• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ໄດ້ຈັດເປັນສອງຄັ້ງຜ່ານທາງອອນລາຍ ແລະ ໂດຍກົງ

ສືບຕໍ່ລາຍການຂອງວາລະປະຊຸມ ຄັ້ງທີ 46, ຕອນເຊົ້າວັນທີ 14 ກໍລະກົດ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ສະຫຼຸບກອງປະຊຸມສະໄໝສາມັນເທື່ອທີ 9 ແລະ ໃຫ້ຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ. 

ທ່ານ ຫງວຽນແຮ້ງຟຸກ ເລຂານຸການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ (ພາບ: quochoi.vn)

ທ່ານ ຫງວຽນແຮ້ງຟຸກ ເລຂານຸການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດໃຫ້ຮູ້ວ່າ: ຄາດວ່າເວລາເຮັດວຽກທັງໝົດຂອງກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດແມ່ນ 18 ມື້. ໃນນັ້ນ, ຄັ້ງທີ 1 ດຳເນີນຜ່ານທາງອອນລາຍແມ່ນ 9 ມື້, ເລີ່ມໃນວັນທີ 19 ຕຸລາ; ຄັ້ງທີ 2 ດຳເນີນປະຊຸມໂດຍກົງແມ່ນ 9 ມື້, ເລີ່ມແຕ່ວັນທີ 3 ພະຈິກ ແລະ  ສິ້ນສຸດໃນວັນທີ 12 ພະຈິກ.

ກໍ່ທີ່ວາລະເຮັດວຽກຕອນເຊົ້າ, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບການປະກາດໃຊ້ດຳລັດໂດຍກຳນົດທິດການເຄື່ອນໄຫວສະແດງສິລະປະ ແລະ ການຜັນຂະຫຍາຍປະຕິບັດບັນດາຂໍ້ກຳນົດປັບປຸງ, ເພີ່ມເຕີມໃນກົດໝາຍວ່າດ້ວຍຈັດຕັ້ງສະພາແຫ່ງຊາດ.

ທີ່ວາລະເຮັດວຽກຕອນບ່າຍ, ຄະນະປະຈຳສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບລະດັບອາກອນປົກປັກຮັກສາສິ່ງແວດລ້ອມສຳລັບເຊື້ອເພີງຮັບໃຊ້ການບິນ ແລະ ປິດລົງວາລະຄັ້ງທີ 46.

(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top