• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ + 3 ຄັ້ງທີ 18

      ໃນບັນດາການເຄື່ອນໄຫວຂອງເວທີປາໄສທ່ອງທ່ຽວ ອາຊຽນ (ATF) 2019, ຕອນເຊົ້າວັນທີ 18 ມັງກອນ, ທີ່ນະຄອນ ຮ້າລອງ, ແຂວງ ກວາງນິງ
ທ່ານ ຫງວຽນງອັກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ + 3 ຄັ້ງທີ 18.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ + 3 ຄັ້ງທີ 18 (ພາບ: VGP)
      ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີ ຫງວຽນງອັກທ້ຽນ ໄດ້ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງການຮ່ວມມືທ່ອງທ່ຽວລະຫວ່າງບັນດາປະເທດ ອາຊຽນ ກັບ 3 ຄູ່ຮ່ວມມືແມ່ນ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ. ທ່ານລັດຖະມົນຕີ ຫງວຽນງອັກທ້ຽນ ຫວັງວ່າ: ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ + 3 ຄັ້ງທີ 18 ຈະແມ່ນເວທີປາໄສແລກປ່ຽນບັນດາມາດຕະການເພື່ອຊຸກຍູ້ການແລກປ່ຽນແຂກທ່ອງທ່ຽວລະຫວ່າງ 2 ຝ່າຍ ກໍ່ຄືເພີ່ມທະວີການຮ່ວມມືໃນບັນດາຂົງເຂດຕ່າງຝ່າຍຕ່າງມີຄວາມສົນໃຈ, ຜ່ານນັ້ນ, ຍົກສູງການພົວພັນຮ່ວມມືທ່ອງທ່ຽວລະຫວ່າງ ອາຊຽນ ກັບ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ ແລະ ປັບປຸງການພົວພັນມິດຕະພາບ, ການຮ່ວມມື ແລະ ວັດທະນາຖາວອນຂອງ ອາຊຽນ ກໍ່ຄື 3 ປະເທດພາກພື້ນໃນອາຊີຕາເວັນອອກສ່ຽງເໜືອ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

“ດ້ວຍອິດທິພົນ” ຢູ່ ຊີກໂລກໃຕ້, ບຣາຊິນ ແລະ ຫວຽດນາມ ຈະສືບຕໍ່ຮ່ວມມືກັນໂດຍອີງໃສ່ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ມິດຕະພາບ ແລະ ເຄົາລົບເຊິ່ງກັນແລະກັນ.

Top