ດ້ວຍລວດລາຍ, ການປະດັບທີ່ລຽບງ່າຍ ໄດ້ຖືກຈັດວາງ ໃນແພໄໝບູຮານ. ບັນດາຊຸດອາພອນຂອງຊົນເຜົ່າຊາວ ບານາ ໄດ້ສ້າງເອກະລັກສະເພາະຂອງເຂດປ່າໄມ້ພູພຽງ ໄຕງວຽນ.
ເມື່ອນຸ່ງຊຸດສິ້ນທີ່ມີສົດໃສໃນງານບຸນຂໍພອນຂອງຊາວ ບານາ, ນາງສາວ ອີ ລີ, ຢູ່ບ້ານ ດັກເວິດ, ຕາແສງ ເຮີມົງ, ເມືອງ ຊາໄທ່, ແຂວງ ກອມຕູມ ໃຫ້ຮູ້ວ່າ: “ແຕ່ເວລາຍັງນ້ອຍແມ່ຍິງເຜົ່າ ບານາ ໄດ້ຮຽນຮູ້ວິທີການ ຕຳ່ຫູກທໍໄໝແລ້ວ, ເມື່ອອາຍຸໄດ້ 14-15 ປີ, ຂ້ອຍເອງ ກໍ່ສາມາດຕັດ ເຄື່ອງໃຫ້ຕົນເອງນຸ່ງໄດ້ແລ້ວ”.
ດ້ວຍຄວາມຄ່ອງແຄ້ວຂອງມື ແລະ ເຂດຂັບຕ່າງໆ ທີ່ ລຸ່ນບັນພະບຸລຸດປະໄວ້, ຊາວຊົນເຜົ່າ ບານາ ຮູ້ຈັກວິທີ ການເກັບດອກຝ້າຍປຸງແຕ່ງເປັນຜ້າຝ້າຍ. ດອກຝ້າຍ ພາຍຫຼັງການເກັບກ່ຽວມາໄດ້ແລ້ວ ຊາວ ບານາ ເອົາມາ ຕາກແດດ 3 ມື້ແລ້ວເອົາໄປໃສ່ເຄື່ອງປັ່ນເອົານວນຝ້າຍ . ພິເສດ, ເຂົາເຈົ້າໄດ້ນຳໃຊ້ນ້ຳເຜີ້ງທາໃສ່ນວນຝ້າຍ ເພື່ອໃຫ້ເສັ້ນຝ້າຍມື່ນດີ. ຈາກບັນຫາດັ່ງກາ່ວຈື່ງເຮັດໃຫ້ມີຄວາມແຕກຕ່າງຊຸດຊົນເຜົ່າ ບານາ ທຽບໃສ່ຊຸດຂອງຊົນເຜົ່າອື່ນໆ.
|
ການປະດັບ ແລະ ລວດລາຍຕ່າງໆ ໄດ້ແສ່ວເຂົ້າໃນ ຊຸດອາພອນແມ່ຍິງປະຈຳເຜົ່າບານາ. |
|
ມຸມຫນຶ່ງຂອງຮູບພາບຕົ້ນ ເນວທີ່ ໄດ້ແສ່ວໃນຊຸດອາ ພອນຂອງຊົນເຜົ່າ ບານາ. |
|
ໃນງານບຸນປະເພນີຕ່າງໆທີ່ຊົນເຜົ່າ ບານາຈັດຂຶ້ນ, ຊຸດອາພອນປະຈຳເຜົ່າເປັນສ່ວນ ໜຶ່ງທີ່ສຳຄັນ ໃນການສ້າງ ເອກະລັກ ດ້ານວັດທະນະທຳ ສະເພາະ. |
|
ນາງສາວຊົນເຜົ່າ ບານາ ອີ ລີ ສີສົດໃສບ່ຽງໃສ່ ຊຸດອາພອນປະເພນີຂອງຊົນເຜົ່າຕົນ. |
|
ດ້ວຍ 3 ສີຕົ້ນຕໍຄື: ເຫຼືອງ, ແດງ ແລະ ດຳ ໄດ້ເຮັດໃຫ້ຊຸດມີສີໂດດເດັ່ນໃນຊຸດອາພອນຊົນເຜົ່າ ບານາ. |
|
ເພດຊາຍເຜົ່າ ບານາ ໃນຊຸດອາພອນປະຈຳເຜົ່າ. |
|
ເພດຍິງເຜົ່າ ບານາ ສວຍງາມໃນຊຸດອາ ພອນປະ ຈຳເຜົ່າ. |
|
ເພດຍິງເຜົ່າ ບານາ ໃນຊຸດອາພອນປະຈຳເຜົ່າ ກຳລັງ ສະແດງສິລະປະໃນມື້ງານບຸນ. |
|
ຊຸດອາພອນປະຈຳເຜົ່າຂອງຊາວ ບານາ ແລະ ງານບຸນ ແມ່ນຕິດພັນກັນມາຕະຫລອດ. |
|
ຊຸດອາພອນຂອງຜູ້ເຖົ້າບ້ານ ປະຈຳເຜົ່າ ບານາ. |
ຈຸດເດັ່ນໃນຊຸດອາພອນປະຈຳເຜົ່າຂອງຊາວ ບານາ ແມ່ນບັນດາລວດລາຍດອກທີ່ໄດ້ປັກແສ່ວໃສ່ສິ້ນ ແລະ ເສື້ອ. ຜູ້ຊາຍເຜົ່າ ບານາ ມັກນຸ່ງເສື້ອຊຸບຫົວ, ຄໍປາດ. ເປັນປະເພດເສື້ອແຂນສັ້ນ, ຕົວເສື້ອຖືກປະດັບດ້ວຍລາຍແຊກສີແດງ, ຕີນເສື້ອມີລາຍແຊກສີຂາວ. ດ້ານຫຼັງເສື້ອຖັກແສ່ວຮູບຕົ້ນ ເນວ, ປີກເສື້ອປະດັບ ດ້ວຍລາຍດອກເບັນຈາມາດ. ຜູ້ຊາຍເຜົ່າ ບານາ ນຸ່ງກະຕ້ຽວ ຮູບໂຕ T, ຫົວຄຽນຜ້າແພຄືຫົວຂວານ.
ສຳລັບເສື້ອ ແລະ ສິ້ນຂອງແມ່ຍິງ, ຊາວ ບານາ ມັກປະ ດັບລວດລາຍຕາມທາງຂວາງ. ລາຍເສັ້ນທີ່ເປັນສີຂາວ ສ່ວນຫຼາຍມັກແສ່ວໃສ່ກາງພືນເສື້ອ ແລະ ສິ້ນ. ແຂນ ເສື້ອ ແລະ ຕີນສິ້ນປະດັບ ດ້ວຍລາຍດອກ. ສາຍແອວ ກໍ່ແສ່ວລວດລາຍ ມີຍອຍຍາວຢູ່ສອງສົ້ນສາຍແອວ ເວລາຮັດແອວຈະ ຍອຍຍາວ ລົງດ້ານຫລັງສອງຂ້າງ.
ເພື່ອເຮັດໃຫ້ຊຸດອາພອນປະຈຳເຜົ່າມີຄວາມສົດໃສຍີ່ງຂຶ້ນ, ຫລາກຫຼາຍສີສັນລວດລາຍ, ຊາວ ບານາ ໄດ້ ມີການ ຄັດເລືອກ ວັດຖຸດິບຢ່າງພິຖີພິຖັນ ແລະ ລະ ອຽດ. ໂດຍໄດ້ເລືອກຈາກຕົ້ນໄມ້ທີ່ມີໃນທຳມະຊາດຄື: ສີເຫຼືອງແມ່ນເອົາມາຈາກຫົວ Ktron, ສີຂາວເອົາມາ ຈາກຫົວ Kxan ແລະ ອື່ນໆ.
ກໍ່ຕາມອ້າຍ ຮວ່າງດິ່ງຈູງ (ພະແນກມໍ ລະດົກ ຂຶ້ນ ກັບ ພະ ແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ກອມຕູມ), ຊຸດອາພອນປະຈຳເຜົ່າຂອງຊາວ ບານາ ໄດ້ນຳໃຊ້ 3 ສີຕົ້ນຕໍ່ຄື: ສີເຫຼືອງ, ສີແດງ ແລະ ສີດຳ. ສີແດງສະແດງເຖິງຄວາມແຂງແຮງ, ຄວາມຮັກ. ສີຂາວສະແດງເຖິງຄວາມຫວັງ, ຄວາມໄຝ່ຝັນ ແລະ ສີດຳສະແດງເຖິງ ອຳນາດ, ພະລັງແຮງຂອງພູຜາປ່າໄມ້, ຂອງທຳມະຊາດ. ໃນ 3 ສີນີ້, ຊາວ ບານາ ຖືສີດຳແມ່ນມີຄວາມສຳຄັນກວ່າໝູ່ ແລະ ເຄົາລົບ ບູຊາຄືດັ່ງເປັນພະລັງແຮງອະພິທຳມະຊາດ.
ບົດ: ກວິ່ງແອງ - ພາບ: ຈີ້ງວັນໂປ້
bichlien