• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ 2019

      ວັນທີ 18 ມັງກອນ, ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ບັນດາປະເທດອາຊຽນ (AMM Retreat 2019) ໄດ້ໄຂຂຶ້ນຢູ່ນະຄອນ ຊຽງໃໝ່, ທາງພາກເໜືອໄທ.

ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ 2019
(ພາບ: TTXVN)
      ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ປຶກສາຫາລືຫຼາຍບັນຫາທີ່ກ່ຽວຂ້ອງເຖິງການຮ່ວມມືພາຍໃນກຸ່ມ, ໂດຍສະເພາະແມ່ນວິວັດທະນາການສ້າງປະຊາຄົມອາຊຽນ ເພື່ອການພັດທະນາແບບຍືນຍົງ ແລະ ສະພາບການສາກົນ, ພາກພື້ນທີ່ພວມພົ້ນເດັ່ນຂຶ້ນ. ເຂົ້າຮ່ວມກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຊົມເຊີຍບັນດາບາດກ້າວຕັ້ງໜ້າໃນການຮ່ວມມືອາຊຽນ ໃນໄລຍະຜ່ານມາ.; ສະເໜີວ່າ ອາຊຽນ ຖືຄວາມສາມັກຄີ, ເປັນເອກະພາບ ແລະ ບົດບາດໃຈກາງແມ່ນບຸລິມະສິດຫຼັກແຫຼ່ງ, ກຳນົດທິດໃຫ້ທຸກການເຄື່ອນໄຫວ. ໃນສະພາບການປະຕິວັດອຸສາຫະກຳ 4.0 ພວມດຳເນີນໄປຢ່າງຟົດຟື້ນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ສະເໜີໃຫ້ອາຊຽນ ສົມທົບກັນຢ່າງແໜ້ນແຟ້ນ, ໜູນຊ່ວຍເຊິ່ງກັນແລະ ກັນເພື່ອຊຸກຍູ້ການພັດທະນາປະດິດຄິດສ້າງ, ໜູນຊ່ວຍ startup, ຮ່ວມມືສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
        ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ເນັ້ນໜັກວ່າ, ເຖິງວ່າມີບາດກ້າວພັດທະນາບາງຢ່າງກໍ່ຕາມ, ແຕ່ສະພາບຕົວຈິງຍັງມີການຜັນແປຢ່າງສັບສົນ, ການເຄື່ອນໄຫວດ້ານການທະຫານສືບຕໍ່ເພີ່ມຂຶ້ນ. ສະນັ້ນ, ສະເໜີໃຫ້ອາຊຽນ ຮັກສາຄວາມສາມັກຄີ, ມີສຽງເວົ້າລວມ, ມານະພະຍາຍາມປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ບົນພື້ນຖານບັນດາຫຼັກການທີ່ໄດ້ເຫັນດີນຳກັນແລ້ວ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top