• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ-ຈີນກ່ຽວກັບການປະຕິບັດ DOC ຄັ້ງທີ 18

ກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ-ຈີນກ່ຽວກັບການປະຕິບັດຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ( DOC)  ຄັ້ງທີ 18 ໄດ້ດຳເນີນໃນວັນທີ 15 ຕຸລາ ຢູ່ ນະຄອນ ດາລາດ ແຂວງ ເລີມດົມຂອງຫວຽດນາມ. 

ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ

ນີ້ແມ່ນບັນດາກອງປະຊຸມລະຫວ່າງ ອາຊຽນ ກັບຈີນ ເພື່ອແນໃສ່ສຳຫລວດກວດຄືນສະພາບການຢູ່ທະເລຕາເວັນອອກ, ປະຕິບັດ DOC ແລະ ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ກອງປະຊຸມໄດ້ຍາດເວລາສ່ວນຫລາຍເພື່ອປຶກສາຫາລືກ່ຽວກັບການຜັນແປທີ່ສັບສົນຢູ່ພື້ນທີ່ຕົວຈິງ ພິເສດ ແມ່ນບັນດາກໍລະນີພວມເກີດຂຶ້ນຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ. ບັນດາປະເທດມີຄວາມວິຕົກກັງວົນຕໍ່ສະພາບເຄັ່ງຕຶງປະຈຸບັນ, ບັນດາປະເທດອາຊຽນ ເນັ້ນຫນັກເຖິງຫລັກການອົດກັ້ນ, ບໍ່ຫັນເປັນການທະຫານ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ນຳໃຊ້ອາວຸດຫລືນາບຂູ່ການນຳໃຊ້ອາວຸດ, ແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ ບົນກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ວ່າດ້ວຍທະເລປີ 1982.

ກ່ຽວກັບການປະຕິບັດ DOC, ກອງປະຊຸມເຫັນດີສືບຕໍ່ມານະພະຍາຍາມຮັບປະກັນການປະຕິບັດ DOC ຢ່າງຄົບຖ້ວນ, ມີປະສິດທິຜົນ.

ກ່ຽວກັບການເຈລະຈາ COC, ບັນດາ ປະເທດຢືນຢັນ ຄວນເພີ່ມທະວີຄວາມມານະພະຍາຍາມ ເພື່ອສ້າງກົດແຫ່ງການປະພຶດໃຫ້ມີປະສິດທິຜົນຢ່າງແທ້ຈິງ ມີຄຸນນະພາບ ອາດຈະສະກັດກັ້ນບັນດາເຫດທີ່ເກີດຂຶ້ນຢ່າງສັບສົນຄືປະຈຸບັນ.

ກ່າວຄຳເຫັນທີ່ກອງປະຊຸມ, ຄະນະຜູ້ແທນຫວຽດນາມ ເນັ້ນຫນັກວ່າ ການກະທຳລະເມີດຂອງຈີນ ໄດ້ ແລະ ພວມສົ່ງຜົນສະທ້ອນເຖິງສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ບໍ່ສ້າງຄວາມສະດວກໃຫ້ແກ່ວິວັດການເຈລະຈາ COC.  ສະນັ້ນ ຫວຽດນາມ ສະເຫນີຫລາຍມາດຕະການ ເພື່ອແນໃສ່ປັບປຸງວິທີການເຮັດວຽກໃຫ້ແກ່ບັນດາຮອບເຈລະຈາຕໍ່ໄປ.

(ແຫຼ່ງຄັດຈາກ VOV)
 

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top