໄມ້... ດ້ວຍເຫດນັ້ນ ເນື້ອໄກ່ຈະ ແໜ້ນ, ຫອມແຊບ ແລະ ໃຫ້ຊີ້ນຫຼາຍ. 

ນອກຈາກນັ້ນ, ໃນແຕ່ລະປີ ບັນດາຄອບຄົວ ລ້ຽງໄກ່ ຢູ່ຕາມໂນນ ພູ ສູນພັດທະນາການລ້ຽງສັດຮ່າໂນ້ຍ ໄດ້ຈັດຕັ້ງ ຊຸດຝຶກ ອົບຮົມ ກ່ຽວກັບ ເຕັກນິກລ້ຽງໄກ່ປ່ອຍ ຕາມມາດຕະຖານ VietGap. ນັ້ນແມ່ນບັນດາຄວາມຮູ້ ນັບແຕ່ຂັ້ນຕອນ ການເລືອກແນວພັນ, ເລືອກອາຫານ ຕະຫຼອດຮອດ ການເຮັດອະນາໄມຄອກ, ວິທີປ້ອງ ກັນ ແລະ ຕ້ານໂລກລະບາດໃຫ້ໄກ່. ໂດຍອາໄສສິ່ງ ດັ່ງກ່າວ, ຝຸງ ໄກ່ຂອງ ບັນດາຄອບຄົວທີ່ລ້ຽງ ຢູ່ໃນ ພື້ນທີ່ ຈິ່ງແຂງ ແຮງຢູ່ສະ ເໝີ ແລະ ບໍ່ຄ່ອຍຕິດພະຍາດ.

ການຟັກໄຂ່ ແລະ ສະໜອງແນວພັນ ຂອງຄອບຄົວທ່ານ ຫວູວັນ ຫງອກ ຢູ່ເມືອງ ບາວີ່. 


ໄກ່ ຫາກໍແຕກອອກຈາກເຕົາອົບໄຂ່ ຂອງ ຄອບຄົວໜຶ່ງທີ່ ສະ ໜອງ ສະເພາະແນວພັນ ບາວີ່. 


ປະຈຸບັນ ການຟັກໄຂ່ ຢູ່ບາວີ່ ໄດ້ນຳມາປະສິດ ທິຜົນສູງ ໃຫ້ແກ່ ບັນດາເຈົ້າຂອງ ດຳເນີນທຸລະກິດ ລ້ຽງສັດປີກ. .


ເພື່ອລ້ຽງໄກ່ໃຫ້ຜະລິດຕະພັນເປັນສິນຄ້າທີ່ດີ, ການເລືອກເຟັ້ນ ແນວພັນ ສຸດທີ່ສຳຄັນ ຕໍ່ຄອບຄົວລ້ຽງສັດປີກ ຢູ່ບາວີ່. 


ໄກ່ອາຍຸໄດ້ໜຶ່ງເດືອນ ລ້ຽງຢູ່ໃນບໍລິເວນບໍ່ມີລົມລວງ ກ່ອນຈະ ປ່ອຍ ຕາມທຳມະຊາດ. 

ປະຈຸບັນ, ບາວີ່ ເປັນໜຶ່ງໃນຈຳນວນ ເມືອງແຖວໜ້າ ຂອງ ນະ ຄອນ ທີ່ມີການຂະຫຍາຍຕົວດ້ານການລ້ຽງສັດ, ໃນນັ້ນມີ ການ ລ້ຽງໄກ່ຢູ່ຕາມໂນນພູ. ປີ 2015 ທົ່ວເມືອງ ມີໄກ່ ທັງໝົດປະມານ 3,2 ລ້ານໂຕ, ສະເລັ່ຍຄອບຄົວໜຶ່ງ ລ້ຽງໄກ່ ແຕ່ 100-200 ໂຕ, ຕົ້ນຕໍແມ່ນຢູ່ ຕາແສງເຊັ່ນ: ເກີ່ມຫຼີງ, ຖຸ້ຍອານ, ບາຈ້າຍ, ກາມ ເຖື້ອງ. ໄກ່ ບາວີ່ ມີເນື້ອແໜ້ນ ແລະ ລົດຊາດ ຫອມແຊບ ດັ່ງນັ້ນ ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ ເປັນຈຳ ນວນຫຼາຍ ຢູ່ພາຍໃນ ແລະ ຕ່າງແຂວງ. ປະຈຸບັນ, ໄກ່ ລ້ຽງຕາມໂນນພູ ຢູ່ບາວີ່ ໄດ້ ມີ ພໍ່ຄ້າ ແມ່ຄ້າມາເກັບຊື້ ເຖິງທີ່ ແລະ ຈຳໜ່າຍ ຕົ້ນຕໍແມ່ນ ຢູ່ຕາມ ບັນດາຕະຫຼາດ ຂາຍສົ່ງທີ່ ຮ່າໂນ້ຍ ດ້ວຍລາຄາ ແຕ່ 80.000 - 110.000 ດົ່ງ/ກິໂລ. ໃນໂອກາດປີໃໝ່, ລາຄາອາດສູງເຖິງ 120.000- 140.000 ດົ່ງ/ກິໂລ, ບາງທີກໍບໍ່ພຽງພໍ ສະໜອງ ໃຫ້ ແກ່ຕະຫຼາດ.

ເພື່ອຊ່ວຍບັນດາຄອບຄົວລ້ຽງສັດປີກ ແກ້ໄຂຂໍ້ຫຍຸ້ງຍາກ ໃນການ ຈັດຕັ້ງການລ້ຽງເຊັ່ນ: ການສະໜອງວັດຖຸດິບ, ເລືອກເຟັ້ນ ແນວ ພັນທີ່ເໝາະສົມ ໃຫ້ສະມັດຕະພາບສູງດ້ານເສດຖະກິດ, ສະມາ ຄົມລ້ຽງສັດ ແລະ ຈຳໜ່າຍຜະລິດຕະພັນໄກ່ລ້ຽງຕາມໂນນພູ ຈິ່ງ ໄດ້ຮັບການຈັດຕັ້ງຂຶ້ນເມື່ອປີ 2014. ປະຈຸບັນ, ສະມາຄົມມີສະ ມາຊິກ ກວ່າ 60 ຄົນ. ບັນດາສະມາຊິກເຂົ້າຮ່ວມ ຕົ້ນຕໍແມ່ນ ຢູ່ ຕາມ ບັນດາຄອບຄົວລ້ຽງ ແລະ ຈຳໜ່າຍໄກ່ໂດຍກົງ ຢູ່ບັນດາ ຕາແສງ ທີ່ ເປັນຈຸດສຸມ ຂອງເມືອງ ເຊັ່ນ: ຖຸ້ຍອານ, ເກີ່ມຫຼີງ ແລະ ບັນດາ ຄອບ ຄົວລ້ຽງໄກ່, ຟັກໄຂ່ ແລະ ຈຳໜ່າຍຜະ ລິດ ຕະພັນ ໄກ່ຊີ້ນ ຢູ່ພື້ນທີ່ເມືອງ.

ເພື່ອຍົກສູງວິຊາຄວາມຮູ້ ແລະ ບົດຮຽນເພີ່ມຕື່ມ ໃນການລ້ຽງ ໄກ່, ປີ 2015 ສະມາຄົມໄດ້ຈັດຕັ້ງໃຫ້ສະມາຊິກ ໄປທັດ ສະສະ ສຶກສາຕົວແບບຈຳນວນໜຶ່ງຢູ່ເມືອງ ຫວິງຟຸກ, ຟູ໋ເຖາະ, ບັກ ຢາງ... ຄຽງຄູ່ກັນນັ້ນ ກໍໄດ້ມີການລົງນາມ ເບື້ອງຕົ້ນກັບ ພື້ນ ຖານຂາຍຍົກ, ຂາຍຍ່ອຍ ແລະ ຜູ້ຈຳໜ່າຍ ຜະລິດຕະພັນຈຳ ນວນໜຶ່ງ ໃຫ້ແກ່ບັນດາສະມາຊິກ ໃນພື້ນທີ່ ຮ່າໂນ້ຍ.


ກ່ອນຈະປ່ອຍລ້ຽງ ຢູ່ຕາມທຳມະຊາດ, ຈະຕ້ອງສັກຢາໃຫ້ໄກ່ ເພື່ອ ປ້ອງກັນພະຍາດ. 


ການລ້ຽງໄກ່ ປ່ອຍຢູ່ຕາມໂນນພູ ທີ່ກວ້າງ ແລະ ຮົ່ມເຢັນ ຂອງ ຄອບຄົວທ່ານ ເຈິ່ນດິ່ງຖຸ່ຍ ຢູ່ເມືອງບາວີ່. 


ລະບົບຮາງລິນບັນຈຸອາຫານໄກ່ ໄດ້ຕັ້ງຢູ່ຫຼາຍບ່ອນ ໃນ ບໍລິເວນ ລ້ຽງໄກ່. 


ດ້ວຍການໝູນໃຊ້ວິທີລ້ຽງໄກ່ປ່ອຍ ຕາມທຳມະຊາດ, ເຮັດໃຫ້ ເນື້ອຊີ້ນໄກ່ ລ້ຽງຕາມໂນນພູ ບາວີ່
ມີເນື້ອແໜ້ນ, ລົດຊາດ ຫອມ ແຊບ ແລະ ໃຫ້ຊີ້ນຫຼາຍ.  

 
ໃນຕໍ່ໜ້າ, ສະມາຄົມລ້ຽງສັດ ແລະ ຈຳໜ່າຍໄກ່ລ້ຽງຕາມໂນນພູ ບາວີ່ ຈະສືບຕໍ່ ຍູ້ແຮງວຽກງານ ໂຄສະນາຂົນຂວາຍ ເພື່ອໃຫ້ບັນ ດາ ຄອບຄົວ ລ້ຽງໄກ່ ເວົ້າລວມ ແລະ ບັນດາສະມາຊິກເວົ້າ ສະ ເພາະ ເຂົ້າໃຈຢ່າງຈະແຈ້ງ ກ່ຽວກັບຄວາມສຳຄັນ ຂອງວຽກງານ ການສ້າງຕ່ອງໂສ້ ຮວມເຂົ້າກັນ ແລະ ຈຳໜ່າຍ. ຜ່ານນັ້ນ ເປັນ ແຕ່ ລະກ້າວ ຮັບປະກັນ ຄຸນນະພາບ ຂອງຜະລິດຕະພັນ ແລະ ສ້າງເຄື່ອງໝາຍການຄ້າໄກ່ລ້ຽງຕາມໂນນພູ ຢ່າງປະສົບຜົນ ສຳ ເລັດອີກດ້ວຍ. 
ບົດ: ເງິນຮ່າ-ພາບ: ເຕິດເຊີນ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top