• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ການກະຕຸກຊຸກຍູ້ໃຫ້ແກ່ຂະແໜງການທ່ອງທ່ຽວ

ໂດຍການເຂົ້າຮ່ວມ ແລະ ເປັນປະທານຊີ້ນຳກອງປະຊຸມ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ພ້ອມກັບຮອງນາຍົກ ສອງທ່ານຄື: ທ່ານ ເວືອງດິງເຫວ້ ແລະ ທ່ານ ວູດຶກດາມ, ກອງປະຊຸມ ທ່ົວປະເທດກ່ຽວກັບ ການພັດທະນາການທ່ອງທ່ຽວເຊິ່ງດຳເນີນ ໃນວັນທີ 9 ສິງຫາ ຜ່ານມາທີ່ ນະຄອນ ໂຮ້ຍອານ, ເຂວງ ກວາງນາມ ຖືວ່າເປັນການກະຕຸກຊຸກຍູ້ອັນໃໝ່ ແລະ ສຳຄັນຕໍ່ກັບການແກ້ໄຂບັນຫາອັນຫຍຸ້ງຍາກຂອງການ ທ່ອງທ່ຽວຫວຽດນາມ ເພື່ອມຸ່ງສູ່ເປົ້າຫມາຍເຮັດໃຫ້ການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມໃນປີ 2020. 
ກອງປະຊຸມຄັ້ງນີ້ ມີການເຂົ້າຮ່ວມຂອງການນຳຫລາຍກະຊວງຂະແໜງການຈາກສູນກາງ ລົງຮອດທ້ອງຖິ່ນສຳຄັນກ່ຽວກັບການທ່ອງທ່ຽວ ແລະ ຫລາຍວິສາຫະກິດໃຫຍ່ໃນຂົງເຂດດັ່ງກ່າວ ໃນຂອບເຂດທ່ົວປະເທດ.
 
ບັນດາທ່ານຜູ້ແທນມີຄວາມເຫັນດີເຫັນພ້ອມກັບການນຳສະເໜີເປີດ ກວ້າງຂອບເຂດຈຳນວນທ່ົວປະເທດ ແລະ ເຂດແຄ້ວນນຳໃຊ້ການຍົກເລີກວິຊາໃຫ້ນັກທ່ອງທ່ຽວເພື່ອບັນລຸໃຫ້ໄດ້ 3 ຫຼຸດ: ຫຼຸດຜ່ອນເວລາ, ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຫຼຸດຜ່ອນການປະກອບເອກະສານ. ໃນຂະນະທີ່ຫວຽດນາມຫາກໍ່ຍົກເລີກວິຊາໃຫ້ແກ່ 22 ປະເທດ ແລະ ເຂດແຄ້ວນ, ບັນດາປະເທດໃນພາກພື້ນ ໄດ້ຍົກເລີກວິຊາໄດ້ 60 ເຖິງ 160 ປະເທດ ແລະ ເຂດແຄ້ວນ. ນີ້ແມ່ນປັດໃຈສຳຄັນ ທີ່ເຮັດໃຫ້ນັກທ່ອງທ່ຽວທີ່ຮັກປະເທດຫວຽດນາມ ໄດ້ເລືອກໄປປະເທດອື່ນແທນ, ບັນດາທ້ອງຖິ່ນກໍ່ໄດ້ສະເໜີໃຫ້ລັດຖະບານມີມາດຕະການອະນຸຍາດໃຫ້ຈັດຕັ້ງຜັນຂະຫຍາຍກິດຈະກຳການທ່ອງທ່ຽວພາຍໃນ 24 ຊົ່ວໂມງ.
 
ກ່າວປາໄສທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນວ່າ ທຸກໆ ແຫ່ງບ່ອນໃນຫວຽດນາມກໍ່ລ້ວນແຕ່ສາມາດເຮັດການທ່ອງທ່ຽວ ແຕ່ໃນລະດັບຕ່າງກັນ, ບັນຫາສຳຄັນແມ່ນກຳນົດທິດທາງການລົງທຶນ ແລະ ພັດທະນາໃຫ້ຖືກຕ້ອງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສຊີ້ນຳທີ່
ກອງປະຊຸມທ່ົວປະເທດກ່ຽວກັບພັດທະນາການທ່ອງທ່ຽວ. ພາບ: ຖົ໋ງເຍິດ/VNA

ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ຫວຽດນາມບໍ່ມີຖະໜົນແສງ ສີແສງ, ບໍ່ມີທຸລະກິດການພະນັນ Casino ທ່ົວໆໄປ, ແຕ່ລັດຖະບານຈະມີນະໂຍບາຍ ອຳນວຍຄວາມສະດວກໃຫ້ແກ່ການພັດທະນາການທ່ອງທ່ຽວ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານໄດ້ລົງທຶນ 200 ຕື້ດົ່ງເພ່ືອໃຫ້ກະຊວງຕຳຫຼວດສ້າງ ແລະ ຜັນຂະຫຍາຍຂັ້ນຕອນການອອກວິຊາທາງເອເລກໂທນິກ, ເລີ່ມປະຕິບັດແຕ່ວັນທີ 1 ກໍລະກົດ ປີ 2017 ເປັນຕົ້ນໄປ.
 
ເຫັນດີເຫັນພ້ອມນຳທັດສະນະຂອງກອງປະຊຸມ,ຕີລາຄາການພັດທະນາການທ່ອງທ່ຽວ ຫວຽດນາມ ຍັງບໍ່ທັນສົມດຸນກັບທ່າແຮງບົ່ມຊ້ອນ ແລະ ທ່າໄດ້ປຽບຂອງປະເທດ. ທ່ານນາຍົກລັດຖະມົນຕີຢືນຢັນຄວາມຕັດສິນໃຈຂອງລັດຖະບານຕ້ອງປະຕິບັດໃຫ້ໄດ້ຈຸດໝາຍນຳເອົາການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມ.
 
ເພື່ອບັນລຸດໄດ້ເປົ້າໝາຍດັ່ງກ່າວ, ທ່ານນາຍົກລັດຖະມົນຕີໄດ້ໄຈ້ແຍກວ່າ ຕ້ອງມີຄວາມຕັດສິນໃຈສູງ ແລະ ມີການເຂົ້າຮ່ວມຂອງທັງລະບົບການເມືອງ, ມີການປະສານ ງານຢ່າງແຫນ້ນແຟ້ນ, ຄົບຊຸດ ແລະ ຈິດໃຈກ້າຄິດ, ກ້າທຳ, ກ້າຮັບຜິດຊອບຂອງບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ; ຄວາມຂະຫຍັນຂັບເຄື່ອນ, ມີຫົວຄິດປະດິດສ້າງ ຂອງວິສາຫະກິດ, ນັກລົງທຶນ, ວົງຄະນະຍາດ ແລະ ປະຊາຊົນໃນການພັດທະ ນາການທ່ອງທ່ຽວ.
 
ທ່ານນາຍົກລັດຖະມົນຕີຊີ້ນຳວ່າ, ການພັດທະນາການທ່ອງທ່ຽວຕາມທິດເປັນອາຊີບ, ມີຄຸນນະພາບ, ມີຈຸດເນັ້ນໜັກ ແລະ ມີຈຸດສຸມ, ສ້າງຊື່ສຽງ ແລະ ມີຄວາມສາມາດໃນການແຂ່ງຂັນ, ຕ້ອງຕິດພັນກັບການອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງຊາດ, ປົກປັກຮັກສາທິວທັດທຳມະຊາດ, ສິ່ງແວດລ້ອມ, ຮັບປະກັນຄວາມສະຫງົບ-ປ້ອງກັນຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
 
ທ່ານນາຍົກລັດຖະມົນຕີ ກໍ່ເຫັນດີກັບການສ້າງກອງທຶນຊ່ວຍໜູນພັດທະນາການທ່ອງທ່ຽວ ຕົ້ນຕໍ່ແມ່ນນຳໃຊ້ເຂົ້າໃນການໂຄສະນາເຜີຍແຜ່ ແລະ ລົງທຶນພັດທະນາຜະລິດຕະພັນ, ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ຍົກສູງຄວາມສາມາດໃນລະບຽບການດ້ານທ່ອງທ່ຽວ.

ມໍລະດົກ ວັດທະນະໂລກ ຄຸ້ມເມືອງເກ່ົາ ໂຮ້ຍອານ. ພາບ: ຫງວຽນຖັ໋ງ/VNP


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຢ້ຽມຊົມ
ແລະ ພົບປະກັບແຂກທ່ອງທ່ຽວ ຢູ່ຄຸ້ມເມືອງເກ່ົາ ໂຮ້ຍອານ. ພາບ: ຖົ໋ງເຍິດ/
VNA



ເຮືອຂົນສ່ົງຜະລິດຕະພັນກະເສດ, ໝາກໄມ້ ແລກປ່ຽນຊື້ຂາຍຢູ່ຕະຫຼາດນ້ຳ ກາຍຣັງ (ແຂວງ ເກິນເທີ),
1 ໃນບັນດາສະຖານທີ່ທ່ອງທ່ຽວ ທີ່ປະທັບໃຈໃນເຂດທ່ົງພຽງແມ່ນ້ຳຂອງ. ພາບ: ຈ້ອງຈິງ/
/VNP



ຄວາມງາມແບບທຳມະຊາດຂອງຫາດຊາຍ ຢູ່ ເກາະ ຟູກວກ (ແຂວງກຽນຢ່າງ). ພາບ: ກິມເຊີນ


ໜອງ ເກືອມ ໃນລະດູຮ້ອນ. ພາບ: ຫງວຽນຖັ໋ງ/VNP


ຄວາມງາມອັນມະຫັດສະຈັນຂອງຖ້ຳ ທຽນເດືອງ ຢູ່ ແຂວງ ກວາງບິງ. ພາບ: ເຕິດເຊີນ//VNP

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຄວບຄຸມຄຸນນະພາບການບໍລິການທ່ອງທ່ຽວຢ່າງເຂັ້ມງວດ, ເປັນຕົ້ນແມ່ນທີ່ພັກອາໄສ, ການບໍລິການໃນສະຖານທີ່ທ່ອງທ່ຽວ, ຮັບປະກັນຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍ, ຊວນເຊື່ອ, ປຸກລະດົມຂະບວນການປະພຶດໂຕທີ່ມີວັດທະນະທຳຢູ່ສະໜາມບິນ, ປັບປຸງຂັ້ນຕອນ, ລະບຽບການ, ອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວເຮັດເອກະສານຢ່າງວ່ອງໄວ, ສະດວກຢູ່ດ່ານທາງບົກ, ທາງອາກາດ ແລະ ທາງນ້ຳ.
 
ທ່ານນາຍົກລັດຖະມົນຕີ ມອບໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວປະກາດໃຊ້, ຈັດຕ້ັງປະຕິບັດລະບຽບການປະພຶດໂຕໃນຂົງເຂດການທ່ອງທ່ຽວ, ແກ້ໄຂສະພາບຂາດຜູ້ນຳທ່ຽວ, ໂດຍສະເພາະແມ່ນຜູ້ນຳທ່ຽວດ້ານພາສາຕ່າງປະເທດທີ່ມີໜ້ອຍຄົນຮູ້.
 
ເນັ້ນໜັກບົດບາດທີ່ຂາດບໍ່ໄດ້ຂອງສື່ມວນຊົນ, ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດແລະ ບັນດາອົງການຂ່າວສານໜັງສືພິມ ເພີ່ມທະວີວຽກງານຂ່າວສານ, ໂຄສະນາ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງຂະແໜງການ, ຂັ້ນຕ່າງໆ ແລະ ປະຊາຊົນໃນການພັດທະນາການທ່ອງທ່ຽວ.


(ແຂກທ່ອງທ່ຽວຂີ່ເຮືອ ຢ້ຽມຊົມ ຕະຫລາດນ້ຳ ກາຍຣັງ-ແຂວງ ເກິນເທີ. ພາບ: ຈ້ອງຈິງ//VNP
 

ນັບແຕ່ຕົ້ນປີມາຮອດປະຈຸບັນ, ຫວຽດນາມໄດ້ຕ້ອນຮັບແຂກທ່ອທ່ຽວສາກົນ 5,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 24% ເມື່ອທຽບກັບໄລຍະດຽວກັນຂອງປີ 2015, ບໍລິການແຂກພາຍໃນປະເທດໄດ້ 38,2 ລ້ານເທື່ອຄົນ. ລາຍຮັບຈາກການທ່ອງທ່ຽວບັນລຸໄດ້ 235.000 ຕື້ດົ່ງ, ເພີ່ມຂຶ້ນ 22,9 % ເມື່ອທຽບກັບໄລຍະດຽວກັນຂອງປີ 2015.
ປະຈຸບັນທ່ົວປະເທດມີ 1.555 ວິສາຫະກິດທ່ອງທ່ຽວສາກົນ, ມີໂຮງແຮມ 5 ດາວ 101 ແຫ່ງ, ໂຮງແຮມ 4 ດາວ 229 ແຫ່ງ, ແລະ ໂຮງແຮມ 3 ດາວ 463 ແຫ່ງ.ຕາມຕົວເລກ ປີ 2015, ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ກວມອັດຕາສ່ວນ 6,6% ຂອງຈີດີປີ. ກ່ຽວກັບມູນຄ່າເດັດຖານ ການປະກອບສ່ວນຂອງການທ່ອງທ່ຽວ ຫວຽດນາມ ໄດ້ຈັດຢູ່ອັນດັບທີ 40 ຂອງໂລກ; ໄດ້ສ້າງວຽກເຮັດງານທຳໃຫ້ແກ່ 750.000 ຄົນ ໃນຈຳນວນ 2.25 ລ້ານວຽກທີ່ກ່ຽວຂ້ອງ.

ປະຕິບັດໂດຍ: VNA/VNP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top