• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ການຢ້ຽມຢາມ ສປປ ລາວ ຂອງ ປະທານປະເທດ ບັນລຸໝາກຜົນຮອບດ້ານ ແລະ ມີຜົນຕົວຈິງ

ໂດຍຕອບສະໜອງ ຕາມຄຳເຊີນຂອງສະຫາຍ ທອງລຸນ ສີສຸລິດ ເລ ຂາທິການໃຫຍ່, ປະທານປະເທດ ແຫ່ງສປປ ລາວ, ສະຫາຍ ຫງວຽນຊວນຟຸກ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງ ມາ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງ ການລະຫວ່າງ ວັນທີ 9-10 ສິງຫາ 2021. ການຢ້ຽມຢາມ ໄດ້ດຳເນີນ ໄປພຽງສອງ ມື້, ແຕ່ມີ ຄວາມໝາຍ ທີ່ສຳຄັນ ໃນຫຼາຍດ້ານ, ປະກອບສ່ວນ ຊຸກຍູ້ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ-ລາວ.
ນີ້ເປັນຄັ້ງທຳອິດ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ, ສປປ ລາວ ໄດ້ຕ້ອນຮັບປະມຸກລັດຕ່າງປະເທດ ມາຢ້ຽມຢາມ. ການຢ້ຽມ ຢາມດັ່ງກ່າວ ມີຂຶ້ນ ພຽງແຕ່ 6 ອາທິດ ຫຼັງຈາກການຢ້ຽມຢາມມິດ ຕະພາບ ສສ ຫວຽດນາມ ຢ່າງເປັນທາງການ ຂອງ ສະຫາຍ ເລຂາ ທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. 
 

ພິທີຕ້ອນຮັບສະຫາຍ ປະທານປະເທດ ຫງວຽນຊວນຟຸກ ແລະ ພັນ ລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ເນື່ອງ ໃນໂອກາດ ເດີນທາງມາຢ້ຽມຢາມ ມິດຕະພາບສປປ ລາວ
ຢ່າງ ປັນທາງການ ໃນຕອນເຊົ້າ ວັນທີ 9 ສິງຫາ 2021. ພາບ: ຖົ໋ງເຍິດ/VNA



ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ສະຫາຍ ປະທານປະເທດ ຫງວຽນຊວນຟຸກ ກວດແຖວກອງ ກຽດຕິຍົດ. ພາບ: ຖົ໋ງເຍິດ/VNA 


ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ  ພ້ອມພັນລະຍາ ແລະ ສະຫາຍ ປະທານປະເທດ ຫງວຽນຊວນຟຸກ ພ້ອມພັນລະຍາ ໃນພິທີຕ້ອນຮັບ. ພາບ: ຖົ໋ງເຍິດ/VNA


ສະຫາຍ ປະທານປະເທດ ຫງວຽນຊວນຟຸກ ທຳການພົບ ປະເຈລະ ຈາ ກັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸ ລິດ. ພາບ: ຖົ໋ງເຍິດ/VNA


ສະຫາຍ ປະທານປະເທດ ຫງວຽນຊວນຟຸກ ແລະ ສະຫາຍ ເລຂາທິ ການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ເປັນສັກຂີພິຍານ ໃນ ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ການຮ່ວມມືລະຫວ່າງສອງ ກະຊວງປ້ອງ ກັນປະເທດ ກ່ຽວກັບການກໍ່ສ້າງໂຮງຮຽນກິນນອນ ວັດ ທະນະທຳ ຊົນເຜົ່າ ຢູ່ລາວ; ຈົດໝາຍສະແດງເຈດຈໍານົງ ລະຫວ່າງ ສອງກະຊວງປ້ອງກັນປະເທດວ່າດ້ວຍ ການຮ່ວມມື ໃນການຄົ້ນຫາ ແລະ ກູ້ໄພ
ໂດຍລັດຖະມົນຕີປ້ອງກັນປະເທດ ຫວຽດນາມ ຟານວັນ ຢາງ ແລະ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນ ປະເທດລາວ ຈັນສະໝອນ ຈັນຍາລາດ. ພາບ: ຖົ໋ງເຍິດ/VNA



ສະຫາຍປະທານປະເທດ ຫງວຽນຊວນຟຸກ ແລະ ສະຫາຍ ເລຂາ ທິ ການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ເປັນສັກຂີພິຍານ ໃນ ພິທີລົງນາມ ແຜນການຮ່ວມມື ສະບັບເພີ່ມເຕີມ ປີ 2020
ລະຫວ່າງ ກະຊວງຕຳຫຼວດຫວຽດນາມ ໂດຍ ລັດຖະມົນຕີ ໂຕເລີມ ແລະ ລັດ ຖະມົນຕີ ກະຊວງປ້ອງກັນຄວາມສະຫງົບລາວ  ວິໄລ ຫຼ້າຄຳຟອງ. ພາບ: ຖົ໋ງເຍິດ/VNA



ສະຫາຍ ປະທານປະເທດ ຫງວຽນຊວນຟຸກ ແລະ ສະຫາຍ ເລຂາທິ ການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ເປັນສັກຂີພິຍານ ໃນ ພິທີລົງນາມ ບົດບັນທຶກຊ່ວຍຈຳ ວ່າດ້ວຍ ການຮ່ວມມືໃນການປ້ອງກັນ,
ສະກັດກັ້ນຢາເສບຕິດ ລະຫວ່າງກະຊວງຕຳຫຼວດຫວຽດນາມ ໂດຍ ຮອງລັດຖະມົນຕີ ຫງວຽນຢຸຍຫງອກ ແລະ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບລາວ ວັນທອງ ກອງມະນີ. ພາບ: ຖົ໋ງເຍິດ/VNA



ສະຫາຍ ປະທານປະເທດ ຫງວຽນຊວນຟຸກ ແລະ ສະຫາຍ ເລຂາ ທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ເປັນສັກຂີພິຍານ ພິທີລົງນາມ ໃນຂໍ້ຕົກລົງວ່າດວ້ຍການຮ່ວມມື ລະຫວ່າງ ແຂວງ ບັກຢາງ
ແລະ ແຂວງ ໄຊສົມບູນ ໂດຍ ປະທານຄະນະກໍາ ມະການ ປະຊາຊົນແຂວງ ບັກຢາງ ເລແອ໋ງເຢືອງ ແລະ ເຈົ້າແຂວງ ໄຊສົມ ບູນ ຄຳລຽງ ອຸດທະໄກສອນ. ພາບ: ຖົ໋ງເຍິດ/VNA



ສະຫາຍ ປະທານປະເທດ ຫງວຽນຊວນຟຸກ ແລະ ສະຫາຍ ເລຂາ ທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດເປັນ ສັກຂີພິຍານ ວິສາຫະກິດ ສອງປະເທດ ລົງນາມໃນເອກະສານ ຮ່ວມມື ສະບັບຕ່່າງໆ.
ພາບ: ຖົ໋ງເຍິດ/VNA




ສະຫາຍປະທານປະເທດ  ຫງວຽນຊວນຟຸກ ແລະ ສະຫາຍເລຂາທິ ການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ເປັນປະທານ ໃນ ການພົບປະເຈລະຈາ ລະຫວ່າງ ຄະນະຜູ້ ແທນຂັ້ນສູງ ຂອງສອງປະ ເທດ. ຜູ້ນຳທັງສອງເນັ້ນໜັກ ເຖິງຄວາມຈຳເປັນທີ່ຈະຕ້ອງສືບຕໍ່ ເຮັດໃຫ້ສາຍພົວພັນ ທາງດ້ານການເມືອງໃຫ້ເລິກເຊິ່ງຍິ່ງຂຶ້ນ ແລະ ຕົກລົງໃຫ້ປີ 2022 ເປັນ “ປີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022” ເພື່ອສະເຫຼີມສະຫຼອງຄົບຮອບ 60 ປີ ວັນສ້າງ ຕັ້ງສາຍພົວພັນທາງການທູດ ແລະ 45 ປີ ວັນເຊັນສົນທິສັນຍາມິດ ຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ.

ໃນການພົບປະເຈລະຈາ, ຜູ້ນໍາທັງສອງໄດ້ໃຊ້ ເວລາສ່ວນຫຼາຍ ເພື່ອ ປຶກສາຫາລື ບັນດາມາດຕະການຊ່ວຍເຫຼືອເຊິ່ງກັນ ແລະ ກັນເພື່ອ ຮັບມື ກັບຄວາມ ຫຍຸ້ງຍາກ ທີ່ເກີດຈາກ ການແຜ່ລະບາດ  ຂອງ ພະ ຍາດໂຄວິດ-19 ໃນແຕ່ລະປະເທດ ແລະ ສາຍພົວພັນການຮ່ວມມື ລະຫວ່າງ ຫວຽດນາມ-ລາວ;  ພ້ອມດຽວກັນ ຍັງເປັນເອກະສັນກັນ ໃນການຊຸກຍູ້ການພົວພັນ ຮ່ວມມື ໃນທຸຸກຂົງເຂດເຊັ່ນ: ການເມືອງ, ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ວິທະຍາສາດ, ວັດ ທະນະທໍາ ແລະ ອື່ນໆ. ເພືີ່ອພ້ອມກັນ ຜ່ານຜ່າ ສິ່ງທ້າທາຍ, ນຳໃຊ້ ກາລະໂອກາດທີ່ດີ ໂດຍການປະຕິວັດອຸດສາຫະກຳ 4.0 ນຳມາໃຫ້.

ໃນລະຫວ່າງ ວັນທີ 9-10 ສິງຫາ, ສະຫາຍປະທານປະເທດ ຫງວຽນ ຊວນຟຸກ ໄດ້ມີການພົບປະເຈລະຈາ, ພົບປະແລກປ່ຽນຄຳຄິດຄຳ ເຫັນ, ພົບປະຂັ້ນສູງ 10 ກວ່າຄັ້ງ. ສະມາຊິກໃນຄະນະ ຜູ້ແທນກໍ ມີການເຄື່ອນໄຫວຕິດຕໍ່ພົວພັນ, ແລກປ່ຽນ ກັບ ບັນດາກະຊວງ, ຂະ ແໜງການ, ທ້ອງຖິ່ນຂອງ ລາວ 15 ຄັ້ງ. ໃນການຢ້ຽມຢາມດັ່ງກ່າວ,  ມີເອກະສານວ່າດ້ວຍ ການຮ່ວມມື 14 ສະບັບໄດ້ຮັບການລົງນາມ ແລະ ແລກປ່ຽນ ລະຫວ່າງບັນດາກະຊວງ, ຂະແໜງການ, ວິສາຫະ ກິດ ແລະ ທ້ອງຖິ່ນ ຂອງ ສອງປະເທດ.
ສະຫາຍການນຳທັງສອງໄດ້ເຫັນດີເປັນເອກະພາບ ສືບຕໍ່ປະຕິບັດ ບັນດາຂໍ້ຕົກລົງຂັ້ນສູງ ແລະ ໝາກຜົນທີ່ບັນລຸໄດ້ ໃນກອງປະຊຸມ ຄັ້ງທີ 43 ຄະນະກຳມະການ ລະຫວ່າງ ລັດຖະບານຫວຽດນາມ-ລາວເປັນຢ່າງດີ; ຜັນຂະຫຍາຍສັນຍາ ວ່າດ້ວຍການຮ່ວມມືສອງ ຝ່າຍ ລະຫວ່າງ ຫວຽດນາມ-ລາວ ໄລຍະ 2021-2025, ຂໍ້ຕົກລົງ ວ່າດ້ວຍຍຸດທະສາດ ຮ່ວມມືລະຫວ່າງ ຫວຽດນາມ-ລາວ ໄລຍະ 2021-2030 ກໍຄື ໝາກຜົນທີ່ບັນລຸໄດ້ ໃນການຢ້ຽມຢາມມິດ ຕະ ພາບ ຫວຽດນາມ ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ຂອງ ສະຫາຍ ທອງລຸນ ສີສຸລິດ ແລະ ການຢ້ຽມຢາມມິດຕະພາບ ຢ່າງເປັນທາງ ການໃນຄັ້ງນີ້ ຂອງສະຫາຍປະທານປະເທດ ຫງວຽນຊວນຟຸກ ຢ່າງ ມີປະສິດທິຜົນ.

ສອງຝ່າຍໄດ້ເນັ້ນໜັກເຖິງ ຄວາມສຳຄັນຂອງການ ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການເດີນອາກາດ ຢູ່ທະເລຕາເວັນອອກ; ແກ້ໄຂຂໍ້ຜິດພາດໂດຍສັນຕິວິທີ ບົນພື້ນຖານ ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດວ່າ ດ້ວຍກົດ ໝາຍທະເລປີ 1982 (UNCLOS 1982); ພ້ອມກັບ ຝ່າຍທີ່ກ່ຽວຂ້ອງ ຊຸກຍູ້ ການປະຕິບັດ ຖະແຫຼງການວ່າດ້ວຍ ການປະພຶດຕໍ່ ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ສໍາເລັດປະມວນ ກົດລະບຽບ ການປະພຶດຕໍ່ ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນຕົວຈິງ ແລະ ສອດຄ່ອງກັບກົດໝາຍສາກົນໂດຍໄວ. .

ພາຍຫຼັງການເຈລະຈາ, ສະຫາຍປະທານປະເທດ ຫງວຽນຊວນຟຸກ ແລະ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ເປັນສັກຂີພິຍານ ໃນພິທີລົງນາມ ແລະ ມອບເອກະສານວ່າ ດ້ວຍການຮ່ວມມື 14 ສະບັບ ລະຫວ່າງກະຊວງ, ຂະແໜງການ ແລະ ວິສາຫະກິດ ຂອງ ສອງປະເທດ ໃນຂົງເຂດປ້ອງກັນຊາດ, ປ້ອງກັັນຄວາມສະຫງົບ, ປ້ອງກັນ ແລະ ສະກັດກັ້ນຢາເສບຕິດ, ຄົ້ນຫາ ແລະ ກູ້ໄພ, ການຄ້າຂາຍໄຟຟ້າ, ການສຳຫຼວດ, ການຂຸດ ຄົ້ນ ແລະ ປຸງແຕ່ງແຮ່ທາດ...

ເນື່ອງໃນໂອກາດນີ້, ສະຫາຍປະທານປະເທດ ຫງວຽນຊວນຟຸກ ໄດ້ ມີການພົບປະແລກປ່ຽນຄຳຄິດເຫັນ ກັບ ສະຫາຍປະທານສະພາ ແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ; ພົບປະໂອ້ລົມ ກັບ ສະ ຫາຍນາງ ຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້ ແລະ ສະຫາຍ ຮອງ ປະທານປະເທດ ລາວ ບຸນທອງ ຈິດມະນີ.

ທີ່ນະຄອນຫຼວງ ວຽງຈັນ, ສະຫາຍປະທານປະເທດ ຫງວຽນຊວນຟຸກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ສິນລະວົງ ຄຸດໄພ ທູນ, ປະທານສູນກາງແນວລາວສ້າງຊາດ; ສະຫາຍ ຄຳໃບ ດຳລັດ ປະທານສະມາຄົມ ມິດຕະພາບ ລາວ- ຫວຽດນາມ.



ຕອນບ່າຍ ວັນທີ 9 ສິງຫາ 2021, ທີ່ນະຄອນຫຼວງ ວຽງຈັນ, ສະ ຫາຍ ປະທານປະເທດ ຫງວຽນຊວນຟຸກ ໄດ້ທຳການ ພົບປະແລກ ປ່ຽນຄຳຄິດເຫັນ ກັບສະຫາຍ ນາຍົກລັດຖະມົນຕີ ລາວ ພັນຄໍາ ວິພາວັນ.
ພາບ: ຖົ໋ງເຍິດ/VNA


ສະຫາຍປະທານປະເທດ ຫງວຽນຊວນຟຸກ ທຳການ ພົບປະແລກ ປ່ຽນຄຳຄິດຄຳເຫັນ ກັບ ສະຫາຍ ນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ. ພາບ: ຖົ໋ງເຍິດ/VNA


ໃນຕອນບ່າຍ ວັນທີ 9 ສິງຫາ 2021, ສະຫາຍ ປະທານປະເທດ ຫງວຽນຊວນຟຸກ ໄດ້ພົບປະກັບ ສະຫາຍ ບຸນຍັງ ວໍລະຈິດ, ອະດີດ ເລຂາທິການໃຫຍ່, ອະດີດປະທານປະເທດ ລາວ. ພາບ: ຖົ໋ງເຍິດ/VNA


ສືບຕໍ່ການຢ້ຽມຢາມສປປ ລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 10 ສິງຫາ 2021, ທີ່ນະຄອນຫຼວງ ວຽງຈັນ, ສະຫາຍ ປະທານປະ ເທດ ຫງວຽນຊວນຟຸກ ໄດ້ທຳການພົບປະແລກປ່ຽນຄຳຄິດເຫັນ
ກັບສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ລາວ. ພາບ: ຖົ໋ງເຍິດ/VNA



ສະຫາຍປະທານປະເທດ ຫງວຽນຊວນຟຸກ ທຳການພົບປະແລກ ປ່ຽນຄຳຄິດຄຳເຫັນ ກັບສະຫາຍປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ. ພາບ: ຖົ໋ງເຍິດ/VNA


ໃນຕອນເຊົ້າ ວັນທີ 10 ສິງຫາ 2021, ສະຫາຍປະທານປະເທດ ຫງວຽນຊວນຟຸກໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີ ບັນດາ ນັກຮົບນິລະນາມ ຢູ່ນະຄອນຫຼວງ ວຽງຈັນ. ພາບ: ຖົ໋ງເຍິດ/VNA


ໃນຕອນເຊົ້າ ວັນທີ 10 ສິງຫາ 2021, ສະຫາຍປະທານປະເທດ  ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ຕໍ່ກອງປະຊຸມ ສະ ໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ລາວຊຸດທີ IX.
ໃນພາບ: ສະຫາຍປະທານປະເທດ ຫງວຽນຊວນຟຸກ ກ່າວປາໄສ ຕໍ່ກອງປະຊຸມເທື່ອທີ 1, ສະພາແຫ່ງຊາດ ລາວ ຊຸດທີ IX. ພາບ: ຖົ໋ງເຍິດ/VNA



ສະຫາຍ ປະທານປະເທດ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີ ມອບ-ຮັບ ຫໍສະພາແຫ່ງຊາດຫຼັງໃໝ່ - ຂອງຂວັນຈາກພັກ, ລັດ ແລະ ປະ ຊາຊົນ ຫວຽດນາມ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ.
ໃນພາບ: ສະຫາຍປະທານປະເທດ ຫງວຽນຊວນຟຸກ ມອບຮູບຈຳ ລອງຫໍສະພາແຫ່ງຊາດຫຼັງໃໝ່ ໃຫ້ແກ່ ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.
ພາບ: ຖົ໋ງເຍິດ/VNA



ສະຫາຍ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະ ສະຫາຍເລຂາທິການ ໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໃນພິທີ. ພາບ: ຖົ໋ງເຍິດ/VNA


ໜັງສືພິມ ລາວ ໄດ້ລົງຂ່າວ ແລະ ບົດຄວາມ ກ່ຽວກັບການມາຢ້ຽມ ຢາມມິດຕະພາບຢ່າງເປັນທາງການ ຂອງ ສະຫາຍປະທານປະເທດ ຫງວຽນຊວນຟຸກ ແລະ ພັນລະຍາ. ການຢ້ຽມຢາມດັ່ງກາວ
ເພື່ອແນໃສ່ຮັດແໜ້ນ ແລະ ພັດທະນາ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ. ພາບ: ຟ້າມກຽນ/VNA



ພິເສດ, ສະຫາຍປະທານປະເທດ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ສຳຄັນ ຢູ່ກອງປະຊຸມສະພາ ແຫ່ງຊາດລາວ ຊຸດທີ IX. ສະຫາຍປະທານປະເທດ ຫງວຽນຊວນຟຸກ ຍັງເປັນຜູ້ນຳ ຕ່າງປະເທດຜູ້ທຳອິດ ທີ່ໄດ້ ກ່າວຄຳປາໄສ ຢູ່ຫໍສະພາແຫ່ງຊາດ ລາວ ຫຼັງໃໝ່. ນີ້ເປັນກຽດພິເສດ ທີ່ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ມອບໃຫ້ຜູ້ນຳ ຫວຽດນາມ ຊຶ່ງສະແດງໃຫ້ ເຫັນຢ່າງ ຈະແຈ້ງ ເຖິງ ຄວາມໄມຕີຈິດມິດຕະພາບ ອັນຍິ່ງໃຫຍ່ ແລະ ຄວາມ ສາມັກຄີ ແບບພິເສດ ທີ່ຫາຍາກ ລະຫວ່າງ ປະຊາຊົນ ສອງຊາດ ຫວຽດນາມ - ລາວ.ພາບ ອັນຍິ່ງໃຫຍ່ ແລະ ຄວາມສາມັກຄີ ແບບພິເສດທີ່ຫາຍາກ ລະຫວ່າງ ປະຊາຊົນສອງຊາດ ຫວຽດນາມ - ລາວ.

ໃນເວລາຢູ່ຢ້ຽມຢາມ, ສະຫາຍປະທານປະເທດ ຫງວຽນຊວນຟຸກ ໄດ້ມີການພົບປະແລກປ່ຽນຄຳຄິດຄຳເຫັນ ກັບ  ສະຫາຍ ນາຍົກລັດ ຖະມົນຕີລາວ ພັນຄຳ ວິພາວັນ; ໄປຢ້ຽມຢາມ ສະຫາຍ ຄໍາໄຕ ສີ ພັນດອນ, ອະດີດປະທານພັກ, ອະດີດປະທານປະເທດ; ພົບປະກັບ ສະຫາຍ ຈູມມະລີ ໄຊຍະສອນ, ອະດີດເລຂາທິການໃຫຍ່, ອະດີດ ປະທານປະເທດ ແລະ ສະຫາຍ ບຸນຍັງ ວໍລະຈິດ, ອະດີດເລຂາ ທິ ການໃຫຍ່, ອະດີດປະທານປະເທດ ລາວ.
ໜຶ່ງໃນບັນດາເຫດການພິເສດໃນກອບການຢ້ຽມຢາມຄັ້ງນີ້ຄື ສະ ຫາຍ ປະທານປະເທດ  ຫງວຽນ ຊວນຟຸກ ແລະ ສະຫາຍເລຂາທິ ການໃຫຍ່,ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ສະຫາຍ ປະທານ ສະພາ ແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເຂົ້າ ຮ່ວມ ແລະ ເປັນປະທານ ໃນພິທີເປີດ ແລະ ຫໍສະພາແຫ່ງຊາດລາວ ຫຼັງໃໝ່.

ກ່າວປາໄສໃນພິທີ, ສະຫາຍປະທານປະເທດ ເນັ້ນໜັກວ່າ ນີ້ແມ່ນ ຂອງຂວັນ ຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນ ລາວອ້າຍນ້ອງ, ເຊິ່ງ ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາວ່າ ເປັນສີ່ດີທີ່ສຸດຄື:  ທັນສະໄໝທີ່ສຸດ, ສວຍງາມມີ ເອກະລັກ ຂອງ ວັດທະນະທໍາ ສະຖາປັດຕະຍະກໍາ ຂອງ ລາວ ທ່ີ ສຸດ, ເປັນອາຄານ ທ່ີແໜ້ນໜາ ແຂງແຮງ ຈະໃຊ້ງານໄດ້ຍາວນານ ທີ່ສຸດ ແລະ ມີມູນຄ່າ ການລົງທຶນຫຼາຍທີ່ສຸດ" .

ເນື່ອງໃນໂອກາດນີ້, ສະຫາຍປະທານປະເທດ ຫງວຽນຊວນຟຸກ ໄດ້ ປະດັບຫຼຽນໄຊແຮງງານຊັ້ນ 1 ແລະ ຊັ້ນ 2 ໃຫ້ແກ່ການນຳ ແລະ ອະ ດີດການນຳ ຂອງ ສະພາແຫ່ງຊາດ ລາວ ຜູ້ທີ່ໄດ້ປະກອບສ່ວນ ຫຼາຍຢ່າງ ໃນການຊີ້ນຳ  ຜັນຂະຫຍາຍ ປະຕິບັດໂຄງການກໍ່ສ້າງຫໍ ສະພາແຫ່ງຊາດລາວ ຫຼັງໃໝ່ ໃຫ້ປະສົບຜົນສຳເລັດ; ເປັນສັກຂີພິ ຍານ  ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸ ລິດ ໄດ້ປະດັບຫຼຽນໄຊ ອິດສະຫຼະຊັ້ນ 1 ຂອງ ລາວ ໃຫ້ກະຊວງ ກໍ່ສ້າງ ຫວຽດນາມ, ຫຼຽນອິດສະຫຼະຊັ້ນ 2 ຂອງ ລາວ ໃຫ້ແກ່ ຄະນະ ຄຸ້ມຄອງໂຄງການກະຊວງ ກໍ່ສ້າງ ແລະ ກອງພົນທີ 11 ກະຊວງ ປ້ອງກັນປະເທດ ຫວຽດນາມ.

ຢູ່ນະຄອນຫຼວງວຽງຈັນ, ສະຫາຍ ປະທານປະເທດ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍ ຄະນະຜູ້ແທນ ຂັ້ນສູງ ຂອງພັກ ແລະ ລັດ ຫວຽດນາມ ໄດ້ເຂົ້າວາງພວງມາລາ ທີ່ອະນຸສາວະລີ ນັກຮົບນິ ລະນາມ ຜູ້ເສຍສະຫຼະຊີວິດເພື່ອຊາດ, ໄປຢ້ຽມຢາມ ແລະ ໂອ້ລົມ ກັບພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມ ແລະ ວິສາ ຫະກິດ ຫວຽດນາມ ຢູ່ລາວ. ທ່ານນາງ  ເຈິ່ນງວຽດທູ ພັນລະຍາ ຂອງ ສະຫາຍ ປະທານປະເທດ ຫງວຽນຊວນຟຸກ ກໍ່ໄດ້ມີການ ຕ້ອນ ຮັບຢ່າງອົບອຸ່ນ ແລະ ມອບຂອງຂວັນ ໃຫ້ຄູອາຈານ ແລະ ນັກຮຽນ ຂອງໂຮງຮຽນສອງພາສາ ຫວຽດນາມ-ລາວ ໂຮງຮຽນຫງວຽນຢູ.

ໃນກອບ ການຢ້ຽມຢາມມິດຕະພາບ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ປະທານປະເທດ ຫງວຽນຊວນຟຸກ, ບັນດາສະມາຊິກ ຄະນະຜູ້ແທນຂັ້ນສູງ ຂອງພັກ ແລະ ລັດ ໄດ້ມີຫຼາຍກິດຈະກຳ ພົບ ປະແລກປ່ຽນ ກັບ ຜູ້ນຳບັນດາກະຊວງ, ພະແນກການ ແລະ ຂະ ແໜງການ ທ້ອງຖິ່ນ ຂອງ ສອງປະເທດ.

 
ປະຕິບັດໂດຍ: VNA/VNP - ແປໂດຍ: ບິກລຽນ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top