• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄະນະກຳມະການລະຫວ່າງລັດຖະບານຫວຽດນາມ- ອາແຊກໄບຢານ

ວັນທີ 20 ມິຖຸນາ, ຢູ່ ນະຄອນຫລວງ Baku ໄດ້ດຳເນີນກອງປະຊຸມຄັ້ງທີ 2 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອາແຊກໄບຢານ ກ່ຽວກັບການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ວິທະຍາສາດ - ເຕັກນິກ.

ເຂົ້າຮ່ວມກອງປະຊຸມ ຝ່າຍຫວຽດນາມ ມີທ່ານເຈີນຕວນແອງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ, ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາແຊກໄບຢານ ແລະ ຜູ້ຕາງຫນ້າບາງກະຊວງຂະແຫນງການກ່ຽວຂ້ອງ. ສ່ວນຝ່າຍ ອາແຊກໄບຢານ ມີທ່ານ Pariv Shakhbazov ລັດຖະມົນຕີກະຊວງພະລັງງານ ແລະ ຜູ້ຕາງຫນ້າບາງກະຊວງຂະແຫນງການ.

ສອງຝ່າຍໄດ້ທົບທວນຄືນບັນດາໝາກຜົນບັນລຸໄດ້ນັບແຕ່ເມື່ອກອງປະຊຸມຄັ້ງທີຫນຶ່ງຄະນະກຳມະການລະຫວ່າງລັດຖະບານສອງປະເທດຈັດຕັ້ງຢູ່ ຮ່າໂນ້ຍ ເມື່ອເດືອນມັງກອນປີ 2017 ແລະ ເຫັນດີຄວນສືບຕໍ່ຮັກສາ ແລະ ເສີມຂະຫຍາຍກົນໄກປະຊຸມຢ່າງມີປະສິດທິຜົນເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດ, ບົນພື້ນຖານເສີມຂະຫຍາຍທ່າແຮງ ແລະ ຕອບສະຫນອງຄວາມຕ້ອງການຂອງແຕ່ລະປະເທດ, ນອກນັ້ນ ຄວນແລກປ່ຽນບັນດາຄະນະຜູ້ແທນຢ່າງເປັນທາງການຢູ່ທຸກຂັ້ນກໍ່ຄືບັນດາຄະນະວິສາຫະກິດໃຫ້ຫລາຍກວ່າອີກໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

“ດ້ວຍອິດທິພົນ” ຢູ່ ຊີກໂລກໃຕ້, ບຣາຊິນ ແລະ ຫວຽດນາມ ຈະສືບຕໍ່ຮ່ວມມືກັນໂດຍອີງໃສ່ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ມິດຕະພາບ ແລະ ເຄົາລົບເຊິ່ງກັນແລະກັນ.

Top