• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດ GMS 6 ສິ້ນສຸດຢ່າງຈົບງາມ

ກອງປະຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງຄັ້ງທີ 6 (GMS6) ໄດ້ໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 31 ມີນາ ຢູ່ ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕາງຫນ້າປະເທດເຈົ້າພາບຈັດກອງປະຊຸມ. 

ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມ

ເຂົ້າຮ່ວມກອງປະຊຸມຍັງມີບັນດາການນຳບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ, ທ່ານປະທານທະນາຄານພັດທະນາອາຊີ (ADB), ຜູ້ຕາງຫນ້າທະນາຄານໂລກ, ຜູ້ຕາງຫນ້າ ອາຊຽນ, ຜູ້ຕາງຫນ້າທະນາຄານລົງທຶນພື້ນຖານໂຄງລ່າງ ອາຊີ, ສະພາດຳເນີນທຸລະກິດ GMS, ຜູ້ຕາງຫນ້າພາກເອກະຊົນ, ບັນດາຄູ່ຮ່ວມມືພັດທະນາ…

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ:

        “ດ້ວຍບັນດາຜົນງານທີ່ຫນ້າເອກອ້າງທະນົງໃຈ ຊື່ງ GMS ບັນລຸໄດ້ຢູ່ລຳແມ່ນຳຂ້ອງ ໃນ 25 ປີຜ່ານມາ ດ້ວຍຄວາມຕັດສິນໃຈຂອງບັນດາລັດຖະບານ ແລະ ຄວາມເປັນຈິດຫນຶ່ງໃຈດຽວຂອງປະຊາຊົນ ພ້ອມກັບການຮ່ວມເດີນທາງຂອງ ADB ແລະ ບັນດາຄູ່ຮ່ວມມືພັດທະນາ, GMS ມີຄວາມເຊື່ອໝັ້ນຕົນເອງວ່າຈະສືບຕໍ່ກ້າວຂຶ້ນດ້ວຍບົດບາດແມ່ນກົນໄກຮ່ວມມືທຳອິດ, ມີບົດບາດຫລັກແຫລ່ງຢູ່ພາກພື້ນແມ່ນ້ຳຂອງເພື່ອສັນຕິພາບ, ການພັດທະນາແບບຍືນຍົງ ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ປະຊາຊົນທຸກຄົນ.”

        ບັນດາການນຳ GMS ແລະ ຜູ້ຕາງຫນ້າບັນດາຄູ່ຮ່ວມມືລ້ວນແຕ່ເຫັນດີຖືວ່າ: GMS ພວມກ້າວເຂົ້າສູ່ໄລຍະພັດທະນາໃຫມ່ ດ້ວຍບັນດາກາລະໂອກາດ ແລະ ສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ. ກອງປະຊຸມຕີລາຄາສູງເລື່ອງສ້າງແຜນການດຳເນີນງານຮ່າໂນ້ຍ 2018- 2022 ພ້ອມກັບກອບການລົງທຶນພາກພື້ນຮອດປີ 2022 ດ້ວຍປະມານ 220 ໂຄງການ ແລະ ການຫນູນຊ່ວຍເຕັກນິກ ດ້ວຍຍອດມູນຄ່າປະມານ 66 ຕື້ USD. ທ່ານນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຊາ ເວົ້າວ່າ:

        “ຂ້າພະເຈົ້າເຫັນດີຕໍ່ກັບບັນດາເອກະສານນັ້ນ ແລະ ນີ້ຈະແມ່ນໝາກຜົນຂອງວິວັດການຮ່ວມມືຂອງພວກເຮົາ. ພວກເຮົາຄວນສືບຕໍ່ຊຸກຍູ້ບັນດາໂຄງການເຊື່ອມຈອດແລວເສດຖະກິດເຫນືອ-ໃຕ້, ແລວເສດຖະກິດຕາເວັນອອກ- ຕາເວັນຕົກ ແລະ ແລວເສດຖະກິດພາກໃຕ້ຢູ່ທາງທິດໃຕ້ຂອງໄທເພື່ອຊຸກຍູ້ການເຕີບໂຕ. ນອກນັ້ນ ການເຊື່ອມຕໍ່ສາຍທາງລົດໄຟກໍ່ແມ່ນບັນຫາສຳຄັນ ຊ່ວຍເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງບັນດາປະເທດພວກເຮົາ.”

ສຳລັບແຜນການດຳເນີນງານຮ່າໂນ້ຍ 2018-2022 ໄດ້ຮັບການຮັບຮອງເອົາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ເລີ່ມຕົ້ນເລື່ອງສ້າງວິໄສທັດຮ່ວມມື GMS ຮອດປີ 2030. ເມື່ອເນັ້ນຫນັກເຖິງ 5 ຈຸດສຸມການຮ່ວມມືໃຫຍ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ:

        “ທີຫນຶ່ງ ແມ່ນພັດທະນາພື້ນຖານໂຄງລ່າງ, ຍູ້ແຮງການເຊື່ອມຈອດພາກພື້ນ. ທີສອງ ຊຸກຍູ້ການ ເຊື່ອມຕໍ່ຫນູນຊ່ວຍເຊິ່ງກັນແລະກັນກ່ຽວກັບດ້ານການຄ້າ ການລົງທຶນ. ທີສາມ ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ. ທີ 4 ສ້າງ GMS ກາຍເປັນປະຊາຄົມພ້ອມກັນມີຜົນປະໂຫຍດ, ພ້ອມກັນຮັບມື, ແກ້ໄຂສິ່ງທ້າທາຍລວມຢ່າງແທ້ຈິງ. ທີ 5 GMS ຄວນເສີມຂະຫຍາຍກົນໄກຮ່ວມມືເປີດ ໂດຍມີການເຂົ້າຮ່ວມຂອງບັນດາປະເທດ, ບັນດາຄູ່ຮ່ວມມືພັດທະນາ, ບັນດາອົງການການເງິນສາກົນ ແລະ ປະຊາຄົມວິສາຫະກິດ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ພວກເຮົາທັງໝົດ.”

        ຢືນຢັນການສະຫນັບສະຫນູນຢ່າງແຮງຂອງຈີນສຳລັບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ທ່ານ ຫວາງອີ ກຳມະການຄະນະລັດຖະບານຈີນ, ລັດຖະມົນຕີການຕ່າງປະເທດຈີນ ຊີ້ແຈ້ງວ່າ:

        “ຂອບເຂດການລົງທຶນພາກພື້ນທີ່ຮັບຮອງເອົາຢູ່ກອງປະຊຸມນີ້ ດ້ວຍ 200 ໂຄງການ ໃນໄລຍະ 5 ປີຈະມາເຖິງ ຈະແມ່ນບາດກ້າວຕໍ່ໄປໃນການຮ່ວມມືລະຫວ່າງພວກເຮົາ. ຈີນເຂົ້າຮ່ວມຢ່າງແຫນ້ນແຟ້ນ ແລະ ເປັນເຈົ້າການຫນູນຊ່ວຍດ້ານການເງິນ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າຈະປະຕິບັດແຜນການນີ້ເພື່ອປະກອບສ່ວນເຂົ້າໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ.”

        ອວຍພອນລັດຖະບານ ຫວຽດນາມ ຈັດຕັ້ງກອງປະຊຸມຍຸດສອດ GMS ສຳເລັດ, ທ່ານປະທານທະນາຄານພັດທະນາ ອາຊີ ADB Takehi Nakao ຕີລາຄາສູງບັນດາການປະກອບສ່ວນຂອງຫວຽດນາມ ພິເສດ ຫວຽດນາມ ເປັນຄັ້ງທຳອິດຈັດຕັ້ງເວທີປາໄສສຸດຍອດວິສາຫະກິດ GMS. ພ້ອມກັນນັ້ນ ADB ກໍ່ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງກັບ GMS ໃນການປະຕິບັດເປົ້າໝາຍສ້າງພາກພື້ນພັດທະນາແບບຍືນຍົງ, ເຊື່ອມໂຍງ. ທີ່ພິທີອັດກອງປະຊຸມ ກໍ່ໄດ້ດຳເນີນພິທີມອບ-ຮັບບົດບາດປະທານສະພາດຳເນີນທຸລະກິດ GMSຈາກປະເທດກຳປູເຈຍ ໃຫ້ປະເທດລາວ.

(ແຫຼ່ງຄັດຈາກ VOV)


ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top