• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ ເພື່ອກະກຽມໃຫ້ປີ ອາຊຽນ 2020

      ວັນທີ 21 ກຸມພາ, ທີ່ສຳນັກງານກະຊວງປ້ອງກັນປະເທດ ຍີ່ປຸ່ນ ຢູ່ນະຄອນຫລວງ ໂຕກຽວ ໄດ້ດຳເນີນກອງປະຊຸມປຶກສາຫາລືຂັ້ນເຮັດວຽກລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ເພື່ອກະກຽມໃຫ້ປີ ອາຊຽນ 2020. 
            ທີ່ກອງປະຊຸມ, ຝ່າຍ ຫວຽດນາມ ໄດ້ແຈ້ງໃຫ້ຊາບບັນດາການເຄື່ອນໄຫວ, ບາງເນື້ອໃນຄາດຄະເນການຜັນຂະຫຍາຍໃນປີ 2020 ດ້ວຍຖານະເປັນປະທານ ອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ. ສ່ວນຝ່າຍ ຍີ່ປຸ່ນ ໄດ້ຕີລາຄາສູງບັນດາເນື້ອໃນ ເຊິ່ງ ຫວຽດນາມ ໄດ້ແລກປ່ຽນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍການກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ຄວາມສາມາດຂອງຕົນ, ຫວຽດນາມ ຈະຈັດຕັ້ງບັນດາການເຄື່ອນໄຫວສຳຄັນໃນປີ 2020 ປະສົບຜົນສຳເລັດ.

(ທີ່ກອງປະຊຸມ (ພາບ: TTXVN)
             ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ, 2 ຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນກ່ວາອີກ, ສຸມໃສ່ເຂົ້າໃນບັນດາຂົງເຂດຄືແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ຮັກສາ ແລະ ຍົກສູງບັນດາກົນໄກຮ່ວມມື, ພິເສດແມ່ນການພົບປະເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ການຮ່ວມມືກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ; ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ; ຊອກຫາກູ້ໄພກູ້ຊີບ ແລະ ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top