• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສໍາມະນາວິທະຍາສາດ “ຄໍາພິໄນກໍາຂອງປະທານໂຮ່ຈີມິນ - ຄຸນຄ່າທິດສະດີ ແລະ ຕົວຈິງ”

ຕອນເຊົ້າວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ຫໍພິພິທະພັນ ໂຮ່ຈີມິນ ໄດ້ສົມທົບກັບສໍານັກພິມຈໍາໜ່າຍການເມືອງ ຊຶເທີດ, ສະມາຄົມວິທະຍາສາດປະຫວັດສາດຫວຽດນາມ, ສະມາຄົມມໍລະດົກວັດທະນະທໍາຫວຽດນາມ, ສະຖະບັນສື່ມວນຊົນ ແລະ ໂຄສະນາເຜີຍແຜ່ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ ດ້ວຍຫົວຂໍ້ວ່າ “ຄໍາພິໄນກໍາຂອງປະທານໂຮ່ຈີມິນ - ຄຸນຄ່າທາງທິດສະດີ ແລະ ຕົວຈິງ” (1969 – 2019).

ກອງປະຊຸມສໍາມະນາວິທະຍາສາດ “ຄໍາພິໄນກໍາຂອງປະທານໂຮ່ຈີມິນ - ຄຸນຄ່າທິດສະດີ ແລະ ຕົວຈິງ” (ພາບ: baotintuc.vn)

 ທີ່ກອງປະຊຸມສໍາມະນາ, ມີບົດປະກອບຄໍາເຫັນກວ່າ 100 ບົດ ໄດ້ສະເໜີ ແລະ ສົ່ງມາຍັງກອງປະຊຸມສໍາມະນາ ໂດຍໄດ້ປະກອບຄໍາເຫັນ ແລະ ປຶກສາຫາລືກ່ຽວກັບ 5 ຫົວຂໍ້ໃຫຍ່ ກ່ຽວກັບ ຄໍາພິໄນກໍາຂອງປະທານໂຮ່ຈີມິນ ແລະ ຜົນງານທີ່ບັນລຸໄດ້ພາຍຫຼັງໄລຍະການປະຕິບັດຄໍາພິໄນກໍາຂອງເພິ່ນ ອັນໄດ້ຢ້ັງຢືນໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບບັນດາຄຸນຄ່າອັນຍືນຍົງຂອງຄໍາພິໄນກໍາປະຫວັດສາດນີ້. ຈາກນັ້ນ, ປະກອບສ່ວນເຂົ້າໃນວຽກງານໂຄສະນາເຜີຍແຜ່, ສຶກສາດ້ານແນວຄິດ, ຄຸນສົມບັດ ແລະ ວິຖີຊີວິດຂອງປະທານໂຮ່ຈີມິນ ຕາມຄໍາສັ່ງເລກທີ 05 -ຄສ/ສກ ລົງວັນທີ 15 ພຶດສະພາ 2016 ຂອງກົມການເມືອງ ກ່ຽວກັບການ “ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ,ຄຸນສົມບັດ ແລະ ວິຖີຊີວິດຂອງປະທານໂຮ່ຈີມິນ.  ທ່ານຫວູແມ້ງຮ່າ, ຜູ້ອໍານວຍການຫໍພິພິທະພັນໂຮ່ຈີມິນ ຢັ້ງຢືນວ່າ:

        “ໃນບັນດາມູນມໍລະດົກອັນລໍ້າຄ່າ ເຊິ່ງປະທານໂຮ່ຈີມິນໄດ້ສ້າງໄວ້ໃຫ້ແກ່ພັກ, ການປະຕິວັດ ແລະ ຊາດຫວຽດນາມ ນັ້ນ, ຄໍາພິໄນກໍາ ແມ່ນເອກະສານປະຫວັດສາດທີ່ລໍ້າຄ່າທີ່ສຸດ ເຊິ່ງມີຄຸນຄ່າດ້ານທິດສະດີ ແລະ ຕົວຈິງ ບໍ່ພຽງແຕ່ໃນໄລຍະປະຕິວັດທີ່ຜ່ານໄປແລ້ວກໍຕາມ, ຫາກຍັງມີຄຸນຄ່າໃນເສັ້ນທາງຕໍ່ໜ້າຂອງການປະຕິວັດຫວຽດນາມ ອີກດ້ວຍ”.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top