• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ກະສິກຳເຕັກໂນໂລຊີສູງ: “ກຸນແຈ” ກະສິກຳ ຫວຽດນາມ

ຕົ້ນປີ 2017, ລັດຖະບານ ຫວຽດນາມ ໄດ້ມີຄຳຕອບໃຫ້ ພື້ນ ຖານກະສິກຳຫວຽດນາມ ນັ້ນແມ່ນ ຜະລິດກະສິກຳ ໝູນໃຊ້ ເຕັກໂນໂລຊີສູງ ໂດຍອີງໃສ່ ສີ່ເສົາຫຼັກຕົ້ນຕໍຄື: ນະໂຍບາຍ, ການເຂົ້າຮ່ວມຂອງ ວິສາຫະກິດ, ຂອງ ຊາວກະສິກອນ ແລະ ບັນດາ ນັກວິທະຍາສາດ. ໂດຍຕອບສະໜອງ ແຜນນະໂຍ ບາຍ ດັ່ງກ່າວ, ມີຫຼາຍກຸ່ມບໍລິສັດ, ວິສາຫະກິດເອກະຊົນ ໄດ້ ເຂົ້າຮ່ວມ ສາຍຜະລິດກະສິກຳໝູນໃຊ້ເຕັກ ໂນໂລຊີສູງ, ຮັກ ສາບົດບາດເປັນໃຈກາງ ເຊື່ອມຕໍ່ສີ່ເສົາຄຳ້ ດັ່ງກ່າວ ແລະ ນຳ ມາເຊີ່ງ ບັນດາປະສິດທິຜົນເບື້ອງຕົ້ນ. 
ລັດຖະບານພັດທະນາ ເພື່ອພື້ນຖານກະສິກຳຫວຽດ ທີ່ຍືນຍົງ

ເດືອນກຸມພາ 2017, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ທຳການຢ້ຽມຢາມ ແລະ ກົດປຸ່ມ ເລີ່ມການເຄື່ອນໄຫວ ຜະລິດ ທີ່ ນິຄົມ VinEco ຮ່ານາມ, ໂດຍກຸ່ມ ບໍລິສັດ Vingroup ລົງທຶນ ຢູ່ຕາແສງ ຊວນເຄ ແລະ ຕາແສງ ເຍີນບິ່ງ, ເມືອງ ຫຼີເຍີນ, ເຊິ່ງສະແດງໃຫ້ເຫັນວ່າ ລັຖະບານ ໄດ້ຖືສຳຄັນເປັນພິເສດ ໃນການພັດທະນາ ພື້ນຖານ ກະສິກຳ ໂດຍໃຊ້ເຕັກໂນໂລຊີສູງ ແລະ ຍັງສົ່ງສານ ໃຫ້ຮູ້ວ່າ: ສົ່ງເສີມ ແລະ ຊຸກຍູ້ການເຂົ້າຮ່ວມ ຂອງ ວິສາຫະກິດ ເອກະຊົນ ເຂົ້າ ໃນການເຄື່ອນໄຫວຜະລິດກະສິກຳ ໂດຍໃຊ້ ເຕັກໂນໂລຊີສູງ.


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກົດປຸ່ມເປີດເລີ່ມການ ເຄື່ອນໄຫວ ເຂດອຸດສາຫະກຳ ທັນສະໄໝ ທີ່ນິຄົມ VinEco ຮ່ານາມ.
ພາບ: ຖົ໋ງເຍິດ/VNA

ຕາມນັ້ນ, ນາຍົກລັດຖະມົນຕີ ໄດ້ ຊີ້້ນຳລະບົບ ທະນາຄານ ສະໜອງສິນເຊື່ອຊ່ວຍໜູນ 100.000 ຕື້ດົ່ງ ເພື່ອຊ່ວຍ ໜູນ ບັນດາວິສາຫະກິດ ເຂົ້າຮ່ວມຜະລິດກະສິກຳ ໂດຍໃຊ້ ເຕັກ ໂນໂລຊີສູງ ດ້ວຍອັດຕາດອກເບ້ຍ ບຸລິມະສິດ ຕ່ຳກວ່າ ແຕ່ 0,5-1,5% ເມື່ອທຽບກັບອັດຕາດອກເບ້ຍ ຕະຫຼາດ. ໃນ ເດືອນ ກໍລະກົດ, ຕາມລາຍງານຂອງ ທະນາຄານ, ແຫຼ່ງທຶນ ສິນເຊື່ອ ເຂົ້າຂົງເຂດນີ້ ໄດ້ປະມານ 1/3 ເງິນຊ່ວຍ ໜູນ ເກືອບ 32.000 ຕື້ດົ່ງ.

ມາຮອດປັດຈຸບັນ, ຫວຽດນາມ ມີເຂດກະສິກຳໝູນໃຊ້ເຕັກ ໂນໂລຊີສູງ ຫຼາຍແຫ່ງ ໄດ້ວາງແຜນສັງລວມ, ເລີ່ມເຄື່ອນ ໄຫວເຂົ້າສູ່ການຜະລິດ ແລະ ໄດ້ນຳມາ ຊຶ່ງປະສິດທິຜົນ ເບື້ອງຕົ້ນ. ຮູບພາບບັນດາ ທົ່ງນາ ເຮັດກະສິກຳໝູນໃຊ້ເຕັກ ໂນໂລຊີສູງ ຂອງ ອິສຣາແອນ, ເອີຣົບ ມາບັດ ນີ້ບໍ່ແມ່ນສິ່ງທີ່ ແປກປະຫລາດ ສຳລັບຊາວກະສິກອນຫວຽດນາມ ອີກແລ້ວ. ຄືດັ່ງຄຳເວົ້າ ຂອງ ທ່ານ ຫງວຽນຊວນ, ລັດຖະມົນຕີ ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດໄດ້ກ່າວວ່າ: “ບໍ່ມີຍາມ ໃດ ສັງຄົມ ມີຄວາມເອົາໃຈໃສ່ເຖິງ ກະສິກຳ ຄືປັດຈຸບັນ, ໃນ ຂະນະທີ່ ວິສາຫະກິດ, ກຸ່ມບໍລິສັດ ລາຍໃຫຍ່ ເປັນຈຳນວນ ຫຼວງຫຼາຍ ລົງທຶນເຂົ້າກະສິກຳ, ຊົນນະບົດຫວຽດນາມ. ການ ຫັນທິດນີ້ ໄປພ້ອມໆ ກັບວິທະຍາສາດ ເຕັກໂນໂລຊີ, ຄວາມ ກ້າວໜ້າ ດ້ານເຕັກນິກ ພັດທະນາກະສິກຳ ເຕັກໂນໂລຊີສູງ.


ທົ່ງນາ ນຳໃຊ້ເຕັກໂນໂລຊີສູງ VinEco

ໂດຍຮຽນຮູ້ຈາກບັນດາຕົວແບບກະສິກຳທີ່ປະສົບຜົນສຳເລັດ ຂອງ ອິສຣາແອນ ຄື Kibbutz (ໝູ່ບ້ານ ກະສິກຳ) ແລະ Moshav (ຮູບການວິສາຫະກິດ ສັງກັດກຳມະສິດເອກະຊົນ ຢູ່ຊົນນະບົດ), ປັດຈຸບັນ ຫວຽດນາມ ກຳລັງຊຸກຍູ້ ການເຂົ້າ ຮ່ວມຢ່າງແຂງແຮງ ຂອງບັນດາກຸ່ມບໍລິສັດ ເສດຖະກິດ ລາຍໃຫຍ່ ເພື່ອສ້າງບັນດາຕົວແບບ Moshav  ແລະ Kibbutz “made in Vietnam”.

ເພື່ອຮັບຮູ້ໄດ້ການຫັນປ່ຽນຂອງຂະແໜງກະສິກຳ ຫວຽດ ນາມ, ພວກຂ້າພະເຈົ້າໄດ້ລົງຢ້ຽມຢາມນິຄົມ VinEco ຕາມ ດ໋າວ (ບໍລິສັດລົງທຶນພັດທະນາຜະລິດກະສິກຳ VinEco ຈຳກັດ, ສະມາຊິກກຸ່ມບໍລິສັດ Vingroup) ໄດ້ສ້າງ ຕາມ ຕົວແບບວິສາຫະກິດ ສັງກັດກຳມະສິດເອກະຊົນ ຢູ່ເຂດ ຊົນນະບົດ.



ລະບົບບັນຊາທີ່ທັນສະໄໝ, ຊ່ວຍ VinEco  ກວດດາ ບັນດາ ປັດໄຈ ທີ່ຈະສົ່ງຜົນສະທ້ອນຕໍ່ຕົ້ນໄມ້, ຫຼຸດການໃຊ້ຢາປາບ ສັດຕູພືດ.
ພາບ: ແທງຢາງ/VNP



ປັດຈຸບັນ, VinEco ຕາມດ໋າວ ພວມໝູນໃຊ້ ວິທີປູກຜັກ ດ້ວຍນຳ້ ຕາມເຕັກໂນໂລຊີ ຂອງ ອິສຣາແອນ. ພາບ: ເອກະສານ VinEco


ປັດຈຸບັນ, ວິທີປູກຜັກດ້ວຍນຳ້ ດ້ວຍເຕັກໂນໂລຊີ ຂອງ ອິສ ຣາແອນ ພວມໄດ້ໝູນໃຊ້ຢູ່ຫຼາຍຕົວແບບ ກະສິກຳ ຂອງ ວິສາຫະກິດ ຫວຽດນາມ. ພາບ: ຫງວຽນລວນ/VNA


ເຂດປູກຜັກ ນຳໃຊ້ເຕັກໂນໂນໂລຊີ ອິສະຣາແອນ ຂອງນິຄົມ VinEco ຕາມດ໋າວ.  ພາບ: ແທງຢາງ/VNP


ກຳມະກອນເກັບກ່ຽວຜັກ ໃຊ້ວິທີປູກດ້ວຍນຳ້ ທີ່ນິຄົມ VinEco ຕາມດ໋າວ. ພາບ: ແທງຢາງ/VNP


ເຂດເຮັດໃຫ້ຜັກແຫ້ງ ກ່ອນການຫຸ້ມຫໍ່. ພາບ:ແທງຢາງ/VNP


ຜັກຫຼັງຈາກເກັບກ່ຽວຈາກເຂດເຮືອນແກ້ວ ຈະຖືກສົ່ງໄປ ພາກສ່ວນປຸງແຕ່ງຂັ້ນຕົ້ນ ແລະ ຫຸ້ມຫໍ່ ຕາມຂັ້ນຕອນ
ແບບ ຄົບວົງຈອນ. ພາບ: ເອກະສານ VinEco



ຜະລິດຕະພັນຜັກປອດສານພິດ ມີເຄື່ອງໝາຍການຄ້າ VinEco. ພາບ: ແທງຢາງ


ຕິດຕາມການເກີດ ແລະ ໃຫຍ່ຂຶ້ນຂອງເຍື້ອພືດ ທີ່ຫ້ອງທົດລອງຂອງສູນຄົ້ນຄວ້າມັນຝຣັ່ງ, ຜັກ ແລະ ດອກໄມ້
(ນະຄອນ ດ່າລາດ). ພາບ: ຫງວຽນລວນ


ຕິດຕາມ, ກວດກາເຍື້ອຕົ້ນໄມ້ ໃນແຕ່ລະໄລຍະ ຕາມກຳນົດ ທີ່ບໍລິສັດ ຣື່ງຮວາ ດ່າລາດ, ໜຶ່ງໃນບັນດາສູນຄົ້ນຄວ້າ ລ້ຽງເຍື້ອ
ໃຫຍ່ທີ່ສຸດ ດ່າລາດ. ພາບ: ຫງວຽນລວນ

4ໂມງ 30 ນາທີຕອນເຊົ້າ, ບັນດາຊາວກະສິກອນ ໄດ້ເລີ່ມ ຕົ້ນ ມື້ເຮັດວຽກ. ນີ້ແມ່ນຊ່ວງເວລາເຮັດວຽກ ຂອງໜ່ວຍຮັບ ຜິດຊອບວຽກງານເກັບກ່ຽວຜັກ ແລະ ໝາກໄມ້ທຸກຊະນິດ. ວຽກງານດັ່ງກ່າວ ໃຊ້ເວລາກວ່າ 2 ຊົ່ວໂມງ ດ້ວຍກົດລະບຽບ ແລະ ແບບການເຮັດວຽກ ຢ່າງເຄ່ັງຄັດ ເພື່ອຮັບປະກັນ ປະສິດທິຜົ ການອອກແຮງງານ. 

ເຂົ້າຮ່ວມຂົງເຂດກະສິກຳແຕ່ເດືອນ ມີນາ 2015, VinEco ມີມູນຄ່າການລົງທຶນທັງໝົດ 4.000 ຕື້ດົ່ງ ແລະ ບຸກຄະລາ ກອນລວມ 1000 ຄົນ, ມີເຂດຜະລິດໃຫຍ່ 3 ແຫ່ງຢູ່ ພາກ ເໜືອ, ພາກໃຕ້, ແຂວງ ເລີມດົ່ງ ມີ 14 ນິຄົມ, ໄດ້ ແລະ ກຳ ລັງກະກຽມເຂົ້າສູ່ການຜະລິດ. 
ຫຼັງຈາກການເກັບກ່ຽວຜົນຜະລິດ ບໍ່ດົນ ແມ່ນຂັ້ນຕອນປຸງ ແຕ່ງ ຂັ້ນຕົ້ນ ແລະ ຫຸ້ມຫໍ່ຜັກ. ໜ່ວຍຮັບຜິດຊອບວຽກງານນີ້ ໄດ້ແບ່ງປັນ ຊ່ວງເວລາທີ່ແນ່ນອນ ນັບແຕ່ຮັບຜັກ ຈາກ ໜ່ວຍ ເກັບກ່ຽວ ເພື່ອຮັບປະກັນ ການຂົນສົ່ງຜັກ ໃຫ້ ໜ່ວຍ ຂົນສົ່ງ ນຳໄປຈຳໜ່າຍ ຕາມຮ້ານສັບພະສິນຄ້າ Vinmart, Vinmart+ ຖືກຕາມເວລາ ທີ່ກຳນົດໄວ້.

ຢູ່ຕາມທົ່ງນາ, ພາຍຫຼັງການເກັບກ່ຽວສຳເລັດ ຈະແມ່ນວຽກ ງານຂອງ ໜ່ວຍເກັບມ້ຽນ ແລະ ກະກຽມດິນ ເພື່ອມອບ “ທົ່ງ ນາທີ່ສະອາດ” ໃຫ້ໜ່ວຍປູກຝັງ. ການຜະລິດ ຄົບວົງຈອນ ໄດ້ເລີ່ມຕົ້ນການຜະລິດຮອບໃໝ່.

ເປັນກອງປະຈັນບານ ໃນການພັດທະນາ ຂະແໜງ ກະສິກຳ ຫວຽດນາມ ຕາມທິດຫັນການນຳໃຊ້ເຄື່ອງຈັກ ແບບຄົບວົງ ຈອນ ເຂົ້າໃນການຜະລິດກະສິກຳ ຂະໜາດໃຫຍ່, VinEco ໄດ້ໝູນໃຊ້ ຜົນສຳເລັດ ຕາມຕົວແບບຂອງ ພື້ນຖານກະສິກຳ ອິສຣາແອນ, ສ້າງແຫຼ່ງ ສະບຽງອາຫານ ສີຂຽວສະອາດ ແລະ ປອດໄພ. ເຂດເຮືອນແກ້ວ VinEco ຕາມດ໋າວ ມີເນື້ອທີ່ 5,5 ເຮັກຕາ, ນຳໃຊ້ເຕັກໂນໂລຊີ Teshuva Agricultural Projects (TAP, ອິສຣາແອນ). ນີ້ແມ່ນເຕັກໂນໂລຊີອັດຕະ ໂນມັດ ແລະ ຮັບປະກັນ ບັນດາເງື່ອນໄຂພັດທະນາ ດີທີ່ສຸດ ກ່ຽວກັບນຳ້, ທາດບຳລຸງ ແລະ ປະລິມານ ອົກຊີ ໃຫ້ຂອງປູກ.

ບໍ່ພຽງແຕ່ກຸ່ມບໍລິສັດ Vingroup ເທົ່ານັ້ນ, ໃນໄລຍະຫຼັງໆ ມານີ້ ໄດ້ມີຫຼາຍກຸ່ມບໍລິສັດ, ວິສາຫະກິດ ລາຍໃຫຍ່ ຂອງ ຫວຽດນາມ ໄດ້ເຂົ້າຮ່ວມການລົງທຶນ ໃນຂົງເຂດ ກະສິກຳ ໝູນໃຊ້ເຕັກໂນໂລຊີສູງເຊັ່ນ: TH, Vinamilk ນຳໃຊ້ ເຕັກ ໂນໂລຊີ ຢິນ ສຳລັບງົວນົມ ທີ່ໃຫ້ສະມັດຕະພາບສູງ; ກຸ່ມ ບໍລິສັດ ເຈື່ອງຫາຍ ກໍ່ສ້າງ 2 ສາຂາສະຖາບັນຄົ້ນຄວ້າ ກ່ຽວກັບແນວພັນ ຕັ້ງຢູ່ແຂວງ ລອງອານ ແລະ ແຂວງ ຖ໋າຍບິ່ງ, ພ້ອມກັບລະບົບໂຮງງານຝຸ່ນອິນຊີ, ບັນດາ ໂຮງງານຜະລິດ ອຸປະກອນ, ເຄື່ອງໃຊ້ສຳລັບການຜະລິດ ກະສິກຳ; FPT ກັບ ສອງຕົວແບບ “ເຮືອນແກ້ວ- Green house" ແລະ “ເຮືອນ ຜັກ- Vegetable factory"...
.

ການສ້າງລະບົບສາຍໄຍການສະໜອງ

ໜຶ່ງໃນຈຳນວນຕົວແບບ Moshav “made in Vietnam” ທີ່ສ້າງໄດ້ສາຍຄຸນຄ່າຄົບວົງຈອນ ນັ້ນແມ່ນຕົວແບບ ກະສິກຳໝູນໃຊ້ເຕັກໂນໂລຊີສູງ ຂອງກຸ່ມບໍລິສັດ Vingroup ກັບ ເຄື່ອງໝາຍການຄ້າຜັກປອດສານພິດ VinEco. ປະຈຸບັນ, VinEco ໄດ້ ຈຳໜ່າຍເຂົ້າສູ່ຕະຫຼາດ ກວ່າ 300 ປະເພດ ຜະລິດຕະພັນ ດ້ວຍປະລິມານເກືອບ 100 ໂຕນ/ມື້ ແລະ ໄດ້ຈຳໜ່າຍໃນຮ້ານສັບພະສິນຄ້າ VinMart, VinMart + ຢູ່ທົ່ວ ທຸກແຂວງ, ນະຄອນ.

ທ່າອຽງການລົງທຶນກະສິກຳແບບທີ່ສອງ ນັ້ນແມ່ນສ້າງ ບັນດາ ຕົວແບບ ໝູ່ບ້ານກະສິກຳ Kibbutz “made in Viet nam”. ຕົວແບບ ພົ້ນເດັ່ນຂອງທ່າອຽງນີ້ ແມ່ນ “ອານາຈັກ” ຜັກ ແລະ ດອກໄມ້ ດ່າລາດ. ດ່າລາດໄດ້ສ້າງຕັ້ງສູນ ຄົ້ນ ຄວ້າ ມັນຝຣັ່ງ-ຜັກ ແລະ ດອກໄມ້. ນີ້ແມ່ນພືນຖານການ ຄົ້ນ ຄວ້າ ແລະ ປະຕິບັດບັນດາວິທີແກ້ໄຂກະສິກຳເຕັກໂນໂລຊີ ສູງ ເຊັ່ນ: ການປູກ ເຍື້ອ,  ປະສົມເຊື້ອແນວພັນໃໝ່ ແລະ ຜັນ ຂະຫຍາຍການ ຮ່ວມມືຜະລິດ ໄດ້ປະກອບສ່ວນ ເຮັດ ດ່າ ລາດ ກາຍເປັນ “ອານາຈັກ” ຜັກ ແລະ ດອກໄມ້ ຂອງ ຫວຽດນາມ ກັບ ຜະລິດຕະພັນສົ່ງອອກ ມີມາດຖານລະດັບ ສາກົນ.



ທີ່ UCA Mart, ລະຫັດກວດກາຕົ້ນກຳເນີດ ໄດ້ຕິດຢູ່ເທິງ ຜະລິດຕະພັນ ຜັກ ແລະ ໝາກໄມ້.ແຕ່ລະຫໍ່ . ພາບ: ແທງຢາງ


ຜັກປອດສານພິດທີ່ນິຄົມ VinEco ໄດ້ ຈຳໜ່າຍ ຢູ່ຕາມຮ້ານ ສັບພະສິນຄ້າ Vinmart, Vinmart+ ຊຶ່ງເປັນສະມາຊິກ
ຂອງ ກຸ່ມບໍລິສັດ Vingroup. ພາບ: ແທງຢາງ



ນະຄອນ ດ່າລາດ, ເປັນສູນກາງ ຜະລິດຜັກ ດ້ວຍວິທີໝູນ ໃຊ້ເຕັກໂນໂລຊີທັນສະໄໝ. ພາບ: ຫງວຽນລວນ


ກຳມະກອນ ບໍລິສັດ ຣື່ງຮວາ ດ່າລາດ ຫຸ້ມຫໍ່ໃສ່ແກັສ ເພື່ອ ສົ່ງອອກ ໄປຍັງຕະຫຼາດ ພາຍໃນ ແລະ ຕ່າງປະເທດ. ພາບ: ຫງວຽນລວນ

ຕາມສະຖິຕິຫຼ້າສຸດຈາກ ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດ, ວົງເງິນສົ່ງອອກກະສິກຳ, ປ່າໄມ້, ສິນໃນນ້ຳໃນ 8 ເດືອນຕົ້ນປີ ນີ້ ບັນລຸ 23,66 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 13,5% ເມື່ອທຽບກັບໄລຍະດຽວກັນຂອງປີ 2016, ໃນນັ້ນ ມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງການຜະລິດ ກະສິກຳໝູນໃຊ້ເຕັກໂນໂລຊີສູງ.

ເປັນເວລາຫຼາຍປີ ເພື່ອຊອກຮູ້ວິທີ ແກ້ໄຂ ກ່ຽວກັບການ ຂະ ຫຍາຍຕົວ ຂອງ ພື້ນຖານ ກະສິກຳ ຫວຽດນາມ ທີ່ເຄີຍໄດ້ ຕີ ລາຄາວ່າ ມີຄວາມບົ່ມຊ້ອນ ແລະ ທ່າແຮງຢ່າງຫຼວງຫຼາຍ, ແຕ່ມາບັດນີ້້,  ກະສິກຳ ຫວຽດນາມ ສາມາດໃຊ້ ຄວາມສາມາດ ທີ່ບົ່ມຊ້ອນ ຂອງຕົນ, ປະກອບສ່ວນ ໃນການສ້າງ ພື້ນຖານກະສິກຳ ໃຫ້ຂະຫຍາຍຕົວ ຢ່າງຮອບດ້ານ, ໝັ້ນຄົງແລະ ຍາວນານ ຕາມທິດທັນສະໄໝ.


ມາຮອດປັດຈຸບັນ, ທົ່ວປະເທດມີ 29 ເຂດກະສິກຳໄດ້ນຳໃຊ້ ເຕັກໂນໂລຊີສູງ ໄດ້ເຂົ້າສູ່ການເຄື່ອນໄຫວ ຊຶ່ງດຶງດູດ ວິສາຫະກິດລົງທຶນ ນັບຫຼາຍພັນຕື້ດົ່ງ, ສ້າງເປັນເຂດຜະລິດ ສິນຄ້າມີເນື້ອທີ່ປະມານ 400.000 ເຮັກຕາ. 
(ຕາມຕົວເລກສຳຫຼວດຂອງກະຊວງກະສິກຳ ແລະ ພັດທະ ນາຊົນນະບົດ)

ບົດ: ຖາວວີ-ພາບ: ເຈິ່ນແທງຢາງ, ຫງວຽນລວນ, ຖົ໋ງເຍິດ ແລະ ເອກະສານ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top