• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄະນະກໍາມະການຮ່ວມມືລວມລະຫວ່າງ ອາຊຽນ - ອາເມລິກາ

      ວັນທີ 14 ກຸມພາ, ຢູ່ສໍານັກງານຄະນະເລຂາ ອາຊຽນ ທີ່ນະຄອນ Jakatar, ປະເທດ ອິນໂດເນເຊຍ ໄດ້ດໍາເນີນກອງປະຊຸມ ຄັ້ງທີ 11 ຄະນະກໍາມະການຮ່ວມມືລວມ (JCC) ອາຊຽນ - ອາເມລິກາ. 

ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)
      ນີ້ແມ່ນກອງປະຊຸມປະຈໍາປີ ຂັ້ນເອກອັກຄະລັດຖະທູດ ເພື່ອແນໃສ່ຕີລາຄາສະພາບການຜັນຂະຫຍາຍບັນດາໂຄງການ ແລະ ການເຄື່ອນໄຫວຮ່ວມມືໃນຂອບເຂດ ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ. ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມ.
      ກອງປະຊຸມໄດ້ຕີລາຄາສູງບັນດາການພັດທະນາສໍາຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດໃນໄລຍະຜ່ານມາ, ກໍຄືການຜັນຂະຫຍາຍຢ່າງຮອບດ້ານບັນດາເນື້ອໃນທັງໝົດຂອງແຜນການຮ່ວມມື ລະຫວ່າງ ອາຊຽນ - ອາເມລິກາ ໄລຍະ 2016 – 2020.
        ອາເມລິກາ ຖືເປັນສໍາຄັນການຮ່ວມມືກັບ ອາຊຽນ ແລະ ທີ່ຕັ້ງສໍາຄັນຂອງ ອາຊຽນ ໃນຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ບົນພື້ນຖານບັນດາຫຼັກການຄວາມເສລີ, ຈະແຈ້ງ, ສ້າງສັນ, ເຄົາລົບກົດໝາຍ, ບົດບາດໃຈກາງຂອງ ອາຊຽນ ແລະ ປັບປຸງບັນດາກົນໄກ ໂດຍ ອາຊຽນ ຊັກຈູງ. ອາເມລິກາ ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມລວມ ແລະ ບົດບາດຂອງ ອາຊຽນ ໃນການເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ກັບ ຈີນ, ກໍຄືຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລ ປີ 1982.
 (ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top