• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະຊຸມ​ໂຄສະນາ​ກ່ຽວກັບ ອາຊຽນ ​ແລະ ກະກຽມ​ໃຫ້​ແກ່​ປີ​ເປັນ​ປະທານ ອາຊຽນ 2020

ຕອນບ່າຍວັນທີ 2 ທັນວາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຈັດຕັ້ງກອງປະຊຸມໂຄສະນາກ່ຽວກັບ ອາຊຽນ ແລະ ກະກຽມໃຫ້ແກ່ປີເປັນປະທານ ອາຊຽນ 2020.

ກອງປະຊຸມໂຄສະນາກ່ຽວກັບ ອາຊຽນ ແລະ ກະກຽມໃຫ້ແກ່ປີເປັນປະທານ ອາຊຽນ 2020 (ພາບ: TTXVN)

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ເລກວນ, ຮອງລັດຖະມົນຕີກະຊວງແຮງງານ, ທະຫາຍເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ ຫວຽດນາມ ພວມຢູ່ໃນຈຸດເວລາສໍາຄັນ ເມື່ອລັດຖະບານບັນດາກະຊວງ, ຂະແໜງການ ພວມຮີບຮ້ອນ ແລະ ຍູ້ໄວຄວາມຄືບໜ້າບັນດາວຽກງານກະກຽມໃຫ້ປີເປັນປະທານ ອາຊຽນ 2020. ທ່ານກ່າວວ່າ:

        “ຫວຽດນາມ ມຸ່ງໄປສູ່ການເພີ່ມທະວີຄາດໝາຍພັດທະນາແຫຼ່ງຊັບພະຍາກອນມະນຸດ, ປຶກສາຫາລືກ່ຽວກັບບັນຫາການສຶກສາ, ສາທາລະນະສຸກຢ່າງລະອຽດກວ່າອີກ; ພິເສດ, ແມ່ນສະກັດກັ້ນບັນດາຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງ. ນີ້ແມ່ນປີສໍາຄັນທີ່ສຸດຂອງປະຊາຄົມອາຊຽນ. ດ້ວຍບົດບາດເປັນຫົວໜ່ວຍປະສານງານຂອງປະຊາຄົມວັດທະນະທໍາ - ສັງຄົມ ອາຊຽນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຈະສົມທົບກັບຄະນະເລຂາອາຊຽນ ໃນການສ້າງໂຄງການເຄື່ອນໄຫວໃຫ້ແກ່ປີເປັນປະທານ ອາຊຽນ ປີ 2020. ຂ້າພະເຈົ້າປາດຖະໜາວ່າ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງໃນປະຊາຄົມຂອງພວກເຮົາ ຈະເພີ່ມທະວີການສ້າງແຜນການເຄື່ອນໄຫວ ແລະ ສົມທົບກັບພວກຂ້າພະເຈົ້າ ເພື່ອປະຕິບັດໜ້າທີ່ອັນສໍາຄັນນີ້ໃນ 2020”.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບບັນດາບຸລິມະສິດຂອງປະຊາຄົມວັດທະນະທໍາ - ສັງຄົມ ອາຊຽນ ໃນປີ 2020, ໃນນັ້ນ ຮັບຮູ້ວ່າ ຈະເພີ່ມທະວີບັນດາການປຶກສາຫາລືກ່ຽວກັບບັນຫາການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ກໍານົດບັນດາເນື້ອໃນໃນວຽກງານກະກຽມກໍຄື ການສົມທົບລະຫວ່າງຄະນະເລຂາ ອາຊຽນ ກັບ ຫວຽດນາມ ໃນປີ 2020. 

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top