• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການບໍລິການ Logistic ມີບົດບາດໃຫຍ່ຫລວງສຳລັບພື້ນຖານເສດຖະກິດ ຫວຽດນາມ

      ຄ່າໃຊ້ຈ່າຍການບໍລິການ logistic ຂອງ ຫວຽດນາມ ເທົ່າກັບ 20,9% GDP, ຊຶ່ງແມ່ນໜຶ່ງໃນບັນດາຮົ້ວກີດຂວາງໃຫຍ່ ສົ່ງຜົນສະທ້ອນຕໍ່ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ.

ກອງປະຊຸມທົ່ວປະເທດກ່ຽວກັບການບໍລິການ logistic
      ນີ້ແມ່ນບັນຫາໄດ້ຍົກອອກມາທີ່ກອງປະຊຸມທົ່ວປະເທດກ່ຽວກັບການບໍລິການ logistic ຊຶ່ງໄດ້ດຳເນີນໃນຕອນເຊົ້າວັນທີ 16 ເມສາ ຢູ່ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ພ້ອມດ້ວຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ, ນັກຊ່ຽວຊານເສດຖະກິດພາຍໃນປະເທດ ແລະ ຕ່າງປະເທດຢູ່ 63 ສະຖານທີ່ຜ່ານເຄືອຂ່າຍອິນເຕີແນັດໃນທົ່ວປະເທດ.
        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:
        “ພວກເຮົາຕ້ອງຮັບຮູ້ຢ່າງຈະແຈ້ງ ກ່ຽວກັບຄ່າໃຊ້ຈ່າຍແມ່ນຮົ້ວກີດຂວາງໃຫຍ່ທີ່ສຸດສຳລັບວິສາຫະກິດ ຫວຽດນາມ ໃນປັດຈຸບັນ, ໃນນັ້ນ ຄ່າໃຊ້ຈ່າຍການບໍລິການ logistic ສູງ ພວມແມ່ນໜຶ່ງໃນບັນດາຮົ້ວກີດຂວາງໃຫຍ່ທີ່ສົ່ງຜົນສະທ້ອນຕໍ່ກຳລັງການແກ່ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ. ພ້ອມກັນນັ້ນ ການລົງທຶນທີ່ຍັງບໍ່ທັນເໝາະສົມລະຫວ່າງບັນດາແບບວິທີການຂົນສົ່ງ, ພ້ອມທັງການເຊື່ອມຕໍ່ຍັງອ່ອນດ້ອຍ ໄດ້ປະກອບສ່ວນເຮັດໃຫ້ເພີ່ມຄ່າໃຊ້ຈ່າຍການຂົນສົ່ງ ແລະ logistic ສູງຂຶ້ນ. ພວກເຮົາສ້າງທາງບົກແມ່ນຕົົ້ນຕໍ, ບັນດາຮູບການອື່ນໆພຽງແຕ່ຕ່ຳກ່ວາ 10% ເທົ່ານັ້ນ. ຈຸດອ່ອນນີ້ ໄດ້ເຮັດໃຫ້ພື້ນຖານເສດຖະກິດຕ້ອງເສຍຄ່າໃຊ້ຈ່າຍສູງ ”
        ທ່ານນາຍົກລັດທະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ການບໍລິການ logistic ມີບົດບາດໃຫຍ່ຫລວງສຳລັບພື້ນຖານເສດຖະກິດ ຫວຽດນາມ. ສະນັ້ນ ລັດຖະບານໄດ້ອະນຸມັດຜ່ານແຜນການດຳເນີນງານຍົດສູງກຳລັງແກ່ງແຍ້ງ ແລະ ພັດທະນາການບໍລິການ logistic ຂອງ ຫວຽດນາມ ຈົນຮອດປີ 2025.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top