• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະຫຼຸບ ບັນດາເຈົ້າໜ້າທີ່ອາວຸໂສ APEC ກະກຽມໃຫ້ແກ່ສັບປະດາຂັ້ນສູງ APEC 2018

      ໃນລະຫວ່າງວັນທີ 12 – 13 ພະຈິກ, ຢູ່ຫໍປະຊຸມສາກົນຂອງນະຄອນຫຼວງ Port Moresby, ປະເທດ ປາປົວນິວກີເນ, ໄດ້ດໍາເນີນກອງປະຊຸມສະຫຼຸບ ບັນດາເຈົ້າໜ້າທີ່ອາວຸໂສຂອງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC).

ກອງປະຊຸມສະຫຼຸບ ບັນດາເຈົ້າໜ້າທີ່ອາວຸໂສຂອງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (ພາບ: vov.vn)
      ນີ້ແມ່ນກອງປະຊຸມເປີດສາກໃຫ້ແກ່ບັນດາເຫດການສໍາຄັນຂອງສັບປະດາຂັ້ນສູງ APEC ຄັ້ງທີ 26 ເຊິ່ງຖືກດໍາເນີນໃນລະຫວ່າງວັນທີ 12 - 18 ພະຈິກ.
        ກອງປະຊຸມໄດ້ສຸມໃສ່ຕີລາຄາການຜັນຂະຫຍາຍບັນດາໝາກຜົນຂອງປີ APEC 2017; ປຶກສາຫາລືບັນດາບຸລິມະສິດຂອງການຮ່ວມມື APEC ປີ 2018 ບົນເນື້ອໃນຈິດໃຈຂອງຫົວຂໍ້ທີ່ວ່າ “ຊົມໃຊ້ກາລະໂອກາດກວມລວມ, ເສີມຂະຫຍາຍອະນາຄົດໃນຍຸກດີຈີຕອນ” ເພື່ອແນໃສ່ສືບຕໍ່ເພີ່ມທະວີການຮ່ວມສໍາພັນເສດຖະກິດໃນພາກພື້ນ, ເຊື່ອມຕໍ່ຮອບດ້ານ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ຊຸກຍູ້ເສດຖະກິດອິນເຕີເນັດ ແລະ ເສດຖະກິດດີຈີຕອນ, ຫັນປ່ຽນຮູບແບບການເຕີບໂຕ, ການປະຕິຮູບໂຄງປະກອບ...
        ທີ່ກອງປະຊຸມ, ຄະນະຫວຽດນາມ ລວມມີ ຕາງໜ້າກະຊວງການຕ່າງປະເທດ ແລະ ກະຊວງອຸດສາຫະກໍາ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ມີການປະກອບສ່ວນຢ່າງແທດຈິງເຂົ້າໃນບັນດາເນື້ອໃນປຶກສາຫາລືກໍຄືວິວັດການສ້າງເອກະສານ, ໂດຍສະເພາະແມ່ນຊຸກຍູ້ການຜັນຂະຫຍາຍ ບັນດາໝາກຜົນຂອງປີ APEC 2017 ແລະ ບັນດາບຸລິມະສິດຮ່ວມມືຂອງປີ APEC 2018 ຢ່າງມີປະສິດທິຜົນ.
        ໃນຊຸມວັນຈະມາເຖິງ ຈະດໍາເນີນບັນດາເຫດການສໍາຄັນ, ພົ້ນເດັ່ນແມ່ນກອງປະຊຸມລະຫວ່າງກະຊວງການຕ່າງປະເທດ - ເສດຖະກິດ APEC ຄັ້ງທີ 30, ກອງປະຊຸມສຸດຍອດວິສາຫະກິດ APEC, ກອງປະຊຸມເຈລະຈາລະຫວ່າງບັນດາການນໍາ APEC ກັບສະພາໃຫ້ຄໍາປຶກສາວິສາຫະກິດ APEC (ABAC), ກອງປະຊຸມເຈລະຈາລະຫວ່າງບັນດາການນໍາ APEC ກັບບັນດາການນໍາປະເທດເກາະ ປາຊີຟິກ ແລະ ກອງປະຊຸມສຸດຍອດ APEC ຄັ້ງທີ 26.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top