• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ການປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມ ຮັບຜິດຊອບ ຂອງ ຫວຽດນາມ ໃຫ້ແກ່ APEC

ໃນຂອບເຂດກອງປະຊຸມສຸດຍອດ ອາເປັກ 2021 (APEC 2021), ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມດ້້ວຍ ຄະ ນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມ ບັນດາການເຄື່ອນໄຫວຕົ້ນ ຕໍ ຂອງ ອາເປັກ ຢ່່າງຕັ້ງໜ້າ ໃນນັ້ນມີ ກອງປະຊຸມ ບັນດາ ຜູ້ນຳ ເສດຖະກິດ ອາເປັກ ຄັ້ງທີ 28, ການໂອ້ລົມສົນທະນາ ລະຫວ່າງ ຜູ້ນຳ ບັນດາພື້ນຖານເສດຖະກິດ ອາເປັກ ກັບ ສະພາທີ່ ປຶກສາ ວິສາຫະກິດ ອາເປັກ (ABAC), ກອງປະຊຸມສຸດຍອດ ວິສາຫະກິດ ອາເປັກ. ພ້ອມດຽວກັນ, ບັນດາລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີເສດຖະກິດ ຂອງ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມ ບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດ- ເສດຖະກິດ ຂອງ ອາເປັກ. 
ກອງປະຊຸມສຸດຍອດວິສາຫະກິດ ອາເປັກ 2021 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 11-12 ພະຈິກ ຢູ່ນະຄອນ Auckland (ນິວຊີແລນ) ຕາມຮູບແບບທາງໄກ ແລະ ໂດຍກົງ.

ພາຍໃຕ້ການເປັນປະທານຂອງ ທ່ານນາງ Jacinda Ardern, ນາຍົກລັດຖະມົນຕີ ນິວຊີແລນ, ປະເທດກຳລັງຮັກສາຕຳແໜ່ງ ປະທານ ອາເປັກ 2021, ກອງປະຊຸມໄດ້ດຳເນີນໄປດ້ວຍດີ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ກອງປະຊຸມຄັ້ງນີ້ ແລະ ບາງເຫດການໃນຂອບເຂດ ສັບປະດາ ຂັ້ນສູງ.

ປີ 2021 ແມ່ນປີທຳອິດ ຫວຽດນາມ ຜັນຂະຫຍາຍແຜນການພັດທະນາເສດຖະກິດ - ສັງຄົມ 2021 – 2025, ກ້າວເຂົ້າສູ່ໄລ ຍະແຫ່ງການເຊື່ອມໂຍງເຂົ້າກັບສາກົນ ຢ່າງຮອບດ້ານ ແລະ ກວ້າງຂວາງ. ການເຂົ້າຮ່ວມ ຂອງທ່ານປະທານປະເທດ ຫງວຽນ ຊວນຟຸກ ທີ່ກອງປະຊຸມສຸດຍອດ ອາເປັກ ຄັ້ງທີ 28 ຈະປະກອບ ສ່ວນ ຍົກສູງຖານະບົດບາດຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວຫຼາຍຝ່າຍເວົ້າລວມ ແລະ ອາເປັກ ເວົ້າສະເພາະ, ຊ່ວຍໃຫ້ ຫວຽດນາມ ເສີມຂະຫຍາຍບົດບາດ ແລະ ປະກອບ ສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິພາບ ໃນການພັດທະນາ ແຜນການດໍາເນີນງານ ຕາມວິໄສທັດ ຂອງ ອາເປັກ ຮອດປີ 2040.


ຂໍ້ລິເລີ່ມ ແລະ ຂໍ້ສະເໜີຂອງ ຫວຽດນາມ ໄດ້ສະທ້ອນໃຫ້ເຫັນ ໃນເອກະສານ ອາເປັກ

ປັດຈຸບັນ ເວທີປາໄສ ອາເປັກ ມີສະມາຊິກ 21 ປະເທດ, ໃນນັ້ນ ລວມມີ ເສດຖະກິດ ແຖວໜ້າ ຂອງໂລກ ເຊັ່ນ: ສ ອາເມລິກາ, ສປ ຈີນ, ຍີ່ປຸ່ນ...; 9 ສະມາຊິກ ກຸ່ມ 20 ພື້ນຖານ ເສດຖະກິດ ໃຫຍ່ (G20) ແລະ ຫຼາຍພື້ນຖານ ເສດຖະກິດ ທີ່ຫາກໍເດັ່ນຂຶ້ນ, ມີການພັດທະນາ ຢ່າງຂະຫຍັນຂັນແຂງ, ຕົວແທນປະມານ 38% ປະຊາກອນໂລກ, ປະກອບສ່ວນ 61% ຈີດີຟີ ແລະ 47% ການຄ້າທົ່ວໂລກ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮ່ວາງຢາງ ໄດ້ມີ ການແລກປ່ຽນ ກັບບັນດາສື່ມວນຊົນ ກ່ຽວກັບ ຜົນຂອງກອງປະ ຊຸມສຸດຍອດ ອາເປັກ 2021 ແລະ ບັນດາຂໍ້ສະເໜີ ແລະ ການປະກອບສ່ວນ ຂອງ ຫວຽດນາມ ເຂົ້າໃນເຫດການ ຂອງພາກພື້ນ. ຕາມທ່ານຮອງລັດຖະມົນຕີ, ສານ ທີ່ກວມລວມ ຂອງ ຫວຽດນາມ ໃນຄັ້ງນີ້ ເປັນການຢືນຢັນວ່າ ອາເປັກ ຍັງຄົງເປັນເວ ທີປາໄສ ລະດັບພາກພື້ນ, ໂດຍມີບົດບາດ ສົ່ງເສີມ ລັດທິຫຼາຍຝ່າຍ, ຊຸກຍູ້ການຮ່ວມມືຫຼາຍຝ່າຍ ເພື່ອເອົາຊະນະການລະບາດໂຄວິດ-19 ໂດຍໄວ, ພັດທະນາເສດຖະກິດແບບຍືນຍົງ, ສືບຕໍ່ເປັນກຳລັງຊຸກຍູ້ການພັດທະນາເສດຖະກິດ ຂອງ ພາກພື້ນ ແລະ ໂລກ.

ບັນດາຂໍ້ສະເໜີຂອງ ຫວຽດນາມ ແມ່ນສອດຄ່ອງກັບຄຳເຫັນຂອງບັນດາຜູ້ນຳ, ນັ້ນແມ່ນ ເພື່ອຟື້ນຟູ ແລະ ເອົາຊະນະ ການ ແຜ່ລະບາດ, ສິ່ງທຳອິດແມ່ນແບ່ງປັນ ວັກຊີນ, ເຂົ້າເຖິງ ວັກຊີນ, ອຸປະກອນການແພດ, ກຳລັງແຮງຢ່າງສະເໝີພາບ; ວາງອອກ ບັນດາມາດຕະການ ເພີ່ມທະວີ ການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ຍິ່ງຂຶ້ນ.



ທ່ານປະທານປະເທດ ຫງວຽນຊວນຟຸກ ເຂົ້າຮ່ວມ ກອງປະຊຸມ ບັນດາຜູ້ນຳ ເສດຖະກິດ ອາເປັກ ຄັ້ງທີ 28 ໄດ້ຈັດຂຶ້ນ ຕາມຮູບ ແບບທາງໄກ. ພາບ: ຖົ໋ງເຍິດ/VNA


ກອງປະຊຸມບັນດາຜູ້ນຳເສດຖະກິດ ອາເປັກ ຄັ້ງທີ 28 ໄດ້ຈັດຂຶ້ນຕາມຮູບແບບທາງໄກ. ພາບ: ຖົ໋ງເຍິດ/VNA


ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວປາໄສທີ່ ຮ່າໂນ້ຍ. ພາບ: ຖົ໋ງເຍິດ/VNA


ທ່ານນາງ Jacinda Ardern ນາຍົກລັດຖະມົນຕີ ນິວຊີແລນ ມອບການເປັນເຈົ້າພາບຈັດຕັ້ງປີ ອາເປັກ ຄັ້ງທີ 29 ໃຫ້ແກ່ ໄທ. ພາບ: ຖົ໋ງເຍິດ/VNA


ກ່ຽວກັບການພັດທະນາ, ຫວຽດນາມ ໄດ້ສະເໜີ ບັນດາມາດຕະ ການໃໝ່, ຮຽກຮ້ອງ ອາເປັກ ມີວິໄສທັດ ແລະ ວິທີການ ເຂົ້າເຖິງໃໝ່ ໃນການຟື້ນຟູເສດຖະກິດເຊັ່ນ: ຊຸກຍູ້ເສດຖະກິດ ດີຈີຕອນ, ຊຸກຍູ້ການຄ້າ ເອເລັກໂຕຣນິກ, ຊຸກຍູ້ການຄ້າເສລີ, ຍົກເລີກສິ່ງກີດຂວາງ ດ້ານການຄ້າ ເພື່ອຟື້ນຟູການຜະລິດ ແລະ ດຳເນີນທຸລະກິດ, ຫຼີກລ່ຽງການຢຸດສະງັກ ບັນດາຕ່ອງໂສ້ ການຜະລິດ.

ໃນຂະບວນການນີ້, ຫວຽດນາມ ໄດ້ສະເໜີ ໃຫ້ບັນດາສະມາຊິກຊ່ວຍເຫຼືອ ແລະ ເອົາໃຈໃສ່ ຕໍ່ບັນດາກຸ່ມຄົນດ້ອຍໂອກາດ, ບັນ ດາວິສາຫະກິດ ຂະໜາດນ້ອຍ ແລະ ກາງ.


ເຂົ້າຮ່ວມພິທີ ມີຜູ້ແທນ ປະມານ 4.500 ຄົນ ເຊິ່ງເປັນຜູ້ນຳບັນ ດາວິສາຫະກິດ ແຖວໜ້າ ຂອງ ພາກພື້ນອາຊີ - ປາຊີຟິກ. ປະທານປະເທດ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ນິວຊີແລນ, ນາຍົກລັດຖະມົນຕີ ອົດສະຕຣາລີ, ປະທານາທິບໍດີ ອິນໂດເນເຊຍ, ປະທານາທິບໍດີ ສ ເກົາຫຼີ, ປະທານາທິບໍດີ ເປຣູ, ນາຍົກລັດຖະມົນຕີ ສິງກະໂປ; ນາຍົກລັດຖະມົນຕີ ໄທ, ນາຍົກລັດຖະມົນຕີ ເຢຍລະມັນ... ເປັນແຂກຮັບເຊີນ ທີ່ມີກຽດ ຂອງ ກອງປະຊຸມປີນີ້.
ຕໍ່ໄປ, ໃນສະພາບການ ອາຊີ - ປາຊີຟິກ ກໍ່ຄືທົ່ວໂລກພວມຕ້ອງ ຮັບເອົາຜົນສະທ້ອນ ແລະ ສິ່ງທ້າທາຍຕໍ່ການປ່ຽນແປງຂອງດິນຟ້າອາກາດ, ຄວາມຮຽກຮ້ອງທີ່ວາງອອກ ແມ່ນຕ້ອງຮັບປະກັນການເຕີບໂຕເປັນມິດຕໍ່ສິ່ງແວດລ້ອມ.

ດັ່ງນັ້ນ, ບັນດາມາດຕະການ ແລະ ຂໍ້ສະເໜີ ຂອງ ຫວຽດນາມ ຕະຫຼອດຈົນການດໍາເນີນງານ ຕາມຄຳໝັ້ນສັນຍາ ຂອງ ຕົນ ກ່ຽວກັບ ການປ່ຽນແປງຂອງດິນຟ້າອາກາດ, ຍັງປະກອບສ່ວນເພີ່ມທະວີການຮ່ວມມື ອາເປັກ ຊຸກຍູ້ການເຕີບໂຕທ່ີເປັນ ມິດຕໍ່ ສິ່ງແວດລ້ອມ, ເຕີບໂຕ ແບບມີສ່ວນຮ່ວມ.

ສິ່ງສຸດທ້າຍ ແລະ ສຳຄັນທີ່ສຸດ ແມ່ນການປະຕິບັດ ວິໄສທັດ ອາເປັກ ຮອດປີ 2040 ຢ່າງມີປະສິດທິຜົນ. ຫວຽດນາມ ແມ່ນ ໜຶ່ງ ໃນບັນດາຜູ້ມີບົດບາດສຳຄັນ ໃນການກໍ່ສ້າງວິໄສທັດນີ້.

ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮວ່າງຢາງ ກ່າວວ່າ ບັນດາຂໍ້ລິເລີ່ມ ແລະ ຂໍ້ສະເໜີຂອງ ຫວຽດນາມ ໄດ້ຮັບການສະແດງອອກ ໃນບັນດາເອກະສານ ອາເປັກ, ໃນນັ້ນມີຖະແຫຼງການຂັ້ນສູງຂອງ ອາເປັກ, ຖະແຫຼງການຂັ້ນລັດຖະມົນຕີ ອາເປັກ ກໍຄື ແຜນການເຄື່ອນໄຫວຜັນຂະຫຍາຍວິໄສທັດ ອາ ເປັກ 2040. ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງການປະກອບສ່ວນຢ່າງມີຄວາມ ຮັບຜິດຊອບ, ຕັ້ງໜ້າ ແລະ ເປັນເຈົ້າການຂອງ ຫວຽດນາມ- ສະ ມາຊິກ ທີ່ຕັ້ງໜ້າ ແລະ ນຳໜ້າຂອງ ອາເປັກ ໃນການສ້າງ ແລະ ປັບປຸງຄວາມສາມັກຄີ ໃນ ອາເປັກ ເພື່ອເພີ່ມທະວີການຮ່ວມມື ເພື່ອພາກພື້ນອາຊີ - ປາຊີຟິກ  ທີ່ມີ ສັນຕິພາບ ແລະ ສະຖຽນ ລະພາບ.


ຫວຽດນາມ - ສະມາຊິກ ທີ່ຕັ້ງໜ້າ ຂອງ ອາເປັກ

ຫວຽດນາມ ໄດ້ເຂົ້າເປັນສະມາຊິກ ຢ່າງເປັນທາງການ ຂອງເວ ທີປາໄສການຮ່ວມມື ອາຊີ - ປາຊີຟິກ (APEC) ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ - ເສດຖະກິດ ອາເປັກ ຄັ້ງທີ 10, ວັນທີ 15 ພະຈິກ 1998, ຢູ່ນະຄອນຫຼວງ ກົວລາລຳເປີ (ມາເລເຊຍ); ເປັນຂີດໝາຍການພັດທະນາ ແລະ ເປີດກວ້າງເວທີປາໄສ, ນຳຈຳນວນສະມາຊິກ ອາເປັກ ຂຶ້ນ 21 ພື້ນຖານເສດຖະ ກິດ.

ນີ້ແມ່ນຂີດໝາຍອັນສຳຄັນ ໃນຂະບວນການຜັນຂະຫຍາຍ ນະໂຍບາຍການຕ່າງປະເທດທີ່ເປີດກວ້າງ, ຫັນເປັນຫຼາຍທິດ, ຫັນເປັນຫຼາຍຝ່າຍ ແລະ ເຊື່ອມໂຍງເສດຖະກິດ ສາກົນຂອງ ຫວຽດ ນາມ.

ພາກພື້ນ ອາເປັກ ມີຄວາມໝາຍສຳຄັນ, ຍຸດທະສາດ ຕໍ່ຄວາມປອດໄພ ແລະ ການພັດທະນາ ຂອງ ຫວຽດນາມ.

13 ໃນຈຳນວນ 17 ສັນຍາການຄ້າເສລີ (FTA) ທີ່ ຫວຽດນາມ ພວມຜັນຂະຫຍາຍ/ເຈລະຈາ/ລໍຖ້າການໃຫ້ສັດຕະຍາບັນ ກັບບັນດາສະມາຊິກ ອາເປັກ; ໃນນັ້ນ 17 ໃນຈຳນວນ 20 ສະມາ ຊິກ ອາເປັກ ແມ່ນຄູ່ຮ່ວມມື FTA ຂອງ ຫວຽດນາມ.

ຕະຫຼອດໄລຍະເວລາເກືອບ 23 ປີ ແຫ່ງການເຂົ້າຮ່ວມ ອາເປັກ, ຫວຽດນາມ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າ ໃນເວທີປາໄສ ອາເປັກ, ປະກອບສ່ວນຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການ ຮ່ວມມື ແລະ ການເຊື່ອມໂຍງເສດຖະກິດໃນພາກພື້ນ, ຮັກສາບົດບາດ ຂອງ ອາເປັກ ແມ່ນກົນໄກການເຊື່ອມໂຍງເສດຖະກິດ ຊັ້ນນໍາ ໃນພາກພື້ນ ອາຊີ-ປາຊີຟິກ.



ຕອນເຊົ້າວັນທີ 11 ພະຈິກ 2021, ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວປາໄສ ທີ່ກອງປະຊຸມສຸດຍອດວິສາຫະ ກິດ ອາເປັກ 2021
ທີ່່ໄດ້ຈັດຂຶ້ນເປັນເວລາ 2 ວັນແຕ່ວັນທີ 11 – 12 ພະຈິກ 2021 ຢູ່ນະຄອນ Auckland, ປະເທດນິວຊີແລນ.
ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວປາໄສ ທີ່ກອງປະ ຊຸມສຸດຍອດວິສາຫະກິດ ອາເປັກ 2021. ພາບ: ຖົ໋ງເຍິດ/VNA




ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມ ກອງປະຊຸມ ບັນດາຜູ້ນຳເສດຖະກິດ ອາເປັກ ຄັ້ງທີ 28 ຢູ່ ຮ່າໂນ້ຍ. ພາບ: ຖົ໋ງເຍິດ/VNA

ສິ່ງພົ້ນເດັ່ນສຸດແມ່ນ ຫວຽດນາມ ເປັນໜຶ່ງໃນຈຳນວນບໍ່ເທົ່າໃດ ສະມາຊິກ ທີ່ໄດ້ຮັບຜົນສຳເລັດ ໃນບົດບາດເປັນເຈົ້າພາບ ອາ ເປັກ 2 ຄັ້ງ, ໃນປີ 2006 ແລະ 2017.

ຫວຽດນາມ ເປັນໜຶ່ງ ໃນບັນດາສະມາຊິກ ທີ່ຕັ້ງໜ້າ ໃນການສະເໜີຂໍ້ລິເລີ່ມ ແລະ ໂຄງການ ມີກ່ວາ 100 ໂຄງການໃນຫຼາຍຂົງ ເຂດ.


APEC ແມ່ນເວທີປາໄສທີ່ເຕົ້າໂຮມ 15 ໃນຈຳນວນ 30 ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະ ຄູ່ຮ່ວມມືເສດຖະກິດການຄ້າແຖວໜ້າຂອງ ຫວຽດນາມ, ກວມຍອດວົງເງິນການຄ້າ ກວ່າ 77% ແລະ ການລົງທຶນໂດຍກົງ ເກືອບ 81%  ແລະ ການ ທ່ອງທ່ຽວ ກ່ວາ 85%.
ຂໍ້ລິເລີ່ມຫຼາຍຂໍ້ໂດຍ ຫວຽດນາມ ເປັນຜູ້ສະເໜີໄດ້ຮັບການ ຕີລາຄາວ່າ ແທດເໝາະຕົວຈິງ, ຕອບສະໜອງຄວາມສົນໃຈລວມ, ໂດຍສະເພາະແມ່ນການພັດທະນາກວມລວມ, ພັດທະນາ ແຫຼ່ງ ຊັບພະຍາກອນມະນຸດ ໃນຍຸກດີຈີຕອນ, ອຳນວຍຄວາມສະ ດວກ ໃຫ້ແກ່ການຄ້າເອເລັກໂຕຣນິກ ຂ້າມຊາຍແດນ, MSMEs ສີຂຽວ,  ຍືນຍົງ ແລະ ມີຫົວຄິດປະດິດສ້າງ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາຊົນນະບົດ ແລະ ຕົວເມືອງ…

ຄຽງຂ້າງນັ້ນ, ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານບໍລິຫານ ຂອງ ອາເປັກ ໂດຍຜ່ານການຮັບຜິດຊອບຫຼາຍບົດບາດທີ່ສຳຄັນ ໃນບັນດາກົນໄກ ແລະ ກຸ່ມປະຕິບັດງານ ທີ່ສຳຄັນ.

ພິເສດ ໃນໄລຍະ 2016-2018, ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນປະທານ, ຮອງປະທານ 18 ຄະນະ ແລະ ຄະນະປະຕິບັດ ງານຂອງ ອາເປັກ ແລະ ABAC, ໄດ້ຮັບການຕີລາຄາສູງຈາກບັນດາປະເທດສະມາຊິກ.

ໃນຖານະເປັນຮອງປະທານ ກຸ່ມສ້າງວິໄສທັດ ອາເປັກ, ຫວຽດ ນາມ ໄດ້ເປັນເຈົ້າການ ເຂົ້າຮ່ວມນຳພາຢ່າງຕັ້ງໜ້າໃນການນຳ ພາ, ປະສານງານ ຂະບວນການ ສ້າງບົດລາຍງານຂໍ້ສະເໜີແນະ ຂອງ ກຸ່ມວິໄສທັດ ອາເປັກ ດ້ວຍຫົວຂໍ້ “ປະຊາຊົນ ແລະ ຄວາມຈະເລີນຮຸ່ງເຮືອງ: ວິໄສທັດ ອາເປັກ ຮອດ 2040”.

ບົດບາດ ຂອງ ວິສາຫະກິດ ຫວຽດນາມ ຕໍ່ການຮ່ວມມື ອາເປັກ ກໍ່ໄດ້ຮັບການຍົກສູງຂຶ້ນ. ບັນດາວິສາຫະກິດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າ,  ສະເໜີ ຫຼາຍຂໍ້ສະເໜີ ຕໍ່ບັນດາຜູ້ນຳ ແລະ ລັດຖະມົນຕີ ອາເປັກ.

ໃນສະພາບການລະບາດໂຄວິດ-19, ຕັ້ງໜ້າເຂົ້າຮ່ວມ, ປະ ກອບສ່ວນເຂົ້າໃນ ຄວາມມານະພະຍາຍາມລວມ ຂອງ ຂະບວນການພັດທະນາ ຂອງ ອາເປັກ, ຫວຽດນາມ ໄດ້ຕັ້ງໜ້າ ເຂົ້າຮ່ວມ ສະເໜີຫຼາຍວິທີແກ້ໄຂ ເພື່ອຫຼີກລ່ຽງການຢຸດສະງັກຕ່ອງໂສ້ການສະໜອງ, ຮັບປະກັນຕະຫຼາດສົ່ງອອກ-ນຳເຂົ້າ ຂອງ ບັນດາພື້ນຖານເສດຖະກິດ ພາກພື້ນ; ຊຸກຍູ້ການແລກປ່ຽນປະ ສົບການ ແລະ ການປະສານງານ ດ້ານນະໂຍບາຍ ໃນການປະ ຕິບັດ ບັນດາວິທີການແກ້ໄຂເສດຖະກິດ, ການເງິນ ເພື່ອຜ່ານຜ່າວິກິດການ; ເພີ່ມທະວີ ບັນດາມາດຕະການ ໜູນຊ່ວຍ ບັນດາວິສາຫະກິດ ແລະ ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ປັບ ປຸງຄວາມ ສາມາດປັບຕົວໃນສະພາບການໃໝ່.

ພິເສດ, ປັດຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກນຳໜ້າ ເພື່ອແນໃສ່ຊຸກຍູ້ ອາເປັກ ໃຫ້ຄຳໝັ້ນສັນຍາຮ່ວມມືໃນການ ແບ່ງປັນ ວັກຊີນ, ເຂົ້າເຖິງວັກຊີນ ຢ່າງສະເໝີພາບ, ມີປະ ສິດທິຜົນ ແລະ ມີຄ່າໃຊ້ຈ່າຍທີ່ເໝາະສົມ; ພ້ອມກັນນັ້ນ, ຮຽກຮ້ອງ ບັນດາສະມາຊິກ ໃຫ້ຄໍາໝັ້ນສັນຍາ ມອບສົ່ງ ເຕັກໂນໂລຊີ ຜະ ລິດ ວັກຊີນ ໂດຍສະໝັກໃຈ ເພື່ອເປີດກວ້າງ ຂອບຂະໜາດ ການຜະລິດ ແລະ ສະໜອງວັກຊີນ, ມຸ່ງສູ່ການ ສ້າງພູມຄຸ້ມກັນ ໃນຊຸມຊົນ.

ປະຕິບັດໂດຍ: VNA/VNP - ແປໂດຍ: ບິກລຽນ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top