• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ຢູ່ ຮ່າໂນ້ຍ

ບໍ່ເຄີຍເຫັນນະຄອນຫຼວງ ຮ່າໂນ້ຍ-ຫວຽດນາມ ໄດ້ເວົ້າເຖິງ ຫຼາຍປານນັ້ນ ຄືໃນຊຸມມື້ຜ່ານມາ. ນັ້ນແມ່ນຍ້ອນນະຄອນຫຼວງ ຮ່າໂນ້ຍ ໄດ້ ສ ອາເມລິກາ ແລະ ສປປ ເກົາຫຼີ ເລືອກເຟັ້ນເປັນ ສະຖານທີ່ຈັດຕັ້ງກອງປະຊຸມ ສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2, ເປັນເຫດການໜຶ່ງດຶງດູດຄວາມສົນໃຈຢ່າງ ຫຼວງຫຼາຍ ຂອງປະຊາຄົມ ແລະ ຫາງສຽງສາກົນ. 
ເມື່ອອະທິບາຍດ້ວຍເຫດຜົນ ຍ້ອນຫຍັງ ຮ່າໂນ້ຍ ໄດ້ເລືອກເຟັ້ນເປັນສະຖານທີ່ຈັດຕັ້ງກອງປະຊຸມ ສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2, ບັນດານັກຊ່ຽວຊານ ຫວຽດນາມ ແລະ ຕ່າງປະເທດ ລ້ວນແຕ່ໃຫ້ຮູ້ວ່າ ນັ້ນແມ່ນຍ້ອນ ຫວຽດນາມ ເປັນສັນຍາລັກຂອງຂະບວນວິວັດແຫ່ງການຂ້າມໄປສົງຄາມ, ຕັດອະດີດ, ໄຂປະຕູແຫ່ງການເຊື່ອມໂຍງ ແລະ ພັດທະນາ. 

“ນັບຕັ້ງແຕ່ເວລາມາເຖິງ ຫວຽດນາມ, ຂ້າພະເຈົ້າໄດ້ເຫັນ ຫວຽດນາມ ມີການປ່ຽນແປງຫຼາຍຢ່າງ, ມາເຖິງມື້ນີ້ ທົ່ວໂລກ ພວມມີຄວາມສົນໃຈເຖິງປະເທດ ຫວຽດນາມ”.
ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ໄດ້ໄຂຄວາມໃນໃຈອອກມາຄືແນວນັ້ນຜ່ານທາງອິນເຕີເນັດ Twitter.
ມີຫຼາຍເຫດຜົນເພື່ອໃຫ້ ຫວຽດນາມ ໄດ້ທັງ ສ ອາເລິກາ ແລະ ສປປ ເກົາຫຼີ ເລືອກເຟັ້ນ. ໃນຊຸມປີຜ່ານມາ, ພ້ອມກັບພື້ນຖານການເມືອງທີ່ໝັ້ນຄົງ, ສະພາບແວດລ້ອມສະຫງົບ ແລະ ປອດໄພ,​ຫວຽດນາມ ມີຫຼາຍບົດຮຽນໃນການຈັດຕັ້ງສຳເລັດບັນດາ ກອງປະຊຸມລະດັບສາກົນ. ໃນອະນາຄົດ, ຫວຽດນາມ ຈະດຳລົງຕຳແໜ່ງປະທານ ອາຊຽນ ເມື່ອປີ 2020 ແລະ ພວມເປັນ ປະເທດໜຶ່ງດຽວຂອງກຸ່ມບັນດາປະເທດ ອາຊີ-ປາຊີຟິກ ສະໝັກ ເລືອກຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄລຍະ 2020-2021. 


ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ແລະ ທ່ານປະທານພັກແຮງງານ ສປປ ເກົາຫຼີ Kim Jong-un ມີການພົບປະ
ເທື່ອທຳອິດໃນເວລາ 18 ໂມງ 30 ນາທີຂອງວັນທີ 27 ກຸມພາ 2019 ທີ່ໂຮງແຮມ Sofitel Legend Metropole, ເລີ່ມຕົ້ນກອງ
ປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ຢູ່ ຮ່າໂນ້ຍ. ພາບ:
AFP/VNA


ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ແລະ ທ່ານປະທານພັກແຮງງານ ສປປ ເກົາຫຼີ Kim Jong-un
ຮັບປະທານອາຫານຄຳ່ ພາຍຫຼັງການພົບປະເທື່ອທຳອິດຢູ່ກອງປະຊຸມ
ສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ຢູ່ ຮ່າໂນ້ຍໃນວັນທີ 27 ກຸມພາ 2019. ພາບ: AFP/VNA



ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ແລະ ທ່ານປະທານພັກແຮງງານ ສປປ ເກົາຫຼີ Kim Jong-un ຍ່າງໄປຫາ
ຫ້ອງຈັດຕັ້ງການພົບປະເຈລະຈາເປີດກວ້າງ ກັບເຈົ້າໜ້າທີ່ ສອງປະເທດຢູ່ ຮ່າໂນ້ຍ ໃນວັນທີ 27 ກຸມພາ 2019. ພາບ: AFP/VNA



ການພົບປະເຈລະຈາເປີດກວ້າງລະຫວ່າງ ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ແລະ ທ່ານປະທານພັກແຮງງານ ສປປ ເກົາຫຼີ
Kim Jong-un. ພາບ: AFP/VNA



ຂະບວນລົດຂອງທ່ານປະທານພັກແຮງງານ ສປປ ເກົາຫຼີ Kim Jong-un ເທິງຖະໜົນຢູ່ ຮ່າໂນ້ຍ. ພາບ: ຫວຽດເກື່ອງ/VNP


ຂະບວນລົດຂອງທ່ານປະທານາທິບໍດີ ສ ອາເມລິກາ Donald Trump ເທິງຖະໜົນຢູ່ ຮ່າໂນ້ຍ. ພາບ: ແຄ໋ງລອງ/VNP

“ເລື່ອງ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ສະແດງໃຫ້ເຫັນວ່າ ນີ້ແມ່ນປະເທດໜຶ່ງທີ່ມີຄວາມອິດທິພົນ ແລະ ນິຍົມເຊື່ອຖື, ໄດ້ຮັບຖືເປັນຄູ່ຮ່ວມມືທີ່ດີ ຂອງຫຼາຍປະເທດໃນໂລກ”.
ທ່ານ Grigory Lokshin, ພະນັກງານຄົ້ນຄວ້າຂັ້ນສູງ ຂອງສູນກາງຄົ້ນຄວ້າ ຫວຽດນາມແລະ ອາຊຽນ, ຂຶ້ນກັບສະພາມະຫາບັນດິດ ວິທະຍາສາດ ສ ລັດເຊຍ.  
ອາດສາມາດຢືນຢັນວ່າ ຫວຽດນາມ ມີບົດບາດທີ່ເໝາະສົມໃນຂະບວນວິວັດແຫ່ງສັນຕິພາບເທິງແຫຼມ ສປປ ເກົາຫຼີ. ຫວຽດນາມມີສາຍພົວພັນມິດຕະພາບກັບ ສ ອາເມລິກາ ແລະ ສປປ ເກົາຫຼີ, ມີທີ່ຕັ້ງສະດວກໃຫ້ການໄປມາຂອງການນຳສອງປະເທດ. ຜ່ານ ການກາຍເປັນສະຖານທີ່ພົບປະລະຫວ່າງປະທານາທິບໍດີ ສ ອາເມລິກາ Donald Trump ແລະ ປະທານພັກແຮງງານ ສປປ ເກົາຫຼີ Kim Jong-un, ຫວຽດນາມ ສ້າງຄວາມປະທັບໃຈທີ່ເປັນປະເທດໜຶ່ງ ຍາດໄດ້ຄວາມໄວ້ວາງໃຈ ຈາກເພື່ອນມິດທີ່ເປັນ ມູນເຊື້ອ ແລະ ຄູ່ຮ່ວມມືພັດທະນາແຖວໜ້າຂອງໂລກ.



ຊາວນະຄອນຫຼວງ ຮ່າໂນ້ຍ ສະແດງຄວາມຍິນດີຕ້ອນຮັບ ການນຳປະເທດ ສ ອາເມລິກາ ແລະ ສປປ ເກົາຫຼີ ມາເຂົ້າຮ່ວມ ກອງປະຊຸມ. ພາບ: ເຕິດເຊີນ/VNP


ຊາວນະຄອນຫຼວງ ຮ່າໂນ້ຍ ສະແດງຄວາມຍິນດີ ຕ້ອນຮັບ ການນຳປະເທດ ສ ອາເມລິກາ ແລະ ສປປ ເກົາຫຼີ
ມາເຂົ້າຮ່ວມ ກອງປະຊຸມ. ພາບ: ກົງດາດ/VNP



ອະນຸຊົນ ຮ່າໂນ້ຍ ສະແດງຄວາມຍິນດີຕ້ອນຮັບການນຳປະເທດ ສ ອາເມລິກາ
ແລະ ສປປ ເກົາຫຼີ ມາເຂົ້າຮ່ວມກອງປະຊຸມ. ພາບ: ແຄ໋ງລອງ/VNP



ນັກຂ່າວ ຫວຽດນາມ ແລະ ຕ່າງປະເທດ ພວມລາຍງານຂ່າວ ກ່ຽວກັບເຫດການດັ່ງກ່າວ ຢູ່ຖະໜົນ ຫຼີຖາຍໂຕ. ພາບ: ເຕິດເຊີນ/VNP


ນັກຂ່າວ ຫວຽດນາມ ແລະ ຕ່າງປະເທດ ລໍຖ້າການລາຍງານຂ່າວ ກ່ຽວກັບທ່ານປະທານພັກແຮງງານ ສປປ ເກົາຫຼີ Kim Jong-un
ຢູ່ຖະໜົນ ຫຼີເຖື່ອງກຽດ, ຂົງເຂດ ໂຮງແຮມ
Melia . ພາບ: ຫງວຽນຖັ໋ງ/VNP


ບັນດາຮູບພາບທີ່ສວຍງາມກ່ຽວກັບ ຫວຽດນາມ ຢູ່ສູນໜັງສືພິມ ສາກົນ ຮັບໃຊ້ໃຫ້ແກ່ກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ໄດ້ຈັດວາງຢູ່ຫໍວັດທະນະທຳມິດຕະພາບ, ເຮືອນເລກທີ 91, ຖະໜົນ ເຈິ່ນຮືງດ້າວ, ເມືອງ ຮວ່ານກຽມ, ນະຄອນ ຮ່າໂນ້ຍ.​ ພາບ: ກົງດາດ/VNP


ຮ້ານຂາຍເຄື່ອງຫຼາຍແຫ່ງຢູ່ຖະໜົນເກົ່າ ຮ່າໂນ້ຍ ໄດ້ວາງຂາຍ
ເສື້ອມີຮູບປະມຸກລັດສອງປະເທດ. ພາບ: ແຄ໋ງລອງ/VNP



ນັກຂ່າວຕ່າງປະເທດຄົນໜຶ່ງ ຮູ້ສຶກປະທັບໃຈກັບກຸບຂອງ ຫວຽດນາມ. ພາບ: ແທງຢາງ/VNP


ເຝີ ຮ່າໂນ້ຍ ໄດ້ຮັບໃຊ້ຢູ່ສູນໜັງສືພິມສາກົນ. ພາບ: ກົງດາດ/VNP


ນັກຂ່າວ ຫວຽດນາມ ແລະ ຕ່າງປະເທດ ກວ່າ 3.000 ຄົນ ອາດສາມາດກິນອາຫານພື້ນເມືອງຂອງ ຫວຽດນາມ ກວ່າ 40 ເຍື່ອງ ໂດຍບໍ່ເສຍເງິນ ຢູ່ສູນໜັງສືພິມສາກົນ. ພາບ: ກົງດາດ/VNP


ບັນດານັກຂ່າວຕ່າງປະເທດ ພວມລາຍງານຂ່າວກ່ຽວກັບ ກອງປະຊຸມດັ່ງກ່າວ ຢູ່ສູນໜັງສືພິມສາກົນ. ພາບ: ກົງດາດ/VNP


ມີນັກຂ່າວ ຫວຽດນາມ ແລະ ຕ່າງປະເທດ ກວ່າ 3.000 ເຂົ້າຮ່ວມ
ການລາຍງານຂ່າວ ຢູ່ກອງປະຊຸມສຸດສອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2. ພາບ: ກົງດາດ/
VNP


ຖະໜົນຫຼາຍສາຍຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບການປະດັບປະດາຢ່າງສວຍງາມ
ໃນໄລຍະໄຂຂຶ້ນກອງປະຊຸມສຸດສອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2. ພາບ: ແທງຢາງ/VNP



ບັນດາພາຫະນະຮັບໃຊ້ໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ ໃນໄລຍະໄຂຂຶ້ນກອງປະຊຸມສຸດສອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2.
ພາບ: ແທງຢາງ/VNP

ຜ່ານເຫດການດັ່ງກ່າວ ອີກເທື່ອໜຶ່ງໄດ້ຢືນຢັນຜົນສຳເລັດຂອງ ນະໂຍບາຍປ່ຽນແປງໃໝ່ທີ່ ຫວຽດນາມ ປະຕິບັດໃນ 30 ກວ່າປີ ຜ່ານມາ. ແນວທາງຖືກຕ້ອງ ທີ່ພັກເລືອກເຟັ້ນ ໄດ້ມອບໃຫ້ ປະເທດຊາດ ບັນດາຖານະບົດບາດໃໝ່ ໃນປະຊາຄົນສາກົນ ແລະ ເປັນແບບຢ່າງພັດທະນາໜຶ່ງ ຂອງຫຼາຍປະເທດໃນໂລກ. 

“ຂໍຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຢູ່ ຮ່າໂນ້ຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ຂໍຂອບໃຈປະຊາຊົນ ຫວຽດນາມ, ຜູ້ທີ່ໃຫ້ການຕ້ອນຮັບຢ່າງຈິງໃຈ. ຂໍຂອບໃຈທີ່ໃຫ້ການຕ້ອນຮັບເຕັມໄປດ້ວຍຄວາມຍິນດີຢ່າງສຸດໃຈຂອງ ການນຳທຸກຂັ້ນ ແລະ ປະຊາຊົນ ຫວຽດນາມ”.
ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ໄດ້ໄຂຄວາມໃນໃຈອອກມາຄືແນວນັ້ນຜ່ານທາງອິນເຕີເນັດ Twitter.

ບົດ: VNA-ພາບ: VNA, VNP, AFP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top