• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ກອງປະຊຸມຂັ້ນສູງການຮ່ວມມືແມ່ນຳ້ຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2 (MLC 2)

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ແລະ ຄະນະຜູ້ແທນ ໄດ້ເຂົ້າຮ່ວມ ກອງປະຊຸມ ຂັ້ນສູງ ການຮ່ວມມືແມ່ນຳ້ຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2 (MLC 2) ທີ່ໄດ້ຈັດຂຶ້ນຢູ່ ນະຄອນຫຼວງ ພະນົມເປັນ ແຫ່ງລາຊະ ອານາຈັກ ກຳປູເຈຍ ໃນວັນທີ 10 ມັງກອນ ຕາມຄຳເຊີນ ຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຊ ຮຸນເຊັນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ. 
ພາຍໃຕ້ຫົວເລື່ອງທີ່ວ່າ: “ແມ່ນໍ້າແຫ່ງສັນຕິພາບຂອງພວກເຮົາ ແລະ ການພັດທະນາແບບຍືນຍົງ”, ກອງປະຊຸມໄດ້ ຕີ ລາຄາວ່າ ຫຼັງຈາກການເຄື່ອນໄຫວ ເປັນເວລາ 2 ປີ ໄດ້ມີ ບັນ ດາບາດກ້າວທີ່ສຳຄັນ ກ່ຽວກັບ ການກໍ່ສ້າງກົນໄກ ເຄື່ອນໄຫວ ແລະ ຜັນຂະຫຍາຍໂຄງການ ທີ່ລະອຽດ.

ໃນນັ້ນມີບາງຜົນສຳເລັດຕົ້ນຕໍ ທີ່ໜ້າເອົາໃຈໃສ່ຄື ການຜັນ ຂະຫຍາຍ 130 ໂຄງການ; ຫຼາຍໂຄງການສຳເລັດ ທີ່ມີຜົນຕອບແທນໄວ, ສ້າງຕັ້ງບັນດາສູນຮ່ວມມື ກ່ຽວກັບ ສິ່ງແວດ ລ້ອມ, ແຫຼ່ງນຳ້ ແລະ ຄົ້ນຄວ້າແມ່ນ້ຳຂອງ; ປະກອບເປັນ ຮູບເປັນຮ່າງ ແລະ ການອະນຸມັກນໍາໃຊ້ກອງທຶນພິເສດ MLC.

ກ່ຽວກັບການຮ່ວມມືໃນໄລຍະຕໍ່ໜ້າ, ບັນດາທ່ານຜູ້ນຳ ໄດ້ ຢືນຢັນຄືນໃໝ່ ຈຸດໝາຍກໍ່ສ້າງເຂດ ແມ່ນຳ້ຂອງ-ແມ່ນຳ້ ລ້ານຊ້າງ ແຫ່ງສັນຕິພາບ, ໝັ້ນຄົງ, ພັດທະນາ ທີ່ຍືນຍົງ ແລະ ວັດຖະນາຖາວອນ. ເປັນເອກະສັນກັນ ເລື່ອງ MLC ຕ້ອງມີການປະກອບສ່ວນ ຢ່າງຕັ້ງໜ້າຍິ່ງຂຶ້ນ ເຂົ້າຂະບວນ ວິວັດແຫ່ງການພັດທະນາ ເສດຖະກິດ-ສັງຄົມ ຂອງພາກ ພື້ນ, ລົດໄລຍະຫ່າງໃນການພັດທະນາ ລະຫວ່າງບັນດາປະ ເທດສະມາຊິກ ແລະ ຊ່ວຍໜູນກໍ່ສ້າງປະຊາຄົມ ASEAN, ຮ່ວມມືປະກອບເພີ່ມຕື່ມ ກັບບັນດາກົນໄກອື່ນໆ ເຊັ່ນ GMS, ຄະນະກຳມາທິການແມ່ຂອງສາກົນ.

ບັນດາທ່ານຜູ້ນຳໄດ້ຮັບຮອງເອົາຖະແຫຼງການ ພະນົມເປັນ ແລະ ແຜນປະຕິບັດງານ 5 ປີ MLC ໄລຍະ 2018-2022 ກັບບັນດາກຳນົດທິດທາງ ແລະ ມາດຕະການຜັນຂະຫຍາຍ ການຮ່ວມມື ບົນສາມເສົາຄຳ້ເຊ່ັນ ຄວາມສະຫງົບ-ການເມືອງ, ເສດຖະກິດ ແລະ ພັດທະນາສັງຄົມ, ວັດທະນະທຳ ແລະ ພົບປະແລກປ່ຽນລະຫວ່າງປະຊາຊົນ ແບບຍືນຍົງ.



ບັນດາທ່ານຫົວໜ້າຄະນທີ່ເຂົ້າຮ່ວມກອງປະຊຸມ. ພາບ: ຖົ໋ງເຍິດ/VNA


ຕອນບ່່າຍວັນທີ 10 ມັງກອນ 2018, ທີ່ນະຄອນຫຼວງ ພະນົມ ເປັນແຫ່ງລາຊະອານາຈັກ ກຳປູເຈຍ ໄດ້ໄຂ ກອງປະຊຸມຂັ້ນສູງ ການຮ່ວມມື
ແມ່ນຳ້ຂອງ-ແມ່ນຳ້ລ້ານຊ້າງ ຄັ້ງທີ 2 ພາຍໃຕ້ຫົວເລື່ອງທີ່ວ່າ: “ແມ່ນໍ້າແຫ່ງສັນຕິພາບ ຂອງ ພວກເຮົາ ແລະ ການພັດທະນາແບບຍືນຍົງ”.
ພາບ: ຖົ໋ງເຍິດ/VNA



ໃນຂອບເຂດກອງປະຊຸມຂັ້ນສູງຮ່ວມມື ແມ່ນຳ້ຂອງ-ແມ່ ນຳ້ລ້ານຊ້າງ ຄັ້ງທີ 2, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະ ບັນດາຫົວໜ້າຄະນະ ເຂົ້າຢ້ຽມຊົມງານ ວາງສະແດງຮູບຖ່າຍ ວ່າດ້ວຍຜົນສຳເລັດແມ່ນຳ້ ຂອງ-ແມ່ນຳ້ ລ້ານຊ້າງ. ພາບ: ຖົ໋ງເຍິດ/VNA


ສິ້ນສຸດກອງປະຊຸມ ໃນຕອນບ່າຍວັນທີ 10 ມັງກອນ 2018, ທ່ີນະຄອນຫຼວງ ພະນົມເປັນ, ກຳປູເຈຍ, ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມການປະຊຸມ ຂ່າວ. ພາບ: ຖົ໋ງເຍິດ/VNA


ຕອນຄຳ່ວັນທີ 10 ມັງກອນ 2018, ທ່ີນະຄອນຫຼວງ ພະນົມ ເປັນ, ກຳປູເຈຍ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ 
ແລະ ບັນດາ ຫົວໜ້າຄະນະ ເຂົ້າຮ່ວມງານສະແດງ Gala Dinner ໃນຂອບເຂດ ກອງປະຊຸມຂັ້ນສູງຮ່ວມມື
ແມ່ນຳ້ ຂອງ-ແມ່ນຳ້ລ້ານຊ້າງ ຄັ້ງທີ 2. ພາບ: ຖົ໋ງເຍິດ/VNA

ບັນດາທ່ານຜູ້ນຳໄດ້ສະແດງຄວາມຊົມເຊີຍ ຕໍ່ບັນຊີລາຍຊື່ 214 ໂຄງການ MLC ໂດຍບັນດາປະເທດສະມາຊິກສະເໜີ ແລະ ເປັນເອກະສັນກັນ ເທື່ອລະກ້າວເປີດກວ້າງ ການຮ່ວມ ມື ບັນດາໂຄງການລາຍໃຫຍ່ ຂອງອະນຸພາກພື້ນ ບົນພື້ນ ຖານ ນຳໃຊ້ໃຫ້ໝົດ ກອງທຶນພິເສດ MLC ແລະ ບັນດາ ແຫຼ່ງການເງິນ ທີ່ລະດົມຈາກລັດຖະບານ, ຂົງເຂດ ເອກະ ຊົນ ແລະ ບັນດາອົງການຈັດຕັ້ງການເງິນສາກົນ.

ກ່ຽວກັບການຮ່ວມມືແຫຼ່ງນຳ້, ບັນດາທ່ານຜູ້ນຳ ໄດ້ເປັນ ເອກະສັນກັນ ຖືນີ້ ແມ່ນຂົງເຂດບຸລິມະສິດສູງ, ເພີ່ມທະ ວີ ການຮ່ວມມື ຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນຳ້ ແບບຍືນຍົງ ໂດຍຜ່ານການເຄື່ອນໄຫວຕ່າງໆ ເຊັ່ນ ໂອ້ລົມສົນທະນາ ນະໂຍບາຍເປັນໄລຍະຕາມກຳນົດ (ເຊັ່ນຈັດຕັ້ງ ເວທີປາໄສ ວ່າດ້ວຍ ການຮ່ວມມື ແຫຼ່ງນຳ້ MLC); ແບ່ງປັນຂໍ້ມູນຂ່າວ ສານ ແລະ ຈຳນວນຕົວເລກ ອຸທົກກະສາດ; ຮ່ວມມືດ້ານ ເຕັກນິກ, ຜັນຂະຫຍາຍ ບັນດາການຄົ້ນຄວ້າລວມ ແລະ ບັນດາໂຄງການທົດລອງ ທີ່ກ່ຽວພັນເຖິງແຫຼ່ງນຳ້ ແມ່ນຳ້ ຂອງ-ແມ່ນຳ້ຊ້າງ; ຄົ້ນຄວ້າ ຈັດສ້າງການຕິດຕໍ່ໃນສະພາວະ ການສຸກເສີນ...

ກ່າວປາໄສທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ນາຍົກ ລັດຖະມົນຕີ ໄດ້ຢືນຢັນ ການຖືສຳຄັນ ແລະ ການປະກອບ ສ່ວນຂອງຫວຽດນາມ ເຂົ້າໃນການຮ່ວມມື MLC ໃນໄລຍະ ຜ່ານມາ.

ກ່ຽວກັບການຮ່ວມມືໃນ 5 ປີຕໍ່ໜ້າ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີ, ຖືສໍໍາຄັນ ເພີ່ມທະວີການຮ່ວມມືປົກປັກຮັກສາ, ຄຸ້ມຄອງ ແລະ ນຳໃຊ້ຢ່າງມີປະສິດທິຜົນ ແລະ ຍືນຍົງ ແຫຼ່ງນຳ້ ແມ່ນຳ້ຂອງ, ນຳເອົາການຮ່ວມມື ດ້ານແຫຼ່ງນຳ້ ກາຍເປັນຈຸດໃຈກາງ ຂອງ ການຮ່ວມມື ລະຫວ່າງ 6 ປະ ເທດ.

ບັນດາການບຸລິມະສິດໃນຕໍ່ໜ້າ ແມ່ນ ເພີ່ມທະວີ ການແບ່ງ ປັນ ຂໍ້ມູນຂ່າວສານ ແລະ ຈຳນວນຕົວເລກ ອຸທົກກະສາດ; ຮ່ວມມື ກັບໄພແຫ້ງແລ້ງ, ໄພນຳ້ຖ້ວມ; ດຳເນີນ ການຄົ້ນ ຄວ້າວິທະຍາສາດລວມ ແລະ ຄົ້ນຄວ້າກໍ່ສ້າງກົດລະບຽບ ເຄື່ອນໄຫວ ລະຫວ່າງ ອ່າງເກັບນ້ຳ ທີ່ຕັ້ງລຽບຕາມ ລຳແມ່ ນຳ້ລ້ານຊ້າງ-ແມ່ນຳ້ຂອງ.

ພ້ອມກັນນັ້ນແມ່ນການພັດທະນາ ລະບົບພື້ນຖານໂຄງລ່າງ ສົມບູນ ແລະ ເຊື່ອມຕໍ່ ເພື່ອ ອຳນວຍຄວາມສະດວກ ໃຫ້ແກ່ ການຈຳໜ່າຍສິນຄ້າ, ການບໍລິການ, ກະແສທຶນ ແລະ ການ ໄປມາຂອງປະຊາຊົນ. ຊ່ວຍໜູນບັນດາປະເທດ ແມ່ນຳ້ ຂອງ-ແມ່ນຳ້ລ້ານຊ້າງ ຫາໃຊ້ຢ່າງສຸດຂີດ ກາລະໂອກາດ ຈາກການປະຕິວັດອຸດສາຫະກຳ 4.0 ບົນພື້ນຖານ: ແບ່ງປັນ ບົດຮຽນ, ຄວາມຮູ້ ແລະ ເຕັກໂນໂລຊີ  ເພື່ອຊຸກຍູ້ການຫັນ ເປັນອຸດສາຫະກຳ ທີ່ບັນດາປະເທດ ສະມາຊິກ; ພັດທະນາ ກຳລັງວິສາຫະກິດ ແລະ ກໍ່ສ້າງ ແຮງງານທີ່ມີຄຸນນະພາບ; ດຶງດູດແຫຼ່ງກຳລັງແຮງ ເຂົ້າໃນການພັດທະນາພື້ນຖານ ໂຄງລ່າງ ແລະ ສ້າງ ເງື່ອນໄຂທີ່ດີໃຫ້ແກ່ ບັນດາໂຄງການ ເສີມຂະຫຍາຍ ຄວາມສາມາດບົ່ມຊ້ອນ, ທ່າແຮງ, ສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນ; ເພີ່ມທະວີ ການຮ່ວມມື ຄົ້ນຄວ້າ ແລະ ຖ່າຍທອດ ເຕັກໂນໂລຊີ ພັດທະນາດ້ານກະສິກຳ, ໂດຍສະເພາະຢ່າງຍິ່ງແມ່ນ ພັດທະນາກຳສິກຳອິນຊີ ໝູນໃຊ້ເຕັກໂນໂລຊີສູງ.

ບັນດາຂໍ້ສະເໜີ ແລະ ປະກອບສ່ວນຂອງຄະນະ ຫວຽດນາມ ໄດ້ບັນດາປະເທດສະມາຊິກ ຕີລາຄາສູງ ແລະ ໄດ້ສະແດງອອກ ໃນເອກະສານສະບັບຕ່າງໆ ຂອງ ກອງປະຊຸມ.

ໃນການປະຊຸມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ພ້ອມກັບບັນດາທ່ານຜູ້ນຳ ໄດ້ເຂົ້າຮ່ວມພິທີ ສົ່ງມອບ ການ ປະທານ ຮ່ວມມື MLC ໃຫ້ແກ່ ສປປ ລາວ, ເຂົ້າຮ່ວມການ ປະຊຸມຂ່າວ, ປະກາດຜົນສຳເລັດ ຂອງກອງ ປະຊຸມ ແລະ ເຂົ້າຢ້ຽມຊົມງານວາງສະແດງ ຮູບຖ່າຍ ວ່າ ດ້ວຍ ຜົນສຳ ເລັດ ແມ່ນຳ້ຂອງ-ແມ່ນຳ້ລ້ານຊ້າງ.



ໃນຂອບເຂດກອງປະຊຸມຂັ້ນສູງຮ່ວມມື ແມ່ນຳ້ຂອງ-ແມ່ນຳ້ ລ້ານຊ້າງ ຄັ້ງທີ 2, ໃນຕອນບ່າຍວັນທີ 10 ມັງກອນ 2018, ທີ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ພົບ ປະກັບທ່ານ  ລີເຄີ້ສຽງ
ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ. ພາບ: ຖົ໋ງເຍິດ/VNA



ໃນຂອບເຂດກອງປະຊຸມຂັ້ນສູງຮ່ວມມື ແມ່ນຳ້ຂອງ-ແມ່ ນຳ້ລ້ານຊ້າງ ຄັ້ງທີ 2, ໃນຕອນບ່າຍວັນທີ 10 ມັງກອນ 2018, ທີ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ພົບປະກັບ ສົມເດັດ ອັກຄະມະຫາ
ເສນາບໍດີ ເຕໂຈ ຮຸນ ເຊັນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກໍາປູເຈຍ. ພາບ: ຖົ໋ງເຍິດ/VNA



ໃນຂອບເຂດກອງປະຊຸມຂັ້ນສູງຮ່ວມມື ແມ່ນຳ້ຂອງ-ແມ່ນຳ້ ລ້ານຊ້າງ ຄັ້ງທີ 2, ໃນຕອນບ່າຍວັນທີ 10 ມັງກອນ 2018, ທີ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ, ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີ ແຫ່ງສສ ຫວຽດນາມ ໄດ້ ພົບ ປະກັບ ທ່ານ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພາບ: ຖົ໋ງເຍິດ/VNA



ໃນຂອບເຂດກອງປະຊຸມຂັ້ນສູງຮ່ວມມື ແມ່ນຳ້ຂອງ-ແມ່ນຳ້ ລ້ານຊ້າງ ຄັ້ງທີ 2, ໃນຕອນບ່າຍວັນທີ 10 ມັງກອນ 2018, ທີ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ, ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ພົບ ປະກັບ ທ່ານ ປຣະຍຸດ
ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ໄທ. ພາບ: ຖົ໋ງເຍິດ/VNA

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ,  ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ພົບປະສອງຝ່່າຍ ກັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊັນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ  ລີເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ທ່ານ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ໄທ.

ໃນການພົບປະ, ເຮັດວຽກຄັ້ງຕ່າງໆ, ສອງຝ່າຍໄດ້ແລກປ່ຽນຫຼາຍມາດຕະການ, ກຳນົດທິດ ຊຸກຍູ້ຍິ່ງຂຶ້ນ ການພົວພັນ ສອງຝ່າຍ ກໍຄືແກ້ໄຂ ບັນດາບັນຫາຮ່ວມມື ທ່ີລະອຽດ ອີກດ້ວຍ.
ປະຕິບັດ: VNA/VNP  

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top