• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ການຝຶກ Yoga ກັບສາຍແພ

ໃນຊຸມປີມໍ່ໆ ມານີ້, ຈາກຜົນປະໂຫຍດທີ່ນຳມາໃຫ້ດ້ານ ສຸຂະ ພາບ ແລະ ຮູບຊົງທີ່ສວຍງາມ, ການຝຶກ Yoga ກັບສາຍແພ ເລີ່ມກາຍເປັນວິຊາທີ່ ຜູ້ຍິງ ຫຼາຍຄົນເລືອກ ພາຍຫຼັງການເຮັດ ວຽກທີ່ອິດເມື່ອຍ ພາຍໃນວັນ. 
Yoga Kurunta ຫຼືເປັນທີ່ຮູ້ຈັກພາຍໃຕ້ຊື່ວ່າ Yoga ກັບສາຍແພ ເປັນຮູບແບບ Yoga ໜຶ່ງຂອງຝ່າຍ Lyengar, ໄດ້ກຳເນີດຂຶ້ນ ຢູ່ ປະເທດ ອິນເດຍ. ການຝຶກ Yoga ກັບສາຍແພ ໄດ້ຜູ້ທີ່ເຄີຍຮຽນ Yoga ຊວນກັນຝຶກຍ້ອນຢາກຫາຄວາມຮູ້ສຶກທີ່ແປກໃໝ່ ແລະ ຕື່ນເຕັ້ນ.
 
ຕ່າງກັບ Yoga ມູນເຊື້ອ, ສຳລັບການຝຶກ Yoga ກັບສາຍແພ, ເຄື່ອງມືແມ່ນແພສາຍໜຶ່ງທີ່ກວ້າງ ແລະ ແໜ້ນໜາ, ສາມາດ ຮັບ ນໍ້າໜັກໄດ້ກວ່າ 300 ກິໂລກຣາມ. ຄືກັບປະເພດ Yoga ອື່ນໆ, ຜູ້ຝຶກຕ້ອງຊ້ອມແຕ່ລະມື້ ເພື່ອສາມາດເຮັດໄດ້ບັນດາຈັງຫວະ ທີ່ ຍາກ.
 
ສາຍແພ ຈະຖືກຫ້ອຍສູງຂຶ້ນຫ່າງຈາກພື້ນເຮືອນ 1 ແມັດ, ການ ຝຶກ Yoga ກັບສາຍແພ ໄດ້ຖືສ່ວນເທິງ ຂອງ ຮ່າງກາຍເປັນສຳ ຄັນ, ສະນັ້ນ ກ້າມເນື້ອຕ້ອງເຄື່ອນໄຫວຫຼາຍກວ່າ, ເຮັດໃຫ້ກ້າມ ຊີ້ນຮັກສາຄວາມດຸ່ນດ່ຽງ, ຄວາມໝັ້ນຄົງທາງໃນຮ່າງກາຍ. ເພາະ ສະນັ້ນ, ເວລາຝຶກ Yoga ກັບສາຍແພ, ຜູ້ຝຶກຕ້ອງ ເອົາ ໃຈໃສ່ ຫຼາຍກວ່າ ຍ້ອນຕ້ອງຫ້ອຍ ຄີງເທິງ ອາກາດ, ຕ້ອງຕັ້ງໃຈ ແລະ ພະຍາຍາມຫຼາຍກວ່າທຳມະດາ.
 
ບັນດາຈັງຫວະຝຶກ Yoga ກັບສາຍແພ ສ່ວນຫຼາຍແມ່ນສຸມໃສ່ໃນການຫົດຢືດຮ່າງກາຍ. ໃນນັ້ນ ພິເສດແມ່ນຈັງຫວະປີ້ນຕົວກັບ, ຍ້ອນເວລາປີ້ນຕົວກັບເທິງສາຍແພ ຈະຊ່ວຍເຮັດໃຫ້ເລືອດ ຂອງ ຜູ້ຝຶກ Yoga ໝູນວຽນໄດ້ດີຂຶ້ນ, ຫັນເປັນໜຸ່ມທາງຮ່າງ ກາຍ ແລະ ຈິດໃຈ. 


ຫ້ອງຮຽນ ໂຢກາ ກັບສາຍແພຂອງສູນ Yoga Plus ນອນຢູ່ ອາຄານ Handico ( ເມ໋ຈີ່, ຮ່າໂນ້ຍ).

ໂຢກາ ກັບສາຍແພ ນັບມື້ນັບມີຫຼາຍຄົນນິຍົມຝຶກ ຍ້ອຍ ຜົນປະໂຫຍດທີ່ດີຂອງມັນນຳມາໃຫ້ແກ່ຜູ້ຝຶກ.


ການຝຶກ Yoga ກັບສາຍແພ ທີ່ຖືກຫ້ອຍສູງຂຶ້ນ ຈະຊ່ວຍ ເຮັດໃຫ້ກ້າມເນື້ອໃນຮ່າງກາຍຂະຫຍາຍຕົວດີ, ຮ່າງກາຍ ຈະອ່ອນຊ້ອຍ ແລະ ຄ່ອງແຄ້ວກວ່າ. 
ບັນດາຈັງຫວະໃນການຝຶກ ໂຢກາ ກັບສາຍແພ ຈະໄດ້ ປະຕິບັດກັບແພສາຍໜຶ່ງທີ່ຖືກຫ້ອຍສູງຂຶ້ນຫ່າງຈາກ ພື້ນເຮືອນ 1 ແມັດ. 

ນັກຮຽນໃໝ່ຈະໄດ້ຮັບການຊ່ວຍເຫຼືອຈາກບັນດາຄູ່ຝຶກ ໂຢກາ ທີ່ມາຈາກ ອິນເດຍ.


ຄູຝຶກ ໂຢກາ ກັບສາຍແພ ພວມເຮັດເປັນແບບຢ່າງເພື່ອໃຫ້ ນັກຮຽນເບິ່ງ ແລະ ຮຽນແບບ. 


ການຝຶກ ໂຢກາ ກັບສາຍແພ ເໝາະສົມກັບຫຼາຍໄວອາຍຸ.


ເວລາຝຶກ ໂຢກາ ກັບສາຍແພ, ນັກຮຽນຈະຮູ້ສຶກໄດ້ ຄວາມແຮງໃນການດຶງ ແລະ ເປີດຂອງຖ່ວງນຳ້ໜັກ ເມື່ອ
ຫ້ອຍຄີງເທິງອາກາດ ຫຼື ແກ່ວງໄປແກ່ວງມາ. 



ຍ້ອນຕ້ອງຫ້ອຍຄີງເທິງອາກາດ, ສະນັ້ນ ນັກຮຽນຕ້ອງມີຄວາມ ຕັ້ງໃຈ ແລະ ພະຍາຍາມຫຼາຍກວ່າທຳມະດາ.


ບັນດານັກຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວລາຝຶກ ໂຢກາ.


ການ ຝຶກ Yoga ກັບສາຍແພ ໄດ້ຖືສ່ວນເທິງ ຂອງ ຮ່າງກາຍເປັນສຳຄັນ, ສະນັ້ນ ກ້າມເນື້ອຕ້ອງເຄື່ອນໄຫວຫຼາຍກວ່າ, ເຮັດໃຫ້ກ້າມ ຊີ້ນຮັກສາຄວາມດຸ່ນດ່ຽງ, ຄວາມໝັ້ນຄົງທາງໃນ ຮ່າງກາຍ.


ຜູ້ຝຶກ ໂຢກາ ກັບສາຍແພ ອາດສາມາດປະດິດສ້າງຂຶ້ນ ຫຼາຍຈັງຫວະໃໝ່ທີ່ຕົນເອງມັກ, ຄວາມຮູ້ສຶກດີກວ່າເມື່ອທຽບກັບ
ການຝຶກ ໂຢກາ ແບບມູນເຊື້ອ.



ທ່າຫ້ອຍຄີງເທິງອາກາດຈະຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງ ໃຫ້ແກ່ກ້າມເນື້ອໃນຮ່າງກາຍ ແລະ ກະດູກ, ຮ່າງກາຍມີ ຄວາມທົນທານໜັກແໜ້ນ. 


ທ້າຍຊົ່ວໂມງຮຽນ, ນັກຮຽນຈະປະຕິບັດບົດຝຶກຫັດນອນພັກຜ່ອນ ເທິງອູ່ໃນເວລາ 5 ນາທີ.


ໃນໄລຍະທຳອິດ ຂອງ ການຝຶກYoga, ຜູ້ຝຶກຈະຮູ້ສຶກເຈັບຢູ່ທ້ອງ ນ້ອຍ, ແຂນ, ບ່າ ແລະ ຂ້າງ, ແຕ່ຖ້າຝຶກທຸກໆ ມື້, ເປັນເວລາ 3 ເດືອນ, ຜູ້ຝຶກຈະບໍ່ຮູ້ເຈັບອີກ ແລະ ອາດສາມາດປະຕິບັດບັນດາຈັງຫວະຂອງການຝຶກ Yoga ກັບສາຍແພ ໄດ້ຢ່າງຊໍານານ. ການ ຝຶກ Yoga ກັບສາຍແພ ຈະຊ່ວຍເຮັດໃຫ້ກ້າມເນື້ອໃນ ຮ່າງກາຍ ຂະຫຍາຍຕົວດີ, ຮ່າງກາຍຈະອ່ອນຊ້ອຍ ແລະ ຄ່ອງແຄ້ວກວ່າ.
 
ຕາມການໃຫ້ຮູ້ຂອງຄູຝຶກ Yoga ທີ່ມາຈາກ ອິນເດຍ ຂອງ Yoga Plus ແລ້ວ, ຜົນປະໂຫຍດ ຂອງ ການຝຶກ Yoga ກັບສາຍແພ ແມ່ນ ຊ່ວຍເຮັດໃຫ້ຮ່າງກາຍສວຍງາມ, ຫຼຸດຜ່ອນໄຂ່ມັນ, ຫົວໃຈ ແຂງແຮງ, ຮ່າງກາຍມີຄວາມທົນທານໜັກແໜ້ນ.​ ຜູ້ທີ່ອາຍຸ ແຕ່ 14 ປີຂຶ້ນໄປ ແມ່ນສາມາດຝຶກ Yoga ກັບສາຍແພ ໄດ້ແລ້ວ, ພິ ເສດໃຫ້ແກ່ຜູ້ທີ່ເຈັບຫຼັງ ແຕ່ບໍ່ເໝາະສົມກັບຜູ້ທີ່ີຄວາມດັນ ໃນ ເລືອດສູງ.

ນາງ ເຢືອງທຸຮັ່ງ-ນັກຮຽນ ຝຶກ Yoga Plus ໃຫ້ຮູ້ວ່າ: “ຂ້າພະເຈົ້າຫາກໍ່ຝຶກ Yoga ກັບສາຍແພ ໄດ້ປະມານໜຶ່ງເດືອນ, ແຕ່ເຫັນ ວ່າ ວິຊາດັ່ງກ່າວ ມີຫຼາຍຈັງຫວະທີ່ແປກໃໝ່ ເມື່ອທຽບກັບ Yoga ທຳ ມະດາ. ຫຼັງຈາກທີ່ຮຽນມາ, ຂ້າພະເຈົ້າຮູ້ສຶກ ສະບາຍ ແລະ ຫຼຸດ ຜ່ອນຄວາມເຄ່ັງຕຶງທີ່ໄດ້ຮັບມາຈາກການ ເຮັດ ວຽກ”.
ບົດ: ເງິນຮ່າ-ພາບ: ແຄງລອງ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top