• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ການຟື້ນຟູປະເພດຮູບພາບ ກິມຮວ່າງ

ຮູບພາບ ກິມຮວ່າງ ເປັນຊື່ຂອງປະເພດຮູບພາບພື້ນເມືອງໜຶ່ງທີ່ປະກົດຕົວໃນໄລຍະທ້າຍສະຕະວັດທີ 18 ທີ່ບ້ານ ກິມຮວ່າງ, ຕາແສງ ເວີນແກງ, ເມືອງ ຮວ່າຍດຶກ, ຮ່າໂນ້ຍ. ປັດຈຸບັນ, ຮູບພາບພື້ນເມືອງ ກິມຮວ່າງ ໄດ້ກາຍເປັນຜະລິດຕະພັນໜຶ່ງຮັບໃຊ້ໃຫ້ແກ່ຄວາມຕ້ອງການຊື້ຮູບພາບເພື່ອປະດັບປະດາພາຍໃນເຮືອນ ໃນໂອກາດປີໃໝ່ວຽນມາເຖິງຂອງຊາວພາກເໜືອ.

ສະໄໝກ່ອນ, ຮູບພາບ ກິມຮວ່າງ ຈະໄດ້ຜະລິດແຕ່ເດືອນ 10 ຫາເດືອນ 12 ຕາມຈັນທະປະຕິທິນເພື່ອຮັບໃຊ້ໃຫ້ແກ່ ຄວາມຕ້ອງການຊື້ຮູບພາບໃນໂອກາດປີໃໝ່ວຽນມາເຖິງຂອງປະຊາຊົນ. ເຖິງຕົ້ນສະຕະວັດທີ 19, ຮູບພາບ ກິມຮວ່າງ ມີການພັດທະນາຢ່າງເຂັ້ມແຂງ, ແຕ່ເລີ່ມຖືກສູນໄປແຕ່ເຫດນຳ້ຖ້ວມທີ່ເກີດຂຶ້ນເມື່ອປີ 1915, ເຖິງປີ 1945, ທົ່ວບ້ານ ກິມຮວ່າງ ບໍ່ມີຜູ້ຜະລິດຮູບພາບຈັກຄົນ. 

10 ປີກ່ອນ, ຮູບພາບຫຼາຍແຜ່ນຂອງປະເພດຮູບພາບ ກິມຮວ່າງ ພຽງແຕ່ໄດ້ຮັກສາຢູ່ຫໍພິພິດທະພັນ ວິຈິດສິນ ຫວຽດ ນາມ ແລະ ໃນຊຸດສະສົມຂອງບັນດານັກສະສົມ ຮູບພາບ ພາຍໃນ ແລະ ຕ່າງປະເທດເທົ່ານັ້ນ. ນັກສະສົມ ຫງວຽນທິທຸຮວ່າ, ຜູ້ອຳນວຍການຫໍພິພິດທະພັນເຄື່ອງປັ້ນດິນເຜົາ ຮ່າໂນ້ຍ ໃຫ້ຮູ້ວ່າ ໃນຊຸດສະສົມຮູບພາບພື້ນເມືອງຂອງເພິ່ນ ພວມມີຮູບພາບ ກິມຮວ່າງ ປະມານ 60 ຊຸດ. 

ດ້ວຍຄວາມມຸ່ງຫວັງຢາກຟື້ນຟູປະເພດຮູບພາບ ທີ່ຖືກສູນໄປໃນເວລາກວ່າເຄິ່ງສະຕະວັດທີ່ຜ່ານມາ, ນັກສະສົມ ຫງວຽນທິທຸຮວ່າ ພວມມີການສົມທົບກັບນັກຈິດຕະກອນ 2 ຄົນແມ່ນ ຫງວຽນດຶກຮວ່າ ແລະ ເຈິ່ນຫງວຽນດານ ເພື່ອຟື້ນຟູປະເພດ ຮູບພາບ ກິມຮວ່າງ. ນັກສະສົມ ທຸຮວ່າ ໃຫ້ຮູ້ວ່າ: “ຖ້າມື້ນີ້ ພວກເຮົາບໍ່ຮັກສາໄດ້ປະເພດ ຮູບພາບ ກິມຮວ່າງ, ແນ່ນອນ ວ່າ 10 ປີຕໍ່ມາຈະບໍ່ມີຜູ້ໃດມີເອກະສານ ເພື່ອຟື້ນຟູຄືນໄດ້”. 


ບັນດານັກຮຽນ ແລະ ນັກທ່ອງທ່ຽວຮູ້ສຶກປະທັບໃຈເມື່ອໄດ້
ເຂົ້າຮ່ວມໃນການຜະລິດຮູບພາບກັບບັນດານາຍຊ່າງແຕ້ມ
ພາບ ກິມຮວ່າງ. ພາບ: ກົງດາດ



ຕ່າງກັບຮູບພາບ ດົງໂຮ່, ບັນດານາຍຊ່າງແຕ້ມພາບ ກິມຮວ່າງ ພຽງແຕ່ນຳໃຊ້ແຜ່ນຕົວຢ່າງທີ່ແກະສະຫຼັກດ້ວຍໄມ້
ແຜ່ນດຽວເທົ່ານັ້ນ. ພາບ: ແຄ໋ງລອງ


ນອກຈາກນັກສະສົມ ທຸຮວ່າ, ນາຍຊ່າງ ດ່າວດິ່ງຈຸງ ຢູ່ບ້ານ ກິມຮວ່າງ ກໍ່ພວມໄປຊອກຫາບັນດາແຜ່ນຕົວຢ່າງ ຂອງ ຮູບພາບ ກິມຮວ່າງ ທີ່ຍັງໄດ້ເກັບຮັກສານຳປະຊາຊົນ ແລະ ຄົ້ນຄວ້າບັນດາຮູບແຕ້ມໃນປື້ມເກົ່າ ເພື່ອຟື້ນຟູປະເພດ ຮູບພາບພື້ນເມືອງຂອງບ້ານເກີດເມືອງນອນ.

ນາຍຊ່າງ ດ່າວດິ່ງຈຸງ ໃຫ້ຮູ້ວ່າ ຮູບພາບ ກິມຮວ່າງ ມີຫຼາຍຈຸດຄ້າຍຄືກັນກັບປະເພດຮູບພາບພື້ນເມືອງ ດົງໂຮ່. ແຕ່ວ່າ ມັນກໍ່ມີຫຼາຍຈຸດພິເສດໂດຍສະເພາະ. ວັດຖຸທີ່ໄດ້ນຳໃຊ້ເພື່ອຜະລິດຮູບພາບ ກິມຮວ່າງ ບໍ່ແມ່ນເຈ້ຍສາທີ່ມີລາຍດອກ ຄືຮູບພາບ ດົງໂຮ່ ຫຼື ເຈ້ຍສາຂອງຮູບພາບ ຮວ່າງຈົງ, ມັນແມ່ນເຈ້ຍສີແດງ ຫຼື ເຈ້ຍສີບົວ. ເພາະສະນັ້ນ ຮູບພາບ ກິມຮວ່າງ ຍັງໄດ້ເອີ້ນວ່າ ຮູບພາບສີແດງ. 

ຖ້າຫາກວ່າ ໃນຮູບພາບ ດົງໂຮ່, ຮູບພາບແຕ່ລະແຜ່ນຈະມີຫຼາຍແຜ່ນຕົວຢ່າງທີ່ໄດ້ແກະສະຫຼັກດ້ວຍໄມ້, ແຜ່ນຕົວຢ່າງແຜ່ນໜຶ່ງຈະສົມກັບສີປະເພດໜຶ່ງ ແລະ ພິມຄັ້ງໜຶ່ງ, ແຕ່ສຳລັບຮູບພາບ ກິມຮວ່າງ, ບັນດານາຍຊ່າງພຽງແຕ່ນຳໃຊ້ແຜ່ນຕົວຢ່າງແຜ່ນໜຶ່ງເພື່ອພິມບັນດາສ່ວນປີກຍ່ອຍຂຶ້ນໜ້າເຈ້ຍດ້ວຍສີດຳ ແລ້ວແຕ່ງສີສັນໃສ່ຮູບພາບຕາມຄວາມຮູ້ສຶກຂອງຕົນເອງ. 

ຫົວຂໍ້ໃນຮູບພາບ ກິມຮວ່າງ ໄດ້ເອົາມາແຕ່ຊີວິດການເປັນຢູ່ປະຈຳວັນຂອງປະຊາຊົນເຂດພາກເໜືອຄື: ໂຕຄວາຍ, ໂຕໝູ, ໂຕໄກ່, ຮູບພາບເຂດຊົນນະບົດ, ບັນຍາກາດໃນລະດູບານ ໃໝ່ ແລະ ອື່ນໆ.

ບັນດາຮູບພາບ ກິມຮວ່າງ ດີເດັ່ນທີ່ໄດ້ພິມ, ແຕ້ມອອກມາແຕ່
ແຜ່ນຕົວຢ່າງ. ພາບ: ກົງດາດ, ແຄ໋ງລອງ














ເດັ່ນກວ່າໝູ່ແມ່ນຮູບພາບໄກ່ຜູ້ສອງໂຕ ທີ່ໄດ້ຮັບຖືເປັນ “ໄກ່ເທວະດາ” ຂອງຮູບພາບ ກິມຮວ່າງ. ຕາມຄວາມສຳນຶກຂອງ ຄົນ ຫວຽດນາມ ໃນສະໄໝກ່ອນແມ່ນ ຕິດຮູບພາບ “ໄກ່ເທວະດາ” ຢູ່ໃນເຮືອນໃນໄລຍະບຸນປີໃໝ່ ຈະຊ່ວຍປັດໄລ່ ສິ່ງບໍ່ດີ, ນຳຄວາມສະຫງົບສຸກມາໃຫ້ແກ່ເຈົ້າຂອງເຮືອນ. ນອກຈາກນັ້ນ ຮູບພາບໂຕໝູ ກໍ່ໄດ້ຫຼາຍຄົນນິຍົມຊື້ ຍ້ອນມັນມີຄວາມໝາຍວ່າ ຈະເຮັດໃຫ້ເຈົ້າຂອງໄດ້ຢູ່ເຢັນເປັນສຸກ. 

ຄຽງຄູ່ກັນນັ້ນ, ເທິງຮູບພາບຫຼາຍແຜ່ນບໍ່ພຽງແຕ່ໄດ້ແຕ້ມຮູບພາບເທົ່ານັ້ນ, ຍັງໄດ້ຂຽນຄຳປະພັນຄູ່, ຄຳກອນດ້ວຍ ຕົວໜັງສື ຫານ ໃສ່ຮູບພາບອີກດ້ວຍ. ເພື່ອສຳເລັດການແຕ້ມຮູບພາບ ກິມຮວ່ານ ແຜ່ນໜຶ່ງ, ຮຽກຮ້ອງໃຫ້ ນາຍຊ່າງ ບໍ່ພຽງ ແຕ່ຮູ້ ແລະ ເຂົ້າໃນຕົວໜັງສື ຫານ ເທົ່ານັ້ນ, ຫາກຍັງຕ້ອງມີນຳ້ໃຈ, ມີຄວາມສາມາດ ເພື່ອສ້າງຄວາມແຕກຕ່າງ ໃຫ້ແກ່ ປະເພດຮູບພາບ ກິມຮວ່າງ ອີກດ້ວຍ.

ງານວາງສະແດງ “ຮູບພາບພື້ນເມືອງ ຫວຽດນາມ ແລະ ການນຳໃຊ້” ເຊິ່ງໄດ້ຈັດຂຶ້ນຢູ່ຮ່ອງຮອຍແຫ່ງຊາດ ພິເສດ ວັນມຽວ-ກວ໋ກຕືຢາມ ໃນໄລຍະທ້າຍປີ 2018 ໄດ້ວາງສະແດງຮູບພາບກວ່າ 200 ແຜ່ນ, ຊຸດອອກແບບ ແຟຊັ່ນ ເກືອບ 30 ຊຸດ, ຜະລິດຕະພັນ 45 ຊະນິດທີ່ໄດ້ນຳໃຊ້ບັນດາລາຍແຕ້ມປະດັບປະດາຂອງຮູບພາບ ກິມຮວ່າງ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ ຮູບພາບ ກິມຮວ່າງ ພວມໄດ້ ຮັບການຟື້ນຟູຄືນ, ໄດ້ຫຼາຍຄົນຮູ້ເຖິງ ແລະ ມີບົດບາດໃນ ຊີວິດການເປັນຢູ່ຍຸກປັດຈຸບັນ.
ບົດ: ກົງດາດ-ພາບ: ແຄ໋ງລອງ, ກົງດາດ
 

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top