• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ ASOSAI 14 - ພະຍານຫຼັກຖານສະແດງໃຫ້ເຫັນການເຕີບໃຫຍ່ ແລະ ພັດທະນາຂອງອົງການກວດສອບແຫ່ງລັດຫວຽດນາມ

      ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມໃຫຍ່ບັນດາອົງການກວດສອບສູງສຸດ ອາຊີ ຄັ້ງທີ 14 (ASOSAI 14) ດ້ວຍຫົວຂໍ້ວ່າ ກວດສອບສະພາບແວດລ້ອມ ເພື່ອການພັດທະນາແບບຍືນຍົງເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 19 - 22 ກັນຍາ ທີ່ຮ່າໂນ້ຍ ແລະແຂວງກວາງນິງ ຂອງຫວຽດນາມ. 

ການຕັດແຖບຜ້າທີ່ພິທີເປີດສະຫຼອງສູນສື່ມວນຊົນ ASOSAI 14
      ໃນນັ້ນ, ພິທີໄຂກອງປະຊຸມໃຫຍ່ ຈະຈັດຂຶ້ນໃນວັນທີ 19 ກັນຍາ ໂດຍມີການເຂົ້າຮ່ວມຂອງທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຜູ້ແທນ ຈໍານວນ 250 ຄົນ ທີ່ມາຈາກ 46 ອົງການກວດສອບສຸງສຸດຂອງບັນດາປະເທດ ອາຊີ .
        ນີ້ແມ່ນເນື້ອໃນໂດຍອົງການກວດສອບແຫ່ງລັດໄດ້ຍົກອອກມາທີ່ການປະຊຸມຂ່າວ ກ່ຽວກັບວຽກງານສື່ຂ່າວ ກ່ຽວກັບ ASOSAI 14 ແລະ ພິທີເປີດສະຫຼອງສູນສື່ມວນຊົນ ASOSAI 14 ໃນວັນທີ 17 ກັນຍາ ທີ່ຮ່າໂນ້ຍ. ກ່າວຄໍາເຫັນທີ່ການປະຊຸມຂ່າວ, ທ່ານຫົວໜ້າອົງການກວດສອບແຫ່ງລັດຫວຽດນາມ ໂຮ່ດຶກເຝິກ ຢັ້ງຢືນວ່າ:
        ໂດຍເປັນຄັ້ງທໍາອິດເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ ASOSAI, ເຊິ່ງເປັນເຫດການ ການເມືອງ, ການຕ່າງປະເທດ ທີ່ມີຄວາມໝາຍສໍາຄັນນີ້ ແມ່ນການພິສູດໃຫ້ເຫັນຢ່າງຈະແຈ້ງເຖິງການເຕີບໃຫຍ່ ແລະ ຂະຫຍາຍຕົວຂອງອົງການກວດສອບແຫ່ງລັດຫວຽດນາມ; ອັນໄດ້ເປັນການຢ້ັງຢືນທີ່ຕັ້ງ ແລະ ບົດບາດຂອງອົງການກວດສອບແຫ່ງລັດຫວຽດນາມໃນພາກພື້ນ ແລະ ໃນໂລກ. ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາແນະນໍາ, ໂຄສະນາພາບພົດປະເທດຊາດ ແລະ ຊາວຫວຽດນາມ ທີ່ສະໜິດສະໜົົມ, ຂະຫຍັນຂັນເຄື່ອນ, ທັນສະໄໝ, ຮັກແພງແຂກຄົນ  ສູ່ເພື່ອນມິດສາກົນ”.
        ຜ່ານລາຍການດໍາເນີນງານທີ່ກອງປະຊຸມໃຫຍ່ຄັ້ງນີ້ASOSAI 14 ໄດ້ຍົກອອກສານ ແນໃສ່ຢັ້ງຢືນໃຫ້ເຫັນວ່າ ພາຍຫຼັງ 40 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ, ASOSAI  ຍັງຄົງແມ່ນອົງການນໍາໜ້າໃນຂົງເຂດກວດສອບສາທາລະນະ, ການຄຸ້ມຄອງສາທາລະນະ. ພ້ອມກັນນັ້ນ, ASOSAI ຍາມໃດກໍຍູ້ແຮງການຮ່ວມມືລະຫວ່າງບັນດາສະມາຊິກ ແລະ ຂົງເຂດຢ່່າງບໍ່ຢຸດຢັ້ງ ເພື່ອແນໃສ່ປະຕິບັດບັນດາຂໍ້ລິເລີ່ມ ແລະ ມຸ່ງໄປເຖິງພື້ນຖານການເງິນ ເປັນປົກກະຕິ ແລະ ຍືນຍົງ..
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top