• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສຳ​ມະ​ນາ ອ​າ​ຊຽນ-ສະ​ຫະ​ປະ​ຊາ​ຊາດຄັ້ງ​ທີ 7- ການ​ເຈ​ລະ​ຈາຂັ້ນ​ພາ​ກ​ພື້ນ​ຄັ້ງ​ທີ 5 ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ-ຄວາມ​ໝັ້ນ​ຄົງ

ໃນຂອບເຂດກອງປະຊຸມສຳມະນາອາຊຽນ-ສະຫະປະຊາຊາດ (AURED) ຄັ້ງທີ 7, ການເຈລະຈາຂັ້ນພາກພື້ນ ຄັ້ງທີ 5 ກ່ຽວກັບການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງດວ້ຍຫົວຂໍ້ວ່າ: “ສຸມໃສ່ສົມທົບກັນໜູນຊ່ວຍສະຖາບັນອາຊຽນກ່ຽວກັບສັນຕິພາບ ແລະ ການໄກ່ເກຍ”ເຊິ່ງໄດ້ໄຂຂຶ້ນໃນວັນທີ 3 ທັນວາ, ທີ່ ນະຄອນຫຼວງຮ່າໂນ້ຍ.

 ທ່ານ ຫງວຽນກວັກຢຸ໊ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ (ພາບ: TTXVN)

ກ່າວຄຳປາໄສເປີດການເຈລະຈາ, ທ່ານ ຫງວຽນກວັກຢຸ໊ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສອາຊຽນ-ຫວຽດນາມ, ສະເໜີໃຫ້ກອງປະຊຸມສຳມະນາເອົາໃຈໃສ່ຍູ້ແຮງການຮ່ວມມືລະຫວ່າງ ອາຊຽນ ແລະ ສະຫະປະຊາຊາດກ່ຽວກັບດ້ານການທູດໃນການປ້ອງກັນ ແລະ ສະກັດກັ້ນການປະທະກັນ, ກໍ່ສ້າງກຸ່ມນັກຊ່ຽວຊານອາຊຽນໂດຍແນໃສ່ການໜູນຊ່ວຍການຄຸ້ມຄອງການປະທະກັນ, ແກ້ໄຂຄວາມເຄັ່ງຕຶງ. ດ້ວຍຖານະເປັນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງຂອງສະຫະປະຊາຊາດໄລຍະ 2020-2021, ທ່ານຮອງລັດຖະມົນຕີໄດ້ຢັ້ງຢືນ ຕໍ່ຄຳໝັ້ນສັນຍາຢ່າງສູງຂອງຫວຽດນາມ, ພ້ອມກັບບັນດາປະເທດອື່ນໆໃນອາຊຽນ, ຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຊຸກຍູ້ສັນຕິພາບໃນພາກພື້ນແລະໃນທົ່ວໂລກ.

        ທ່ານ Khaled Khiari ຜູ້ຊ່ວຍເລຂາທິການໃຫ່ຍສະຫະປະຊາຊາດ ກໍໄດ້ຢັ້ງຢືນເຖິງຄຳໝັ້ນສັນຍາຂອງສະຫະປະຊາຊາດເຊິ່ງພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນກັບອາຊຽນ ແລະ AIPR, ຊຸກຍູ້ຜັນຂະຫຍາຍບັນດາຂໍ້ສະເໜີຂອງກອງປະຊຸມສຳມະນາ AURED ຢ່າງມີປະສິດທິຜົນ, ໃນນັ້ນ, ມີວຽກງານຍູ້ແຮງບົດບາດຂອງແມ່ຍິງໃນສັນຕິພາບ, ຄວາມໝັ້ນຄົງ ແລະ ສ້າງກຸ່ມນັກຊ່ຽວຊານເພື່ອໜູນຊ່ວຍບັນດາການເຄື່ອນໄຫວຂອງ AIPR./.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top