• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນໍາພັກ, ລັດ ຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດຢູ່ທ້ອງຖິ່ນຕ່າງໆ

      ວັນທີ 20 ມັງກອນ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ປ້ອມທະຫານປ້ອງກັນຊາຍແດນ ດຶກມິງ ຢູ່ເມືອງ ໂມະດຶກ, ແຂວງກວ໋າງງາຍ.

ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ປ້ອມທະຫານປ້ອງກັນຊາຍແດນ
ດຶກມິງ ຢູ່ເມືອງ ໂມະດຶກ, ແຂວງກວ໋າງງາຍ (ພາບ: TTXVN)
             ນະທີ່ນີ້, ທ່ານ ຫວໍວັນເຖືອງ ປາດຖະໜາວ່າ ບັນດາພະນັກງານ, ນັກຮົບ ຈະຜ່ານຜ່າຄວາມຫຍຸ້ງຍາກ, ລໍາບາກ ເພື່ອປະຕິບັດສໍາເລັດໜ້າທີ່ໄດ້ຮັບການມອບໝາຍ, ຊ່ວຍປະຊາຊົນ ພ້ອມດ້ວຍອໍານາດການປົກຄອງທ້ອງຖິ່ນປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ ເປັນຢ່າງດີ, ຮັບປະກັນຄວາມສະຫງົບປອດໄພໃນບໍລິເວນ. ພ້ອມກັນນັ້ນ, ປະຕິບັດບັນດາໜ້າທີ່ກຽມພ້ອມສູ້ຮົບ ແລະ ຮ່ວມກັບອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນແກ້ໄຂບັນດາບັນຫາກ່ຽວກັບຄວາມສະຫງົບ ແລະ ການເມືອງໃນບໍລິເວນກໍຄືໃນເຂດຊາຍແດນຂອງປະເທດຊາດໃຫ້ເປັນຢ່າງດີ.
        ໃນວັນດຽວກັນ, ຢູ່ແຂວງຊອກຈັງ, ທ່ານ ເຈິ່ນແທັງເໝິນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ກໍໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ,ຄອບຄົວທຸກຍາກໃນບໍລິເວນເທດສະບານເມືອງ ອານລາກທົນ, ເມືອງ ເກແຊກ ແຂວງຊອກຈັງ.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top