• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງຕຳຫລວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ລາວ ເພີ່ມທະວີການສົມທົບວຽກງານຊາວໜຸ່ມ, ແມ່ຍິງ, ກຳມະບານ

      ຕອນເຊົ້າວັນທີ 11 ກໍລະກົດ ທີ່ຮ່າໂນ້ຍ, ກົມໃຫຍ່ການເມືອງຕຳຫລວດປະຊາຊົນ, ກະຊວງຕຳຫລາດ ຫວຽດນາມ ແລະ ຄະນະຜູ້ແທນກົມໃຫຍ່ການເມືອງ, ກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ມີການເຮັດວຽກນຳກັນກ່ຽວກັບວຽກງານຊາວໜຸ່ມ, ແມ່ຍິງ, ກຳມະບານ.

ກະຊວງຕຳຫລວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ລາວ ເພີ່ມທະວີການສົມທົບວຽກງານຊາວໜຸ່ມ,
ແມ່ຍິງ, ກຳມະບານທີ່ການເຮັດວຽກ
      ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນບັນດາບົດຮຽນ, ຮູບແບບ, ວິທີເຮັດທີ່ມີຫົວຄິດປະດິດສ້າງ, ມີປະສິດທິຜົນທີ່ພວມປະຕິບັດ, ພ້ອມທັງເຫັນດີເປັນເອກະພາບສະເໜີບັນດາເນື້ອໃນລະອຽດໃນວຽກວານສົມທົບ, ຮ່ວມມືລະຫວ່າງບັນດາອົງການມະຫາຊົນຂອງ 2 ປະຊວງໃນໄລຍະຕໍ່ໄປ. ບົນພື້ນຖານການພົວພັນຮ່ວມມືມິດຕະພາບ, ຮອບດ້ານລະຫວ່າງກະຊວງຕຳຫລວດ ຫວຽດນາມ ກັບກະຊວງປ້ອງກັນຄວາມສະຫງົບ ລາວ, 2 ຝ່າຍໄດ້ເຫັນດີເປັນເອກະສັນເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂອງບັນດາອົງການຄື: ຄະນະຊາວໜຸ່ມ, ສະຫະພັນແມ່ຍິງ, ກຳມະບານຂອງ 2 ກະຊວງ; ຮັກສາບັນດາການເຄື່ອນໄຫວຮ່ວມມື, ສົມທົບກັນເປັນຢ່າງດີ ຄື: ຮ່ວມມືບຳລຸງສ້າງ, ບຳລຸງຖັນແຖວການນຳບັນດາກົມກອງສັງກັດ 2 ກະຊວງ; ພົບປະແລກປ່ຽນ, ແບ່ງປັນບົດຮຽນໃນການປ້ອງກັນ, ຕ້ານອາດສະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍເຂດຊາຍແດນ; ຈັດຕັ້ງບັນດາການເສັງຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳ, ສາຍພົວພັນມິດຕະພາບອັນດີງາມລະຫວ່າງ ຫວຽດນມ ແລະ ລາວ, ດຶງດູດຊາວໜຸ່ມ, ແມ່ຍິງ, ກຳມະບານເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top