• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ການລ້ຽງໄກ່ Brahma ຢູ່ນະຄອນ ໂຮ່ຈີມິນ

ໄກ່ Brahma ທີ່ມີຂະໜາດໃຫຍ່ ແລະ ມີຂົນຫຼາກຫຼາຍສີສັນ ທີ່ສວຍງາມ ກຳລັງໄດ້ຮັບ ການນິຍົມລ້ຽງຢູ່ນິຄົມລ້ຽງໄກ່ຈຳ ນວນໜຶ່ງ ຢູ່ນະຄອນ ໂຮ່ຈີມິນ ໃນຊຸມປີມໍ່ໆ ມານີ້. ໄກ່ຊະນິດນີ້ ຖືກຂະໜານ ນາມວ່າ “ເປັນເຈົ້າຂອງໄກ່ທຸກຊະນິດ” ຊຶ່ງຂາຍ ໃຫ້ ຜູ້ມັກໄກ່ ປະດັບເອ້ ດ້ວຍຄວາມເຊື່ອວ່າ ຈະນຳເອົາຄວາມ ໂລກລາບ ມາໃຫ້ ເຈົ້າຂອງ.
ເມື່ອມາຢາມນິຄົມລ້ຽງໄກ່ Brahma ຂອງອ້າຍ ເລງອກເຟືອກ, ຢູ່ບ້ານແທງລົກ, ເມືອງ 12, ນະຄອນ ໂຮ່ຈີມິນ, ພວກຂ້າພະ ເຈົ້າ ຈຶ່ງໄດ້ເຫັນກັບຕາ ແລະ ຊອກຮູ້ລັກຊະນະຂອງໄກ່ຊະນິດ ນີ້. ອ້າຍ ເຟືອກ ໃຫ້ຮູ້ວ່າ ຜ່ານມາ ເພິ່ນເຄີຍລ້ຽງໄກ່ຫຼາຍ ຊະ ນິດຢູ່ແລ້ວ, ສະນັ້ນ ຈຶ່ງມີປະສົບການໃນການລ້ຽງໄກ່. ກ່ອນໜ້າ ນີ້ 4 ປີ, ເມື່ອຮູ້ວ່າ ໄກ່ Brahma ມີຄຸນຄ່າທາງດ້ານເສດຖະ ກິດ ສູງ, ສະນັ້ນເພິ່ນຈິ່ງໄດ້ຊື້ ໄກ່ Brahma 6 ຄູ່ມາແຕ່ ປະເທດຝຣັ່ງ ໃນລາຄາ ຄູ່ລະເກືອບ 15 ລ້ານດົ່ງ ນຳມາລ້ຽງທົດລອງ.
 
ຈຸດພິເສດຂອງໄກ່ Brahma ແມ່ນຢູ່ໜ້າທັງສອງມີຂົນປົ່ງຂຶ້ນ ຄ້າຍຄືໜວດ, ຕີນມີຂົນຫຼາຍ ແລະມີ 5 ນີ້ວຄືຕີນຂອງຄົນເຮົາ, ໄກ່ ທຳມະດາ ມີພຽງ 3 ນີ້ວ. ຂົນຂອງໄກ່ຊະນິດນີ້ ປົກຄຸມ ຮ່າງ ກາຍ ລົງຮອດເລັບຕີນ. ໄກ່ Brahma ມີຂົນ 2 ສີຕົ້ນຕໍຄື ສຳລັບ ໄກ່ແມ່ ມີຂົນສີຂີ້ເທົ່່າ ແລະ ໄກ່ຜູ້ ແມ່ນມີຂົນສີເຫຼືອງຂາວ. 


ໄກ່ Brahma ໃຫຍ່ເຕັມທີ່ ອາດມີ ນ້ຳໜັກແຕ່ 7-8 ກິໂລກຣາມ.


ກວດກາຄຸນນະພາບຂອງໄຂ່ໄກ່.


ໄຂ່ໄກ່ Brahma  ນຳ ເຂົ້າໄປອົບໃນເຄື່ອງຈັກ.


ໄກ່ Brahma ໄດ້ນຳເຂົ້າມາຈາກ ຝຣັ່ງ.


ໄກ່ ຍອງ (ຂົນເໝັ້ນ) ມີ ຕົ້ນກຳເນີດຈາກ ຍີ່ປຸ່ນ.


ໄກ່ Brahma ໄດ້ ນຳເຂົ້າມາຈາກ ໂຮນລັງ.


ໄກ່ Brahma ສ່ວນຫຼາຍໄດ້ ນຳເຂົ້າມາຈາກ ເອີຣົບ, ສະນັ້ນ ມັນຈຶ່ງມີພູມຕ້ານທານສູງ.


ໄກ່ Brahma ມີຮູບຊົງສຸດທີ່ພິເສດ, ມີຂົນປົກຄຸມລົງຮອດຕີນ.


ໄກ່ Brahma ມີຂົນທີ່ສວຍງາມ ຈັບໃຈ.


ເຖິງວ່າ ຫາກໍ່ໄດ້ນຳເຂົ້າມາ ຫວຽດນາມ, ແຕ່ໄກ່ Brahma ໄດ້ ຮັບຄວາມນິຍົມຈາກຕະຫຼາດພາຍໃນປະເທດ.

ຖືກຂະໜານນາມວ່າ “ເປັນເຈົ້າ ຂອງ ໄກ່ທຸກຊະນິດ”, ໄກ່ Brahma ມີຊື່ສຽງທ່ົວໂລກ ຍ້ອນຕີນທັງສອງຂ້າງມີຂົນ ແລະ ບາງໂຕ ມີນ້ຳໜັກ ເຖິງ 18 ກິໂລກຣາມ. ໄດ້ທຳການຄົ້ນຄວ້າ ຫາ ຕົ້ນກຳເນີດ ຂອງໄກ່ Brahma ຊຶ່ງມີຫຼາຍປະເທດ ກ່າວວ່າ ແນວ ໄກ່ ຊະນິດນີ້ ມີຕົ້ນກຳເນີດຈາກປະເທດຕົນ. ມີຫຼາຍແຫຼ່ງ ຂ່າວ ໃຫ້ຮູ້ ວ່າ ໄກ່ Brahma ມີການລ້ຽງຢູ່ ສ.ອາເມລິກາ ໄລຍະ ປີ 1850-1930, ແຕ່ໄດ້ນຳເຂົ້າມາຈາກທ່າກຳປັ່ນຂອງ ຈີນ ພາຍ ໃຕ້ຊື່ ເອີ້ນ “ຊຽງໄຮ” (ໄກ່ຊຽງໄຮ).
ໄກ່ Brahma ໃຫຍ່ເຕັມທີ່ມີ  ນ້ຳໜັກປະມານ 7-8 ກິໂລກຣາມ, ໄກ່ ຜູ້ ອາດມີນ້ຳໜັກເຖິງ 10 ກິໂລກຣາມ. ໃນບັນດາປະເທດ ເອີຣົບ, ໄກ່ Brahma ແມ່ນນິຍົມລ້ຽງຄືໄກ່ ປະດັບເອ້ຢູ່ໃນເຮືອນ ຍ້ອນມັນມີຄວາມໃກ້ຊິດ, ຮູບຊົງສວຍງາມ. ປະຈຸບັນ ອ້າຍ ເຟືອກ ກຳລັງລ້ຽງໄກ່ Brahma ທີ່ນຳເຂົ້າມາຈາກປະເທດ ຝຣັ່ງ, ໂຮນລັງ ແລະ ອັງກິດ. ໄກ່ Brahma ຂອງ ແຕ່ລະປະເທດ ຈະມີ ຫຼາຍຈຸດແຕກຕ່າງກັນຄື: ໄກ່ Brahma ທີ່ ນຳເຂົ້າມາຈາກ ປະ ເທດ ໂຮນລັງ ມີຂົນຫຼາກຫຼາຍສີສັນ ທີ່ສວຍງາມ, ໄກ່ Brahma ທີ່ ນຳເຂົ້າມາຈາກປະເທດ ຝຣັ່ງ ມີຮູບຮ່າງໃຫຍ່ກວ່າ, ສ່ວນໄກ່ Brahma ທີ່ ນຳເຂົ້າມາຈາກ ອັງກິດ ມີຂະໜາດນ້ອຍ ແຕ່ມີສະ ເໜ່ໃນຕົວ.

ເປັນໄກ່ ທີ່ມີຕົ້ນກຳເນີດຈາກທະວີບ ເອີຣົບ ແລະ ມີພູມຕ້ານ ທານສູງ, ໜ້ອຍໜັກຈະຕິດພະຍາດ, ສະນັ້ນ ການປ່ຽນແປງ ຂອງ ດິນຟ້າອາກາດຢູ່ຫວຽດນາມ ຈະບໍ່ສ້າງຜົນສະທ້ອນ ຕໍ່ໄກ່  Brahma. ເພາະສະນັ້ນ, ການດູແລ ແລະ ລ້ຽງໄກ່ Brahma ກໍ່ ເປັນເລື່ອງງ່າຍສຳລັບຜູ້ລ້ຽງໄກ່ຄືອ້າຍ ເຟືອກ. ອ້າຍ ເຟືອກ ໃຫ້ ຮູ້ວ່າ ອາຫານຂອງໄກ່ຊະນິດນີ້ ແມ່ນເຂົ້າ, ສາລີ, ຜັກ...ເມື່ອໄກ່ ຕິດພະຍາດຕ້ອງສັກຢາຕາມປະລິມານ ກຳນົດ ຂອງສັດຕະວະ ແພດ, ແຕ່ລະອາທິດ ຕ້ອງໃຫ້ໄກ່ ກິນຫົວຜັກ ທຽມດອງນ້ຳສົ້ມ ເພື່ອເພີ່ມພູມຕ້ານທານ ແລະ ຂະຫຍາຍໂຕໄວ.
 
ປະຈຸບັນ, ອ້າຍ ເຟືອກ ມີນິຄົມລ້ຽງໄກ່ Brahma ສອງ ແຫ່ງຢູ່ ເມືອງ 12, ນິຄົມໜຶ່ງ ແມ່ນເພື່ອສ້າງແນວພັນ, ສ່ວນອີກນິຄົນ ຊຶ່ງມີເນື້ອທີ່ກວ້າງກວ່າ ແມ່ນເພື່ອລ້ຽງໄກ່. ໄກ່ Brahma ນ້ອຍ ໂຕໜຶ່ງ ອາຍຸ 1-3 ເດືອນ ຈະມີລາຄາ ແຕ່ 2-3 ລ້ານດົ່ງ,​ ໄກ່ Brahma ໃຫຍ່ໂຕໜຶ່ງ ຈະມີລາຄາຫຼາຍສິບ ລ້ານດົ່ງ. ຜູ້ຊື້ໄກ່ Brahma ມາຈາກບັນດາແຂວງ, ນະຄອນໃນທ່ົວປະເທດ, ສ່ວນ ຫຼາຍຈະແມ່ນຄອບຄົວທີ່ມີງານລ້ຽງ, ງານດອງ ຫຼື ຊື້ມາ ເອົາໄວ້ ເປັນສັດປະດັບເອ້. ຜູ້ລ້ຽງໄກ່ Brahma ມີຄວາມເຊື່ອວ່າ ການ ລ້ຽງໄກ່ Brahma ຈະ ນຳຄວາມໂຊກລາບ,​ ຄວາມແຂງແຮງ, ເງິນ, ຄຳ ຫຼື ອຳນາດມາໃຫ້ແກ່ເຂົາເຈົ້າ. 

 
ບົດ: ຫງວຽນຫວູແທ່ງດາດ - ພາບ: ທົງຫາຍ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top