• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຄັ້ງ​ທີ 7 ກຳ​ມາ​ທິ​ການ​ ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ​ລະ​ຫວ່າງ​ສາ​ມ​ປະ​ເທດ ກຳ​ປູ​ເຈ​ຍ - ລາວ - ຫວຽດ​ນາມ

ວັນທີ 17 ສິງຫາ, ຢູ່ນະຄອນຮ້າລອງ, ແຂວງກ໋ວາງນິງ, ໄດ້ດຳເນີນກອງປະຊຸມຄັ້ງທີ 7 ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດລະຫວ່າງສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ ດ້ວຍຫົວຂໍ້ວ່າ “ບົດບາດຂອງສະພາແຫ່ງຊາດໃນການປະຕິບັດບັນດາຂໍ້ຕົກລົງການຮ່ວມມືລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ໃນເຂດສາມລ່ຽມພັດທະນາ”.
 
ທ່ານ ນາງ ຕ່ອງທິຟ້ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກອງປະຊຸມໄດ້ແກ່ຍາວໄປຮອດໝົດວັນທີ 18 ສິງຫາ, ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ນາງ ຕ່ອງທິຟ້ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງຕໍ່ກົນໄກຮ່ວມມືຂອງ 3 ກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດໃນຫຼາຍປີທີ່ຜ່ານມາ, ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ ສະພາແຫ່ງຊາດ 3 ປະເທດ ຢ່າງເລິກເຊິງ ແລະ ມີປະສິດທິຜົນກ່ວາ.

ເພື່ອສືບຕໍ່ປະຕິບັດບັນດາແຜນການຮ່ວມມືຂອງເຂດສາມລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຢ່າງມີປະສິດທິຜົນ, ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງສືບຕໍ່ກວດກາຄືນໃໝ່, ສ້າງເລັດລະບົບກົດໝາຍຂອງແຕ່ລະປະເທດໃຫ້ສົມບູນແບບ, ແລກປ່ຽນບົດຮຽນກ່ຽວກັບການເຂົ້າຮ່ວມຂອງສະພາແຫ່ງຊາດ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ 3 ປະເທດໃນການຜັນຂະຫຍາຍການຕິດຕາມກວດກາ ແລະ ຊຸກຍູ້ການຮ່ວມມືໃນເຂດສາມລ່ຽມພັດທະນາເປັນປະຈຳ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top