• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ການຖ່າຍທຳກ່ຽວກັບຄວາມມຸ່ງຂອງຂອງເດັກນ້ອຍເຂດພູດອຍ

ງານມະໂຫລານຮູບເງົາ “ເຜີຍແຜ່ຄວາມມຸ່ງຫວັງ”  ສຳລັບໃຫ້ແກ່ເດັກນ້ອຍຊົນເຜົ່າສ່ວນໜ້ອຍທີ່ແຂວງ ຮ່ວາບິ່ງ, ກາວບັ່ງ ແລະ ບັກກ້ານ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ບັນດາທ່ານຜູ້ຊົມ. ບັນດາເລື່ອງຮູບເງົາທີ່ແຕ່ງຂຶ້ນດ້ວຍຄວາມຈິງໃຈ,  ນຳ້ໃຈຂາວສະອາດຂອງພວກນັກຮຽນໄດ້ເຮັດໃຫ້ທ່ານຜູ້ຊົມມີຄວາມເຂົ້າໃຈເພີ່ມເຕິ່ມກ່ຽວກັບຄຳເວົ້າ ແລະ ຄວາມມຸ່ງຫວັງຂອງເດັກນ້ອຍ.
ງານມະໂຫລານຮູບເງົາ “ເຜີຍແຜ່ຄວາມມຸ່ງຫວັງ” ນອນໃນໂຄງການເຊື່ອມຕໍ່ທ່າແຮງບົ່ມຊ້ອນນຳພາ ໂດຍ ChildFund ຫວຽດນາມ ຈັດຕັ້ງແຕ່ປີ 2016-2019 ຈາກແຫຼ່ງທຶນອຸປະຖຳຂອງແຜນການຊ່ວຍເຫຼືອພັດທະນາ-ລັດຖະບານ ອົສຕຣາລີ. ເປົ້າໝາຍຂອງໂຄງການດັ່ງກ່າວເພື່ອແນໃສ່ “ເພີ່ມທະວີການເຂົ້າຮ່ວມ, ຄຳເວົ້າ, ການຕາງໜ້າຂອງເດັກນ້ອຍ ແລະ ໄວໜຸ່ມເພື່ອໃຫ້ພວກນ້ອງມີຄວາມຮັບຮູ້ຢ່າງຂະຫຍັນຂັນແຂງເຂົ້າໃນອະນາຄົດ ແລະ ເປັນການປຸກລະດົມ ກຳລັງໃຈໃຫ້ແກ່ບັນດາເດັກນ້ອຍໃນປະຊາຄົມ”. ໂຄງການດັ່ງກ່າວພວມໄດ້ຜັນຂະຫຍາຍທີ່ 12 ຕາແສງຢູ່ບັນດາເມືອງ ກິມໂບຍ (ແຂວງ ຮ່ວາບິ່ງ), ເງິນເຊີນ (ແຂວງ ບັກກ້ານ) ແລະ ກວາງອວຽນ (ແຂວງ ກາວບັ່ງ).
 
ໂຄງການໄດ້ດຶງດູດການເຂົ້າຮ່ວມໃນການແຕ່ງຮູບເງົາຂອງເດັກນ້ອຍ ແລະ ໄວໜຸ່ມກວ່າ 300 ຄົນມີອາຍຸແຕ່ 8-24 ປີ. ພວກເຂົາເຈົ້າໄດ້ຝຶກຊ້ອມກ່ຽວກັບວິທີການແຕ່ງບົດລະຄອນ, ເຕັກນິກການນຳໃຊ້ກ້ອງຖ່າຍວິດີໂອ, ໄດ້ຮຽນຄວາມຮູ້ພື້ນຖານກ່ຽວກັບການຈັດຮ່າງແສງສະຫວ່າງ, ວິທີການຖ່າຍທຳ. ສະມາຊິກແຕ່ລະຄົນໃນກຸ່ມຈະຮັກສາບົດບາດ ແລະ ໜ້າທີ່ຕົວຈິງ ຕາມຈຸດດີ ແລະ ຄວາມມັກຂອງຕົນ. 



ກຸ່ມຖ່າຍທຳພວມແຕ່ງບົດລະຄອນໃຫ້ແກ່ຮູບເງົາທີ່ກ່ຽວຂ້ອງເຖິງແບບແຜນວິຖີຊີວິດ. 


ການຝຶກຊ້ອມແຕ່ງບົດລະຄອນໃຫ້ແກ່ຮູບເງົາ.
 

ນັກສະແດງ ແລະ  ນັກຖ່າຍທຳພວມເຮັດວຽກທີ່ສະຖານທີ່ຖ່າຍທຳຮູບເງົາ. 


ປະຕິບັດການຖ່າຍທຳຮູບເງົາທີ່ຕາແສງ ລ້າງຫງຳ, ເງິນເຊີນ, ບັກກ້ານ.


ສາກໜຶ່ງໃນຮູບເງົາທີ່ໄດ້ກຸ່ມນັກຖ່າຍທຳຮູບເງົາປະຕິບັດຢູ່ຕາແສງ ຈຸງຮ່ວາ, ເງິນເຊີນ, ບັກກ້ານ. 


ສາກໜຶ່ງໃນຮູບເງົາທີ່ໄດ້ກຸ່ມນັກຖ່າຍທຳຮູບເງົາປະຕິບັດຢູ່ຕາແສງ ໂດກເລີບ, ກວາງອວຽນ, ກາວບັ່ງ. 


ສາກໜຶ່ງໃນຮູບເງົາ “ມື້ໜຶ່ງຂອງ ຍື” ໄດ້ຮັບລາງວັນ ສ່ອງແສງ
ເຖິງບັນຫາຂອງເດັກນ້ອຍຢ່າງຈະແຈ້ງທີ່ສຸດ. 



ຖ່າຍທຳດ້ວຍຄວາມໝັ້ນໃຈ. 


ບັນດານ້ອງນ້ອຍເມົາມົວກັບບັນດາຮູບພາບທີ່ຕົນເອງຖ່າຍໄດ້.


ເບິ່ງຄືນບັນດາພາບຖ່າຍທີ່ປະຕິບັດໄດ້.


ເຖິງວ່າ ອາຍຸຍັງນ້ອຍ, ແຕ່ເດັກນ້ອຍຫຼາຍຄົນນຳໃຊ້ກ້ອງຖ່າຍວິດີໂອ HD ຢ່າງຊິນເຄີຍ.

ພາຍຫຼັງການປະຕິບັດມາເປັນເວລາ 1 ປີ, ຄະນະບັນຊາໂຄງການໄດ້ຄັດເລືອກອອກ 22 ຮູບເງົາເຂົ້າຮອບຊີງຊະນະເລີດໃນງານມະໂຫລານຮູບເງົາ “ເຜີຍແຜ່ຄວາມມຸ່ງຫວັງ”. ມີ 15 ຮູບເງົາໄດ້ຮັບລາງວັນ, ໃນນັ້ນ ມີ 7 ລາງວັນຕົ້ນຕໍ ແລະ 8 ລາງວັນສຳຮອງ, 1 ລາງວັນໂດຍທ່ານຜູ້ຊົມຄັດເລືອກ. ຮູບເງົາ“ບ່ອນອີງໃຫ້ລູກ” (ຕາແສງ ຮົ່ງດິງ, ເມືອງ ກວາງອວຽນ, ແຂວງ ກາວບັ່ງ) ຍາດໄດ້ລາງວັນຮູບເງົາດີເດັ່ນ. ຮູບເງົາ “ຫາກວ່າ” (ຕາແສງ ກິມຈີວ, ເມືອງ ກິມໂບຍ, ແຂວງ ຮ່ວາບິ່ງ) ຍາດໄດ້ລາງວັນນັກສະແດງດີເດັ່ນ. ຮູບເງົາ “ມັນແຕກຕ່າງ” (ຕາແສງ ຫຼາງເງິມ, ເມືອງ ເງິນເຊີນ, ແຂວງ ບັກກ້ານ” ຍາດໄດ້ລາງວັນຜູ້ກຳກັບດີເດັ່ນ. ສາລະຄະດີສະແດງຄຸນຄ່າຂອງໜັງສືພິມທີສຸດແມ່ນ “ຫ້ອງນຳ້ທີ່ສະອາດ” (ຕາແສງ ເຖື້ອງຕຽນ, ເມືອງ ກິມໂບຍ, ແຂວງ ຮ່ວາບິ່ງ). ສາລະຄະດີມີລັກສະນະສົດໆ ຮ້ອນໆ ທີສຸດແມ່ນ “ທາງຂຶ້ນໂຮງຮຽນຂອງນ້ອງ” (ຕາແສງ ນ່າປັກ, ເມືອງ ເງິນເຊີນ, ແຂວງ ບັກກ້ານ). ຮູບເງົາ “ມື້ໜຶ່ງຂອງຍື” (ຕາແສງ ກວຍຫ້າ, ເມືອງ ກິມໂບຍ, ແຂວງ ຮ່ວາບິ່ງ) ຍາດໄດ້ລາງວັນຮູບເງົາສ່ອງແສງເຖິງບັນຫາຂອງເດັກນ້ອຍຢ່າງຈະແຈ້ງທີ່ສຸດ.
 
ທ້າວ ດົ່ງວິງກວາງ, ອາຍຸ 10 ປີ, ຕາແສງ ຈຸງຮ່ວາ, ເມືອງ ເງິນເຊີນ, ແຂວງ ບັກກ້ານ ໃຫ້ຮູ້ວ່າ: “ນ້ອງຮູ້ສຶກດີໃຈທີ່ໄດ້ເຂົ້າຮ່ວມໃນການຖ່າຍທຳຮູບເງົາ, ນ້ອງໄດ້ພົບປະກັບໝູ່ຫຼາຍຄົນ, ໄດ້ຮຽນວິທີການຖ່າຍທຳ, ໄດ້ເຮັດວຽກຕາມກຸ່ມ ແລະ ໄດ້ອອກຄຳຕັດສິນໃນການຖ່າຍທຳຮູບເງົາ”.  


ໃນເວລາເຂົ້າຮ່ວມງານມະໂຫລານຮູບເງົາ, ພວກເດັກນ້ອຍຍັງປະຕິບັດການຖ່າຍທຳຮູບເງົາ.


ຮູບເງົາ “ບ່ອນອີງໃຫ້ລູກ” (ຕາແສງ ຮົ່ງດິງດ ເມືອງ ກວາງອວຽນ, ແຂວງ ກາວບັ່ງ) ຍາດໄດ້ລາງວັນຮູບເງົາດີເດັ່ນ.


ຄວາມດີໃຈຂອງບັນດາເດັກນ້ອຍ (ຕາແສງ ເຖື້ອງຕຽນ, ເມືອງ ກິມໂບຍ, ແຂວງ ຮ່ວາບິ່ງ)
ຍາດໄດ້ລາງວັນສາລະຄະດີສະແດງຄຸນຄ່າຂອງໜັງສືພິມທີສຸດຜ່ານຮູບເງົາ “ຫ້ອງນຳ້ທີ່ສະອາດ”.



ບັນດາພະນັກງານຂອງ ChildFund ຫວຽດນາມ ສອນເຕັກນິກການຖ່າຍທຳຮູບເງົາໃຫ້ແກ່ພວກເດັກນ້ອຍ.


ນຳ້ໃຈຂາວສະອາດ ແລະ ໃກ້ຊິດຂອງບັນດານ້ອງນ້ອຍທີ່ງານມະໂຫລານຮູບເງົາ. 

ຜ່ານບັນດາຮູບເງົາ, ອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ນັກຮຽນຈະເຂົ້າໃຈເພີ່ມເຕິ່ມກ່ຽວກັບຄຳເວົ້າ ແລະ ຄວາມມຸ່ງຫວັງຂອງເດັກນ້ອຍ. ທ່ານ ກວັດດິ່ງແຫ້ງ, ຫົວໜ້າຫ້ອງການແຮງງານ-ຜູ້ເສຍອົງຄະ ແລະ ສັງຄົມເມືອງ ກິມໂບຍ, ແຂວງຮ່ວາບິ່ງ ໃຫ້ຮູ້ວ່າ: “ຂ້າພະເຈົ້າຮູ້ສຶກຕົກຕະລຶງ ເພາະຄວາມພະຍາຍາມຂອງພວກນ້ອງນ້ອຍ, ເຂົາເຈົ້າຮູ້ຄັດເລືອກ ແລະ ຂຸດຄົ້ນບັນດາຫົວຂໍ້ທີ່ໃກ້ຊິດກັບຄອບຄົວ ແລະ ປະຊາຄົມ ດ້ວຍຫຼາຍຮູບພາບທີ່ສວຍງາມ”.
ບົດ: ເຈິ່ນເວີນ - ພາບ: ເອກະສານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top