• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ການຢ້ຽມຢາມຄັ້ງປະຫວັດສາດ ໃນການພົວພັນ ຫວຽດນາມ-ຍີ່ປຸ່ນ

ເຫດການເຈົ້າຈັກກະພັດຍີ່ປຸ່ນ Akihito ແລະ ມະເຫສີ Michiko ຫາ ກໍສະເດັດມາຢ້ຽມຢາມຫວຽດນາມ ທາງລັດຖະກິດ ເປັນຄັ້ງທຳອິດ (ແຕ່ວັນທີ 28 ກຸມພາ-5 ມີນາ 2017) ໄດ້ຮັບຄວາມສົນໃຈເປັນພິເສດ ຈາກຫາງສຽງພາຍໃນ ແລະ ຕ່າງປະເທດ ຊຶ່ງຕີລາຄາວ່າເປັນເຫດການສຳຄັນພິເສດ, ມີຄວາມໝາຍເປັນສັນຍາລັກ ແລະ ເປັນຂີດ ໝາຍປະຫວັດສາດ ອັນໜຶ່ງ ໃນການພົວພັນຮ່ວມມື, ມິດຕະພາບລະຫວ່າງ ສອງປະເທດ. 
ການຢ້ຽມຢາມຍິ່ງມີຄວາມໝາຍ ໃນຂະນະທີ່ຄວາມສຳພັນ ຮ່ວມມື ຍຸດທະສາດ ລະຫວ່າງສອງປະເທດ ນັບມື້ກວ້າງຂວາງ ເລິກເຊິ່ງ, ຮອບດ້ານເພື່ອ ສັນຕິພາບ ແລະ ວັດທະນາຖາວອນ ຢູ່ທະວີບອາຊີ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃນຫຼາຍຂົງເຂດເຊັ່ນ: ການເມືອງ, ເສດຖະກິດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກະສິກຳ, ແຮງງານ, ວັດທະນະທຳ, ກິລາ, ທ່ອງທ່ຽວ... 

ທ່ານເຈິ່ນດ້າຍກວາງ, ປະທານປະເທດ ຫວຽດນາມ ຕ້ອນຮັບ ເຈົ້າຈັກກະພັດຍີ່ປຸ່ນ Akihito ແລະ ມະເຫສີ Michiko. ພາບ: ຍານຊ໋າງ/VNA


ທ່ານປະທານປະເທດ ເຈິ່ນດ້າຍກວາງ ເປັນເຈົ້າພາບພິທີຕ້ອນຮັບ ເຈົ້າຈັກກະພັດຍີ່ປຸ່ນ Akihito ຢ່າງເປັນທາງການ. ພາບ: ຍານຊ໋າງ/VNA

ພິທີຕ້ອນຮັບ ເຈົ້າຈັກກະພັດຍີ່ປຸ່ນ Akihito ແລະ ມະເຫສີ Michiko ຢ່າງເປັນທາງ ການໄດ້ ຈັດຂຶ້ນ
ຢ່າງສົມກຽດທີ່ທຳນຽບ ປະທານ ປະ ເທດ. ພາບ: ຫງວຽນເຢິນ/VNA

 
ໃນກອບສະເດັດການຢ້ຽມຢາມ, ເຈົ້າຈັກກະພັດຍີ່ປຸ່ນ Akihito ແລະ ມະເຫສີ Michiko ໄດ້ມີການພົບປະແລກປ່ຽນ ຄຳຄິດຄຳເຫັນກັບ ທ່ານ ເຈິ່ນດ້າຍກວາງ, ປະທານປະເທດ ແລະ ເຂົ້າຮ່ວມງານລ້ຽງ ຮອງຮັບໂດຍ ປະທານປະເທດ ແລະ ພັນລະຍາເປັນເຈົ້າພາບ; ພົບ ປະແລກປ່ຽນຄຳຄິດຄຳເຫັນກັບທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ແລະ ພັນລະຍາ; ພົບປະແລກປ່ຽນ ຄຳຄິດຄຳເຫັນກັບ ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ; ເຂົ້າຮ່ວມງານລ້ຽງນ້ຳຊາ ໂດຍສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ແລະ ພັນລະຍາ ເປັນເຈົ້າພາບ. ເນື່ອງໃນໂອກາດນີ້, ເຈົ້າຈັກກະພັດ ຍີ່ປຸ່ນ Akihito ແລະ ມະເຫສີ Michiko ໄດ້ສະເດັດໄປວາງພວງມາລາ ແລະ ເຂົ້າໄຫວ້ ສຸສານປະທານໂຮ່ຈີມິນ; ສະເດັດມາຢ້ຽມຢາມ ກຸງເກົ່າເຫວ້, ເມືອງຫຼວງຂອງລາຊະວັງສັກດິນາ ຜູ້ສຸດທ້າຍຢູ່ ຫວຽດນາມ ແລະ ການເຄື່ອນໄຫວສຳຄັນອື່ນໆອີກ.

ທ່ານປະທານປະເທດ ເຈິ່ນດ້າຍກວາງ  ແລະ ພັນລະຍາ ຕ້ອນຮັບ ເຈົ້າຈັກກະພັດ ແລະ ມະເຫສີ ທີ່ສຳນັກງານປະທານປະເທດ. ພາບ: ຍານຊ໋າງ/VNA


ທ່ານປະທານປະເທດ ເຈິ່ນດ້າຍກວາງ  ແລະ ພັນລະຍາ ພ້ອມ ເຈົ້າ ຈັກກະພັດຍີ່ປຸ່ນ Akihito ແລະ
ມະເຫສີ Michiko ແລກປ່ຽນ ຂອງ ຂວັນທີ່ລະນຶກ ໃນການຢ້ຽມຢາມ. ພາບ: ຍານຊ໋າງ/VNA



ທ່ານປະທານປະເທດ ເຈິ່ນດ້າຍກວາງ  ແລະ ພັນລະຍາ ເປັນເຈົ້າ ພາບ ໃນງານລ້ຽງຮອງຮັບ
ເຈົ້າຈັກກະພັດຍີ່ປຸ່ນ Akihito ແລະ ມະເຫ ສີ Michiko. ພາບ: ຍານຊ໋າງ/VNA



ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ພັນລະຍາ ຕ້ອນຮັບ
ເຈົ້າຈັກກະພັດຍີ່ປຸ່ນ Akihito ແລະ ມະເຫ ສີ Michiko. ພາບ: ຈີ້ຢຸງ/VNA



ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ພັນລະຍາ ເປັນເຈົ້າພາບໃນງານລ້ຽງນ້ຳຊາ
ເຈົ້າຈັກກະພັດ ຍີ່ ປຸ່ນ Akihito ແລະ ມະເຫສີ Michiko.  ພາບ: ຈີ້ຢຸງ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ແລະ ພັນລະຍາ ພົບປະ ແລກປ່ຽນຄຳຄິດເຫັນກັບ
ເຈົ້າຈັກກະພັດຍີ່ປຸ່ນ Akihito ແລະ ມະເຫ ສີ Michiko. ພາບ: ຖົ໋ງເຍິດ/VNA



ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ຫວຽດນາມ ພົບປະແລກປ່ຽນຄຳຄິດເຫັນ
ກັບ ເຈົ້າຈັກກະພັດຍີ່ປຸ່ນ Akihito ແລະ ມະເຫສີ Michiko. ພາບ: ຈ້ອງດຶກ/VNA



ເຈົ້າຈັກກະພັດຍີ່ປຸ່ນ Akihito ແລະ ມະເຫສີ Michiko ສະເດັດມາ ວາງພວງມາລາ
ແລະ ເຂົ້າໄຫວ້ສຸສານ ປະທານໂຮ່ຈີມິນ. ພາບ: ຫງວຽນເຢິນVNA

 
ໃນການຕອບສຳພາດ ຕໍ່ສຳນັກຂ່າວສານຫວຽດນາມ, ທ່ານ Hatsuhisa Takashima, ເລຂາສື່ຂ່າວຂອງ ເຈົ້າຈັກກະພັດຍີ່ປຸ່ນ ໄດ້ເນັ້ນໜັກວ່າ ເຈົ້າຈັກກະພັດ ເປັນສັນຍາລັກ ຂອງປະເທດຍີ່ປຸ່ນ, ເພາະສະນັ້ນ ການທີ່ເຈົ້າຈັກກະພັດ ແລະ ມະເຫສີສະເດັດມາຢ້ຽມ ຢາມ ຫວຽດນາມ, ປະເທດໜຶ່ງທີ່ມີການສະໜິດຕິດພັນກັບຍີ່ປຸ່ນ, ສຳລັບປະຊາຊົນ ຍີ່ປຸ່ນທຸກຖ້ວນໜ້າເປັນເຫດການທີ່ໜ້າຊົມຊື່ນ ແລະ ເປັນການຢ້ຽມຢາມ ຄັ້ງປະຫວັດສາດອີກດ້ວຍ.

ການສະເດັດມາຢ້ຽມຢາມຫວຽດນາມ ຂອງເຈົ້າຈັກກະພັດຍີ່ປຸ່ນ ແລະ ມະເຫສີ ເປັນການປະກອບສ່ວນ ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈ ລະຫວ່າງປະຊາຊົນສອງປະເທດ, ຍິ່ງເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ-ຍີ່ປຸ່ນ ຍິ່ງກວ້າງຂວາງ, ເລິກເຊິ່ງໃນອະນາຄົດ.


ເຈົ້າຈັກກະພັດຍີ່ປຸ່ນ Akihito ແລະ ມະເຫສີ Michiko ສະເດັດມາ ຢ້ຽມຢາມກຸງເກົ່າເຫວ້. ພາບ: ໂຮ່ເກົ່າ/VNA


ເຈົ້າຈັກກະພັດ ແລະ ມະເຫສີ ຮັບຟັງດົນຕີໃນລາຊະວັງເຫວ້ ທີ່ໂຮງ ລະຄອນ ຢວ້ຽດທິເດື່ອງ ຢູ່ໃນເຂດຮ່ອງຮອຍປະຫວັດສາດ
ດ້າຍໂນ້ຍ, ເຫວ້. ພາບ: ໂຮ່ເກົ່າ/VNA ພາບ: ໂຮ່ເກົ່າ/VNA



ເຈົ້າຈັກກະພັດ ແລະ ມະເຫສີ ຢ້ຽມຢາມຖາມຂ່າວຊາວນະຄອນເຫວ້ ເມື່ອສະເດັດມາຢ້ຽມຢາມ
ເຂດອະນຸສອນສະຖານ ທ່ານ ຟານໂບ້ຍ ເຈົາ. ພາບ: ໂຮ່ເກົ່າ/VNA



ເຈົ້າຈັກກະພັດ ແລະ ມະເຫສີ ສະເດັດມາຢ້ຽມຢາມເຂດອະນຸສອນ ສະຖານ ທ່ານ ຟານໂບ້ຍເຈົາ, ນັກຮັກຊາດ, ຜູ້ລິເລີ່ມຂະບວນການ ໂດງຢູ
ຮຽກຮ້ອງຊາວໜຸ່ມຫວຽດນາມ ໄປຮ່ຳຮຽນ ສຶກສາຢູ່ ຍີ່ປຸ່ນ ເພື່ອຫາທາງກູ້ຊາດ ເມື່ອຕົ້ນສະຕະວັດທີ XX. ພາບ: ໂຮ່ເກົ່າ/VNA


 

ເຈົ້າຈັກກະພັດ ແລະ ມະເຫສີ ຍີ່ປຸ່ນ ເປັນສັນຍະລັກ ອັນປະເສີດ ຂອງ ປະເທດ ແລະ ຄວາມສາມັກຄີທົ່ວປວງຊົນຍີ່ປຸ່ນ. ເຈົ້າຈັກກະ ພັດ ແລະ ມະເຫສີ ຍີ່ປຸ່ນ ປະຕິບັດ ສະເດັດຢ້ຽມຢາມ ເນື່ອງໃນໂອ ກາດ ວັນລະນຶກພິເສດ ຕໍ່ບັນດາຄູ່ຮ່ວມມື ມີການພົວພັນ ໃກ້ຊິດສະໜິດສະໜົມສຳລັບຍີ່ປຸ່ນ. ເຈົ້າຈັກກະພັດ Akihito ເປັນຜູ້ທີ່ມີນ້ຳໃຈ ອັນງົດງາມກັບຫວຽດນາມ, ສະໜັບສະໜູນບັນດາສະມາຊິກຂອງ ພະລາຊະວົງຍີ່ປຸ່ນ ເພີ່ມທະວີການພົບປະແລກປ່ຽນກັບ ຫວຽດນາມ. 


ປະຕິບັດ: VNA/VNP

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top