• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຂັ້ນສູງ ອາຊີ - ເອີລົບ: ຖືການຮ່ວມມືເພື່ອວັດທະນາຖາວອນລວມເປັນສຳຄັນ

      -ເປົ້າໝາຍຂອງ ASEM ແມ່ນ ສ້າງ “ສາຍພົວພັນຄູ່ຮ່ວມມືໃຫມ່ຮອບດ້ານລະຫວ່າງ ອາຊີ - ເອີລົບ ເພື່ອການເຕີບໂຕຢ່າງແຮງ” ແລະ “ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງ ປະຊາຊົນສອງທະວີບ ແລະ ສ້າງຕັ້ງການເຈລະຈາຢ່າງແຫນ້ນແຟ້ນລະຫວ່າງບັນດາຄູ່ຮ່ວມມືຢ່າງສະເຫມີພາບ”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ
(ພາບ: TTXVN)
      ກອງປະຊຸມຂັ້ນສູງ ເວທີປາໄສການຮ່ວມມື ອາຊີ - ເອີລົບ (ASEM) ຄັ້ງທີ 13 (ASEM 13) ດຳເນີນໃນເວລາສອງວັນຄື ວັນທີ 25-26 ພະຈິກ ຕາມຮູບການທາງໄກ. ດ້ວຍຫົວຂໍ້ “ປັບປຸງລັດທິຫລາຍຝ່າຍເພື່ອການເຕີບໂຕລວມ”, ກອງປະຊຸມໄດ້ປຶກສາຫາລືຫລາຍບັນຫາສຳຄັນທີ່ກ່ຽວຂ້ອງເຖິງອະນາຄົດການຮ່ວມມືເພື່ອວັດທະນາຖາວອນລວມລະຫວ່າງສອງທະວີບ ແລະ ທົ່ວໂລກ.
ປີ 2021 ແມ່ນປີສະເຫລີມສະຫລອງ 25 ປີແຫ່ງວັນສ້າງຕັ້ງ ASEM, ຊື່ງແມ່ນກົນໄກເຈລະຈາໃຫຍ່ສຸດທີ່ເຊື່ອມຕໍ່ບັນດາປະເທດ ອາຊີ ແລະ ເອີລົບ. ພາຍຫລັງເຄື່ອນໄຫວມາເປັນສອງທົດສະວັດເຄິ່ງ, ບັນຫາການຮ່ວມມືນັບມື້ນັບໄດ້ຖືເປັນສຳຄັນຈາກບັນດາປະເທດສະມາຊິກ ASEM, ເປັນຕົ້ນແມ່ນການຮ່ວມມືກ່ຽວກັບດ້ານວັດທະນະທຳ - ສັງຄົມ ແລະ ພັດທະນາເສດຖະກິດ.
      ໄລຍະທາງແຫ່ງການພັດທະນາໃນ ¼ ສັດຕະວັດ
ເວທີປາໄສການຮ່ວມມື ອາຊີ - ເອີລົບ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອເດືອນ ມີນາ ປີ 1996 ຕາມຂໍ້ລິເລິ່ມຂອງ ສິງກະໂປ ແລະ ຝລັ່ງ ພ້ອມກັບການສະຫນັບສະຫນູນຕັ້ງຫນ້າຂອງ ອາຊຽນ, ໃນນັ້ນ ມີ ຫວຽດນາມ. ນີ້ແມ່ນເວທີປາໄສການເຈລະຈາບໍ່ເປັນທາງການລະຫວ່າງ ບັນດາປະມຸກລັດ ແລະ ການນຳລັດຖະບານບັນດາປະເທດສະມາຊິກ ASEM, ການນຳຂອງ ສະຫະພາບເອີລົບ (ອີຢູ) ແລະ ຄະນະເລຂາ ອາຊຽນ.
ເປົ້າໝາຍຂອງ ASEM ແມ່ນ ສ້າງ “ສາຍພົວພັນຄູ່ຮ່ວມມືໃຫມ່ຮອບດ້ານລະຫວ່າງ ອາຊີ - ເອີລົບ ເພື່ອການເຕີບໂຕຢ່າງແຮງ” ແລະ “ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງ ປະຊາຊົນສອງທະວີບ ແລະ ສ້າງຕັ້ງການເຈລະຈາຢ່າງແຫນ້ນແຟ້ນລະຫວ່າງບັນດາຄູ່ຮ່ວມມືຢ່າງສະເຫມີພາບ”. ທຸກການເຄື່ອນໄຫວເຈລະຈາ ແລະ ການຮ່ວມມືໂດຍແມ່ນ ASEM ດຳເນີນຢ່າງສະໝ່ຳສະເຫມີໃນ 3 ເສົາຄ້ຳຕົ້ນຕໍ ນັ້ນແມ່ນ ການເຈລະຈາດ້ານການເມືອງ- ຄວາມໝັ້ນຄົງ, ການຮ່ວມມືເສດຖະກິດ - ການເງິນ; ການຮ່ວມມືສັງຄົມ- ວັດທະນະທຳ ແລະ ບັນດາຂົງເຂດອື່ນອີກ.
      ພາຍຫລັງ ¼ ສະຕະວັດ, ມາຮອດປະຈຸບັນ ASEM ມີຈຳນວນສະມາຊິກຫລາຍທົບສອງເທົ່າເມື່ອທຽບໃສ່ໄລຍະຫາກໍ່ສ້າງຕັ້ງ (ຈາກ 26 ສະມາຊິກ ຂຶ້ນເປັນ 53 ສະມາຊິກ), ກາຍເປັນກົນໄກເຈລະຈາ, ການຮ່ວມມືທີ່ມີຂອບຂະຫນາດໃຫຍ່ສຸດລະຫວ່າງສອງທະວີບ. ປະຈຸບັນ ASEM ກວມເອົາຈຳນວນປະຊາກອນປະມານ 60%, 55% ວົງເງິນການຄ້າ, 75% ລາຍຮັບການທ່ອງທ່ຽວ ແລະ 65% GDP ທົ່ວໂລກ. ກົນໄກເຈລະຈາພິເສດນີ້ ໄດ້ ແລະ ພວມປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ທ່າອ່ຽງຮ່ວມມື, ຮ່ວມສຳພັນໃນຫລາຍຂັ້ນເພື່ອສັນຕິພາບ ແລະ ການພັດທະນາໃນຂອບເຂດພາກພື້ນ ກໍ່ຄືໃນທົ່ວໂລກ.
      ຖືການຮ່ວມມືເພື່ອການພັດທະນາ ແລະ ວັດທະນາຖາວອນລວມ ເປັນສຳຄັນ
      ຕໍ່ຫນ້າການຫັນປ່ຽນຢ່າງວ່ອງໄວ ແລະ ສັບສົນຂອງສະພາບການໂລກ, ບັນດາສະມາຊິກໄດ້ເຫັນດີຊຸກຍູ້ຍົກການຮ່ວມມື ASEM ຂຶ້ນສູ່ລະດັບສູງໃຫມ່ ເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວ, ເຊີດຊູລັດທິຫລາຍຝ່າຍ, ຊຸກຍູ້ການພົວພັນຄູ່ຮ່ວມມື ອາຊີ - ເອີລົບ ແລະ ບົດບາດຂອງ ASEM, ເອົາໃຈໃສ່ເປັນພິເສດການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ຮັບມືກັບສິ່ງທ້າທາຍໃນທົ່ວໂລກ ເປັນຕົ້ນແມ່ນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ການຄຸ້ມຄອງແຫລ່ງນ້ຳ, ຄວາມໝັ້ນຄົງດ້ານພະລັງງານ, ຄ້ຳປະກັນດ້ານສະບຽງອາຫານ, ຊຸກຍູ້ການພັດທະນາແບບກວມລວມ, ຜັນຂະຫຍາຍການປ່ຽນໃຫມ່ປະດິດຄິດສ້າງ, ຫນູນຊ່ວຍວິສາຫະກິດຂະຫນາດກາງ ແລະ ນ້ອຍ, ຍົກສູງຄວາມສາມາດຮັບມືກັບການປະຕິວັດອຸດສາຫະກຳ 4.0, ພັດທະນາແຫລ່ງຊັບພະຍາກອນມະນຸດ..
      ທີ່ກອງປະຊຸມ ASEM 13, ບັນດາການນຳໄດ້ສຸມໃສ່ປຶກສາຫາລືຫລາຍເນື້ອໃນສຳຄັນກ່ຽວຂ້ອງເຖິງຫົວເລື່ອງ ການຮ່ວມມື, ເຊື່ອມຕໍ່ ແລະ ພັດທະນາຄື: ຜົນງານ, ສິ່ງທ້າທາຍ ແລະ ການກຳນົດທິດຮ່ວມມື ASEM; ຟື້ນຟູລັດທິຫລາຍຝ່າຍຄືນໃຫມ່ ເພື່ອສັນຕິພາບ ແລະ ສະຖຽນລະພາບທົ່ວໂລກ; ປັບປຸງລະບົບການຄ້າຫລາຍຝ່າຍໂດຍອີງໃສ່ກົດໝາຍ; ການພັດທະນາ ແລະ ການເຕີບໂຕແບບຍືນຍົງ, ກວມລວມ; ເຊື່ອມຕໍ່; ການປ່ຽນແປງຂອງດິນຟ້າອາກາດ; ບັນດາບັນຫາພາກພື້ນ ແລະ ທົ່ວໂລກທີ່ພວມເກີດຂຶ້ນ... ພິເສດ ກອງປະຊຸມໄດ້ຮັບຮອງເອົາເອກະສານສຳຄັນ 3 ສະບັບລວມມີ: ຖະແຫລງການປະທານກ່ຽວກັບການປັບປຸງລັດທິຫລາຍຝ່າຍເພື່ອການເຕີບໂຕລວມ; ຖະແຫລງການ ພະນົມເປັນ ກ່ຽວກັບໂຄວິດ -19 ແລະ ການຟື້ນຟູເສດຖະກິດ; ການກຳນົດທິດການຮ່ວມມືກ່ຽວກັບການເຊື່ອມຕໍ່ ASEM.
      ດ້ວຍຖານະເປັນຫົວຫນ້າຄະນະຂອງຫນຶ່ງໃນບັນດາສະມາຊິກກໍ່ຕັ້ງ ແລະ ມີການປະກອບສ່ວນຫລາຍຢ່າງທີ່ມີປະສິດທິຜົນໃນຕະຫລອດວິວັດການສ້າງຕັ້ງ ແລະ ພັດທະນາຂອງ ASEM, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີບົດກ່າວປາໄສສຳຄັນທີ່ກອງປະຊຸມ ໂດຍສືບຕໍ່ເນັ້ນຫນັກເຖິງບົດບາດສຳຄັນຂອງການຮ່ວມມື ASEM ໃນໄລຍະຈະມາເຖິງ, ຢັ້ງຢືນຄືນຫລັກໝັ້ນສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມ ສຳລັບບາງບັນຫາໃຫຍ່ຊື່ງສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບກໍ່ຄືການພັດທະນາເພື່ອວັດທະນາຖາວອນລວມຂອງທັງພາກພື້ນ ແລະ ໂລກ.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top