• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຂອງກຸ່ມຮັບຜິດຊອບສະເພາະຂັ້ນສູງກ່ຽວກັບການເຊື່ອມໂຍງເສດຖະກິດ ອາຊຽນ ຄັ້ງທີ 37

ໂດຍສືບຕໍ່ບັນດາການເຄື່ອນໄຫວຂອງປີ ອາຊຽນ 2020 ໂດຍ ຫວຽດນາມ ເປັນເຈົ້າພາບ, ກອງປະຊຸມຂອງກຸ່ມຮັບຜິດຊອບສະເພາະຂັ້ນສູງກ່ຽວກັບການເຊື່ອມໂຍງເສດຖະກິດ ອາຊຽນ ຄັ້ງທີ 37 (HLTF-EI 37) ດຳເນີນແຕ່ວັນທີ 12 – 13 ກຸມພາ ຢູ່ ຮ່າໂນ້ຍ. 
ກອງປະຊຸມໄດ້ປຶກສາຫາລື ແລະ ສະເໜີບາງຂໍ້ສະເໜີແນະທີ່ສຳຄັນ, ມີຄວາມໝາຍຍຸດທະສາດກ່ຽວກັບວິໄສທັດ ແລະ ບັນດາການເຄື່ອນໄຫວຮ່ວມມືກ່ຽວກັບການເຊື່ອມໂຍງເສດຖະກິດຢູ່ພາຍໃນ ແລະ ນອກກຸ່ມຂອງ ອາຊຽນ.

 ກອງປະຊຸມຂອງກຸ່ມຮັບຜິດຊອບສະເພາະຂັ້ນສູງກ່ຽວກັບການເຊື່ອມໂຍງເສດຖະກິດ ອາຊຽນ ຄັ້ງທີ 37

ທີ່ກອງປະຊຸມ, ບັນດາການປະກອບສ່ວນຂອງ ຫວຽດນາມ ພິເສດແມ່ນກ່ຽວຂ້ອງເຖິງບັນດາບຸລິມະສິດໃນເສົາຄ້ຳເສດຖະກິດຂອງ ອາຊຽນ ໃນປີ 2020 ໂດຍ ຫວຽດນາມ ສະເໜີ ໄດ້ຮັບການຕີລາຄາສູງຈາກຫລາຍປະເທດ ແລະ ຖືນີ້ແມ່ນພື້ນຖານ ເພື່ອຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງບັນດາປະເທດ ອາຊຽນ ໃນຂົງເຂດເສດຖະກິດ.

        ບັນດາຂໍ້ສະເໜີແນະກ່ຽວກັບຍຸດທະສາດການຮ່ວມມືຈະມາເຖິງຂອງ ອາຊຽນ ຢູ່ກອງປະຊຸມ HLTF-EI ຄັ້ງທີ 37 ຈະໄດ້ຍື່ນສະເໜີຕໍ່ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 26 ໃນເດືອນ ມີນາ 2020 ຢູ່ນະຄອນ ດ່າໜັງ ເພື່ອພິຈາລະນາຮັບຮອງເອົາ, ໝາກຜົນສຸດທ້າຍຈະໄດ້ລາຍງານຕໍ່ບັນດາການນຳ ອາຊຽນ ໃນເດືອນ ເມສາ 2020.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top