• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສໍາມະນາ “ຮ່າໂນ້ຍ - ນະຄອນແຫ່ງສັນຕິພາບ, 20 ປີ ແຫ່ງການເຊື່ອມໂຍງ ແລະ ພັດທະນາ”

ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 20 ປີ ແຫ່ງວັນຮ່າໂນ້ຍ ໄດ້ຮັບນາມມະຍົດ “ນະຄອນແຫ່ງສັນຕິພາບ” ຈາກອົງການ ຢູແນັດໂກ (1999 – 2019), ຕອນບ່າຍວັນທີ 13 ກໍລະກົດ, ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມສໍາມະນາ ດ້ວຍຫົວຂໍ້ວ່່າ “ຮ່າໂນ້ຍ - ນະຄອນແຫ່ງສັນຕິພາບ, 20 ປີ ແຫ່ງການເຊື່ອມໂຍງ ແລະ ພັດທະນາ”.

ກອງປະຊຸມສໍາມະນາ “ຮ່າໂນ້ຍ - ນະຄອນແຫ່ງສັນຕິພາບ, 20 ປີ ແຫ່ງການເຊື່ອມໂຍງ ແລະ ພັດທະນາ” (ພາບ: TTXVN)

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ທົບທວນຄືນບັນດາຜົນງານທີ່ບັນລຸໄດ້ ພາຍຫຼັງໄລຍະ 20 ປີ ແຫ່ງວັນຮ່າໂນ້ຍໄດ້ຮັບນາມມະຍົດ “ນະຄອນແຫ່ງສັນຕິພາບ”. ທ່ານ ມາຍຟານຢຸ໋ງ, ຫົວໜ້າກົມວັດທະນະທໍາ ພົວພັນຕ່າງປະເທດ ແລະ ຢູແນັດໂກ ສັງກັດກະຊວງການຕ່າງປະເທດ, ເນັ້ນໜັກວ່າ:

        “ຮ່າໂນ້ຍ ໄດ້ຂ້າມຜ່ານ 70 ຕົວເມືອງອອກສະໝັກເລືອກຕັ້ງ ເພື່ອຄັດເລືອກ ແມ່ນ 1 ໃນ 5 ນະຄອນຕາງໜ້າໃຫ້ແກ່ 5 ທະວີບ ໄດ້ຮັບນາມມະຍົດເປັນນະຄອນແຫ່ງສັນຕິພາບ ຈາກ ຢູແນັດໂກ. ນີ້ແມ່ນການຮັບຮອງຂອງປະຊາຄົມສາກົນ ດ້ວຍບັນດາການປະກອບສ່ວນສໍາຄັນຂອງ ຮ່າໂນ້ຍເຂົ້າໃນການສ້າງພື້ນຖານວັດທະນະທໍາສັນຕິພາບ ຜ່ານບັນດາຄວາມມານະພະຍາຍາມປ່ຽນແປງໃໝ່, ວິທີສໍາຜັດວັດທະນະທໍາມະນຸດໃນການແກ້ໄຂບັນດາບັນຫາຫັນເປັນຕົວເມືອງ, ບັນດາບັນຫາສັງຄົມ ກໍຄື ການປົວແປງຊີວິດການເປັນຢູ່ຂອງປະຊາຊົນຫຼາຍລ້ານຄົນ. ນີ້ກໍແມ່ນພະຍານຫຼັກຖານຈະແຈ້ງໃຫ້ແກ່ເລື່ອງ ນະຄອນຕາງໜ້າໃຫ້ປະເທດຫວຽດນາມ ຍາມໃດກໍເຄົາລົບຄຸນຄ່າຂອງສັນຕິພາບ ແລະ ມານະພະຍາຍາມເສີມສ້າງເພື່ອສັນຕິພາບ”.

        ທີ່ກອງປະຊຸມສໍາມະນາ, ຜູ້ແທນພາຍໃນປະເທດ ແລະ ສາກົນຫຼາຍທ່ານ ກໍໄດ້ປະກອບຄໍາເຫັນ ເພື່ອແນໃສ່ແກ້ໄຂບັນດາບັນຫາໃນວິວັດການຫັນເປັນຕົວເມືອງ ແລະ ບັນດາບັນຫາສັງຄົມ. ພ້ອມທັງ, ຕັ້ງໜ້າແນະນໍາ, ໂຄສະນາກ່ຽວກັບວັດທະນະທໍາ, ປະຊາຊົນ ແລະ ນະຄອນຮ່າໂນ້ຍ ທີ່ປະດິດຄິດສ້າງ, ອັດສະລິຍະ, ຂຽວ, ສະອາດ ແລະ ສວຍງາມ.


 ງານບຸນ Carnival ທ້ອງຖະໜົນ ຮ່າໂນ້ຍ (ພາບ: VOV)

ນອກຈາກນັ້ນ, ຕອນເຊົ້າວັນທີ 14 ກໍລະກົດ, ທີ່ຖະໜົນຍ່າງອ້ອມໜອງຮວ່າມກ໊ຽມ ຮ່າໂນ້ຍ, ກໍໄດ້ດໍາເນີນງານບຸນ Carnival ທ້ອງຖະໜົນ ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງນັກສິລະປິນສາກົນ ແລະ ຫວຽດນາມ ທີ່ເປັນມືອາຊີບຫຼາຍຄົນ ເພື່ອສະເຫຼີມສະຫຼອງວັນຮ່າໂນ້ຍ ຮັບນາມມະຍົດ “ນະຄອນແຫ່ງສັນຕິພາບ” ຄົບຮອບ 20 ປີ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top