• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປຶກສາຫາລືດ້ານການເມືອງລະຫວ່າງ ຫວຽດນາມ - ລາວ ຄັ້ງທີ 4

ຕອນບ່າຍວັນທີ 16 ກໍລະກົດ ຢູ່ນະຄອນຫຼວງ ວຽກຈັນ, ທ່ານ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ແລະ ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ລາວ ຄຳເພົາ ເອີນທະວັນ ໄດ້ເປັນປະທານຮ່ວມການປຶກສາຫາລືດ້ານການເມືອງຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດສອງປະເທດ. 

 ການປຶກສາຫາລືດ້ານການເມືອງຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດສອງປະເທດ (ພາບ: VOV)

ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດກ່ວາອີກເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພົວພັນສອງປະເທດໃຫ້ມີປະສິດທິຜົນ. ສ່ວນປຶກສາຫາລືກ່ຽວກັບບັນດາຂໍ້ລິເລີ່ມ ແລະ ຍຸດທະສາດຂອງບັນດາປະເທດໃຫຍ່ໃນພາກພື້ນ, ສອງຝ່າຍໄດ້ເນັ້ນໜັກເຖິງບັນດາຂໍ້ລິເລີ່ມ ແລະ ຍຸດທະສາດນີ້ຄວນປະກອບສ່ວນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ, ເຄົາລົບກົດໝາຍສາກົນ, ເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ, ຮັດປະກັນບົດບາດເປັນໃຈກາງຂອງ ອາຊຽນ ແລະ ຊຸກຍູ້ການເປີດກ້ວາງພາກພື້ນ, ຮັບເຂົ້ົ້ົ້າທຸກໆສະມາຊິກ, ບໍ່ປະຕິເສດໃຜ.

        ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ໄດ້ແຈ້ງໃຫ້ຝ່າຍ ລາວ ຊາບ ການກະກຽມຂອງ ຫວຽດນາມ ເມື່ອໄດ້ຮັບດຳລົງດຳແໜ່ງເປັນປະທານອາຊຽນ ປີ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 -2021, ເນັ້ນໜັ້ກວ່າ ຫວຽດນາມຖືເປັນສຳຄັນການຜັນຂະຫຍາຍບັນດາການເຄື່ອນໄຫວ, ຊຸກຍູ້ບັນດາເນື້ອໃນການຮ່ວມມື ແລະ ຂໍ້ລິເລີ່ມເມື່ອດຳລົງບັນດາຕຳແໜ່ງດັ່ງກ່າວ, ພ້ອມທັງປາດຖະໜາຢາກໃຫ້ລາວຮ່ວມມື ແລະ ສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ, ເປັນຕົ້ນແມ່ນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຈັດຕັ້ງການປຶກສາຫາລືການເມືອງຄັ້ງຕໍ່ໄປຢູ່ ຫວຽດນາມໃນປີ 2020;

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top