• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມ ສ.ເຊັກໂກ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປີດທິດທາງໃໝ່ໃນການພັດທະນາຮ່ວມມືລະຫວ່າງ ຫວຽດນາມ - ສ.ເຊັກໂກ

ບັນດາເນື້ອໃນແລກປ່ຽນ ແລະ ປຶກສາຫາລືລະຫວ່າງສອງຝ່າຍ ໄດ້ເປີດທິດທາງໃໝ່ ຊຸກຍູ້ການພັດທະນາການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ ກໍຄືສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມ ຊາວຫວຽດນາມ ອາໄສ ຢູ່ ສ.ເຊັກໂກ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານ Vojtech Filip, ປະທານພັກກອມມູນິດ ເຊັກໂກ ແລະ Morava ພ້ອມທັງແມ່ນຮອງປະທານຜູ້ທີ 1 ສະພາຕໍ່າ ເຊັກໂກ (ພາບ: TTXVN)

ຫາງສຽງ ຢູ່ ເຊັກໂກ ມີຄວາມສົນໃຈເປັນພິເສດເຖິງໝາກຜົນຂອງການຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການ ໃນລະຫວ່າງວັນທີ 16 – 17 ເມສາ 2019 ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ໃນນັ້ນໄດ້ຢັ້ງຢືນວ່າ ບັນດາເນື້ອໃນແລກປ່ຽນ ແລະ ປຶກສາຫາລືລະຫວ່າງສອງຝ່າຍ ໄດ້ເປີດທິດທາງໃໝ່ ຊຸກຍູ້ການພັດທະນາການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ ກໍຄືສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມ ຊາວຫວຽດນາມ ອາໄສ ຢູ່ ສ.ເຊັກໂກ.

        ເມື່ອຕອບສໍາພາດຕໍ່ນັກຂ່າວ ສໍານັກຂ່າວສານຫວຽດນາມ, ທ່ານ Vojtech Filip, ປະທານພັກກອມມູນິດ ເຊັກໂກ ແລະ Morava ພ້ອມທັງແມ່ນຮອງປະທານຜູ້ທີ 1 ສະພາຕໍ່າ ເຊັກໂກ ໄດ້ຕີລາຄາວ່າ ການຢ້ຽມຢາມ ເຊັກໂກ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແມ່ນປະສົບຜົນສໍາເລັດຢ່າງຈົບງາມ. ທ່ານ ສະໜັບສະໜູນ ແລະ ຊົມເຊີຍກ່ຽວກັບເນື້ອໃນເຮັດວຽກລະຫວ່່າງນາຍົກລັດຖະມົນຕີສອງທ່ານ ເພື່ອແນໃສ່ລົບລ້າງຮົ້ວກີດຂວາງໃນການຮ່ວມມືແຮງງານ ເພື່ອສືບຕໍ່ ອອກ ວີຊາ ໃຫ້ແກ່ແຮງງານ ຫວຽດນາມ ໄປເຮັດວຽກຢູ່ ເຊັກໂກ, ພ້ອມທັງໃຫ້ຮູ້ວ່າ ໄດ້ສະເໜີບັນຫາດັ່ງກ່າວຕໍ່ລັດຖະບານ ເຊັກໂກ. ທ່ານ Vojtech Filip ຍັງໃຫ້ຮູ້ວ່່າ: ຄາດວ່າ ຈະມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມໃນເດືອນ ມິຖຸນາ 2019, ເພື່ອສືບຕໍ່ປຶກສາຫາລືຕາມທິດຜັນຂະຫຍາຍບັນດາເນ້ືອໃນໃນຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງນາຍົກລັດຖະມົນຕີ ສອງທ່ານ. 

(ແຫຼ່ງຄັດຈາກ VOV)
 

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ຕອນບ່າຍວັນທີ 22/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດມາຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2024

Top