• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຟື້ນຟູປະກາລັງ, ພຶກສາຊາດໃຕ້ມະຫາສະໝຸດ

      ປະກາລັງຖືກອຸປະມາຄືດັ່ງເຮືອນໃຕ້ມະຫາສະໝຸດເຊິ່ງເປັນບ່ອນຄົງຕົວຂອງສິ່ງທີ່ມີຊີວິດໃນນ້ຳ. ທີ່ເຂດທະເລ ກູລາວຈາມ, ນະຄອນໂຮ້ຍອານ, ແຂວງ ກວ໋າງນາມ, ແຕ່ປີ 2012 ບັນດານັກຊ່ຽວຊານສັງກັດສະຖານບັນທະເລວິທະຍາ ຍາຈາງ ໄດ້ໄປຍັງໂຮ້ຍອານ ເພື່ອຊ່ວຍໜູນທ້ອງຖິ່ນຟື້ນຟູປະກາລັງແຂງດ້ວຍເຕັກນິກລ້ຽງ ແລະ ປູກ. ດ້ວຍວິທີຂະຫຍາຍພັນເຊັ່ນນັ້ນ, ມາຮອດປັດຈຸບັນເນື້ອທີ່ປະກາລັງນັບ 1000 ຕາແມັດ ໄດ້ຖືກຂະຫຍາຍຢ່າງສຳເລັດຜົນ , ອັນໄດ້ປະກອບສ່ວນເຮັດໃຫ້ເຂດອະນຸລັກນິເວດທຳມະຊາດໂລກ ກູລາວຈາມ ເພີ່ມຄວາມອຸດົມສົມບູນຂຶ້ນຕື່ມ

ຫວຽດນາມກຳລັງພະຍາຍາມຟື້ນຟູປະກາລັງໃຕ້ມະຫາສະໝຸດ
      ຫ່າງຈາກຄຸ້ມຖະໜົນເກົ່າໂຮ້ຍອານໃນແຂວງ ກວ໋າງນາມ ປະມານ 15 ກິໂລແມັດ, ເກາະກູລາວຈາມ ບໍ່ພຽງແຕ່ເປັນທີ່ຮູ້ຈັກກັນດີດ້ວຍທິວທັດທຳມະສາດທີ່ງົດງາມຈັບອົກຈັບໃຈ, ບັນຍາກາດທີ່ປອດໂປ່ງເທົ່ານັ້ນ, ຫາກຍັງລືຊື່ດ້ວຍຄວາມຫຼາກຫຼາຍຊີວະນາໆ ພັນອີກດ້ວຍ. ຄວາມປະທັບໃຈທຳອິດ ເມື່ອໄປຮອດເກາະແມ່ນຄວາມງາມທີ່ຮົກເຮຶ້ອ ແລະ ດູດດື່ມ. ນັບຕັ້ງແຕ່ປະກາລັງໃຕ້ມະຫາສະໝຸດໄດ້ຟື້ນຟູ, ລາຍການທ່ອງທ່ຽວດຳນ້ຳຊົມປະກາລັງຢູ່ເກາະ ກູລາວຈາມ ໄດ້ເພີ່ມຄວາມດູດດຶ່ມສຳລັບແຂກທ່ອງທ່ຽວ. ອ້າຍ ແກນນີ ແຂກທ່ອງທ່ຽວຊາວອັງກິດເປີດເຜີຍວ່າ:
     “ນີ້ແມ່ນທິວທັດທີ່ເປັນໜ້າຈັບໃຈອີຫຼີ, ຂະນະທີ່ຂ້າພະເຈົ້າໄດ້ເຫັນປະຈັກຕາຄວາມ ງາມຂອງມະຫາສະໝຸດ ພ້ອມດ້ວຍພຶກສາຊາດໃຕ້ທະເລນາໆຊະນິດ, ພິເສດແມ່ນປະກາລັງ. ນີ້ແມ່ນການເຫັນຕົວຈິງ ເຊິ່ງຂ້າພະເຈົ້າຍາກຈະລືມໄດ້ກ່ຽວກັບຄວາມງາມອັນດູດດື່ມ”.
     ເຂດອະນຸລັກທະເລກູລາວຈາມໃນປັດຈຸບັນ ມີປະກາລັງ 292 ຊະນິດ. ນອກຈາກນັ້ນກໍ່ຍັງມີພຶກສາຊາດ 300 ຊະນິດ ແລະ ປາ 278 ຊະນິດ. ພູ່ມປະກາລັງຢູ່ເຂດທະເລກູລາວຈາມ ບໍ່ພຽງແຕ່ປະກອບສ່ວນດຸ່ນດ່ຽງສິ່ງແວດລ້ອມທະເລ, ສະໜອງສານອາຫານເທົ່ານັ້ນ ຫາກຍັງເປັນບ່ອນດຳລົງຊີວິດ, ເພາະພັນ ແລະ ເປັນບ່ອນກຳເນີດໜອນສຳລັບສິ່ງທີ່ມີຊີວິດຢູ່ເຂດທະເລ ເກືອດ້າຍ-ເກິມແທັງ ນະຄອນໂຮ້ຍອານ. ໃນຊຸມປີມໍ່ໆມານີ້, ໂດຍໄດ້ຮັບການຊ່ວຍເຫຼືອຈາກບັນດາຜູ້ຊ່ຽວຊານ ສະຖາບັນທະເລວິທະຍາ ຍາຈາງ, ຄະນະຄຸ້ມຄອງເຂດອະນຸລັກທະເລກູລາວຈາມ ໄດ້ປະຕິບັດຫົວເລື່ອງ “ນຳໃຊ້ເຕັກໂນໂລຊີຟື້ນຟູປະກາລັງບາງຊະນິດ ຢູ່ເຂດອະນຸລັກທະເລກູລາວຈາມ”. ບັນດາພູ່ມປະກາລັງທີ່ໄດ້ຮັບການລ້ຽງຢູ່ທີ່ນີ້ ໄດ້ຂະຫຍາຍຕົວເປັນຢ່າງດີ ອັນໄດ້ກາຍເປັນແຫ່ງອາໄສຂອງສິ່ງທີ່ມີຊີວິດຫຼາຍຊະນິດໃນນ້ຳ. ທ່ານ ຫງວຽນເຖຮຸ່ງ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ້ຍອານ ແຂວງ ກວ໋າງນາມ ໃຫ້ຮູ້ວ່າ:
     “ນີ້ກໍ່ເປັນສິ່ງທີ່ພູມໃຈ, ເປີດໂອກາດທີ່ດີນັບແຕ່ນີ້ເປັນຕົ້ນໄປ, ເມື່ອກ່ອນນີ້ກໍ່ມີປະກາລັງຢູ່ຫຼາຍບໍລິເວນແຕ່ຖືກຕາຍ ແລະ ປັດຈຸບັນຈະໄດ້ຮັບການຟື້ນຟູເທື່ອລະກ້າວ. ພ້ອມກັນນັ້ນສຳລັບພູ່ມປະກາລັງທຽມ ແມ່ນອາດຈະຄິດໄລ່ເຖິງທິດທາງຈັດຕັ້ງປະສານສົມທົບກັບການທ່ອງທ່ຽວ. ຖ້າຫາກເສີມຂະຫຍາຍໄດ້, ຮູບແບບດຳນ້ຳທະເລ ເພື່ອຊົມປະກາລັງຈະກາຍເປັນການບໍລິການທ່ອງທ່ຽວທີ່ດີ”.
      ດ້ວຍການປົກປັກຮັກສາ, ອະນຸລັກແຫຼ່ງປະໂຫຍດຈາກທຳມະຊາດ ຢູ່ເຂດອະນຸລັກທະເລກູ່ລາວຈາມນັ້ນ, ບໍ່ພຽງແຕ່ປະກອບສ່ວນປົວແປງສິ່ງແວດລ້ອມຊີວະພາບ, ຟື້ນຟູແຫຼ່ງປະໂຫຍດຈາກ ສິນໃນນ້ຳ, ສ້າງຊີວະນາໆພັນໃຕ້ທະເລເທົ່ານັ້ນ, ຫາກຍັງເປີດແງ່ຫວັງກ່ຽວກັບການພັດທະນາຜະລິດຕະພັນທ່ອງທ່ຽວ ເຂດທະເລໜູ່ເກາະ ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ. ປັດຈຸບັນປະກາລັງແຂງກໍ່ມີທ່າອ່ຽງຫຼຸດໜ້ອຍລົງ ຢູ່ເຂດອະນຸລັກເຂດທະເລເກືອບທັງໝົດ.  ສະເພາະຢູ່ກູລາວຈາມ, ປະກາລັງແຂງຕົ້ນຕໍກໍ່ຖືກນ້ຳຈືດຊຶມມາຈາກດິນຕໍ່ແຜ່ນ ແລະ ຖືກຕາຍ. ສະຖາບັນທະເລວິທະຍາຍາຈາງໄດ້ເລືອກເອົາ ເຂດອະນຸລັກທະເລເຂດກູລາວຈາມ ພ້ອມກັບເຂດອະນຸລັກທະເລເຂດຍາຈາງ ເພື່ອລ້ຽງຟື້ນຟູປະກາລັງແຂງ. ທ່ານ ເລຈີແທັງ ຮອງຄະນະກຳມະການປະຊາຊົນແຂວງ ກວ໋າງນາມ ໃຫ້ຮູ້ວ່າ:
      “ປັດຈຸບັນນັບທັງບັນດາເຂດຮັບບຸລິມາສິດໃນການຟື້ນຟູ ແລະ ບັນດາເຂດທົດລອງຟື້ນຟູຄື ບັນດາຫາດດອນຫີນ, ຢູ່ຕາມຈຸດຂົວໃຫ້ເຮືອທຽບທ່າ, ເຮືອກ່ຳປັ່ນກໍ່ຍັງຄົງແລ່ນໄປມາຢູ່ບໍລິເວນນີ້,  ແຕ່ປະກາລັງຍັງພວມໄດ້ຮັບການຟື້ນຟູກໍ່ເປັນການດີທີ່ສຸດ. ພ້ອມກັບປະກາລັງ, ພຶກສາຊາດໃຕ້ທະເລຫຼາຍຊະນິດກໍ່ມີການຟື້ນຟູຄືນໃໝ່, ປັດຈຸບັນຢາກຜັນຂະຫຍາຍການພັດທະນາປະກາລັງອອກສູ່ວົງກວ້າງ, ປົກປັກຮັກສາລະບົບຜືນພຶກສາຊາດ ແລະ ສັດນ້ຳໃຫ້ເປັນນາໆພັນນັ້ນ, ກໍ່ຕ້ອງມີເວລາຫຼາຍເພື່ອຄົ້ນຄວ້າ, ຕີລາຄາ ແລະ ທະວີຄູນເທື່ອລະກ້າວ”.
      ການຟື້ນຟູປະກາລັງຢູ່ກູລາວຈາມ ໄດ້ເປີດໂອກາດໃໝ່ໃຫ້ປະຊາຊົນ ປົວແປງການດຳລົງຊີວີດ, ຍົກສູງຄຸນນະພາບຂອງຊີວິດການເປັນຢູ່. ຊາວທ້ອງຖິ່ນກວ່າ 500 ຄົນກໍ່ໄດ້ເຂົ້າຮ່ວມບັນດາເຄື່ອນໄຫວທ່ອງທ່ຽວຊີວະພາບດ້ວຍຮູບແບບຕ່າງໆ. ລາຍຮັບຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ, ຄຸນນະພາບການດຳລົງຊີວິດໄດ້ຮັບການປົວແປງ, ອັນໄດ້ເປັນກຳລັງໜູນແກ່ປະຊາຊົນເຂົ້າຮ່ວມການເຄື່ອນໄຫວ ຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດຢູ່ເຂດເກາະທະເລ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top