• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະຊຸມຂ່າວແຈ້ງໝາກຜົນກອງປະຊຸມລັດຖະມົນຕີການເງິນ APEC

      ພາຍຫລັງສິ້ນສຸດກອງປະຊຸມລັດຖະມົນຕີການເງິນ APEC 2017, ວັນທີ 21 ຕຸລາ ພາຍໃຕ້ການເປັນປະທານຂອງທ່ານ ດີງຕຽນຢູງ, ລັດຖະມົນຕີກະຊວງການເງິນຫວຽດນາມ, ບັນດາລັດຖະມົນຕີການເງິນ, ຫົວຫນ້າຄະນະຜູ້ແທນຂອງ 21 ພື້ນຖານເສດຖະກິດສະມາຊິກ APEC ໄດ້ຈັດການປະຊຸມຂ່າວເພື່ອແຈ້ງໝາກຜົນຂອງກອງປະຊຸມ. 

ອັດ ກອງປະຊຸມລັດຖະມົນຕີການເງິນ APEC 2017
ພາບ:baolaodong
      ທ່ານ ດີງຕຽນຢູງ ໃຫ້ຮູ້ວ່າ: ເນື້ອໃນຕົ້ນຕໍໃນຖະແຫລງການຮ່ວມຂອງກອງປະຊຸມດັ່ງກ່າວແມ່ນ:  ລັດຖະມົນຕີການເງິນບັນດາພື້ນຖານເສດຖະກິດສະມາຊິກໄດ້ປຶກສາຫາລືກ່ຽວກັບສະພາບການເສດຖະກິດການເງິນຊື່ງບັນດາພື້ນຖານເສດຖະກິດພວມປະເຊີນຫນ້າ. ສະພາບການເຕີບໂຕເສດຖະກິດໄລຍະສັ້ນແມ່ນດີພໍສົມຄວນ ດ້ວຍການຟື້ນຕົວຂອງບັນດາຕະຫລາດທີ່ຫາກໍ່ພົ້ນເດັ່ນຂຶ້ນ ແລະ ຕະຫລາດພວມພັດທະນາ. ລັດຖະມົນຕີການເງີນບັນດາພື້ນຖານເສດຖະກິດສະມາຊິກ ຕີລາຄາສູງ ແລະ ຮັບຮູ້ຄວາມສຳຄັນ 4 ຂົງເຂດບຸລິມະສິດຮ່ວມມືດ້ານການເງິນປີ 2017. ທ່ານ ດີງຕຽນຢູງ ໃຫ້ຮູ້ວ່າ:
        “ບັນດາເນື້ອໃນຊື່ງບັນດາທ່ານລັດຖະມົນຕີການເງິນໄດ້ປຶກສາຫາລື ລ້ວນແຕ່ແມ່ນເນື້ອໃນສຳຄັນ ແລະ ຈະລາຍງານຕໍ່ບັນດາການນຳ APEC ທີ່ເຂົ້າຮ່ວມກອງປະຊຸມໃນຕົ້ນເດືອນພະຈິກຈະມາເຖິງ. ໃນນັ້ນ ເນັ້ນຫນັກສອງເນື້ອໃນກ່ຽວກັບການລົງທຶນໄລຍະຍາວໃຫ້ແກ່ພື້ນຖານໂຄງລ່າງ ແລະ ການເງິນກວມລວມ. ໝາກຜົນການຮ່ວມມືກ່ຽວກັບການເງິນກວມລວມ ຈະແມ່ນເນື້ອໃນສຳຄັນໄດ້ຮັບການລວບລວມໃນບົດລາຍງານກ່ຽວກັບການເຕີບໂຕກວມລວມເສດຖະກິດການເງິນ ແລະ ສັງຄົມ ຈະຍື່ນສະເຫນີຕໍ່ບັນດາການນຳທີ່ກອງປະຊຸມສຸດຍອດ.”
      ແລະ ທີ່ການປະຊຸມຂ່າວ, ລັດຖະມົນຕີການເງິນ ຟີລີບຟີນ ໄດ້ແຈ້ງຂໍ້ມູນກ່ຽວກັບໝາກຜົນແຜນການດຳເນີນງານ Cebu. ຕາມຖະແຫລງການຮ່ວມຂອງບັນດາລັດຖະມົນຕີ ຊື່ງໄດ້ຮັບການປະກາດທີ່ການປະຊຸມຂ່າວ, ກອງປະຊຸມລັດຖະມົນຕີການເງິນ APEC ຄັ້ງທີ 25 ຈະຖືກຈັດຂຶ້ນຢູ່ Papua New Guinea ໃນເດືອນ ຕຸລາ ປີ 2018.
(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top