• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ກາດບ່າ- ສາຍ “ແກ້ວມະນີສີຂຽວ” ກາງໜ້ານ້ຳທະເລ

ດ້ວຍເນື້ອທີ່ທັງໝົດ 336 ກິໂລຕາແມັດ, ກາດບ່າເປັນໝູ່ເກາະພູຫີນ ປູນໃຫຍ່ທີສຸດໃນຫວຽດນາມ ມີເກາະໃຫຍ່ ນ້ອຍລວມທັງຫມົດ 388 ເກາະ. ຍ້ອນມີອັດຕາສ່ວນພູຫີນປູນໜາແໜ້ນ ຈຶ່ງໄດ້ຕັດແບ່ງ ໜ້ານ້ຳ ທະເລອອກເປັນອ່າງ ເປັນອ່າວຂະໜາດນ້ອຍ, ສ້າງໃຫ້ມີຫາດຊາຍ ຫລາຍແຫ່ງຂຶ້ນ ຊຶ່ງຍັງຮັກສາຄວາມງາມແບບ ດັ່ງເດີມ ແລະ ມີທຳມະຊາດພິຈິດພິດສະດານ. ປີ 2004, ໝູ່ເກາະກາດບ່າ ໄດ້ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ ຢູແນັສໂກ (UNESCO) ຮັບຮອງເປັນເຂດອະນຸລັກຮັກສາຊັ້ນອາວະກາດ ແລະ ຊີວະນາໆພັນໂລກ ແລະ ທັງເປັນສະຖານທີ່ທ່ອງທ່ຽວ ດຶງດູດໃຈ ທີ່ບໍ່ຄວນພາດ ຕະຫຼອດຂະບວນການເດີນທາງຢ້ຽມຊົມໝູ່ເກາະທະເລ ຫວຽດນາມ.                                                                                                                  
ຄົ້ນພົບຄວາມສວຍງາມຂອງ ສາຍ “ເກາະແກ້ວມະນີ” ກາດບ່າ

ມື້ໜຶ່ງໃນທ້າຍເດືອນມິຖຸນາ 2015, ພວກຂ້າພະເຈົ້າ ພ້ອມກັບຄະນະ ຊາວໜຸ່ມຈາກຮ່າໂນ້ຍໄດ້ໄປຄົ້ນພົບໝູ່ເກາະກາດບ່າ (ເມືອງກາດ ຫາຍ, ນະຄອນຫາຍຟ່ອງ). ຈຸດພັກຜ່ອນທຳອິດຂອງພວກຂ້າພະເຈົ້າ ແມ່ນເຂດທ່ອງທ່ຽວຊີວະພາບ Little ກາດບ່າ (Little Cat Ba) ຕັ້ງຢູ່  ອ່າງເນືອກຈອງ (ອ່າງນ້ຳໃສ) ມີເນື້ອທີ່ 2.000 ຕາລາງແມັດ, ມີພູມ ອາກາດເຢັນດີ ເພາະສະນັ້ນຈຶ່ງເປັນຈຸດເລືອກ ຂອງນັກທ່ອງທ່ຽວຈຳ ນວນຫຼາຍເພື່ອການພັກຜ່ອນ ແລະ ຄົ້ນພົບສາຍ “ເກາະແກ້ວມະນີ”.

ຕາມການໃຫ້ຄຳປຶກສາຂອງທ່ານ ຫງວຽນແທງຫາຍ, ເຈົ້າຂອງອ່າງ Little ກາດບ່າ, ພວກຂ້າພະເຈົ້າເລີ່ມຂະບວນການເດີນທາງພ້ອມຂະບວນທ່ອງທ່ຽວເພື່ອຄົ້ນພົບ “ອ່າວລານຫ້າ-ບ້ານວຽດຫາຍ-ເກາະກາດ ເຢື້ອ” ເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ ທີ່ສຸດຂອງກາດບ່າ.

ພວກຂ້າພະເຈົ້າເຄື່ອນທີ່ດ້ວຍກຳປັ່ນທ່ອງທ່ຽວຈາກທ່າເຮືອ ກ໋າຍແບ່ວ ເຂົ້າອ່າວ ລານຫ້າ ຕັ້ງຢູ່ທາງທິດຕາເວັນອອກຂອງເກາະ ກາດບ່າ. ອ່າວ ລານຫ້າມີຫມູ່ເກາະເປັນສາຍທີ່ຕັ້ງຕິດຕໍ່ກັນ ສ້າງໜ້ານ້ຳທະເລ ເປັນຫາດຊາຍອາບຈຳນວນ 139 ຫາດທີ່ມີນ້ຳໃສຂຽວ ແລະ ເຢັນສະບາຍ.


ທັດສະນີຍະພາບວິຈິດພິດສະດານຂອງກາດບ່າເບິ່ງແຕ່ຮ່ອງຮອຍປະຫວັດສາດປ້ອມໝັ້ນປືນໃຫຍ່ ຢູ່ລະດັບສູງ 177 ແມັດ
ເມື່ອທຽບກັບໜ້ານ້ຳທະເລ. ພາບ: ຫງວຽນຖັ໋ງ/VNP



ນັກທ່ອງທ່ຽວສະໜຸກສະໜານກັບການທ່ອງທ່ຽວຄົ້ນພົບ ກາດບ່າ ດ້ວຍກຳປັ່ນນຳທ່ອງທ່ຽວ. ພາບ: ເຈີ່ນແທງຢາງ/VNP


ຄົ້ນພົບອ່າວຮ່າລອງດ້ວຍເຮືອກະຍັກ. ພາບ: ເຈີ່ນແທງຢາງ/VNP


ນັກທ່ອງທ່ຽວອາບນ້ຳທະເລທີ່ຂຽວສົດໃສ. ພາບ: ເຈີ່ນແທງຢາງ/VNP


ນັກທ່ອງທ່ຽວລອຍນ້ຳໃນອ່າງ ທິ່ງລິ່ງ. ພາບ: ເຈີ່ນແທງຢາງ/VNP
 

“ໃນໄລຍະທີ່ຈະມາເຖິງນີ້, ເມືອງກາດຫາຍຈະຈັດຕັ້ງຜັນຂະຫຍາຍ ການດຶງດູດ ແລະ ສົ່ງເສີມການລົງທຶນ ສ້າງຜະລິດຕະພັນການທ່ອງ ທ່ຽວ ແລະ ປະສານສົມທົບກັບປະຊາຊົນເພື່ອສ້າງວັດທະນະທຳ ການທ່ອງທ່ຽວແບບເປັນມິດ ປະກອບສ່ວນເຂົ້າໃນຂະບວນການ ນຳສະເໜີທະເລກາດບ່າ ໃຫ້ໄດ້ຮັບຮອງເປັນມໍລະດົກທຳມະຊາດ ຂອງໂລກ”.
(ທ່ານ ຟ້າມວັນຮ່າ, ປະທານຄະນະກຳມະການ
ປະຊາຊົນເມືອງ ກາດຫາຍ)
ພວກຂ້າພະເຈົ້າຕັດສິນໃຈນຳໃຊ້ເຮືອກາຍັກ ເຄື່ອນທີ່ເທິງຫນ້ານ້ຳທະເລທີ່ໃສເຢັນ ເພື່ອຊົມຄວາມສວຍງາມຂອງກຸ່ມປະກາລັງຕ່າງໆຢູ່ຫາດ ວ້ານໂບ້ຍ, ວ້ານຮ່າ ແລະ ຄົ້ນພົບບັນດາຖ້ຳຄື:   ຖ້ຳແວມ, ຖ້ຳ ຮ່າມ ໂຣ່ງ, ຢໍກຸ່ງ  ດ້ວຍຄວາມຮູ້ສຶກສະຫນຸກສະຫນານໃຈທີ່ສຸດເມື່ອໄດ້ຢູ່ກາງກະແສນ້ຳໃນທະເລ.

ໃນເວລາເຮືອລ່ອງໄປສູ່ອ່າວ ລານຫ້າ, ພວກຂ້າພະເຈົ້າພົບເຫັນ ຢູ່ເທິງ ຜາຫີນມີສອງສາມຄະນະນັກທ່ອງທ່ຽວຕ່າງປະເທດ ກຳລັງປີນຂຶ້ນ ພູຫີນທີ່ສູງຊັນ. ທ່ານ ຫວູຕ໋ຽນເລີບ, ຫົວໜ້າ ຫ້ອງການວັດທະນະທຳ ທ່ອງທ່ຽວເມືອງກາດຫາຍໃຫ້ຮູ້ວ່າ, ທາງເມືອງ ໄດ້ກຳນົດສາຍພູເພື່ອປີນ 9 ແຫ່ງເພື່ອບໍລິການໃຫ້ແກ່ນັກທ່ອງທ່ຽວຜູ້ທີ່ມັກການສ່ຽງໄພ ຊຶ່ງໜຶ່ງໃນຈຳນວນນັ້ນມີເກາະຕຽນອົງ (ເກາະເທວະດາ) ໄດ້ມີນັກທ່ອງມາ ທ່ຽວຊົມຫຼາຍ ເນື່ອງຈາກວ່າຜາຫີນຢູ່ເກາະໜ່ວຍນີ້ ມີຮ່ອມຫີນປູນ ທີ່ສວຍງາມເປັນຈຳນວນຫຼາຍ.

ຈຸດພັກເຊົາຕໍ່ໄປນີ້ຂອງພວກຂ້າພະເຈົ້າແມ່ນບ້ານເກົ່າແກ່ ວຽດຫາຍ ຊຶ່ງເປັນສະຖານທີ່ທ່ອງທ່ຽວຊີວະພາບຊົມລົມຫນຶ່ງທີ່ ດຶງດູດໃຈ ນັກ ທ່ອງທ່ຽວໃນໄລຍະສອງສາມປີມານີ້. ໝູ່ບ້ານມີພຽງ 90 ຄອບຄົວໃຊ້ ຊີວິດຢູ່ເຮືອນບູຮານເກົ່າແກ່ ຊຶ່ງຕັ້ງຢູ່ລະຫວ່າງກາງຂອງຮ່ອມພູ ແລະ ຖືກອ້ອມຮອບດ້ວຍສາຍພູຫີນ ແລະ ປ່າໄມ້ໃຫຍ່.

ບັນດາຊາວບ້ານຜູ້ທີ່ຮັກແຂກແພງຄົນທີ່ນີ້ ໄດ້ແນະນຳ ພວກຂ້າພະ ເຈົ້າໄປຢ້ຽມຊົມເຮືອນບູຮານ ແລະ ໄປເບິ່ງສວນປູກຜັກ, ປູກເຂົ້າ. ເມື່ອພວກຂ້າພະເຈົ້າໄດ້ເຫັນກັບຕາວິຖີການດຳລົງຊີວິດດັ່ງເດີມຂອງ ປະຊາຊົນເຂດທົ່ງພຽງພາກເໜືອຍັງອະນຸລັກໄວ້ໄດ້ໃນເຂດທະເລ ແຫ່ງນີ້.

ພວກຂ້າພະເຈົ້າສືບຕໍ່ຂຶ້ນເຮືອເດີນທາງຕໍ່ໄປເຖິງເກາະ ກາດເຢືອ ຫຼື ເອີ້ນວ່າ ເກາະລີງ,  ຍ້ອນວ່າປັດຈຸບັນ ຢູ່ເກາະນີ້ມິລີງຫຼາຍໂຕ ແລະ ເມື່ອນັກທ່ອງທ່ຽວມາທີ່ນີ້ ສາມາດຖ່າຍຮູບ, ຢອກໄຍ ກັບພວກມັນ. ໃນລັດສະໝີ 3 ກິໂລແມັດຢູ່ເທິງເກາະ ມີຫາດຊາຍ ທີ່ມີເມັດຊາຍສີຂາວນຽນຍາວຢຽດ ແລະ ບໍ່ມີຄວາມຄ້ອຍເລິກ, ນັກທ່ອງທ່ຽວສາ ມາດອາບນ້ຳ, ຕາກແດດ ຫຼື ຍ່າງເລາະຕາມຝັ່ງທະເລເພື່ອເກັບຊາກ ຫອຍ ແລະ ສິ່ງມີຊີວິດໃນທະເລ.

ພວກຂ້າພະເຈົ້າກັບຄືນທ່າເຮືອ ກາຍແບ່ວໃນຍາມຕາເວັນໃກ້ຈະຕົກ ແລະ ແວ່ຢາມເຂດຮ່ອງຮອຍປະຫວັດສາດປ້ອມທີ່ໝັ້ນເທີ່ນກົງ ຕັ້ງເທິງ ລະດັບສູງ 177 ແມັດທຽບກັບໜ້ານ້ຳທະເລ. ປ້ອມທີ່ໝັ້ນເທີ່ນກົງ ແຫ່ງນີ້ ໄດ້ຮັບການສ້າງຕັ້ງຂຶ້ນປີ 1942 ທີ່ປະຕູໂຂງ ທະເລຕາເວັນ ອອກ. ນີ້ແມ່ນສັກຂີພິຍານຂອງທະຫານ ແລະ ປະຊາຊົນເມືອງເກາະ ກາດບ່າ ກັບໜ້າທີ່ປົກປັກຮັກສາເຂດທະເລທີ່ເປັນປ້ອມດ່ານໜ້າຂອງ ປະເທດຊາດ.

ຈາກປ້ອມທີ່ໝັ້ນນີ້, ພວກຂ້າພະເຈົ້າໄດ້ຊົມທິວທັດທຳມະຊາດ ທີ່ພິ ຈິດພິດສະດານຂອງກາດບ່າດັ່ງໃຈປະສົງ ໃນຂະນະທີ່ດວງຕາເວັນ ແດງລັບລໍ້ຢູ່ເບື້ອງຫຼັງຈອມພູ. ທິວທັດຂອງທະເລກາດບ່າ ປະກົດຂຶ້ນ ຢ່າງມີຊີວິດຊີວາ ແລະ ເພີນຈິດກັບເຮືອປະມົງລຳຕ່າງໆທີ່ທອດສະໝໍ, ບັນດາຮ້ານອາຫານເຮືອນແພກາງທະເລ ແລະ ບັນດາໂຮງແຮມ, ບ້ານພັກຕ່າງໆ ລຽບຕາມຕີນພູຄ່ອຍໆເປີດແສງໄຟຟ້າ ລະຍິບ ລະຍັບເໝືອນດັ່ງດວງດາວສະເດັດເທິງໜ້ານ້ຳທະເລ.


ຖີບລົດຖີບຢ້ຽມຊົມໝູ່ບ້ານເກ່ົາແກ່ຫວຽດຫາຍ. ພາບ: ເຈີ່ນແທງຢາງ/VNP


ສະຫວັນໄດ້ດົນບັນດານໃຫ້ກາດບ່າມີແຖວໆສາຍພູຫີນປູນ ຊຶ່ງສຸດທີ່ເໝາະສົມກັບ ວິຊາການໄຕ່ພູແບບສ່ຽງໄພ. ພາບ: ເຈີ່ນແທງຢາງ/VNP


ເຂດພັກຜ່ອນຕິດກັບແຄມຝັ່ງທະເລ ທີ່ມີຕົ້ນໄມ້ຫຼາຍ ສ້າງຄວາມເປັນພື້ນທີ່ສີຂຽວ. ພາບ: ເຈີ່ນແທງຢາງ/VNP


ຊັ້ນຫີນທີ່ມີຮູບຊົງແປກປະຫຼາດຢູ່ແຄມຝັ່ງທະເລ. ພາບ: ເຈີ່ນແທງຢາງ/VNP


ຫາດຊາຍທະເລທີ່ຮາບພຽງ ແລະ ສະອາດເປັນສະຖານທີ່ ທີ່ໃຝ່ຫາ ຂອງປະເພດກິລາເທິງຫາດຊາຍ. ພາບ: ເຈີ່ນແທງຢາງ/VNP


ຈັດຕັ້ງງານ ປິ້ງອາຫານເທິງຊາຍຫາດທະເລ. ພາບ: ເຈີ່ນແທງຢາງ/VNP


ນັກທ່ອງທ່ຽວດັງກອງໄຟຕັ້ງຄ້າຍເທິງຊາຍຫາດທະເລ. ພາບ: ເຈີ່ນແທງຢາງ/VNP
 
ປະຈຸບັນກາດບ່າມີຮ້ານອາຫານ 70 ຮ້ານ, ມີເຂດພັກຟື້ນ ຊີວະພາບ 8 ແຫ່ງ, ໂຮງແຮມ, ບ້ານພັກຈັດລະດັບ 1 ເຖິງ 4 ດາວ 170 ແຫ່ງ, ມີເຮືອແພ 150 ລຳ, ກຳປັ່ນທ່ອງທ່ຽວ ແລະ ລົດຮັບໃຊ້ ນັກທ່ອງ ທ່ຽວຜູ້ທີ່ມາຢ້ຽມຢາມ ແລະ ພັກຜ່ອນຊົ່ວຄາວ. ຕາມສະຖິຕິ ຂອງຄະນະກຳມະການປະຊາຊົນເມືອງກາດຫາຍ, ປີ 2014 ມີ ຈຳນວນນັກທ່ອງທ່ຽວມາເຖິງກາດບ່າບັນລຸ 1,5 ລ້ານຄັ້ງ. 
ໃນຕອນຄຳ່ຂອງທ້າຍອາທິດ, ກາດບ່າຄັບຄາໜາແໜ້ນ ໄປດ້ວຍລົດ ໄຟຟ້າ ແລ່ນເລາະຕາມເທດສະບານເພື່ອສົ່ງແຂກໄປຕາກອາກາດ ແລະ ຊອກຊື້ເຄື່ອງຂອງທີ່ລະນຶກ. ຢູ່ກາງທະເລມີແສງໄຟຮຸ່ງສະຫວ່າງຈາກການຈັດງານ buffet ກາງແຈ້ງ ຂອງນັກທ່ອງທ່ຽວ.

ທ່ານ ຈິ້ງກວັກຈຸງ, ເພື່ອນໜຸ່ມຂອງບໍລິສັດປະດິດສ້າງເຕັກໂນໂລຊີ FPT  ທົ່ວໂລກຈຳກັດ ໄປພ້ອມກັນກັບຄະນະຂອງ ພວກຂ້າພະເຈົ້າລາວໄດ້ແລກປ່ຽນຄວາມເຫັນດ້ວຍຄວາມກະຕືລືລົ້ນວ່າ: “ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າມາເຖິງກາດບ່າ ແລະ ໄດ້ຮັບສະຫນຸກສະຫນານກັບຄວາມງາມຂອງຫາດຊາຍທະເລງົດງາມ ແລະ ໃສຂຽວດີ, ມີອາຫານທະເລທີ່ສົດ ແລະ ແຊບທີ່ສຸດ. ຂ້າພະເຈົ້າຫວັງວ່າ, ໃນການໄປຢ້ຽມຢາມຂອງມື້ທີສອງທີ່ ປ່າສະຫງວນແຫ່ງຊາດກາດບ່າ, ຂ້າພະເຈົ້າຈະໄດ້ເຫັນໂຕທະນີຫົວຂາວ ຊຶ່ງເປັນປະເພດສັດປ່າທີ່ມີ ຢູ່ແຕ່ທີ່ນີ້”.
 
 
ປ່າສະຫງວນແຫ່ງຊາດ ກາດບ່າ, ຄວາມສວຍງາມແບບມະຫັດສະຈັນ
 
ຕອນເຊົ້າມື້ຕໍ່ມາ, ພວກຂ້າພະເຈົ້າຂີ່ລົດເຄື່ອນທີ່ລຽບຕາມເສັ້ນທາງ ຮ່ອມພູທີ່ຄົດລ້ຽວ ແລະ ແຄມຝັ່ງທະເລທີ່ມີ ທັດສະນີຍະພາບອັນວິຈິດ ພິດສະດານ ເພື່ອໄປປ່າສະຫງວຽນແຫ່ງຊາດ ກາດບ່າ. ເດີນໃຕ້ຮົ່ມຕົ້ນໄມ້ທີ່ມີອາຍຸຮ້ອຍປີ, ພວກຂ້າພະເຈົ້າຮູ້ສຶກເໝືອນກັບວ່າ ໄດ້ກ້າວ ເຂົ້າສູ່ໂລກແຫ່ງຄວາມອຸດົມສົມບູນດ້ານລະບົບນິເວດວິທະຍາ ທີ່ມີຫຼາກຫຼາຍສີສັນຂອງປ່າສະຫງວນແຫ່ງຊາດກາດບ່າ.

ປ່າສະຫງວນແຫ່ງຊາດກາດບ່າ ມີລະບົບພືດສາສາດສຸດທີ່ ອຸດົມສົມ ບູນ ມີຄ່າຫາຍາກ ມີຕົ້ນໄມ້ເກົ່າແກ່ທີ່ມີຮາກໃຫຍ່ ແລະ ບືນກວ້າງ ອອກທົ່ວໜ້າດິນ, ມີໂຕກະປູຫີນ, ໂຕກັບແກ້ ແລະ ຫອຍຫອມ (Eublepharidae) ກຳລັງເລືອຄານເທິງຫນ້າດິນ, ພວກຂ້າພະເຈົ້າ ບໍ່ພຽງແຕ່ໄດ້ຊົມຄວາມສວຍງາມຂອງຈຳພວກສັດ ແລະ ພືດເທົ່ານັ້ນ, ຫາກຍັງໄດ້ຟັງສຽງຮ້ອງຂອງສັດປ່າ ແລະ ສຽງຂອງ ໃບໄມ້ປີວປະສົມປະສານກັນມ່ວນຫູອີຫລີ.
  

ຄົ້ນພົບເຂດປ່າດົງດິບຢູ່ເຂດປ່າສະຫງວນແຫ່ງຊາດກາດບ່າ. ພາບ: ເຈີ່ນແທງຢາງ/VNP


ຖ້ຳຈຸງຈາງ ນອນໃນປ່າສະຫງວນແຫ່ງຊາດ ກາດບ່າ. ມີຊື່ສຽງໂດ່ງດັງດ້ານນົມຜາທີ່ມີຫຼາຍຮູບຊົງ
ແລະ ສີສັນຕ່າງກັນ. ພາບ: ເຈີ່ນແທງຢາງ/VNP



ທະນີຫົວຂາວກາດບ່າເປັນປະເພດສັດທີ່ມີຄ່າ ຖຶກລະບຸເຂົ້າໃນ ບັນຊີ ປຶ້ມປົກແດງຂອງຫວຽດນາມ. ພາບ: Neahga Leonard


ເກາະກາດບ່າມີສັດ, ພືດທີ່ອຸດົມສົມບູນ ແລະ ຫຼາກຫຼາຍ
. ພາບ: ເຈີ່ນແທງຢາງ/VNP ແລະ ເອກະສານ



ຢູ່ໃຕ້ຮົ່ມໄມ້ປ່າສະຫງວນແຫ່ງຊາດກາດບ່າ. ພາບ: ເຈີ່ນແທງຢາງ/VNP


ໃນລະດູແລ້ງ, ປ່າສະຫງວນແຫ່ງຊາດກາດບ່າເຕັມໄປດ້ວຍ ສີສັນຂອງປະເພດດອກໄມ້ຕ່າງໆ. ພາບ: ເຈີ່ນແທງຢາງ/VNP


ນັກທ່ອງທ່ຽວຕ່າງປະເທດບັນທຶກໄວ້ຄວາມສວຍງາມ ຂອງ ປ່າສະຫງວນແຫ່ງຊາດກາດບ່າ
ຢູ່ໃນກ້ອງຖ່າຍຮູບຂອງຕົນ. ພາບ: ເຈີ່ນແທງຢາງ/VNP



ເກາະກາດບ່າມີລະບົບສັດ ແລະ ພືດສາສາດສຸດທີ່ອຸດົມສົມບູນ ແລະ ຫຼາກຫຼາຍສີສັນ. ພາບ: ເຈີ່ນແທງຢາງ/VNP 


ຄວາມສວຍງາມຂອງປາກະລັງຢູ່ກາດບ່າ. ພາບ: ເອກະສານ


ການຄົ້ນຄວ້າປາກະລັງຢູ່ທະເລກາດບ່າ. ພາບ: ເອກະສານ
 
 
“ປ່າສະຫງວນແຫ່ງຊາດກາດບ່າມີເນື້ອທີ່ທຳມະຊາດທັງໝົດ 16.198 ແຮັກຕາມີລະບົບນິເວດທີ່ເປັນເອກະລັກສະເພາະ ນັກຊ່ຽວຊານທັງ ພາຍໃນ ແລະ ຕ່າງປະເທດໄດ້ຕີລາຄາວ່າມີຄວາມອຸດົມສົມບູນ ທາງ ດ້ານ ອະນຸລັກຊີວະນາໆພັນສູງສຸດຫວຽດນາມ. ໃນຈຳນວນ 745 ຊັບພະສິ່ງທີ່ມີຢູ່ແຫ່ງນີ້  ມີຫຼາຍຊັບພະສີ່ງນອນໃນ ບັນຊີລາຍ ຊື່ມີຄ່າ ຫາຍາກ, ຕ້ອງໄດ້ຮັກສາເຊັ່ນ: ໄມ້ kim giao (nageia fleuryi), ໄມ້ lim xet (Peltophorum pterocarpum), ພາມຮ່າລອງ ແລະ ຈຳພວກສັດກໍ່ມີຫລາກຫຼາຍປະເພດມີປະມານ 282 ປະເພດເຊັ່ນ: ສັດ ປ່າ 20 ປະເພດ, ນົກ 69 ປະເພດ, ສັດເລືອຄານທີ່ເຄິ່ງບົກເຄິ່ງນ້ຳ 20 ປະເພດ, ກົບ, ຂຽດ 11 ປະເພດ. ພິເສດປ່າທີ່ນີ້ເປັນບ່ອນຢູ່ ອາໄສໜຶ່ງ ດຽວໃນໂລກ ຂອງປະເພດທະນີຫົວຂາວ”.
(ທ່ານ ຟ້າມວັນເທືອງ, ຮອງຜູ້ອຳນວຍການປ່າສະຫງວນແຫ່ງຊາດ ກາດບ່າ)
ຕາມ ນາງ ກິມແອງ, ຜູ້ນຳທ່ຽວໃນປ່າສະຫງວນແຫ່ງຊາດ ກາດບ່າ ອະທິບາຍວ່າເນື່ອງຈາກວ່າມີຂະບວນວິວັດຂອງການປ່ຽນແປງທາງ ດ້ານທໍລະນີສາດ ແລະ ການກັດເຊາະຂອງທະເລເຂົ້າດິນຕໍ່ແຜ່ນ ເປັນເວລາຫ່າງຈາກນີ້ປະມານ ສິບພັນປີແລ້ວ ດັ່ງນັ້ນ ປ່າໃນເກາະ ກາດບ່າເປັນປະເພດປ່າເຂດຮ້ອນຊຸ່ມຊື່ນເທິງພູຫີນປູນ. ປ່າສະຫງວນ ແຫ່ງຊາດກາດບ່າແມ່ນການປະສົມປະສານລະຫວ່າງລະບົບນິເວດປ່າ ເທິງບົກ, ປ່ານ້ຳເຄັມແຄມທະເລ ແລະ ກ້ອນປະກາລັງຕິດແຄມຝັ່ງທະ ເລ.

ລຽບຕາມແລວທາງທ່ອງທ່ຽວທີ່ມີຄວາມຍາວ 2,5 ກິໂລແມັດ, ພວກ ຂ້າພະເຈົ້າພົບພໍ້ນັກທ່ອງທ່ຽວຫຼາຍຄົນ ທີ່ມ່ວນຊື່ນກັບການໄດ້ຢ່າງ ຜ່ານເສັ້ນທາງເດີນທີ່ລະອິດລະອ້ຽວຕົວຈິງໃນປ່າສະຫງວນແຫ່ງຊາດ ກາດບ່າ. ທ່ານ David Butlin, ນັກທ່ອງທ່ຽວ ຊາວອັງກິດ ໄດ້ແບ່ງ ປັນຄຳເຫັນວ່າ: “ຂ້າພະເຈົ້າມັກຄວາມງາມທິວທັດ ທຳມະຊາດ ດັ້ງເດີມ ຂອງປ່າສະຫງວນແຫ່ງຊາດກາດບ່າ, ພິເສດແມ່ນຄວາມຮູ້ສຶກທີ່ໄດ້ຢືນຢູ່ເທິງຈອມພູ ງຶເລີມ ຊຶ່ງເປັນບ່ອນທີ່ສາມມາດ ມອງເຫັນພາບທຸກດ້ານ ຂອງປ່າດົງພົງໄພກວ້າງໃຫຍ່ແຫ່ງນີ້”.

ເລາະລຽບຕາມເສັ້ນທາງຮ່ອມຂອງປ່າສະຫງວນແຫ່ງຊາດ,  ພວກຂ້າ ພະເຈົ້າໄປເຖິງຖ້ຳ ຈຸງຈາງ. ພາຍໃຕ້ແສງສະຫວ່າງທີ່ມົວໆ ຈາກໂຄມ ໄຟຢູ່ໃນຖ້ຳ, ພວກຂ້າພະເຈົ້າໄດ້ຊົມຄວາມສວຍງາມ ຢ່າງມະຫັດສະ ຈັນຂອງໂງ່ນນົມຜາເຫຼື້ອມແວວວາວເໝືອນດັ່ງແກ້ວມະນີ ແລະ ສາຍ ຫນໍ່ຫີນງອກປຽບເໝືອນກັບເສົາເງິນ, ເສົາຄຳ ໃນນາວະນິຍາຍທີ່ເຄີຍ ເລົ່າສືບທອດກັນມາແຕ່ ບູຮານນະການ ກ່ຽວກັບນາງລາຊີນີ ຈຸງຈາງ . ຖ້ຳຈຸງຈາງ ມີຄວາມຍາວ ປະມານ 300 ແມັດ ທະລຸຜ່ານຫນ່ວຍພູ ແລະ ເປັນຖ້ຳທີ່ເກີດຈາກທຳມະຊາດມາເປັນເວລາຫຼາຍພັນປີ. ດ້ານ ໃນຖ້ຳເປັນບ່ອນພັກພາອາໄສຢູ່ຂອງສິ່ງມີຊີວິດຫລາກຫຼາຍພືດພັນສັດຕ່າງໆຄື: ເຈຍ, ນົກ, ແມງໄມ້ ແລະ ສັດເລືອຄານ.

ຄຽງຄູ່ກັນນັ້ນ, ການຄົ້ນພົບໄຕ້ດິນບາດານຢູ່ໝູ່ເກາະກາດບ່າ ແລະ ຊົມໂງ່ນຫີນຫນາມຫນໍ່ຫລາກຫຼາຍໆຮູບຊົງຖ້ຳຕ່າງໆເຊັ່ນ: ຖ້ຳ ຢາ ຖວັນ, ຖ້ຳຮວາເກືອງ, ຖ້ຳກວັນອີ, ຖ້ຳທຽນລອງ…. ກໍສ້າງໃຫ້ນັກທ່ອງ ທ່ຽວຮູ້ສຶກເໝືອນດັ່ງຫຼົງທາງເຂົ້າສູ່ເມືອງສະຫວັນຊັ້ນຟ້າ.  ບັນດາຖ້ຳຕ່າງໆລ້ວນຕິດພັນກັບປູສະນີຍະສະຖານປະຫວັດສາດ ທີ່ມີຊື່ສຽງ, ປ່າດົງດິບຂອງປ່າສະຫງວນແຫ່ງຊາດກາດບ່າ ໄດ້ກາຍເປັນ ຈຸດນັດໝາຍສຳລັບ ນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.

ສະຖານທີ່ນີ້ຢູ່ໃກ້ຄຽງກັບມໍລະດົກທຳມະຊາດຂອງໂລກ ຄືອ່າວ ຮ່າລອງ (ແຂວງກວ່າງນິງ), ແຕ່ໝູ່ເກາະກາດບ່າ(ແຂວງຫາຍຟ່ອງ) ຍັງຄົງ ມີຄຸນຄ່າພິເສດແຕກຕ່າງກັບຄວາມອຸດົມສົມບູນດ້ານ ອະນຸລັກຊີວະ ນາໆພັນ ແລະ ປະສົມກົມກຽວລະຫວ່າງ ສອງຮູບແບບການທ່ອງທ່ຽວ ປ່າໄມ້ ແລະ ທະເລ. ຖ້າຖືວ່າອ່າວພາກເໜືອເໝືອນດັ່ງ: “ນາງເທວະດາໃນທະເລປາຊີຟິກ”, ແມ່ນໝູ່ເກາະກາດບ່າ ຈະເປັນ ສາຍ “ແກ້ວມະນີສີຂຽວ” ເສີມແຕ່ງເພີ່ມຄວາມສວຍງາມແບບຫຼູຫຼາ.  ຕາມທີ່ຮູ້, ທາງອຳນາດການປົກຄອງນະຄອນຫາຍຟ່ອງ ກຳລັງສ້າງໃຫ້ສຳເລັດ ບັນດາລະບຽບການຂັ້ນສຸດທ້າຍ ເພື່ອນຳສະເໜີຕໍ່ອົງການ ສຶກ ສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສະຫະປະຊາຊາດ ຢູ ແນັສໂກ ຮັບຮອງເອົາໝູ່ເກາະກາດບ່າເປັນມໍລະດົກ ທຳມະຊາດຂອງ ໂລກໃນ ອະນາຄົດອັນໃກ້ໆນີ້.

ບົດ: ເງີນຮ່າ - ພາບ: ເຈີ່ນແທງຢາງ, Neahga Leonard 
ແລະ ເອກະສານປ່າສະຫງວຽນແຫ່ງຊາດ ກາດບ່າ

bichlien

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top