• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມວົງແຄບລັດຖະມົນຕີກະຊວງເສດຖະກິດ ອາຊຽນ ຄັ້ງທີ 25

ຕອນເຊົ້າວັນທີ 23 ເມສາ, ບັນດາລັດຖະມົນຕີກະຊວງເສດຖະກິດຂຶ້ນກັບບັນດາປະເທດ ອາຊຽນ ໄດ້ຈັດຕັ້ງກອງປະຊຸມໃນຂອບເຂດກອງປະຊຸມວົງແຄບລັດຖະມົນຕີກະຊວງເສດຖະກິດ ອາຊຽນ (AEM Retreat) ຄັ້ງທີ 25 ພວມດຳເນີນຢູ່ ພູເກດ, ໄທ ໃນລະຫວ່າງວັນທີ 22 – 23 ເມສາ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີກະຊວງເສດຖະກິດ ອາຊຽນ ຄັ້ງທີ 25

2 ໃນບັນດາຈຸດໝາຍຕົ້ນຕໍໄດ້ຮັບການປຶກສາຫາລືຢູ່ AEM Retreat ຄັ້ງທີ 25 ແມ່ນເລື່ອງສິ້ນສຸດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນທ້າຍປີນີ້ ແລະ ປັບປຸງກົນໄກປະຕູດຽວ ອາຊຽນ (ASW) ໃຫ້ສຳເລັດ. ຖ້າຫາກບັນດາການປຶກສາຫາລືປະສົບຜົນສຳເລັດ, RCEP ຈະແມ່ນສັນຍາການຄ້າຫລາຍຝ່າຍໃຫຍ່ທີ່ສຸດໃນປະຫວັດສາດ, ລວມມີ 10 ປະເທດ ອາຊຽນ ແລະ ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ພ້ອມກັບ ນິວຊີແລນ.

        ທີ່ກອງປະຊຸມ AEM Retreat ຄັ້ງທີ 25, ບັນດາລັດຖະມົນຕີກະຊວງເສດຖະກິດ ອາຊຽນ ຄາດວ່າ ຈະລົງນານໃນເອກະສານສຳຄັນ 2 ສະບັບແມ່ນ ສັນຍາການຄ້າບໍລິການ ອາຊຽນ (ATISA) ແລະ ອະນຸສັນຍາທີ 4 ສະບັບປັບປຸງສັນຍາການລົງທຶນຮອບດ້ານ ອາຊຽນ (ACIA).

ແລະກໍ່ໃນວັນທີ 23 ເມສາ, ບັນດາລັດຖະມົນຕີກະຊວງເສດຖະກິດ ອາຊຽນ ໄດ້ລົງນາມໃນສັນຍາການຄ້າການບໍລິການ ອາຊຽນ (ATISA) ແລະ ອະນຸສັນຍາທີ 4 ສະບັບປັບປຸງສັນຍາການລົງທຶນຮອບດ້ານ ອາຊຽນ (ACIA). ສັນຍາ ATISA ຈະແທນໃຫ້ສັນຍາແມ່ ອາຊຽນ ກ່ຽວກັບການບໍລິການ (AFAS) ທີ່ມີຜົນສັກສິດແຕ່ປີ 1995. ສັນຍາ ATISA ມີຜົນສັກສິດພາຍຫລັງລົງນາມໃນເວລາ 180 ວັນ, ຊ່ວຍຍົກສູງບັນດາມາດຕະຖານ ແລະ ຜົນສັກສິດຂອງບັນດາຂໍ້ກຳນົດກ່ຽວກັບການບໍລິການຢູ່ບັນດາປະເທດສະມາຊິກ ອາຊຽນ, ຫລຸດຜ່ອນບັນດາຮົ້ວກີດຂວາງດ້ານການຄ້າລົງ, ພ້ອມທັງຍົກສູງການໂປ່ງໃສໃນການປະຕິບັດການຄ້າການບໍລິການລະຫວ່າງບັນດາປະເທດ ອາຊຽນ. ອະນຸສັນຍາທີ 4 ສະບັບປັບປຸງ ACIA ຊ່ວຍດຶງດູດບັນດານັກລົງທຶນຕ່າງປະເທດເຂົ້າພາກພື້ນ ອາຊຽນ ຫລາຍກ່ວາຕື່ມອີກ.

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top