• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 11 ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຫວຽດນາມ-ຈີນ

      ຕອນເຊົ້າວັນທີ 16 ກັນຍາ ຢູ່ ນະຄອນ ໂຮ່ຈິມີນ, ທ່ານ ຟ້າມບີງມີງ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ພ້ອມກັບ ທ່ານ ຫວາງອີ ກຳມະການລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 11 ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຫວຽດນາມ -ຈີນ. 
      ນະທີ່ນີ້ ສອງຝ່າຍເຫັນດີສົມທົບກັນກະກຽມບັນດາການຢ້ຽມຢາມ, ການພົບປະລະຫວ່າງການນຳຂັ້ນສູງສອງປະເທດໃຫ້ເປັນຢ່າງດີ, ຜັນຂະຫຍາຍປະສິດທິຜົນການຮ່ວມມືລະຫວ່າງສອງພັກ, ເສີມຂະຫຍາຍບົດບາດຂອງສອງກະຊວງການຕ່າງປະເທດໃນການປະສານງານ, ຊຸກຍູ້ການພົວພັນສອງປະເທດ, ຜັນຂະຫຍາຍບັນດາກົນໄກພົບປະແລກປ່ຽນ, ການຮ່ວມມືໃນບັນດາຂົງເຂດ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການປະຕິບັດກົດໝາຍ. ກ່ຽວກັບດ້ານເສດຖະກິດ ການຄ້າ, ສອງຝ່າຍເຫັນດີສືບຕໍ່ນຳໃຊ້ບັນດາມາດຕະການຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ ການຄ້າ, ການລົງທຶນ ພັດທະນາຢ່າງມີປະສິດທິຜົນ. ສອງຝ່າຍເຫັນດີຍູ້ແຮງການຮ່ວມືໃນບັນດາຂົງເຂດວິທະຍາສາດເຕັກໂນໂລຊີ, ສິ່ງແວດລ້ອມ, ຄົມມະນາຄົມຂົນສົ່ງ, ກະສິກຳ, ສາທາລະນະສຸກ, ເປີດກວ້າງການຮ່ວມມືໃນຂົງເຂດວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ສື່ມວນຊົນ ແລະ ພົບປະແລກປ່ຽນປະຊາຊົນ.
ສອງຝ່າຍປືກສາຫາລືຢ່າງກົງໄປກົງມາກ່ຽວກັບບັນຫາບົນທະເລ, ເຫັນດີເຄົາລົບຄວາມຮັບຮູ້ລວມສຳຄັນທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ, ແລະ ຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານໃນການຊີ້ນຳແກ້ໄຂບັນຫາບົນທະເລ ຫວຽດນາມ - ຈີນ, ຊຸກຍູ້ບັນດາກົນໄກເຈລະຈາກ່ຽວກັບບັນຫາບົນທະເລເພື່ອໃຫ້ບັນລຸໝາກຜົນແທດຈິງ, ປະຕິບັດຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC)ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ສືບຕໍ່ຈິດໃຈຮ່ວມມື, ສ້າງສັນ ແລະ ຕັ້ງຫນ້າພ້ອມກັບບັນດາປະເທດ ອາຊຽນ ແລກປ່ຽນບັນດາເນື້ອໃນລະອຽດ, ແທດຈິງຂອງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ຄວມຄຸມຄວາມບໍ່ລົງລອຍກັນບົນທະເລເປັນຢ່າງດີ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.
ສິ້ນສຸດກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ແລະ ທ່ານ ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ເປັນສັກຂິພິຍານພິທີລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ 11 ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top