• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດຢື້ຢາມຖາມຂ່າວ, ມອບຂອງຂວັນບຸນເຕັດຢູ່ທ້ອງຖິ່ນຕ່າງໆ

      ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ພ້ອມກັບຄະນະປະຕິບັດງານ ໄດ້ໄປຢ້ຽມາມ, ລະດົມກຳລັງໃຈ ແລະ ມອບຂອງຂວັນໃຫ້ສະມາຊິກກຳມະບານ, ຜູ້ອອກແຮງງານ... ຢູ່ແຂວງ ເທື່ອທຽນເຫ້ວ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ມອບຂອງຂວັນໃຫ້ຜູ້ອອກແຮງງານ
(ພາບ: suckhoedoisong.vn)
      ວັນທີ 21 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ພ້ອມກັບຄະນະປະຕິບັດງານ ໄດ້ໄປຢ້ຽມາມ, ລະດົມກຳລັງໃຈ ແລະ ມອບຂອງຂວັນໃຫ້ສະມາຊິກກຳມະບານ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ເປັນພະຍາດອັນຕະລາຍ, ຜູ້ຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ຢູ່ແຂວງ ເທື່ອທຽນເຫ້ວ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີຂານ 2022. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມອບຂອງຂວັນ 200 ພູດ, ແຕ່ລະພູດມີມູນຄ່າ 1.250.000 ດົ່ງ.
        ເມື່ອໄປຢ້ຽມຢາມຄົນເຈັບທີ່ພວມນອນປິ່ນປົວຢູ່ໂຮງໝໍວັນນະໂລກແຂວງ ເທື່ອທຽນເຫ້ວ, ນະຄອນ ເຫ້ວ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ໃຫ້ກຳລັງໃຈວ່າ:
        “ນັບແຕ່ເມື່ອເກີດໂລກລະບາດແຂວງ ເທື່ອທຽນເຫ້ວ ກໍ່ມີນັບສິບຄອບຄົວທີ່ມີຍາດຕິພີ່ນ້ອງເສຍຊີວິດ, ມີຜູ້ຕິດພະຍາດຫຼາຍກວ່າ, ເຂົາເຈົ້າສ່ວນຫຼາຍລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດໃນການດຳລົງຊີວິດ. ໂດຍຕາງໜ້າໃຫ້ການນຳພັກ ແລະ ລັດ ອວຍພອນປີໃໝ່ພໍ່ແມ່ພີ່ນ້ອງ, ຂໍຂອບໃຈສິ່ງດີງາມທຸກຢ່າງຈາກປະຊາຊົນ, ອົງຄະນະພັກ, ອຳນາດການປົກຄອງຂອງແຂວງ ເທື່ອທຽນເຫ້ວ ໄດ້ ແລະ ພວມພ້ອມກັບທົ່ວປະເທດ ຜ່ານຜ່າປີທີ່ປະສົບກັບຄວາມຫຍຸ້ງຍາກລຳບາກທີ່ສຸດ, ມານະພະຍາຍາມເພື່ອເຮັດແນວໃດພາຍຫຼັງບຸນເຕັດ, ພວກເຮົາໄດ້ກັບຄືນສູ່ການຜະລິດ, ຍາດເອົາທ່າພັດທະນາທີ່ເສຍໄປໃນເວລາ 2 ປີຜ່ານມາເປັນປົກກະຕິ”.
        ໃນວັນດຽວກັນ, ຢູ່ ໄຕນິງ, ທ່ານ ຫງວຽນຈ້ອງເຫງັຍ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ພ້ອມກັບຄະນະປະຕິບັດງານໄດ້ໄປຢ້ຽມຢາມ ກອງພົນ 5, ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ເປົ້າໝາຍປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງ ທາຍບິງ, ເມືອງ ເຈົາແທ່ງ, ຢ້ຽມຢາມ, ມອບຂອງຂວັນໃຫ້ກຳມະກອນຊາວຜູ້ອອກແຮງງານຢູ່ເມືອງ ກໍເຢົ່າ, ແຂວງ ໄຕນິງ.
        ໂດຍສືບຕໍ່ລາຍການປະຕິບັດງານຢູ່ບັນດາແຂວງເຂດ ໄຕງວຽນ, ວັນທີ 21 ມັງກອນ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ບຸຍທິມິງຮ່ວາຍ ພ້ອມກັບຄະນະປະຕິບັດງານໄດ້ເຂົ້າຮ່ວມລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ” ແລະ ຢ້ຽມຢາມ, ມອບຂອງຂວັນໃຫ້ແມ່ ຫວຽດນາມ ວິລະຊົນ, ຄອບຄົວນະໂຍບາຍ, ຜູ້ທຸກຍາກ, ກຳມະກອນ, ຜູ້ອອກແຮງງານໃນບໍລິເວນແຂວງ ດັກລັກ ເນື່ອງໃນໂອກາດບຸນເຕັດປີ 2022.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top