• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ ນັບມື້ນັບໄດ້ຮັບການພັດທະນາ

ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນລົງນາມໃນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ສະຫະພັນ ລັດເຊຍ (16 ມິຖຸນາ 1994 - 16 ມິຖຸນາ 2019).

ທ່ານເລຂາທິການໃຫຍ່ ຫງວຽນຟຸ໊ຈ້ອງ ແລະ ທ່ານປະທານາທິບໍດີ  Vladimir Putin (ພາບ: TTXVN)

ານ ຫງວຽນຟຸ໊ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໄດ້ສົ່ງໂທລະເລກຊົມເຊີຍໃຫ້ກັນແລະ ກັນ, ໃນນັ້ນໄດ້ເນັ້ນໜັກວ່າ ນີ້ແມ່ນເຫດການທີ່ຍິ່ງໃຫຍ່, ສ້າງຂີດໝາຍໃນໄລຍະການພັດທະນາໃໝ່ໃນການພົວພັນລະຫວ່າງ ສອງປະເທດ.

        ພາຍຫຼັງ 25 ປີທີ່ຜ່ານມາ, ການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລັດເຊຍ ໄດ້ກ້າວຂຶ້ນສູ່ ລະດັບສູງໃໝ່, ດ້ວຍການຮ່ວມມືທີ່ໄດ້ຮັບການປັບປຸງ ແບະ ເພີ່ມທະວີໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງຄື: ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມຄວາມສະຫງົບ, ການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີ, ວັດທະນະທຳ ແລະ  ການທ່ອງທ່ຽວ… ສອງຝ່າຍໄດ້ສະແດງຄວາມເຊື່ອໝັ້ນວ່າການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງ ຫວຽດນາມ - ລັດເຊຍ ຈະນັບມື້ນັບໄດ້ຮັບການພັດທະນາ ແລະ ເຂົ້າສູ່ລວງເລີກ, ເພື່ອຜົນປະໂຫຍດລວມຂອງ 2 ຊາດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top