• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການຕິດເຊື້ອພະຍາດ Covid – 19

      ຕອນເຊົ້າວັນທີ 17 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການຕິດເຊື້ອພະຍາດອັກເສບປອດ ທີ່ເກີດຈາກເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (Covid – 19) ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານການຕິດເຊື້ອພະຍາດດັ່ງກ່າວ.


(ພາບປະກອບ: ກອງປະຊຸມຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການຕິດເຊື້ອພະຍາດ Covid – 19)
 
      ບັນດານັກຊ່ຽວຊານ ແລະ ສະມາຊິກຄະນະຊີ້ນໍາໃຫ້ຮູ້ວ່າ ເຖິງວ່າຍັງມີການຜັນແປຢ່່າງສັບສົນກໍຕາມ ແຕ່ ສະພາບການໂລກລະບາດດັ່ງກ່າວຢູ່ ຈີນ ແມ່ນພວມມີສັນຍານດີຂຶ້ນ, ນັບທັງຈໍານວນຜູ້ຕິດເຊື້ອພະຍາດໃໝ່, ຈໍານວນຜູ້ເສຍຊີວິດ, ກໍລະນີເຈັບໜັກ ລ້ວນແຕ່ມີທ່າອຽງຫຼຸດລົງ. ຢູ່ຫວຽດນາມ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຢັ້ງຢືນວ່າ ໄລ່ມາຮອດປັດຈຸບັນ, ຫວຽດນາມ ແມ່ນປະເທດປອດໄພ. ໃນຈໍານວນຜູ້ຕິດເຊື້ອພະຍາດ Covid – 19 16 ຄົນນັ້ນ, ມີ 7 ໄດ້ປົ່ວຫາຍດີ ແລະ ໄດ້ອອກໂຮງໝໍແລ້ວ, ສ່ວນ 9 ຄົນຍັງເຫຼືອ ກໍປະກົດມີອາການດີຂຶ້ນ. ຫວຽດນາມ ມີຄວາມສາມາດຢ່າງພຽງພໍເພື່ອປິດລ້ອມເຂດ, ປົ່ວປົວໃຫ້ຫາຍດີ ຖ້າຫາກມີກໍລະນີຕິດເຊື້ອພະຍາດໃໝ່. ປັດຈຸບັນ, ກະຊວງສາທາລະນະສຸກຫວຽດນາມ ກໍາລັງແນະນໍາແຂວງ ແຄ໊ງຮວ່າ ປະຕິບັດສໍາເລັດລະບຽບການ ເພື່ອຍື່ນສະເໜີອົງການມີສິດອໍານາດປະກາດສິ້ນສຸດໂລກລະບາດ. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໂດ໊ຊວັນຕວຽນ ໃຫ້ຮູ້ວ່າ:
ຂ້າພະເຈົ້າສະເໜີວ່າ ພວກເຮົາຕ້ອງປະຕິບັດວຽກງານຕິດຕາກວດກາ, ກວດພົບ ແລະ ແຍກຕົວຢູ່ຕ່າງຫາກຕາມລັກສະນະຂອງສະພາບການໃໝ່ຄືຢູ່ເຂດທາງທິດເໜືອ, ທາງທິດຕາເວັນຕົກ ແລະ ທາງທິດຕາເວັນຕົກສ່ຽງໃຕ້ ໃຫ້ເປັນຢ່າງດີ. ນອກຈາກເລື່ອງປະຕິບັດໄດ້ດີຢູ່ແຂວງຫວິງຟຸກແລ້ວ, ຂ້າພະເຈົ້າສະເໜີ ບໍ່ຄວນປະໝາດ ແລະ ຕ້ອງປະຕິບັດວຽກງານຕິດຕາມກວດກາ, ກວດພົບ ແລະ ແຍກຕົວຢູ່ຕ່າງຫາກຕາມລັກສະນະສະພາບການຢູ່ເຂດທາງທິດເໜືອ ແລະ ທິດຕາເວັນຕົກສ່ຽງໃຕ້...”.
ກໍທີ່ກອງປະຊຸມ, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ, ກະຊວງສາທາລະນະສຸກ ສະເໜີວ່າ ຕ້ອງປະຕິບັດຢ່າງເຂັ້ມງວດບັນດາຄໍາສັ່ງຂອງລັດຖະບານ ແລະ ນາຍົກລັດຖະມົນຕີ ສໍາລັບບັນດາເປົ້າໝາຍທີ່ມາຈາກເຂດເກີດເຊື້ອພະຍາດ, ໄປຜ່ານເຂດດັ່ງກ່າວ ພາຍໃນຮອບເວລາ 14 ວັນ ບໍ່ໄດ້ເຂົ້າເມືອງ ຫຼື ຖ້າຫາກເຂົ້າເມືອງຫວຽດນາມ ແມ່ນຕ້ອງໄດ້ແຍກຕົວຢູ່ຕ່າງຫາກ ຕາມຂໍ້ກໍານົດ”.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top