• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ການພົວພັນຕ່າງປະເທດ ຫວຽດນາມ: 35 ປີແຫ່ງການປ່ຽນ ແປງໃໝ່ ໄດ້ບັນລຸຜົນສຳເລັດຫຼາຍຢ່າງທີ່ໃຫຍ່ຫຼວງ

ພາຍຫຼັງ 35 ປີແຫ່ງການປະຕິບັດ ຂະບວນການປ່ຽນແປງໃໝ່, ຫວຽດນາມ ໄດ້ບັນລຸຜົນງານຫຼາຍຢ່າງທີ່ໃຫຍ່ຫຼວງ ທີ່ມີຄວາມ ໝາຍປະຫວັດສາດ, ໃນນັ້ນ ມີບັນດາໝາກຜົນ ສໍາຄັນ ໃນວຽກ ງານການຕ່າງປະເທດ. ການປະຕິບັດນະໂຍບາຍການຕ່າງປະເທດ ທີ່ຖືກຕ້ອງ ໂດຍອີງໃສ່ 3 ເສົາຄ້ຳຄື: ການທູດຂອງພັກ, ການທູດຂອງລັດ ແລະ ການທູດ ຂອງ ປະຊາຊົນ ໄດ້ປະກອບ ສ່ວນສຳຄັນທີສຸດ ໃນການ ປົກປັກ ຮັກສາສັນຕິພາບ, ສະຖຽນລະພາບ ແລະ ເອື້ອອໍານວຍ ໃຫ້ແກ່ຂະບວນການປ່ຽນແປງໃໝ່ ໃນການປົກປັກຮັກສາ ເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ແລະ ຍົກສູງບົດບາດທີ່ຕັ້ງຂອງ ປະເທດຊາດ.
ຂ່າວພາບ ຫວຽດນາມ ຂໍເປັນກຽດ ສະເໜີຕໍ່ທ່ານຜູ້ອ່ານບັນດາຮູບພາບ ທີ່ເປັນຂີດໝາຍສຳຄັນ
ໃນວຽກງານການພົວພັນຕ່າງປະເທດ ຂອງ ຫວຽດນາມ ຕະຫຼອດ 35 ປີຜ່ານມາ:

ຕອນຄໍ່າວັນທີ 11 ກໍລະກົດ 1995 (ຕາມເວລາ ສ ອາເມລິກາ), ທ່ານປະທານາທິບໍດີ ສ ອາເມລິກາ William Jefferson Clinton
ໄດ້ປະກາດຕົກລົງສ້າງຕັ້ງສາຍພົວພັນທາງການທູດ ເປັນປົກກະຕິ ກັບ ຫວຽດນາມ. ພາບ: ທຳນຽບຂາວ/VNA 



ພິທີການຊັກທຸງ ໃນພິທີຮັບ ຫວຽດນາມ ເຂົ້າເປັນສະມາຊິກ ປະເທດ ທີເຈັດ ຢ່າງເປັນທາງການ ຂອງ ສະມາຄົມ ປະຊາ ຊາດ ອາຊີ ຕາເວັນອອກສ່ຽງໃຕ້ (ASEAN),
ຕອນບ່າຍວັນທີ 28 ກໍລະກົດ 1995, ຢູ່ນະຄອນຫຼວງ Bandar Seri Begawan (ບຣູໄນ). ພາບ: ເຈິ່ນເຊີນ/VNA



ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Tomiichi Murayama ແລະສະຫາຍ ເລຂາທິການໃຫຍ່ ໂດ໊ເມື່ອຍ ໃນກອບການຢ້ຽມຢາມ ຍີ່ປຸ່ນ ລະຫວ່າງວັນທີ 18–19 ເມສາ1995. ພາບ: ຊວນເລີມ/VNA


ວັນທີ 5 ສິງຫາ 1995, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງ ປະເທດ ສ ອາເມລິກາ Warren Christopher ແລະ ທ່ານລັດ ຖະມົນຕີ ການຕ່າງປະເທດ ຫງວຽນແມ້ງເກ່ີມ ໄດ້ລົງນາມ
ໃນອະນຸສັນຍາ, ສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ສ ອາເມລິກາ ຢ່າງເປັນທາງການ. ພາບ: ຊວນຕວນ/VNA



ຕອນເຊົ້າວັນທີ 19/9/1995, ພິທີຮັບສະພາແຫ່ງຊາດຫວຽດ ນາມ ເຂົ້າເປັນສະມາຊິກ ຂອງອົງການລັດຖະສະພາລະຫວ່າງຊາດ ອາຊຽນ (AIPO) ແລະ ພິທີລົງນາມໃນເອກະສານທາງການ
ຢືນຢັນ ສະພາແຫ່ງຊາດ ຫວຽດນາມ ເປັນສະມາຊິກຂອງ  AIPO ຊຶ່ງໄດ້ຈັດຂຶ້ນ ໃນພິທີໄຂ ກອງປະຊຸມ AIPO-16 ຢູ່ ສິງກະໂປ. ພາບ: ຊວນຕວນ/VNA



ເນື່ອງໃນໂອກາດເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 50 ປີວັນສ້າງຕັ້ງ ສະຫະປະຊາຊາດ (1945-1995), ຕອນບ່າຍວັນທີ 25 ຕຸລາ1995, ທີ່ສຳນັກງານໃຫຍ່ ສະຫະປະຊາຊາດ ຢູ່ນະຄອນ ນິວຢອກ (ສ ອາເມລິກາ),
ທ່ານປະທານປະເທດ ເລດຶກແອງ ໄດ້ ມອບຕົວແບບ ກອງທອງ ຫງອກຫຼູ ໃຫ້ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Boutros B. Ghali. ພາບ: ກາວຟອງ/VNA



ຫວຽດນາມ ເຂົ້າຮ່ວມ ເວທີປາໄສ ການຮ່ວມມື ອາຊີ-ເອີຣົບ (ASEM), ຫຼືເອີ້ນວ່າ ກອງປະຊຸມສຸດຍອດ ອາຊີ - ເອີຣົບ ໄດ້ຮັບການສ້າງຕັ້ງ ຢ່າງເປັນທາງການ
ໃນປີ 1996 ໃນກອງປະ ຊຸມສຸດຍອດ ຄັ້ງທຳອິດຢູ່ ບາງກອກ (ປະເທດໄທ) (1-2 ມີນາ 1996). ພາບ: VNA



ວັນທີ 14 ພະຈິກ 1998, ຫວຽດນາມ ໄດ້ເຂົ້າເປັນສະມາຊິກຂອງ ອົງການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢ່າງເປັນທາງການ. ພາບ: ເຖ໋ທ່ວນ/VNA


ເດືອນ ທັນວາປີ 1998, ຫວຽດນາມໄດ້ຈັດກອງປະຊຸມ ອາຊຽນ ຄັ້ງທີ VI ຢ່າງສຳເລັດຜົນ. ນີ້ແມ່ນຄັ້ງທຳອິດ ທີ່ ຫວຽດນາມ
ເປັນເຈົ້າພາບ ຈັດກອງປະຊຸມ ຂອງ ສະມາຄົມ ນັບແຕ່ເຂົ້າຮ່ວມ. ພາບ: ເຖ໋ທ່ວນ/VNA



ທ່ານປະທານປະເທດ ເຈິ່ນດຶກເລືອງ ກ່າວຄຳປາໄສ ທີ່ກອງປະຊຸມສຸດຍອດ ສະຫັດສະວັດ ຂອງ ສະຫະປະຊາຊາດ, ຢູ່ນະຄອນ ນິວຢອກ, ສ ອາເມລິກາ
(ວັນທີ 6 ກັນຍາ 2000). ພາບ: ຈ້ອງຫງຽບ/VNA



ທ່ານປະທານປະເທດ ເຈິ່ນດຶກເລືອງ ໄດ້ເປັນປະທານ ພິທີຕ້ອນຮັບ ທ່ານປະທານາທິບໍດີ Bill Clinton ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ລະຫວ່າງວັນທີ 16 – 19 ພະ ຈິກ 2000.
ທ່ານ Bill Clinton ແມ່ນປະທານາທິບໍດີ ສ ອາເມລິກາ ຄົນທຳອິດ ທີ່ມາຢ້ຽມຢາມ ຫວຽດນາມ, 25 ປີ ພາຍຫຼັງສົງຄາມສິ້ນສຸດລົງ. ພາບ: ຈ້ອງຫງຽບ/VNA



ຫວຽດນາມໄດ້ຈັດຕັ້ງຫຼາຍເຫດການສາກົນທີ່ສຳຄັນ, ໃນນັ້ນມີການຈັດຕັ້ງກອງປະຊຸມສຸດຍອດ ອາຊີ-ເອີຣົບ ຄັ້ງທີ 5 (ASEM 5), ລະຫວ່າງວັນທີ 8-9 ຕຸລາ 2004 ຢູ່ຮ່າໂນ້ຍ. ພາບ: VNA


ການສຳຜັດມືຄັ້ງປະຫວັດສາດ ຂອງທ່ານນາຍົກລັດຖະມົນຕີ ຟານວັນຂາຍ ແລະ ປະທານາທິບໍດີ George W. Bush ທີ່ທຳນຽບຂາວ ວັນທີ 21 ມິຖຸນາ 2005, ໃນການຢ້ຽມຢາມ ສ ອາ ເມລິກາ ຢ່າງເປັນທາງການ ລະຫວ່າງວັນທີ 19-25 ມິຖຸນາ 2005, ເປັນຂີດໝາຍແຫ່ງການພັດທະນາໃໝ່ ໃນການພົວພັນສອງຝ່າຍ ພາຍຫຼັງ 10 ປີ ແຫ່ງການ ສ້າງຕັ້ງສາຍພົວພັນທາງການທູດ ເປັນປົກກະຕິ.
ນີ້ກໍ່ແມ່ນການຢ້ຽມຢາມ ສ ອາເມລິກາ ຢ່າງເປັນທາງການ ຄັ້ງທຳອິດ ຂອງ ທ່ານປະທານປະເທດ ແຫ່ງ ສສ ຫວຽດນາມ ພາຍຫຼັງສົງຄາມສິ້ນສຸດລົງ 30 ປີ. ພາບ: AP/VNA



ທ່ານນາຍົກລັດຖະມົນຕີ ຟານວັນຂາຍ ພ້ອມການນຳ ຂັ້ນສູງ ອາຊຽນ ເຂົ້າຮ່ວມພິທີລົງນາມ ຖະແຫຼງການ Kuala Lumpur ກ່ຽວກັບ ການສ້າງກົດບັດ ອາຊຽນ,
ວັນທີ 12 ທັນວາ 2005, ຢູ່ນະຄອນຫຼວງ Kuala Lumpur, ປະເທດ ມາເລເຊຍ. ພາບ: ເອກະສານ VNA



ຫວຽດນາມ ໄດ້ຈັດຕັ້ງຫຼາຍເຫດການສາກົນໃຫຍ່, ໃນນັ້ນມີການຈັດຕັ້ງ APEC 2006 ປະສົບຜົນສຳເລັດ (18-19 ພະຈິກ 2006) ຢູ່ ຮ່າໂນ້ຍ. ພາບ: VNA


ຫວຽດນາມ ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ XVI ແລະ XVII ຢູ່ ຮ່າໂນ້ຍ (ເດືອນ ຕຸລາ 2010). ນີ້ແມ່ນປີທີ່ ຫວຽດນາມ ຮັບຕຳແໜ່ງເປັນປະທານ  ອາຊຽນ
ແລະ ສະເຫຼີມສະຫຼອງ 15 ປີ ວັນ ເຂົ້າເປັນສະມາຊິກ ອາຊຽນ. ພາບ: ດຶກຕ໋າມ/VNA



ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ເປັນປະທານ ໃນພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ມາຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ
ແຕ່ວັນທີ 15-18 ກັນຍາ 2015. ພາບ: ຈີ໋ຢຸງ/VNA


ເປັນຄັ້ງທີ 2, ຫວຽດນາມ ໄດ້ຈັດກອງປະຊຸມສຸດຍອດ ຜູ້ນຳ APEC ຢ່າງສຳເລັດຜົນ (ດ່າໜັງ, ພະຈິກ 2018). ພາບ: VNA


ສັນຍາ ຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມປາຊີຟິກ (CPTPP) ໄດ້ຮັບການລົງນາມຢ່າງເປັນທາງການ ຈາກ 11 ປະເທດເຂົ້າຮ່ວມ ໃນຕົ້ນເດືອນ ມີນາ 2018,
ໃນນັ້ນ ຫວຽດນາມ ໄດ້ຮັບຕີລາຄາວ່າ ເປັນສະມາຊິກ ທີ່ຕັ້ງໜ້າໃນການເຈລະຈາ ແລະ ລົງນາມ. ພາບ: ຊິນຮົວ/VNA



ພະນັກງານ ແລະ ນັກຮົບ ໂຮງໝໍພາກສະໜາມ ຂັ້ນ 2 ເລກ 2  ອຳລາ ພີ່ນ້ອງ ແລະ ເພື່ອນຮ່ວມງານ ເພື່ອເດີນທາງ
ໄປປະຕິ ບັດໜ້າທີ່ ຮັກສາສັນຕິພາບ ສະຫະປະຊາຊາດ ຢູ່ ຊູດັງໃຕ້. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ກ່າວປາໄສ ທີ່ກອງປະຊຸມຄັ້ງທີ 26 ຂອງ ບັນດາຝ່າຍທີ່ເຂົ້າຮ່ວມ ສົນທິສັນຍາ ຂອງ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງຂອງດິນຟ້າອາກາດ (COP26)
ທີ່ໄດ້ຈັດຂຶ້ນຢູ່ ນະຄອນ Glasgow, ສະກອັດແລນ (ລາຊະອານາຈັກ ອັງກິດ), ວັນທີ 1 ພະຈິກ 2021. ພາບ:ເຢືອງຢາງ/VNA
ປະຕິບັດໂດຍ: VNA - ແປໂດຍ: ບິກລຽນ
 

 

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top