• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14

ຕອນບ່າຍວັນທີ 24 ພຶດສະພາ, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຟັງໃບສະເໜີ, ບົດລາຍງານຜົນແຫ່ງການກວດກາຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ; ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ແລະ ກົດໝາຍວ່າດ້ວຍພາລະກອນ.
ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການອຳນາດການປົກຄອງທ້ອງຖິ່ນ ໂດຍສະພາແຫ່ງຊາດຮັບຮອງເອົາເມື່ອປີ 2015. ກົດໝາຍ 2 ສະບັບດັ່ງກ່າວ ໄດ້ຫັນບັນດາຂໍ້ກຳນົດຂອງລັດຖະທຳມະນູນ ແລະ ບັນດາແຜນນະໂຍບາຍ, ການກຳນົດທິດຂອງພັກ ກ່ຽວກັບລັດຖະບານ ແລະ ອຳນາດການປົກຄອງເປັນລະອຽດ, ສ້າງກອບກົດໝາຍສຳຄັນໃຫ້ແກ່ອົງການຈັດຕັ້ງ, ການເຄື່ອນໄຫວຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ. ສະເໜີບົດລາຍງານຜົນແຫ່ງການກວດກາຮ່າງກົດໝາຍ, ທ່ານ ຫງວຽນຄັກດິ້ງ ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ: ຮ່າງກົດໝາຍສະບັບປັບໄດ້ປຸງສຸມໃສ່ເຂົ້າໃນບັນຫາສ້າງກົງຈັກການຈັດຕັ້ງໃຫ້ກະທັດລັດເບົາບາງ, ຍູ້ແຮງການແບ່ງຂັ້ນ, ແບ່ງສິດ ແລະ ກວດກາຄືນພາລະໜ້າທີ່, ສິດອຳນາດຂອງບັນດາລະບອບລະບຽບບໍລິຫານລັດ.

ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14
ກ່ຽວກບກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 12, ປີ 2008 ແລະ ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ 12 ໄດ້ຮັບຮອງເອົາກົດໝາຍວ່າດ້ວຍພາລະກອນ. ຜ່ານວິວັດແຫ່ງການປະຕິບັດໄດ້ສະແດງໃຫ້ເຫັນວ່າ ກ່ຽວກັບພື້ນຖານ ບັນດາຂໍ້ກຳນົດໃນກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ແລະ ກົດໝາຍວ່າດ້ວຍພາລະກອນແມ່ນເໝາະສົມກັບຄວາມຮຽກຮ້ອງຕ້ອງການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ; ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພື້ນຖານເສດຖະກິດການຕະຫລາດກຳນົດທິດສັງຄົມນິຍົມ ແລະ ວິວັດການເຊື່ອມໂຍງເຂົ້າກັບສາກົນ.
(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top