• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ກອງປະຊຸມຂັ້ນສູງ ASEAN ຄັ້ທີ 31: ຢຶນຢັນຄວາມສາມາດ ເຊື່ອມໂຍງ ແລະ ຖານະບົດບາດ ຂອງ ຫວຽດນາມ

ກອງປະຊຸມ ຂັ້ນສູງ ASEAN ຄັ້ງທີ 31 ແລະ ແລະ ບັນດາກອງ ປະຊຸມຂັ້ນສູງທີ່ກ່ຽວຂ້ອງ ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ມານີລາ ຂອງ ຟີລິບປິນ ແຕ່ວັນທີ 12-14 ພະຈິກ. ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ນຳພາຄະນະຜູ້ແທນ ຂັ້ນສູງຫວຽດນາມ ເຂົ້າຮ່ວມ ແລະ ໄດ້ມີການພົບປະສອງຝ່າຍ, ຫຼາຍຝ່າຍເກືອບ 30 ຄັ້ງ. ບັນດາກອງປະຊຸມໄດ້ດຳເນີນໄປ ທ່າມ ກາງບັນຍາກາດທີ່ຟົດຟື້ນ ແລະ ມີຜົນຕົວຈິງ, ຊຶ່ງສ້າງຄວາມ ປະ ທັບໃຈຢ່າງຈົບງາມ, ອັດລົງປີໜຶ່ງ ທີ່ປະສົບຜົນສຳເລັດ ຂອງ ປີ ສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງ ASEAN.
ການປະຕິບັດງານຂອງ ທ່ານນາຍົກລັດຖະມົນຕີ ແລະ ຄະນະ ຜູ້ແທນຂັ້ນສູງ ຫວຽດນາມ ໃນຄັ້ງນີ້ ໄດ້ປະສົບຜົນສຳເລັດ ຢ່າງ ຈົບງາມ, ສ້າງຂີດໝາຍໃໝ່ ກ່ຽວກັບການເຂົ້າຮ່ວມ ຢ່າງຕັ້ງໜ້າ, ມີ ຄວາມຮັບຜິດຊອບ ຂອງຫວຽດນາມ, ປະກອບສ່ວນໃນການ ສ້າງ ASEAN ທີ່ມີ “ສັນຕິພາບ, ສະຖຽນລະພາບ ແລະ ສ້າງ ຄວາມ ເຂັ້ມແຂງດ້ວຍຕົນເອງ”, “ພາກພື້ນໜຶ່ງທີ່ເປີດກວ້າງ ກັບ ພາຍນອກ ໃນວົງຄະນາຍາດ ທົ່ວໂລກ. 


ຕອບບ່າຍວັນທີ 12 ພະຈິກ 2017, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ນຳພາ ຄະນະ ຜູ້ແທນ ຂັ້ນສູງ ຫວຽດນາມເດີນທາງເຖິງນະຄອນຫຼວງ ມານີລາ (ຟີລິບ ປິນ), ເລີ່ມຕົ້ນການເຂົ້າຮ່ວມ
ກອງປະຊຸມຂັ້ນສູງ ASEAN ຄັ້ງທີ 31 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ
ແຕ່ວັນທີ 12-14 ພະຈິກ 2017. ພາບ: ຖົ໋ງເຍິດ/VNA



ຕອນຄ່ຳວັນທີ 12 ພະຈິກ 2017, ທີ່ນະຄອນຫຼວງ ມານີລາ (ຟີລິບປິນ), ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ເຂົ້າຮ່ວມ
ງານລ້ຽງຮັບຮອງພິເສດ ສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງ ASEAN (1967-2017), ໂດຍທ່ານ Rodrigo Duterte
ປະທານາທິບໍດີແຫ່ງ ສ.ຟີລິບປິນ ເປັນເຈົ້າພາບ.  ພາບ: ຖົ໋ງເຍິດ/VNA




ບັນດາຫົວໜ້າປະເທດເຂົ້າຮ່ວມກອງປະຊຸມຂັ້ນສູງ ASEAN 31 ຖ່າຍຮູບລວມໃນວາລະໄຂກອງປະຊຸມ
ເຊົ້າວັນທີ 13 ພະຈິກ 2017. ພາບ: AFP/VNA

ພ້ອມກັບການສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງ ASEAN, ພິທີ ໄຂ ແລະ ປິດ, ສົ່ງມອບການເປັນປະທານ ASEAN ໃຫ້ແກ່ ສ. ສິງກະໂປ, ກອງປະຊຸມຄັ້ງນີ້ ມີ 10 ວາລະປະຊຸມ ເປັນທາງການ ຊຶ່ງລວມມີ ກອງປະຊຸມຂັ້ນສູງ: ASEAN 31, ASEAN+3, ASEAN+1 ກັບ ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ; ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS), ASEAN-ສ.ອາເມລິກາ; ASEAN -ສ. ອິນເດຍ, ASEAN-ສະຫະປະຊາຊາດ, ASEAN-ການາດາ ແລະ ASEAN-EU; ແມ່ຂອງ-ຍີ່ປຸ່ນ; ກອງປະຊຸມ ບັນດາການ ນຳ ສັນຍາຄູ່ຮ່ວມມືເສດຖະກິດ ຮອບດ້ານ ພາກພື້ນ (RCEP); ເຮັດວຽກກັບສະພາທີ່ປຶກສາວິສາຫະກິດ ASEAN ແລະ ສົນ ທະນາລະຫວ່າງ ບັນດາຜູ້ນຳ ASEAN+3 ກັບສະພາວິສາຫະ ກິດ ອາຊີຕາເວັນອອກ.

ທ່ານນາຍົກລັດຖະມົນຕີ  ພ້ອມກັບ ບັນດາຜູ້ນຳ ASEAN ສຸມ ໃສ່ຕີລາຄາວຽກງານຜັນຂະຫຍາຍວິໄສທັດປະຊາຄົມ ASEAN 2025, ພິຈາລະນາບັນດາວິທີການ ເພີ່ມທະວີປະສິດທິຜົນ ການ ເຄື່ອນໄຫວຂອງ ASEAN ແລະ ແລກປ່ຽນ ຄຳຄິດຄຳເຫັນ ກ່ຽວ ກັບ ບັນດາບັນຫາຂອງພາກພື້ນ ແລະ ສາກົນ.

ການນຳ ASEAN ໄດ້ພ້ອມກັບ  ຜູ້ ນຳ ບັນດາປະເທດຄູ່ຮ່ວມມື ໄດ້ທົບທວນຄືນໃໝ່ ບັນດາແຜນການເຄື່ອນໄຫວ ທີ່ໄດ້ໝັ້ນໝາຍ ໃນໄລຍະຜ່ານມາ ແລະ ອະນຸມັດຜ່ານ ບັນດາກຳນົດທິດ ທີ່ ໃຫຍ່ໆ ເຮັດໃຫ້ເລິກເຊິ່ງຍິ່ງຂຶ້ນ ການພົວພັນຫຼາຍດ້ານ ໃນຕໍ່ໜ້າ.

ກ່າວປາໄສທີ່ກອງປະຊຸມ, ຢັ້ງຢືນຄວາມໝາຍຂອງປີ ສະເຫຼີມ ສະຫຼອງ 50 ປີວັນສ້າງຕັ້ງ ASEAN, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ປັດຈຸບັນ, ASEAN ຕ້ອງ ໃຫ້ບຸລິມະສິດ ປະຕິບັດ ສາມຈຸດສຸມ ຄືດັ່ງລຸ່ມນີ້:

ໜຶ່ງ: ASEAN ຕ້ອງສຸມໃສ່ຜົນປະໂຫຍດຂອງປະຊາຊົນ, ພະຍາ ຍາມເຮັດໃຫ້ມີສີສັນໃໝ່ ໂດຍຜ່ານ ການຊຸກຍູ້ບັນດາບັນຫາ ລວມ, ພິເສດແມ່ນຕັດສິນໃຈຮ່ວມ ກັນສ້າງປະຊາຄົມ ASEAN ໜຶ່ງທີ່ມີຄວາມເຂັ້ມແຂງ ດ້ວຍຕົນເອງ, ຍົກສູງຜົນປະໂຫຍດລວມ ໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນຄວາມພະຍາຍາມ ເພື່ອ ສ້າງ ຜົນສຳເລັດ ລວມໃຫ້ແກ່ ASEAN.

ສອງ: ASEAN ຕ້ອງຖື ສຳຄັນຍິ່ງຂຶ້ນ ໃນການສ້າງ ປະຊາຄົມ ເສດຖະກິດ ASEAN (AEC) ແລະ ການຂະຫຍາຍຕົວ ຂອງ ວິສາຫະກິດ ໂດຍຜ່ານການຊຸກຍູ້ ເຊື່ອມຕໍ່ເສດຖະກິດ ແລະ ການຄ້າພາຍໃນ, ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະ ຫວ່າງ ບັນດາພື້ນຖານເສດຖະກິດໃນປະຊາຄົມ.

ສາມ: ທ່ານນາຍົກລັດຖະມົນຕີສະເໜີ ASEAN ໃນການເສີມຂະ ຫຍາຍຍິ່ງຂຶ້ນ ໃນບົດບາດເປັນໃຈກາງ ແລະ ອິດທິພົນຂອງຕົນ ບົນເວທີສາກົນ, ສູ້ຊົນເພື່ອຈຸດໝາຍ ຮັກສາສັນຕິພາບ, ຄວາມສະຫງົບ ແລະ ຄວາມຈະເລີນໝັ້ນຄົງ ຢູ່ພາກພື້ນ.




ຕອນເຊົ້າວັນທີ 13 ພະຈິກ 2017, ທ່ານ ຫງວຽນຊວນຟຸກ ນາຍົກ ລັດຖະມົນຕີ ແລະ ບັນດາຫົວໜ້າຄະນະ ເຂົ້າຮ່ວມວາລະ
ການປະຊຸມຄົບຄະນະ ກອງປະຊຸມຂັ້ນສູງ ASEAN ຄັ້ງທີ 31. ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ພ້ອມກັບບັນດາ ຫົວໜ້າຄະນະ ASEAN ຖ່າຍຮູບຮ່ວມກັນກັບທ່ານ ຫຼີເຄີສຽງ
ນາຍົກ ລັດຖະມົນຕີແຫ່ງ ສປ ຈີນ ທີ່ກອງປະຊຸມຂັ້ນສູງ  ASEAN+1 ຢູ່ ນະຄອນຫຼວງ ມານີລາ
ໃນວັນທີ 13 ພະຈິກ 2017. ພາບ: THX/VNA 




ຕອນຄ່ຳວັນທີ 13 ພະຈິກ 2017, ທ່ານ ຫງວຽນຊວນຟຸກ ນາຍົກ ລັດຖະມົນຕີ ແລະ ບັນດາຫົວໜ້າຄະນະ ເຂົ້າຮ່ວມກອງປະຊຸມຂັ້ນສູງ
ແມ່ຂອງ-ຍີ່ປຸ່ນ ຄັ້ງທີ 9. ພາບ: ຖົ໋ງເຍິດ/VNA




ຕອນຄ່ຳວັນທີ 13 ພະຈິກ 2017, ທ່ານ ຫງວຽນຊວນຟຸກ ນາຍົກ ລັດຖະມົນຕີ ແລະ ບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມຂັ້ນສູງ
ASEAN-ສະຫະປະຊາຊາດ ຄັ້ງທີ 9. ພາບ: ຖົ໋ງເຍິດ/VNA



ຕອນເຊົ້າວັນທີ 14 ພະຈິກ 2017, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ພ້ອມກັບບັນດາຫົວໜ້າຄະນະ ASEAN ຖ່າຍ ຮູບຮ່ວມກັບ
ທ່ານ ຫຼີເຄີສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ທ່ານ Shinzo Abe ນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ທ່ານ Moon Jae-in
ປະທານາທິບໍດີ ແຫ່ງ ສ.ເກົາຫຼີ ທີ່ ກອງປະຊຸມຂັ້ນສູງ ສະ ເຫຼີມສະຫຼອງ ASEAN+3
(ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ຄັ້ງທີ 20. ພາບ: ຖົ໋ງເຍິດ/VNA



ພາບລວມໃນກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ ASEAN+3 (ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ຄັ້ງທີ 20. ພາບ: ຖົ໋ງເຍິດ/VNA


ຕອນເຊົ້າວັນທີ 14 ພະຈິກ 2017, ທ່ານ ຫງວຽນຊວນຟຸກ ນາ ຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ
ASEAN-ການາດາ ຄັ້ງທີ 40. ພາບ: ຖົ໋ງເຍິດ/VNA



ຕອນບ່າຍວັນທີ 14 ພະຈິກ 2017, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມຂັ້ນສູງ
ອາຊີຕາເວັນອອກ ຄັ້ງທີ 12. ພາບ: ຖົ໋ງເຍິດ/VNA



 C
ຕອນບ່າຍວັນທີ 14 ພະຈິກ 2017, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມຄູ່ຮ່ວມມືເສດຖະກິດ
ພາກພື້ນຮອບດ້ານ (RCEP). ພາບ: ຖົ໋ງເຍິດ/VNA

ບົນຈິດໃຈດັ່ງກ່າວ, ທ່າມກາງບັນຍາກາດສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງສະມາຄົມອາຊຽນ, ທ່ານນາຍົກລັດຖະມົນຕີ ໄດ້ຢືນ ຢັນຄວາມຕັດສິນໃຈ ແລະ ຄຳໝັ້ນໝາຍຂອງຫວຽດນາມໃນການ ຮ່ວມແຮງ ຮ່ວມໃຈ ພ້ອມກັບບັນດາປະເທດສະມາຊິກ ໃນການ ສ້າງປະຊາຄົມ ASEAN ທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ ແລະ ມຸ່ງສູ່ ປະຊາຊົນ.

ໃນກອງປະຊຸມເວທີສົນທະນາ, ທ່ານນາຍົກລັດຖະມົນຕີ ໄດ້ແບ່ງ ປັນທັດສະນະ, ຫຼັກໝັ້ນຂອງຫວຽດນາມ ກ່ຽວກັບ ບັນດາບັນຫາ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.


ເນື່ອງໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ທຳການ ພົບ ປະ ກັບນາຍົກລັດຖະມົນຕີ 3 ປະເທດຄື: ກຳປູເຈຍ, ລາວ, ຫວຽດນາມ; ພົບປະເຈລະຈາກັບ ນາຍົກລັດຖະມົນຕີ ຫຼີເຄີສຽງ ແຫ່ງສປ ຈີນ, ນາຍົກ ລັດຖະມົນຕີ Dmitry Medvedev ແຫ່ງ ສ. ລັດເຊຍ, ນາຍົກລັດຖະມົນຕີ Narendra Modi ແຫ່ງສ. ອິນ ເດຍ, ຕ້ອນຮັບເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ປະທານສະພາບເອີຣົບ Donald Tusk.
ກ່ຽວກັບບັນຫາທະເລຕາເວັນອອກ, ຕໍ່ສະຖານະການ ປ່ຽນແປງ ທີ່ເກີດຂຶ້ນ ໃນມໍ່ໆ ນີ້ ສືບຕໍ່ດຶງດູດຄວາມສົນໃຈຂອງຫຼາຍປະ ເທດ, ຄູ່ຮ່ວມມື ໃນກອງປະຊຸມຄັ້ງຕ່າງໆ. ທ່ານ ນາຍົກລັດຖະ ມົນຕີ ໄດ້ສະເໜີ ບັນດາເອກະສານຂອງ ກອງປະຊຸມຂັ້ນສູງຄັ້ງນີ້ ສ່ອງແສງຢ່າງຄົບຖ້ວນບັນດາຫຼັກການ, ຫຼັກໝັ້ນ ຄືສະແດງອອກ ແຈ້ງການລວມ ຂອງ ກອງປະຊຸມ AMM 50 ຊຶ່ງລວມມີ ຮັບປະ ກັນຄວາມສະຫງົບປອດໄພ, ເສລີ ໃນການເດີນທະເລ ແລະ ການ ເດີນອາກາດ ຢູ່ທະເລຕາເວັນອອກ, ແກ້ໄຂຂໍ້ຜິດພາດ ໂດຍ ສັນຕິວິທີ ບົນພື້ນຖານ ຂອງກົດໝາຍສາກົນ, ສົນທິສັນຍາ ຂອງ ສະຫະປະຊາຊາດ ວ່າດ້ວຍ ກົດໝາຍທະເລ1982 (UNCLOS), ເຄົາລົບຢ່າງຄົບຖ້ວນ ບັນດາຂະບວນຫລັກການ ແຫ່ງກົດຫມາຍ ແລະ ການຕ່າງປະເທດ, ປະຕິບັດຢ່າງຄົບຖ້ວນຖະແຫຼງການ ວ່າດ້ວຍ ການປະພຶດຕໍ່ ຂອງຝ່າຍຕ່າງໆ ຢູ່ທະເລຕາ ເວັນອອກ (DOC).

ທ່ານນາຍົກລັດຖະມົນຕີ ພ້ອມກັບບັນດາຜູ້ນຳໄດ້ສະແດງ ຄວາມ ຊົມເຊີຍ ASEAN ແລະ ສປ ຈີນ ທີ່ໄດ້ອະນຸມັດຜ່ານຮ່າງປະ ມວນ ກົດລະບຽບການປະພຶດ ຂອງຝ່າຍຕ່າງໆ ຢູ່ທະເລ ຕາເວັນອອກ (COC) ແລະ ສະເໜີໃຫ້ມີການ ພົບປະສົນທະນາ COC ໂດຍໄວ ທ່ີມີຄວາມສາມາດເປັນໄປໄດ້ ແລະ ມີຄວາມຜູກມັດ ດ້ານນິຕິກຳອີກດ້ວຍ.

ທ່ານນາຍົກລັດຖະມົນຕີ ສະເໜີ ໃຫ້ບັນດາຄູ່ຮ່ວມມືສືບຕໍ່ ເພີ່ມ ທະວີການຮ່ວມມືກັບ ASEAN ຊຶ່ງມີເສດຖະກິດ ໃຫຍ່ອັນດັບ 6 ແລະ  ກຳລັງມຸ່ງສູ່ອັນດັບ 4 ຂອງ ໂລກ ໃນປີ 2025.

ທ່ານນາຍົກລັດຖະມົນຕີ ກ່າວຢ້ຳວ່າ ຫວຽດນາມ ປາດຖະໜາ ບັນດາຄູ່ຮ່ວມມື ສືບຕໍ່ປະກອບສ່ວນ ໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຮັບປະກັນ ຄວາມສະຫງົບປອດໄພ ໃນ ການເດີນທະເລ ແລະ ການເດີນອາກາດ ຢູ່ທະເລ ຕາເວັນອອກ ບົນຈິດໃຈ ເຄົາລົບກົດໝາຍ, UNCLOS 1982.




ໃນການເຂົ້າຮ່ວມກອງປະຊຸມຂັ້ນສູງ ASEAN ຄັ້ງທີ 31 ແລະ ບັນດາກກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີ ໄດ້ມີການພົບປະກັບ ສົມເດັດ ເຕໂຊ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ ແລະ ທ່ານ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ພົບປະກັບທ່ານ Donald Tusk ປະທານສະພາເອີຣົບ. ພາບ: ຖົ໋ງເຍິດ/VNA


ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ພົບປະກັບທ່ານ Narendra Modi ນາຍົກລັດຖະມົນຕີແຫ່ງ ສ.ອິນເດຍ. ພາບ: ຖົ໋ງເຍິດ/VNA


ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ພົບປະກັບທ່ານ Dmitry Medvedev ນາຍົກລັດຖະມົນຕີແຫ່ງ ສ.ລັດເຊຍ. ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ພົບປະກັບທ່ານ Rodrigo Duterte ປະທານາທິບໍດີແຫ່ງ ສ.ຟີລິບປິນ. ພາບ: VNA


ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ພົບປະກັບທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ.
ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີລົງນາມ ໃນເອກະສານ ຂໍ້ຕົກລົງ ASEAN ວ່າດ້ວຍສິດປົກປ້ອງ ແລະ ພັດທະນາ
ຂອງຊາວຜູ້ອອກແຮງງານ ອົບພະຍົບ, ທີ່ສູນປະຊຸມ ແຫ່ງຊາດ ຢູ່ນະຄອນຫຼວງ ມານີລາ. ພາບ: ຖົ໋ງເຍິດ/VNA

ໃນການພົບປະ, ເຈລະຈາຄັ້ງຕ່າງໆ, ສອງຝ່າຍໄດ້ ແລກປ່ຽນ ຫຼາຍ ວິທີການ, ກຳນົດທິດເພື່ອຊຸກຍູ້ການພົວພັນ ສອງຝ່າຍ ກໍ ຄືແກ້ໄຂບັນດາບັນຫາຮ່ວມມືໃນຕົວຈິງ ຢ່າງລະອຽດ.

ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ວິສາຫະກິດລາຍໃຫຍ່ ຂອງ ຫວຽດນາມ ຫຼາຍແຫ່ງ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວ ຂອງ ເວທີປາໄສ ເຊື່ອມຕໍ່ວິສາຫະກິດ, ຫາໂອກາດເປີດກວ້າງ ການຮ່ວມມື ເພື່ອພັດທະນາດ້ານການຄ້າ ແລະ ເຊື່ອມຕໍ່ພາຍໃນ ແລະ ພາຍ ນອກພາກພື້ນ. 
ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top