• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການກະທຳຂອງຈີນ ກໍ່ຜົນສະທ້ອນເຖິງຫຼາຍປະເທດທີ່ມີອະທິປະໄຕຢູ່ທະເລຕາເວັນອອກ

      ເປັນຄັ້ງທີ 2 ໃນຮອບເວລາ 1 ເດືອນຜ່ານມາ, ກ່ຳປັ່ນສຳຫຼວດໄຮ້ຢ໊າງ 8 ຂອງຈີນ ແລະ ກ່ຳປັ່ນປ້ອງກັນຈຳນວນໜຶ່ງຂອງຈີນ ໄດ້ກັບມາເຄື່ອນໄຫວລະເມີດເຂດໄຫຼ່ທະວີບຂອງຫວຽດນາມ.

(ເຂດເຮືອນຮ້ານ DK1 ຂອງຫວຽດນາມ)
      ນີ້ແມ່ນການກະທຳລະເມີດກົດໝາຍສາກົນຢ່າງຮ້າຍແຮງ, ຍ້ອນນີ້ແມ່ນເຂດທະເລທີ່ຂຶ້ນກັບສິດອະທິປະໄຕ ແລະ ສິດອຳນາດສານຂອງຫວຽດນາມ, ເຊິ່ງໄດ້ກຳນົດຕາມບັນດາຂໍ້ກຳນົດຂອງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ບໍ່ພຽງແຕ່ເທົ່ານັ້ນ, ການກະທຳຂອງຈີນ ຍັງກໍ່ຜົນສະທ້ອນເຖິງຫຼາຍປະເທດໃນພາກພື້ນອີກດ້ວຍ.
        ໃນຊຸມມື້ຜ່ານມາ, ກຸ່ມກ່ຳປັ່ນສຳຫຼວດໄຮ້ຢ໊າງ 8 ຂອງຈີນ ໄດ້ລະເມີດເປັນຄັ້ງທີ 2 ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ ຢູ່ທາງທິດໃຕ້ທະເລຕາເວັນອອກ. ຫາງສຽງມີຄວາມວິຕົກກັງວົນຕໍ່ບັນດາການກະທຳລະເມີດຂອງຈີນ ຢູ່ທະເລຕາເວັນອອກ ເຮັດໃຫ້ຫຼຸດຜ່ອນຄວາມໄວ້ເນື້ອເຊື່ອໃຈ, ເພີ່ມຄວາມເຄັ່ງຕຶງ, ພາໄປເຖິງການຂາດຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນ.
        ຫວຽດນາມ ໄດ້ພົບພັນກັບຝ່າຍຈີນ, ຄັດຄ້ານເລື່ອງຈີນ ສືບຕໍ່ມີການກະທຳລະເມີດທີ່ຮ້າຍແຮງ, ຮຽກຮ້ອງໃຫ້ຈີນ ຖອນກຸ່ມກ່ຳປັ່ນດັ່ງກ່າວທັງໝົດອອກຈາກເຂດທະເລຂອງຫວຽດນາມ, ເຄົາລົບສິດອະທິປະໄຕ, ສິດອຳນາດສານ, ບັນດາສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ແລະ ຊອບທຳຂອງຫວຽດນາມ ຕາມ UNCLOS ແລະ ກົດໝາຍສາກົນ.

ທ່ານສາດສະດາຈານ Alexander Vuving, ນັກຄົ້ນຄວ້າຂັ້ນສູງ,
ສັງກັດສູນຄົ້ນຄວ້າຄວາມໝັ້ນຄົງອາຊີ - ປາຊີຟິກ ຂອງອາເມລິກາ
(ພາບ: AP)
      ປະຊາຄົມສາມາດແຄ້ນເຄືອງ ແລະ ກ່າວປະນາມ
        ການກະທຳຂອງຈີນ ສືບຕໍ່ເຮັດໃຫ້ປະຊາຄົມສາກົນແຄ້ນເຄືອງ ແລະ ກ່າວປະນາມ. ທ່ານສາດສະດາຈານ Alexander Vuving, ນັກຄົ້ນຄວ້າຂັ້ນສູງ, ສັງກັດສູນຄົ້ນຄວ້າຄວາມໝັ້ນຄົງອາຊີ - ປາຊີຟິກ ຂອງອາເມລິກາ, ໃຫ້ຂໍ້ສັງເກດວ່າ, ການກະທຳກະມຶງກະມັງຂອງຈີນ ຈະເຮັດໃຫ້ເກີດມີຄວາມສ່ຽງຫຼາຍຢ່າງສຳລັບພາກພື້ນອາຊີ - ປາຊີຟິກ.
        “ຂ້າພະເຈົ້າຄິດວ່າ ຈະເກີດມີຄວາມສ່ຽງໃຫຍ່ຫຼວງ 2 ຢ່າງສຳລັບພາກພື້ນ. ດ້ວຍການກະທຳດັ່ງກ່າວ, ຈີນ ສືບຕໍ່ມຸ່ງໄປເຖິງເສັ້ນທາງຍາດເອົາບັນດາສິດຄວບຄຸມທະເລຕາເວັນອອກ, ງຳຄຸມທະເລຢູ່ພາກພື້ນຕື່ມອີກ. ທີ 2 ແມ່ນ, ການຈັດວາງພຽງລຳພັງຝ່າຍດຽວຂອງຈີນ ໄດ້ຢ້ຽບຍ່ຳກົດໝາຍສາກົນ. ຖ້າຫາກບໍ່ສະກັດກັ້ນນັ້ນ, ຈະປັບປຸງສະພາບຕົວຈິງຢູ່ທະເລຕາເວັນອອກ ຕື່ມອີກ ນັ້ນແມ່ນ “ກຳລັງແຮງຂອງຈີນ ຢືນສູງກວ່າກົດໝາຍສາກົນ”, ບັງຄັບໃຫ້ທຸກຄົນຕ້ອງຍ້ອມຮັບ”.
        ໃນໄລຍະຜ່ານມາ, ຫຼາຍປະເທດຢູ່ພາກພື້ນ ແລະ ໃນໂລກ ລ້ວນແຕ່ສະແດງໃຫ້ເຫັນຄວາມວິຕົກກັງວົນຕໍ່ເລື່ອງຈີນ ມີບັນດາການກະທຳລະເມີດເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ ຢ່າງຕໍ່ເນື່ອງ. ມາຮອດປະຈຸບັນ, ຫວຽດນາມ ຍັງຢືດໝັ້ນການແກ້ໄຂຜ່ານທາງການທູດໂດຍສັນຕິວິທີ, ເດັດດ່ຽວຮຽກຮ້ອງໃຫ້ຈີນ ຢຸດຕິບັນດາການກະທຳລະເມີດອຳນາດອະທິປະໄຕ, ສິດອະທິປະໄຕຂອງຫວຽດນາມ, ຢືດໝັ້ນຮຽກຮ້ອງຄວາມສາມັກຄີໃນພາກພື້ນ, ຍົກສູງການເຄົາລົບກົດໝາຍສາກົນ. ຕາມນັກຊ່ຽວຊານສາກົນຫຼາຍທ່ານແລ້ວ, ຈາກແງ່ມູມກົດໝາຍສາກົນ, ສຽງເວົ້າຂອງຫາງສຽງທີ່ກ້າວໜ້າໃນໂລກ ກໍ່ແມ່ນໜຶ່ງໃນບັນດາມາດຕະການຮັບປະກັນການປະຕິບັດກົດໝາຍ, ແມ່ນພື້ນຖານນິຕິທຳເພື່ອໃຫ້ ຈີນ ບັງຄັບຕ້ອງເຄົາລົບກົດໝາຍສາກົນ. ທ່ານສາດສະດາຈານ Alexander Vuving, ຍົກອອກຄຳເຫັນວ່າ.
        “ຂ້າພະເຈົ້າຄິດວ່າ, ບໍ່ພຽງແຕ່ມີບັນດາປະເທດຢູ່ເຂດແຄມຝັ່ງຄືຫວຽດນາມ, ຟີລິບປິນ, ມາເລເຊຍ ຫາກນັບທັງບັນດາປະເທດຢູ່ພາຍນອກທີ່ມີຜົນປະໂຫຍດລວມໃນການປົກປ້ອງກົດໝາຍສາກົນ ກໍ່ສາມາດຮ່ວມມືນຳກັນ, ບໍ່ພຽງແຕ່ດ້ານການທະຫານເທົ່ານັ້ນ, ຫາກຍັງສາມາດນຳໃຊ້ບັນດາກ່ຳປັ່ນປະຕິບັດກົດໝາຍຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເພີ່ມທະວີກຳລັງຄວາມສາມາດ ເພື່ອພ້ອມກັນປົກປ້ອງການປະຕິບັດກົດໝາຍຢູ່ເຂດນີ້. ບັນດາປະເທດຕ້ອງສົມທົບກັນຢ່າງແຮງກວ່າອີກ ເພື່ອສ້າງເປັນແນວຮົບສາກົນທີ່ກວ້າງໃຫຍ່ຢ່າງພຽງພໍ ເພື່ອຕ້ານຄືນການລະເມີດສາກົນຂອງຈີນ ຢູ່ທະເລຕາເວັນອອກ, ຕ້ານຄືນຄຳຮຽກສິດ ເສັ້ນລິ້ນງົວ ຂອງຈີນ ຢູ່ທະເລຕາເວັນອອກ. ເຮັດແນວນັ້ນຈຶ່ງບັງຄັບໃຫ້ຈີນ ຕ້ອງປ່ຽນແປ່ງການກະທຳຂອງຕົນໄດ້”.
ບໍ່ສາມາດຍອມຮັບການກະທຳ ຕາມລໄງພັງຝ່າຍດ່ຽວ
        ເປັນທີ່ຈະແຈ້ງແລ້ວວ່າ, ບັນດາການກະທຳຄືໃນປະຈຸບັນຂອງຈີນ ຄື ນຳກ່ຳປັ່ນເຂົ້າເຂດຂຶ້ນກັບອຳນາດອະທິປະໄຕຂອງຫວຽດນາມ, ຂັບໄລ່ກ່ຳປັ່ນຫາປາ… ແມ່ນການກະທຳຜິດກົດໝາຍ. ບັນດາຄວາມມັກໃຫຍ່ໄຝ່ສູງ ແລະ ບັນດາການຄິດໄລ່ຂອງຈີນ ຢູ່ທະເລຕາເວັນອອກ ແມ່ນການຖືກເບົາ ແລະ ບໍ່ເຄົາລົບກົດໝາຍສາກົນ.
        ສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 - ກຳນົດວ່າ, ໃນເຂດເສດຖະກິດຈຳເພາະຂອງບັນດາປະເທດ, ເມື່ອປະເທດອື່ນຢາກສຳຫຼວດ, ຂຸດຄົ້ນ ຫຼື ຫາປາ ລ້ວນແຕ່ຕ້ອງຂໍອະນຸຍາດນຳປະເທດປະຈຳຖິ່ນ. ຖ້າຫາກບໍ່ໄດ້ຮັບຄວາມເຫັນດີຂອງປະເທດປະຈຳຖິ່ນນັ້ນ, ຕໍ່ຖືວ່າ ການກະທຳນັ້ນແມ່ນລະເມີດກົດໝາຍສາກົນ, ລະເມີດອຳນາດອະທິປະໄຕ, ສິດອະທິປະໄຕ ແລະ ສິດອຳນາດສານຂອງປະເທດມີເຂດເສດຖະກິດຈຳເພາະ. ໃນກໍລະນີດັ່ງກ່າວ, ການກະທຳຂອງຈີນ ນຳກ່ຳປັ່ນ ໄຮ້ຢ໊າງ 8 ມາສຳຫຼວດຢູ່ຫາດດອນ ຕືຈິ໊ງ ຂອງຫວຽດນາມ ແມ່ນລະເມີດສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ຢ່າງຮ້າຍແຮງ. ການກະທຳດັ່ງກ່າວຂອງຈີນ ກໍ່ລະເມີດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ເຊິ່ງຈີນ ໄດ້ລົງນາມກັບບັນດາປະເທດອາຊຽນ ຢູ່ກຳປູເຈຍ.
        ນັບແຕ່ເດືອນ ມິຖຸນາ 2012, ຈີນ ໄດ້ໃຫ້ຄຳໝັ້ນສັນຍາຢ່າງເປີດເຜີຍກັບການນຳຫວຽດນາມ ແລະ ບັນດາປະເທດອາຊຽນ ເປັນຫຼາຍຄັ້ງວ່າ ຈີນ ຍາມໃດກໍ່ສະແດງໃຫ້ເຫັນໜ້າທີ່ຮັບຜິດຊອບຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ. ສະເພາະປື້ມປົກຂາວປ້ອງກັນປະເທດຈີນ ທີ່ປະກາດເມື່ອວັນທີ 27 ກໍລະກົດ ຜ່ານມາ, ຈີນ ຖະແຫຼງວ່າ ບໍ່ມີຍາມໃດຈະມີການກະທຳບຽດຢຶດອະທິປະໄຕຂອງປະເທດອື່ນ. ການກະທຳຂອງຈີນ ນຳກ່ຳປັ່ນມາສຳຫຼວດຢູ່ ຫາດດອນ ຕືຈິ໊ງ ຂອງຫວຽດນາມ ຄວາມຈິງແມ່ນໄປຝືນກັບກົດໝາຍສາກົນທັງໝົດ, ໄປຝືນກັບບັນດາສິ່ງທີ່ຈີນ ໃຫ້ຄຳໝັ້ນສັນຍາກັບໂລກ ແລະ ຫວຽດນາມ. ສະນັ້ນ, ການກະທຳດັ່ງກ່າວຂອງຈີນ ເອງໄດ້ເຮັດໃຫ້ອິດທິພົນຊື່ສຽງຂອງຈີນ ບົນເວທີສາກົນຖືກຫຼຸດໜ້ອຍຖອຍລົງຢ່າງງຮ້າຍແຮງ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top