• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ​ອາຊຽນ - ຈີນ ​ຕາມ​ຮູບ​ການ​ທາງ​ອອນ​ລາຍ

ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສອາຊຽນ - ຈີນ (ACSOC) ຄັ້ງທີ 26 ໄດ້ຈັດຂຶ້ນໃນວັນທີ 01 ກໍລະກົດປີ 2020 ຕາມຮູບການທາງອອນລາຍ. 

ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສອາຊຽນ - ຈີນ (ACSOC) (ພາບ: ກະຊວງການຕ່າງປະເທດ) 

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າSOM ອາຊຽນຂອງຫວຽດນາມ ເປັນຕາງໜ້າໃຫ້ຫວຽດນາມເຂົ້າຮ່ວມກອງປະຊຸມໃນບົດບາດເປັນປະທານອາຊຽນ.

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຢັ້ງຢືນວ່າ ອາຊຽນໄດ້ສະແດງຄວາມຕັດສິນໃຈດ້ານການເມືອງຢູ່ລະດັບສູງສຸດ, ຍູ້ແຮງການສົມທົບກັນເຄື່ອນໄຫວ ແລະ ຮັບມືລວມ ຕາມເນື້ອໃນຈິດໃຈສະໜິດຕິດພັນ ແລະ ເປັນເຈົ້າການຮັບມືຂອງອາຊຽນໃນປີ 2020. ທ່ານຫງວຽນກ໊ວກຢຸງ ໄດ້້ເນັ້ນໜັກວ່າໃນໄລຍະຈະມາເຖິງ, ອາຊຽນ ແລະ ຈີນໃນຖານະເປັນຄູ່ຮ່ວມມືຍຸດທະສາດຂອງກັນ, ຄວນສືບຕໍ່ເພີ່ມທະວີການສົມທົບກັນຮັບມືກັບໂລກລະບາດຢ່າງມີປະສິດທິຜົນ.

ທ່ານ ຫງວຽນກ໊ວກຢຸງ ຢັ້ງຢືນວ່າ ອາຊຽນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຈີນໃນການຜັນຂະຫຍາຍຖະແຫຼງການວ່າດ້ວຍວິທີການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ສູ້ຊົນ ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ບັນດາປະເທດກໍ່ໄດ້ຮັບຮູ້ການປະກາດຂອງຫວຽດນາມ, ໃນບົດບາດເປັນປະທານອາຊຽນກ່ຽວກັບແຜນການຈັດຕັ້ງບັນດາກອງປະຊຸມຂັ້ນລັດຖະມົນຕີ ແລະ ຂັ້ນສູງລະຫວ່າງ ອາຊຽນ ແລະ ຈີນໃນປີ 2020.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top