• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ກະປູຂົ້ວ ກັບ ໝາກຂາມ

ກະປູຂົ້ວກັບໝາກຂາມ ເປັນລາຍການອາຫານ ທີ່ງ່າຍ ໃນການປຸງ ແຕ່ງ ໃນຄອບຄົວ, ທັງເປັນເຍື່ອງອາຫານພິເສດ ຂອງຮ້ານອາຫານ ຫຼາຍແຫ່ງ, ມີ ຄວາມດຶງດູດໃຈດ້ານລົດຊາດຂອງ ຜູ້ຮັບປະທານ. 
ລາຍການອາຫານ ກະປູຂົ້ວກັບໝາກຂາມ ຍັງເອີ້ນວ່າ ກະປູຂົ້ວກັບ ໝາກຂາມສົ້ມຫວານ ຊຶ່ງໄດ້ເນັ້ນໃສ່ລົດສົ້ມ ຈາກນຳ້ໝາກຂາມ ແລະ ລົດຫວານຂອງຊີ້ນກະປູ. ລາຍການອາຫານນີ້ ລວມມີສອງ ສ່ວນປະ ກອບຕົ້ນຕໍ, ນັ້ນແມ່ນຊີ້ນກະປູ ແລະ ນຳ້ໝາກຂາມ. ວິທີປຸງແຕ່ງຂັ້ນ ຕົ້ນ ແລະ ຈືນຊີ້ນກະປູ ໃຫ້ແຊບ ກໍຄືເຮັດແນວໃດໃຫ້ນຳ້ ໝາກຂາມ ເຂັ້ມຂົ້ນດີ ແມ່ນເຄັດລັບຕັດສິນລົດຊາດທີ່ເປັນເອກະລັກ ຂອງ ລາຍ ການອາຫານນີ້.

ເຮົາສາມາດໃຊ້ກະປູນຳ້ຈືດ ຫຼື ກະປູທະເລ ໃນການປຸງແຕ່ງ ກໍໄດ້. ແຕ່ວ່າ ຫຼາຍຄົນ ມັກໃຊ້ກະປູທະເລ ຍ້ອນກະປູທະເລ ມີຊີ້ນ ແລະ ມີ ຄຸນຄ່່າທາດບຳລຸງ ຫຼາຍກວ່າກະປູນາ. ກະປູ ຖືກຜ່າເປັນ 4 ສ່ວນ ເພື່ອ ເອືອບເຄື່ອງເທດ ທັງງ່າຍໃນການຮັບປະທານ. ກ້າມກະປູ ແຂງ ເພາະສະນັ້ນ ຄວນທັບໃຫ້ແຕກເລັກນ້ອຍ ເພື່ອໃຫ້ເຄື່ອງເທດຊືມ ເຂົ້າ ຂ້າງໃນ. ນີ້ກໍ່ແມ່ນເຄັດລັບໜຶ່ງ ໃຫ້ລາຍການອາຫານນີ້ ແຊບ ແລະ ໜ້າຮັບປະທານ ຍິ່ງຂຶ້ນ.





ໃຊ້ໝາກຂາມສຸກ ເພື່ອການປຸງແຕ່ງນຳ້ຊອດໝາກຂາມ. ໃສ່ໝາກ ຂາມ ປົນກັບນຳ້ອຸ່ນໜ້ອຍໜຶ່ງ, ຕີໃຫ້ແຫຼກ, ກັ່ນຕອງເອົາແຕ່ນຳ້ ແລ້ວ ຕື່ມນຳ້ຕານ, ຄະນໍ, ໝາກເຜັດໃຫ້ລົດຊາດພໍກິນ. ຫຼັງຈາກນັ້ນ ປະສົມ ແປ້ງມັນ ກັບນຳ້, ຄົນໃຫ້ລະລາຍ ແລ້ວຖອກ ນຳ້ ໝາກຂາມໃສ່ ເພື່ອ ຫຼີກລ່ຽງການຈັບເປັນກ້ອນ ແລະ ເຮັດໃຫ້ນຳ້ຊອດ ໜຽວເຂົ້າ. ນ້ຳຊອດ ໝາກຂາມແຊບ ຫລື ບໍ ຈະເປັນຕົວຕັດສິນວ່າ ຄວາມແຊບ ຂອງ ລາຍ ການອາຫານ.

ກະປູ ຫຼັງຈາກຈືນ ເປັນສີເຫຼືອງ ຈະຄີບໃສ່ຈານ ແລະ ໂຮຍນຳ້ຊອດ ໝາກຂາມໃສ່ເທິງ. ລາຍການອາຫານນີ້ ຄວນເສີບເວລາຍັງຮ້ອນ. ຄວາມສົ້ມໆຂອງນຳ້ຊອດໝາກຂາມ ເຈືອປົນກັບລົດຫວານຂອງ ນ້ຳ ຕານ, ລົດເຜັດໆ ຂອງໝາກເຜັດ ພ້ອມກັບລົດຊາດຫອມແຊບທີ່ເປັນ ເອກະລັກຂອງຊີ້ນກະປູ ຈຶ່ງສ້າງເປັນລາຍການອາຫານກະປູຂົ້ວ ກັບ ໝາກຂາມ.


ສ່ວນປະກອບຂອງລາຍການອາຫານ ກະປູຂົ້ວ ກັບ ໝາກຂາມ
-ກະປູຊີ້ນ: 1 ກິໂລ
- ໝາກຂາມສຸກ: ½ ຖ້ວຍ
- ຫົວຜັກທຽມ: 4 ງີມ ຕຳ່ແຫຼກ.
- ຫົວຜັກບົ່ວໃຫຍ່: 1 ຫົວ ຊອບບາງໆ.
-ແປ້ງມັນຕົ້ນ: 1 ບ່ວງ
- ເຄື່ອງເທດປະເພດອື່ນໆອີກໜ້ອຍໜ່ຶງເຊັ່ນ: ນຳ້ຕານ, ພິກໄທ, ໝາກເຜັດ, ແປ້ງກະນໍ...

ປະຕິບັດ: ຫງວຽນລວນ

ເທດສະການອາຫານເຈ 2024

ເທດສະການອາຫານເຈ 2024

ຫວ່າງມໍ່ໆ ມານີ້, ຢູ່ສວນສາທາລະນະ ຖົ໋ງເຍິດ (ຮ່າໂນ້ຍ) ໄດ້ຈັດງານເທດສະການອາຫານເຈ 2024 ໃນຫົວຂໍ້ວ່າ “ລະດູ ບານໃໝ່ ບໍ່ມີທ່ີສິ້ນສຸດ”. ນີ້ເປັນເຫດການວັດທະນະທໍາ ອາ ຫານການກິນ ພິເສດ ເພື່ອແນໃສ່ ຍົກສູງຄວາມຮັບຮູ້ ຂອງ ມວນຊົນ ກ່ຽວກັບ ຜົນປະໂຫຍດ ຂອງ ການກິນເຈ, ທັງແມ່ນ ໂອກາດ ເພື່ອແບ່ງປັນ ແລະ ສຶກສາຄວາມຮູ້ ຈາກຜູ້ທີ່ໄດ້ ດໍາ ເນີນ ຊີວິດແບບນີ້.

Top